ກະສັດ​ສະບັບ​ທີ​ສອງ 10:1-36

  • ເຢຮູ​ຂ້າ​ທຸກ​ຄົນ​ໃນ​ຕະກູນ​ຂອງ​ອາຮາບ (1-​17)

    • ເຢໂຮນາດາບ​ໄປ​ກັບ​ເຢຮູ (15-​17)

  • ເຢຮູ​ຂ້າ​ຜູ້​ນະມັດສະການ​ພະ​ບາອານ (18-​27)

  • ສະຫຼຸບ​ເຫດການ​ຕອນ​ທີ່​ເຢຮູ​ປົກຄອງ (28-​36)

10  ອາຮາບ​+ມີ​ລູກ​ຊາຍ 70 ຄົນ​ຢູ່​ເມືອງ​ຊາມາເຣຍ. ເຢຮູ​ຈຶ່ງ​ຂຽນ​ຈົດ​ໝາຍ​ສົ່ງ​ໄປ​ເມືອງ​ຊາມາເຣຍ​ໃຫ້​ພວກ​ເຈົ້າ​ເມືອງ​ຂອງ​ເຢດຊະເຣເອນ ພວກ​ຜູ້​ນຳ+ ແລະ​ພວກ​ທີ່​ເບິ່ງ​ແຍງ​ລູກ​ຂອງ​ອາຮາບ.* ໃນ​ຈົດ​ໝາຍ​ຂຽນ​ວ່າ:  “ເມື່ອ​ພວກ​ເຈົ້າ​ໄດ້​ຮັບ​ຈົດ​ໝາຍ​ສະບັບ​ນີ້ ພວກ​ເຈົ້າ​ຈະ​ຢູ່​ນຳ​ພວກ​ລູກ​ຊາຍ​ຂອງ​ເຈົ້າ​ນາຍ​ພວກ​ເຈົ້າ ແລະ​ພວກ​ເຈົ້າ​ຍັງ​ມີ​ລົດ​ຮົບ ມ້າ ອາວຸດ ແລະ​ຢູ່​ໃນ​ເມືອງ​ທີ່​ມີກຳແພງອ້ອມ.  ໃຫ້​ເລືອກ​ລູກ​ຊາຍ​ຜູ້​ໜຶ່ງ​ຂອງ​ເຈົ້າ​ນາຍ​ພວກ​ເຈົ້າ​ທີ່​ດີ​ກ່ອນ​ໝູ່​ແລະ​ເໝາະສົມ*ທີ່​ສຸດ ແລະ​ຕັ້ງ​ລາວ​ໃຫ້​ເປັນ​ກະສັດ​ແທນ​ພໍ່. ແລ້ວ​ໃຫ້​ພວກ​ເຈົ້າ​ຕໍ່ສູ້​ເພື່ອ​ປົກ​ປ້ອງ​ຕະກູນ​ຂອງ​ເຈົ້າ​ນາຍ​ພວກ​ເຈົ້າ.”  ແຕ່​ເຂົາ​ເຈົ້າ​ຢ້ານ​ຫຼາຍ​ແລະ​ເວົ້າ​ວ່າ: “ຂະໜາດ​ກະສັດ 2 ອົງ​ຍັງ​ສູ້​ລາວ​ບໍ່​ໄດ້+ ແລ້ວ​ພວກ​ເຮົາ​ຈະ​ສູ້​ລາວ​ໄດ້​ບໍ?”  ຜູ້​ທີ່​ເບິ່ງ​ແຍງ​ວັງ ເຈົ້າ​ເມືອງ ພວກ​ຜູ້​ນຳ ແລະ​ພວກ​ທີ່​ເບິ່ງ​ແຍງ​ລູກ​ຂອງ​ອາຮາບ​ຈຶ່ງ​ສົ່ງ​ຂ່າວ​ໄປ​ຫາ​ເຢຮູ​ວ່າ: “ພວກ​ເຮົາ​ເປັນ​ຜູ້​ຮັບ​ໃຊ້​ຂອງ​ທ່ານ ພວກ​ເຮົາ​ຈະ​ເຮັດ​ທຸກ​ສິ່ງ​ຕາມ​ທີ່​ທ່ານ​ບອກ. ພວກ​ເຮົາ​ຈະ​ບໍ່​ຕັ້ງ​ໃຜ​ໃຫ້​ເປັນ​ກະສັດ. ໃຫ້​ທ່ານ​ເຮັດ​ຕາມ​ທີ່​ທ່ານ​ຕ້ອງການ​ໂລດ.”  ເຢຮູ​ຈຶ່ງ​ຂຽນ​ຈົດ​ໝາຍ​ສະບັບ​ທີ 2 ໄປ​ຫາ​ເຂົາ​ເຈົ້າ​ວ່າ: “ຖ້າ​ພວກ​ເຈົ້າ​ຢູ່​ຝ່າຍ​ຂ້ອຍ​ແລະ​ພ້ອມ​ທີ່​ຈະ​ເຮັດ​ຕາມ​ສິ່ງ​ທີ່​ຂ້ອຍ​ບອກ. ໃຫ້​ພວກ​ເຈົ້າ​ຕັດ​ຫົວ​ພວກ​ລູກ​ຊາຍ​ຂອງ​ເຈົ້າ​ນາຍ​ພວກ​ເຈົ້າ ແລ້ວ​ເອົາ​ມາ​ໃຫ້​ຂ້ອຍ​ມື້​ອື່ນ​ໃນ​ໂມງ​ນີ້​ຢູ່​ເມືອງ​ເຢດຊະເຣເອນ.” ຕອນ​ນັ້ນ ລູກ​ຊາຍ 70 ຄົນ​ຂອງ​ກະສັດ​ຢູ່​ນຳ​ພວກ​ຄົນ​ສຳຄັນ​ໃນ​ເມືອງ​ທີ່​ລ້ຽງ​ເຂົາ​ເຈົ້າ.  ເມື່ອ​ໄດ້​ຮັບ​ຈົດ​ໝາຍ ເຂົາ​ເຈົ້າ​ກໍ​ຂ້າ​ລູກ​ຊາຍ 70 ຄົນ​ຂອງ​ກະສັດ+ ແລ້ວ​ເອົາ​ຫົວ​ໃສ່​ກະຕ່າ​ສົ່ງ​ໄປ​ໃຫ້​ເຢຮູ​ຢູ່​ເມືອງ​ເຢດຊະເຣເອນ.  ຜູ້​ສົ່ງ​ຂ່າວ​ເຂົ້າ​ໄປ​ບອກ​ເຢຮູ​ວ່າ: “ເຂົາ​ເຈົ້າ​ເອົາ​ຫົວ​ຂອງ​ພວກ​ລູກ​ຊາຍ​ກະສັດ​ມາ​ແລ້ວ.” ເຢຮູ​ຈຶ່ງ​ບອກ​ວ່າ: “ເອົາ​ໄປ​ກອງ​ໄວ້​ເປັນ 2 ກອງ​ຢູ່​ປະຕູ​ທາງເຂົ້າ​ເມືອງ​ຈົນ​ຮອດ​ມື້​ອື່ນ​ເຊົ້າ.”  ເມື່ອ​ເຢຮູ​ອອກ​ໄປ​ຕອນ​ເຊົ້າ ລາວ​ໄປ​ຢືນ​ຢູ່​ຕໍ່​ໜ້າ​ປະຊາຊົນ​ແລະ​ເວົ້າ​ວ່າ: “ພວກ​ເຈົ້າ​ບໍ່​ມີ​ຄວາມ​ຜິດ.* ຂ້ອຍ​ພີ້​ທີ່​ເປັນ​ຄົນ​ວາງ​ແຜນ​ແລະ​ຂ້າເຈົ້າ​ນາຍ​ຂອງ​ຂ້ອຍ.+ ແຕ່​ແມ່ນ​ໃຜ​ທີ່​ຂ້າ​ຄົນ​ເຫຼົ່ານີ້? 10  ຂໍ​ໃຫ້​ຮູ້​ວ່າ​ຄຳເວົ້າ​ຂອງ​ພະ​ເຢໂຫວາ​ທີ່​ພະ​ເຢໂຫວາ​ເວົ້າ​ກ່ຽວ​ກັບ​ຄອບຄົວ​ຂອງ​ອາຮາບຈະ​ເກີດ​ຂຶ້ນ​ແທ້.+ ພະ​ເຢໂຫວາ​ໄດ້​ເຮັດ​ຕາມ​ສິ່ງ​ທີ່​ເພິ່ນ​ເວົ້າ​ຜ່ານ​ທາງ​ເອລີຢາ​ຜູ້​ຮັບ​ໃຊ້​ຂອງ​ເພິ່ນ.”+ 11  ເຢຮູ​ຍັງ​ໄດ້​ຂ້າ​ທຸກ​ຄົນ​ໃນ​ຕະກູນ​ຂອງ​ອາຮາບ​ທີ່​ຍັງ​ເຫຼືອ​ຢູ່​ເມືອງ​ເຢດຊະເຣເອນ ລວມ​ທັງ​ພວກ​ຄົນ​ສຳຄັນ ໝູ່ ແລະ​ພວກ​ປະໂລຫິດ​+ຂອງ​ອາຮາບ. ລາວ​ບໍ່​ໃຫ້​ໃຜ​ລອດ​ຈັກ​ຄົນ.+ 12  ຈາກ​ນັ້ນ ເຢຮູ​ກໍ​ໄປ​ເມືອງ​ຊາມາເຣຍ ແລະ​ທາງ​ທີ່​ລາວ​ໄປ​ນັ້ນ​ມີ​ບ່ອນ​ຕັດ​ຂົນ​ແກະ. 13  ຢູ່​ຫັ້ນ​ເຢຮູ​ໄດ້​ເຈິ​ກັບ​ພີ່ນ້ອງ​ຂອງ​ອາຮາຊີຢາ+ກະສັດ​ຂອງ​ຢູດາ. ເຢຮູ​ຖາມ​ເຂົາ​ເຈົ້າ​ວ່າ: “ພວກ​ເຈົ້າ​ແມ່ນ​ໃຜ?” ເຂົາ​ເຈົ້າ​ຕອບ​ວ່າ: “ພວກ​ເຮົາ​ເປັນ​ພີ່ນ້ອງ​ຂອງ​ອາຮາຊີຢາ. ພວກ​ເຮົາ​ກຳລັງ​ຈະ​ໄປ​ຢາມ​ພວກ​ລູກ​ຊາຍ​ຂອງ​ກະສັດ​ແລະ​ພວກ​ລູກ​ຊາຍ​ຂອງລາຊີນີ.”* 14  ເຢຮູ​ຈຶ່ງ​ສັ່ງ​ທັນທີ​ວ່າ: “ຈັບ​ເຂົາ​ເຈົ້າ!” ແລ້ວ​ຄົນ​ຂອງ​ລາວ​ກໍ​ຈັບ 42 ຄົນ​ນັ້ນ ແລະ​ເອົາ​ໄປ​ຂ້າ​ຢູ່​ນ້ຳ​ສ້າງ​ຂອງ​ບ່ອນ​ທີ່​ຕັດ​ຂົນ​ແກະ. ເຢຮູ​ບໍ່​ໃຫ້​ເຂົາ​ເຈົ້າ​ລອດ​ຈັກ​ຄົນ.+ 15  ເມື່ອ​ອອກ​ຈາກ​ຫັ້ນ ເຢຮູ​ເຈິ​ກັບ​ເຢໂຮນາດາບ​+ລູກ​ຊາຍ​ຂອງ​ເຣກາບ+​ທີ່​ມາ​ຫາ​ລາວ. ເຢຮູ​ທັກທາຍ*ລາວ ແລ້ວ​ກໍ​ຖາມ​ວ່າ: “ໃຈ​ເຈົ້າ​ພັກດີ​ຕໍ່​ຂ້ອຍ ຄື​ກັບ​ທີ່​ໃຈ​ຂ້ອຍ​ພັກດີ​ຕໍ່​ເຈົ້າ​ບໍ?” ເຢໂຮນາດາບ​ຕອບ​ວ່າ: “ແມ່ນ​ແລ້ວ.” ເຢຮູ​ບອກ​ວ່າ: “ຄັນຊັ້ນ​ເດ່​ມື​ມາ.” ເຢໂຮນາດາບ​ເດ່​ມື​ໄປ ແລ້ວ​ເຢຮູ​ກໍ​ດຶງ​ລາວ​ຂຶ້ນ​ລົດ​ມ້າ. 16  ເຢຮູ​ເວົ້າ​ວ່າ: “ໄປ​ນຳ​ຂ້ອຍ. ຂ້ອຍ​ຈະ​ໃຫ້​ເຈົ້າ​ເຫັນ​ວ່າ​ຂ້ອຍ​ຈະ​ບໍ່​ຍອມ​ໃຫ້​ໃຜ​ເປັນ​ຄູ່​ແຂ່ງ​ຂອງ*ພະ​ເຢໂຫວາ.”+ ເຢໂຮນາດາບ​ຈຶ່ງ​ຂີ່​ລົດ​ມ້າ​ໄປ​ກັບ​ເຂົາ​ເຈົ້າ. 17  ຈາກ​ນັ້ນ ເຢຮູ​ກໍ​ໄປ​ເມືອງ​ຊາມາເຣຍ. ລາວ​ຂ້າ​ທຸກ​ຄົນ​ໃນ​ຕະກູນ​ຂອງ​ອາຮາບ​ທີ່​ຍັງ​ເຫຼືອ​ຢູ່​ໃນ​ເມືອງ​ຊາມາເຣຍ ລວມ​ທັງຄົນ​ທີ່​ສະໜັບສະໜູນອາຮາບ.+ ສິ່ງ​ເຫຼົ່ານີ້​ເກີດ​ຂຶ້ນ​ຕາມ​ທີ່​ພະ​ເຢໂຫວາ​ບອກ​ຜ່ານ​ທາງ​ເອລີຢາ.+ 18  ເຢຮູ​ໄດ້​ລວບລວມ​ປະຊາຊົນ​ແລະ​ເວົ້າ​ກັບ​ເຂົາ​ເຈົ້າ​ວ່າ: “ອາຮາບ​ນະມັດສະການ​ພະ​ບາອານ​ໜ້ອຍ​ດຽວ+ ແຕ່​ຂ້ອຍ​ຈະ​ນະມັດສະການ​ພະ​ບາອານ​ຫຼາຍ​ກວ່າ​ອີກ. 19  ດັ່ງນັ້ນ ໃຫ້​ໄປ​ເອີ້ນ​ພວກ​ຜູ້ພະຍາກອນ+ ຜູ້​ທີ່​ນະມັດສະການ​ພະ​ບາອານ ແລະ​ພວກ​ປະໂລຫິດ​ຂອງ​ພະ​ບາອານ​ທັງ​ໝົດ+ມາ​ຫາ​ຂ້ອຍ. ໃຫ້​ເຂົາ​ເຈົ້າ​ມາ​ໝົດ​ທຸກ​ຄົນ ເພາະ​ຂ້ອຍ​ຈະ​ເຜົາ​ເຄື່ອງ​ບູຊາ​ຄັ້ງ​ໃຫຍ່​ໃຫ້​ພະ​ບາອານ. ຖ້າ​ໃຜ​ບໍ່​ມາ ຜູ້​ນັ້ນ​ຕ້ອງ​ຕາຍ.” ແຕ່​ທີ່​ຈິງ​ແລ້ວ ເຢຮູ​ວາງ​ແຜນ​ຂ້າ​ຜູ້​ນະມັດສະການ​ພະ​ບາອານ​ທັງ​ໝົດ. 20  ເຢຮູ​ເວົ້າ​ຕໍ່​ວ່າ: “ໃຫ້​ປະກາດ​ວ່າ​ຈະ​ມີການ​ຊຸມນຸມ​ໃຫຍ່​ເພື່ອ​ເຜົາ​ເຄື່ອງ​ບູຊາ​ໃຫ້​ພະ​ບາອານ.” ເຂົາ​ເຈົ້າ​ຈຶ່ງ​ປະກາດ​ຕາມ​ນັ້ນ. 21  ຫຼັງ​ຈາກ​ນັ້ນ ເຢຮູ​ກໍ​ສົ່ງ​ຂ່າວ​ໄປ​ທົ່ວ​ອິດສະຣາເອນ ແລະ​ຜູ້​ນະມັດສະການ​ພະ​ບາອານ​ທຸກ​ຄົນ​ກໍ​ມາ. ບໍ່​ມີ​ຈັກ​ຄົນ​ທີ່​ບໍ່​ມາ. ເຂົາ​ເຈົ້າ​ເຂົ້າ​ໄປ​ໃນ​ວິຫານ​ຂອງ​ພະ​ບາອານ​+ຈົນ​ເຕັມ. 22  ເຢຮູ​ຈຶ່ງ​ບອກ​ຄົນ​ທີ່​ເບິ່ງ​ແຍງຫ້ອງມ້ຽນ​ເຄື່ອງນຸ່ງ​ວ່າ: “ເອົາ​ເຄື່ອງນຸ່ງ​ມາ​ໃຫ້​ຜູ້​ນະມັດສະການ​ພະ​ບາອານ​ທຸກ​ຄົນ.” ລາວ​ກໍ​ເອົາ​ເຄື່ອງນຸ່ງ​ໄປ​ໃຫ້​ເຂົາ​ເຈົ້າ. 23  ແລ້ວ​ເຢຮູ​ກັບ​ເຢໂຮນາດາບ+ລູກ​ຊາຍ​ຂອງ​ເຣກາບ​ກໍ​ເຂົ້າ​ໄປ​ໃນ​ວິຫານ​ຂອງ​ພະ​ບາອານ. ເຢຮູ​ເວົ້າ​ກັບ​ຜູ້​ນະມັດສະການ​ພະ​ບາອານ​ວ່າ: “ກວດເບິ່ງ​ຄັກ​ໆ​ເດີ້. ຢ່າ​ໃຫ້​ມີ​ຜູ້​ນະມັດສະການ​ຂອງ​ພະ​ເຢໂຫວາ​ຢູ່​ນີ້ ໃຫ້​ມີ​ແຕ່​ຜູ້​ນະມັດສະການ​ພະ​ບາອານ​ເທົ່າ​ນັ້ນ.” 24  ໃນ​ທີ່​ສຸດ ເຂົາ​ເຈົ້າ​ກໍ​ເຂົ້າ​ໄປ​ເຜົາ​ເຄື່ອງ​ບູຊາ. ເຢຮູ​ໃຫ້​ຄົນ​ຂອງ​ລາວ 80 ຄົນ​ຍາມ​ຢູ່​ທາງ​ນອກ​ແລະ​ສັ່ງ​ວ່າ: “ຖ້າ​ພວກ​ເຈົ້າ​ປ່ອຍ​ໃຫ້​ຜູ້​ໃດ​ໜີ​ໄປ​ໄດ້ ພວກ​ເຈົ້າຕ້ອງ​ຕາຍ​ແທນຜູ້​ນັ້ນ.” 25  ທັນທີ​ທີ່​ເຢຮູ​ເຜົາ​ເຄື່ອງ​ບູຊາ​ແລ້ວ​ໆ​ ລາວ​ກໍ​ສັ່ງ​ພວກ​ທະຫານ​ປ້ອງກັນ​ໂຕ​ກະສັດ​ກັບ​ຫົວ​ໜ້າ​ທະຫານ​ວ່າ: “ເຂົ້າ​ມາ​ຂ້າ​ພວກ​ນີ້! ຢ່າ​ໃຫ້​ໃຜ​ໜີ​ລອດ​ໄປ​ໄດ້!”+ ພວກ​ທະຫານ​ກັບ​ພວກ​ຫົວ​ໜ້າ​ທະຫານ​ກໍ​ຂ້າ​ພວກ​ນັ້ນ ແລ້ວ​ໂຍນ​ສົບ​ອອກ​ມາ​ທາງ​ນອກ. ເຂົາ​ເຈົ້າ​ໄລ່​ຂ້າ​ພວກ​ນັ້ນ​ຈົນ​ຮອດຫ້ອງ​ທາງ​ໃນວິຫານ*​ຂອງ​ພະ​ບາອານ. 26  ເຂົາ​ເຈົ້າ​ເອົາເສົາ​ໄມ້ສັກສິດ*+ທັງ​ໝົດ​ໃນ​ວິຫານ​ຂອງ​ພະ​ບາອານອອກ​ໄປ​ຈູດ​ຖິ້ມ.+ 27  ເຂົາ​ເຈົ້າ​ໄດ້​ທຳລາຍ​ເສົາ​ຫີນ​ສັກສິດ+ຂອງ​ພະ​ບາອານ​ແລະ​ທຸບ​ວິຫານ​ຂອງ​ພະ​ບາອານ+ ແລ້ວ​ເຮັດ​ເປັນຫ້ອງ​ນ້ຳສາທາລະນະ​ຈົນ​ຮອດ​ທຸກ​ມື້​ນີ້. 28  ເຢຮູ​ໄດ້​ກວາດ​ລ້າງ​ການ​ນະມັດສະການພະ​ບາອານໃຫ້​ໝົດ​ໄປ​ຈາກ​ອິດສະຣາເອນ. 29  ແຕ່​ເຢຮູ​ບໍ່​ໄດ້​ທຳລາຍ​ຮູບ​ງົວ​ນ້ອຍ​ທີ່​ເປັນ​ຄຳ​ຢູ່​ເມືອງ​ເບເທນ​ແລະ​ເມືອງ​ດານ ຍ້ອນ​ແນວ​ນີ້​ລາວ​ຈຶ່ງ​ເຮັດ​ຜິດ​ຄື​ກັບ​ເຢໂຣໂບອາມ​ລູກ​ຊາຍ​ຂອງ​ເນບັດ​ທີ່ເປັນ​ຕົ້ນ​ເຫດ​ພາ​ໃຫ້ພວກ​ອິດສະຣາເອນ​ເຮັດ​ຜິດ.+ 30  ພະ​ເຢໂຫວາ​ເວົ້າ​ກັບ​ເຢຮູ​ວ່າ: “ຍ້ອນ​ເຈົ້າ​ເຮັດ​ດີ​ແລະ​ເຮັດ​ສິ່ງ​ທີ່​ເຮົາ​ເບິ່ງ​ວ່າ​ຖືກຕ້ອງ​ໂດຍ​ກວາດ​ລ້າງ​ຕະກູນ​ຂອງ​ອາຮາບ​ຕາມ​ທີ່​ເຮົາຕ້ອງການ+ ລູກ​ຫຼານ​ຂອງ​ເຈົ້າ 4 ລຸ້ນ​ຈະ​ໄດ້​ເປັນ​ກະສັດ​ປົກຄອງ​ອິດສະຣາເອນ.”+ 31  ແຕ່​ເຢຮູ​ບໍ່​ໄດ້​ເຮັດ​ຕາມ​ກົດ​ໝາຍ​ຂອງ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ອິດສະຣາເອນ​ສຸດ​ຫົວໃຈ.+ ລາວ​ບໍ່​ເຊົາ​ເຮັດ​ຜິດ​ຄື​ກັບ​ເຢໂຣໂບອາມ​ທີ່​ເປັນ​ຕົ້ນ​ເຫດ​ພາ​ໃຫ້​ພວກ​ອິດສະຣາເອນ​ເຮັດ​ຜິດ.+ 32  ໃນ​ຕອນ​ນັ້ນ ພະ​ເຢໂຫວາປ່ອຍ​ໃຫ້ອິດສະຣາເອນ​ສູນ​ເສຍ​ດິນແດນ​ໄປ​ເທື່ອ​ລະ​ໜ້ອຍ. ຮາຊາເອນ​ໄດ້​ໂຈມຕີ​ເຂດ​ຕ່າງ​ໆ​ຂອງ​ອິດສະຣາເອນ​ເລື້ອຍ​ໆ​.+ 33  ລາວ​ໂຈມຕີ​ແຜ່ນດິນ​ກິລຽດ​ທີ່​ຢູ່​ທາງ​ທິດ​ຕາເວັນ​ອອກ​ຂອງ​ແມ່​ນ້ຳຈໍແດນ ເຊິ່ງ​ລວມ​ເຖິງ​ເຂດ​ຂອງ​ຕະກູນ​ຄາດ ຕະກູນ​ຣູເບັນ ຕະກູນ​ມານາເຊ+ ຕັ້ງ​ແຕ່​ເມືອງ​ອາໂຣເອ​ທີ່​ຢູ່​ໃກ້​ຮ່ອມພູ*ອາໂນນ​ຈົນ​ຮອດ​ກິລຽດ​ແລະ​ບາຊານ.+ 34  ເລື່ອງ​ຕ່າງ​ໆ​ຂອງ​ເຢຮູ ທຸກ​ສິ່ງ​ທີ່​ລາວ​ເຮັດ ແລະ​ຄວາມ​ສຳເລັດ​ຕ່າງ​ໆ​ຂອງ​ລາວ​ກໍ​ຂຽນ​ໄວ້​ໃນ​ປຶ້ມ​ປະຫວັດ​ຂອງ​ພວກ​ກະສັດ​ອິດສະຣາເອນ. 35  ເມື່ອ​ເຢຮູ​ຕາຍ ເຂົາ​ເຈົ້າ​ໄດ້​ຝັງ​ລາວ​ໄວ້​ຢູ່​ເມືອງ​ຊາມາເຣຍ. ເຢໂຮອາຮາດ+ລູກ​ຊາຍ​ຂອງ​ລາວ​ກໍ​ເປັນ​ກະສັດ​ແທນ. 36  ເຢຮູ​ປົກຄອງ​ອິດສະຣາເອນ​ຢູ່​ເມືອງ​ຊາມາເຣຍ 28 ປີ.

ຂໍຄວາມໄຂເງື່ອນ

ແປ​ຕາມ​ໂຕ​ວ່າ “ພວກ​ທີ່​ເບິ່ງແຍງ​ອາຮາບ”
ຫຼື “ສັດຊື່”
ຫຼື “ເປັນ​ຄົນ​ດີ”
ໝາຍເຖິງ​ລາຊີນີ​ເຢເຊເບນ ແມ່​ຂອງ​ກະສັດ​ເຢໂຮຣາມ
ຫຼື “ອວຍພອນ”
ຫຼື “ຂ້ອຍ​ຈະ​ໃຫ້​ເຈົ້າ​ເຫັນ​ຄວາມ​ກະຕືລືລົ້ນ​ຂອງ​ຂ້ອຍ​ເພື່ອ”
ແປ​ຕາມ​ໂຕ​ວ່າ “ເມືອງ.” ອາດ​ມີ​ລັກສະນະ​ຄ້າຍຄື​ກັບ​ປ້ອມ.
ຫຼື “ເສົາ​ຫີນ​ສັກສິດ.” ເບິ່ງ​ຄຳ​ວ່າ “ເສົາ​ໄມ້​ສັກສິດ” ໃນ​ສ່ວນ​ອະທິບາຍ​ຄຳສັບ.
ຫຼື “ວາດີ.” ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ.