ກະສັດ​ສະບັບ​ທີ​ສອງ 1:1-18

  • ເອລີຢາ​ບອກ​ລ່ວງ​ໜ້າ​ວ່າ​ອາຮາຊີຢາ​ຈະ​ຕາຍ (1-​18)

1  ຫຼັງ​ຈາກ​ອາຮາບ​ຕາຍ​ແລ້ວ ພວກ​ໂມອາບ​+ໄດ້​ກະບົດ​ຕໍ່​ພວກ​ອິດສະຣາເອນ.  ມີ​ມື້​ໜຶ່ງ ຕອນ​ທີ່​ອາຮາຊີຢາ​ຢູ່​ວັງ​ຂອງ​ລາວ​ໃນ​ເມືອງ​ຊາມາເຣຍ ລາວ​ໄດ້​ຢຽບ​ຕາ​ນ່າງ​ໄມ້​ໂດກ​ທີ່​ຢູ່​ເທິງ​ດາດ​ຟ້າ​ແລ້ວ​ຫຼຸລົງ​ມາແລະ​ເຈັບ​ໜັກ​ຫຼາຍ. ລາວ​ຈຶ່ງ​ບອກ​ພວກ​ຄົນ​ສົ່ງ​ຂ່າວ​ວ່າ: “ໄປ​ຖາມ​ພະ​ບາອານເຊບູນ​ຂອງ​ເມືອງ​ເອັກໂຣນ+ດຸ​ວ່າ​ຂ້ອຍ​ຈະ​ເຊົາ​ບໍ່.”+  ແຕ່​ທູດສະຫວັນ​ຂອງ​ພະ​ເຢໂຫວາ​ໄດ້​ບອກ​ເອລີຢາ*+​ຄົນ​ຕີຊະເບ​ວ່າ: “ໄປ​ຫາ​ພວກ​ຄົນ​ສົ່ງ​ຂ່າວ​ຂອງ​ກະສັດ​ຊາມາເຣຍ​ແລະ​ຖາມ​ເຂົາ​ເຈົ້າ​ວ່າ ‘ຢູ່​ອິດສະຣາເອນ​ບໍ່​ມີ​ພະເຈົ້າ​ບໍ ເຈົ້າ​ຈຶ່ງ​ໄປ​ຖາມ​ພະ​ບາອານເຊບູນ​ຂອງ​ເມືອງ​ເອັກໂຣນ?’”+  ຍ້ອນ​ແນວ​ນີ້​ພະ​ເຢໂຫວາ​ຈຶ່ງ​ບອກ​ວ່າ: “ເຈົ້າ​ຈະ​ລຸກ​ໄປ​ໃສ​ບໍ່​ໄດ້. ເຈົ້າ​ຈະ​ນອນ​ຕາຍ​ຄາ​ຕຽງ.” ແລ້ວ​ເອລີຢາ​ກໍເຮັດ​ຕາມ​ທີ່ພະເຈົ້າ​ບອກ.  ເມື່ອ​ເຂົາ​ເຈົ້າ​ກັບ​ມາ​ຫາ​ກະສັດ​ອາຮາຊີຢາ ລາວ​ກໍ​ຖາມ​ທັນທີ​ວ່າ: “ພວກ​ເຈົ້າ​ກັບ​ມາ​ເຮັດ​ຫຍັງ?”  ເຂົາ​ເຈົ້າ​ຕອບ​ວ່າ: “ມີ​ຜູ້​ຊາຍ​ຄົນ​ໜຶ່ງ​ມາ​ຫາ​ພວກ​ເຮົາ ແລະ​ບອກ​ພວກ​ເຮົາ​ໃຫ້​ກັບ​ໄປ​ບອກ​ກະສັດ​ວ່າ ‘ພະ​ເຢໂຫວາ​ເວົ້າ​ວ່າ ຢູ່​ອິດສະຣາເອນ​ບໍ່​ມີ​ພະເຈົ້າ​ບໍ ເຈົ້າ​ຈຶ່ງ​ໄປ​ຖາມ​ພະ​ບາອານເຊບູນ​ຂອງ​ເມືອງ​ເອັກໂຣນ? ຍ້ອນ​ແນວ​ນີ້​ເຈົ້າ​ຈະ​ລຸກ​ໄປ​ໃສ​ບໍ່​ໄດ້ ເຈົ້າ​ຈະ​ນອນ​ຕາຍ​ຄາ​ຕຽງ.’”+  ອາຮາຊີຢາ​ຈຶ່ງ​ຖາມ​ວ່າ: “ຜູ້​ຊາຍ​ທີ່​ມາ​ເວົ້າ​ກັບ​ພວກ​ເຈົ້າ​ມີ​ລັກສະນະ​ແນວ​ໃດ?”  ເຂົາ​ເຈົ້າ​ຕອບ​ວ່າ: “ລາວ​ນຸ່ງ​ເຄື່ອງທີ່​ເປັນຂົນ​ສັດ+ແລະ​ໃສ່​ສາຍ​ແອວ​ໜັງ.”+ ອາຮາຊີຢາ​ຈຶ່ງ​ເວົ້າ​ຂຶ້ນ​ມາ​ທັນທີ​ວ່າ: “ລາວ​ແມ່ນ​ເອລີຢາ​ຄົນ​ຕີຊະເບ.”  ກະສັດ​ອາຮາຊີຢາ​ຈຶ່ງ​ສົ່ງ​ຫົວ​ໜ້າ​ທະຫານ​ກັບ​ກອງ​ທະຫານ 50 ຄົນ​ຂອງ​ລາວ​ໄປ​ຈັບ​ເອລີຢາ. ຕອນ​ທີ່​ຫົວ​ໜ້າ​ທະຫານ​ໄປ​ຫາ​ເອລີຢາ ເອລີຢາ​ນັ່ງ​ຢູ່​ເທິງ​ຈອມ​ພູ. ຫົວ​ໜ້າ​ທະຫານ​ບອກ​ລາວ​ວ່າ: “ຄົນ​ຂອງ​ພະເຈົ້າ​ທ່ຽງແທ້+ ກະສັດ​ສັ່ງ​ໃຫ້​ເຈົ້າ​ລົງ​ມາ.” 10  ແຕ່​ເອລີຢາ​ເວົ້າ​ກັບ​ລາວ​ວ່າ: “ຖ້າ​ຂ້ອຍ​ເປັນ​ຄົນ​ຂອງ​ພະເຈົ້າ​ທ່ຽງແທ້ ຂໍ​ໃຫ້​ໄຟ​ຕົກ​ລົງ​ມາ​ຈາກ​ຟ້າ​+ແລະ​ເຜົາ​ເຈົ້າ​ກັບ​ກອງ​ທະຫານ 50 ຄົນ​ຂອງ​ເຈົ້າ.” ແລ້ວ​ໄຟ​ກໍ​ຕົກ​ລົງ​ມາ​ຈາກ​ຟ້າ ແລະ​ເຜົາ​ຫົວ​ໜ້າ​ທະຫານ​ກັບ​ກອງ​ທະຫານ 50 ຄົນ​ຂອງ​ລາວ. 11  ກະສັດ​ກໍ​ສົ່ງ​ຫົວ​ໜ້າ​ທະຫານ​ອີກ​ຜູ້​ໜຶ່ງ​ກັບ​ກອງ​ທະຫານ 50 ຄົນ​ຂອງ​ລາວ​ໄປ​ອີກ. ຫົວ​ໜ້າ​ທະຫານ​ກໍ​ໄປ​ແລະ​ບອກ​ເອລີຢາ​ວ່າ: “ຄົນ​ຂອງ​ພະເຈົ້າ​ທ່ຽງແທ້ ກະສັດ​ສັ່ງ​ໃຫ້​ເຈົ້າ​ລົງ​ມາ​ດຽວ​ນີ້.” 12  ແຕ່​ເອລີຢາ​ເວົ້າ​ກັບ​ລາວ​ວ່າ: “ຖ້າ​ຂ້ອຍ​ເປັນ​ຄົນ​ຂອງ​ພະເຈົ້າ​ທ່ຽງແທ້ ຂໍ​ໃຫ້​ໄຟ​ຕົກ​ລົງ​ມາ​ຈາກ​ຟ້າ​ແລະ​ເຜົາ​ເຈົ້າ​ກັບ​ກອງ​ທະຫານ 50 ຄົນ​ຂອງ​ເຈົ້າ.” ແລ້ວ​ໄຟກໍ​ຕົກ​ລົງ​ມາ​ຈາກ​ຟ້າ ແລະ​ເຜົາ​ຫົວ​ໜ້າ​ທະຫານ​ກັບ​ກອງ​ທະຫານ 50 ຄົນ​ຂອງ​ລາວ. 13  ກະສັດ​ຈຶ່ງ​ສົ່ງ​ຫົວ​ໜ້າ​ທະຫານ​ຜູ້​ທີ 3 ກັບ​ກອງ​ທະຫານ 50 ຄົນ​ຂອງ​ລາວ​ໄປ​ອີກ. ຫົວ​ໜ້າ​ທະຫານ​ຜູ້​ທີ 3 ກໍ​ໄປ ແຕ່​ລາວ​ໄດ້​ຄູ້​ເຂົ່າ​ລົງ​ຕໍ່​ໜ້າ​ເອລີຢາ​ແລະ​ຂໍຮ້ອງ​ວ່າ: “ຄົນ​ຂອງ​ພະເຈົ້າ​ທ່ຽງແທ້ ຂໍ​ຢ່າ​ຂ້າ​ຂ້ອຍ​ກັບ 50 ຄົນ​ນີ້​ທີ່​ເປັນ​ຜູ້​ຮັບ​ໃຊ້​ຂອງ​ທ່ານ. 14  ໄຟ​ທີ່​ຕົກ​ລົງ​ມາ​ຈາກ​ຟ້າ​ໄດ້​ເຜົາ​ຫົວ​ໜ້າ​ທະຫານ 2 ຄົນ​ກັບ​ກອງ​ທະຫານ​ຂອງ​ເຂົາ​ເຈົ້າ​ຕາຍ​ໝົດ​ແລ້ວ ແຕ່​ເທື່ອ​ນີ້​ຂໍ​ທ່ານ​ຢ່າ​ຂ້າ​ຂ້ອຍ.” 15  ທູດສະຫວັນ​ຂອງ​ພະ​ເຢໂຫວາ​ບອກ​ເອລີຢາ​ວ່າ: “ບໍ່​ຕ້ອງ​ຢ້ານ​ລາວ. ໄປ​ນຳ​ລາວ​ໂລດ.” ເອລີຢາ​ຈຶ່ງ​ໄປ​ຫາ​ກະສັດ​ນຳ​ຫົວ​ໜ້າ​ທະຫານ​ຄົນ​ນັ້ນ. 16  ເອລີຢາ​ເວົ້າ​ກັບ​ກະສັດ​ວ່າ: “ພະ​ເຢໂຫວາ​ເວົ້າ​ວ່າ ‘ຢູ່​ອິດສະຣາເອນບໍ່​ມີ​ພະເຈົ້າ​ບໍ ເຈົ້າ​ຈຶ່ງ​ໃຫ້​ຄົນ​ໄປ​ຖາມ​ພະ​ບາອານເຊບູນ​ຂອງ​ເມືອງ​ເອັກໂຣນ?+ ເປັນ​ຫຍັງ​ເຈົ້າ​ຈຶ່ງ​ບໍ່​ຖາມ​ພະເຈົ້າ​ຂອງ​ອິດສະຣາເອນ?+ ຍ້ອນ​ແນວ​ນີ້​ແຫຼະ​ເຈົ້າ​ຈະ​ລຸກ​ໄປ​ໃສ​ບໍ່​ໄດ້ ເຈົ້າ​ຈະ​ນອນ​ຕາຍ​ຄາ​ຕຽງ.’” 17  ແລ້ວ​ອາຮາຊີຢາ​ກໍ​ຕາຍ​ຄື​ກັບ​ທີ່​ພະ​ເຢໂຫວາ​ເວົ້າ​ຜ່ານ​ທາງ​ເອລີຢາ. ຍ້ອນ​ອາຮາຊີຢາ​ບໍ່​ມີ​ລູກ​ຊາຍ ເຢໂຮຣາມ*+ຈຶ່ງ​ເປັນ​ກະສັດ​ແທນ. ລາວ​ເປັນ​ກະສັດ​ໃນ​ປີ​ທີ 2 ທີ່​ເຢໂຮຣາມ+ລູກ​ຊາຍ​ຂອງ​ເຢໂຮຊາຟັດ​ເປັນ​ກະສັດ​ປົກຄອງ​ຢູດາ. 18  ເລື່ອງ​ຕ່າງ​ໆ​ຂອງ​ອາຮາຊີຢາ+ແລະ​ທຸກ​ສິ່ງ​ທີ່​ລາວ​ເຮັດ​ກໍ​ຂຽນ​ໄວ້​ໃນ​ປຶ້ມ​ປະຫວັດ​ຂອງ​ພວກ​ກະສັດ​ອິດສະຣາເອນ.

ຂໍຄວາມໄຂເງື່ອນ

ແປ​ວ່າ “ພະເຈົ້າ​ຂອງ​ຂ້ອຍ​ແມ່ນ​ພະ​ເຢໂຫວາ”
ນ້ອງຊາຍ​ຂອງ​ອາຮາຊີຢາ