ກະສັດ​ສະບັບ​ທີ​ສອງ 11:1-21

  • ອາທາລີຢາ​ຍຶດ​ເອົາ​ການ​ປົກຄອງ (1-​3)

  • ລັກ​ແຕ່ງຕັ້ງ​ເຢໂຮອາດ​ໃຫ້​ເປັນ​ກະສັດ (4-​12)

  • ອາທາລີຢາ​ຖືກ​ຂ້າ (13-​16)

  • ເຢໂຮຢາດາ​ຈັດ​ລະບຽບ​ຄືນ​ໃໝ່ (17-​21)

11  ເມື່ອ​ອາທາລີຢາ+ແມ່​ຂອງ​ອາຮາຊີຢາ​ເຫັນ​ວ່າ​ລູກ​ຊາຍ​ຂອງ​ໂຕເອງ​ຕາຍ​ແລ້ວ+ ລາວ​ກໍ​ຂ້າ​ທຸກ​ຄົນ​ທີ່​ມີ​ສິດ​ຈະ​ເປັນ​ກະສັດ.+  ແຕ່​ເຢໂຮຊາບາ*​ລູກສາວ​ຂອງ​ກະສັດ​ເຢໂຮຣາມ​ທີ່​ເປັນ​ເອື້ອຍ​ຂອງ​ອາຮາຊີຢາ​ໄດ້​ລັກ​ເອົາ​ເຢໂຮອາດ​+ລູກ​ຊາຍ​ຂອງ​ອາຮາຊີຢາ​ອອກ​ມາ​ຈາກ​ພວກ​ລູກ​ຊາຍ​ຂອງ​ກະສັດ​ທີ່​ຈະ​ຕ້ອງ​ຖືກ​ຂ້າ. ລາວ​ໄດ້​ເອົາ​ເຢໂຮອາດ​ກັບ​ເອື້ອຍ​ລ້ຽງ​ໄປ​ເຊື່ອງ​ຢູ່ຫ້ອງ​ນອນ. ເຂົາ​ເຈົ້າ​ເຊື່ອງ​ເຢໂຮອາດ​ໄວ້​ບໍ່​ໃຫ້​ອາທາລີຢາ​ຮູ້. ດັ່ງນັ້ນ ລາວ​ຈຶ່ງ​ບໍ່​ຖືກ​ຂ້າ.  ໃນ​ໄລຍະ 6 ປີ​ທີ່​ອາທາລີຢາ​ປົກຄອງ ເຂົາ​ເຈົ້າ​ເຊື່ອງ​ເຢໂຮອາດ​ໄວ້​ໃນ​ວິຫານ​ຂອງ​ພະ​ເຢໂຫວາ.  ໃນ​ປີ​ທີ 7 ປະໂລຫິດ​ເຢໂຮຢາດາ​ໄດ້​ໃຫ້​ຄົນ​ໄປ​ເອີ້ນ​ພວກ​ຫົວ​ໜ້າ​ກອງ​ຮ້ອຍ​ຂອງ​ທະຫານ​ປ້ອງກັນ​ຄອບຄົວ​ກະສັດ* ແລະ​ພວກ​ຫົວ​ໜ້າ​ກອງ​ຮ້ອຍ​ຂອງ​ທະຫານ​ປ້ອງກັນ​ວັງ​+ມາ​ຫາ​ລາວ​ຢູ່​ວິຫານ​ຂອງ​ພະ​ເຢໂຫວາ. ເຢໂຮຢາດາ​ໄດ້​ເຮັດ​ສັນຍາ​ກັບ​ເຂົາ​ເຈົ້າ​ແລະ​ໃຫ້​ເຂົາ​ເຈົ້າ​ສາບານ​ຢູ່​ວິຫານ​ຂອງ​ພະ​ເຢໂຫວາ. ແລ້ວ​ລາວ​ກໍ​ພາ​ລູກ​ຊາຍ​ຂອງ​ກະສັດ​ອອກ​ມາ​ຫາ​ເຂົາ​ເຈົ້າ.+  ລາວ​ສັ່ງ​ເຂົາ​ເຈົ້າ​ວ່າ: “ພວກ​ເຈົ້າ​ຕ້ອງ​ເຮັດ​ແບບ​ນີ້. ສຳລັບ​ກຸ່ມ​ທີ່​ຕ້ອງ​ເຮັດ​ວຽກ​ໃນ​ວັນຊະບາໂຕ​ນີ້ ໃຫ້​ແບ່ງ​ອອກ​ເປັນ 3 ກຸ່ມ​ນ້ອຍ. ກຸ່ມ​ທີ 1 ໃຫ້​ຍາມ​ວັງ​ຂອງ​ກະສັດ​ດີ​ໆ​+  ກຸ່ມ​ທີ 2 ໃຫ້​ຍາມ​ປະຕູ​ທີ່​ຊື່​ວ່າ​ປະຕູ​ຮາກ​ຖານ ແລະ​ກຸ່ມ​ທີ 3 ໃຫ້​ຍາມ​ຢູ່​ປະຕູ​ທີ່​ຢູ່​ທາງ​ຫຼັງ​ຂອງ​ພວກ​ທະຫານ​ປ້ອງກັນ​ວັງ. ໃຫ້​ພວກ​ເຈົ້າ​ປ່ຽນ​ກັນ​ຍາມວິຫານ.*  ສ່ວນ​ອີກ 2 ກຸ່ມທີ່​ບໍ່​ໄດ້​ຍາມ​ໃນ​ວັນຊະບາໂຕ​ນີ້​ຕ້ອງ​ຍາມ​ວິຫານ​ຂອງ​ພະ​ເຢໂຫວາ​ດີ​ໆ​ເພື່ອ​ປ້ອງກັນ​ກະສັດ.  ພວກ​ເຈົ້າ​ຕ້ອງ​ອ້ອມ​ກະສັດ​ໄວ້ທຸກ​ດ້ານ. ແຕ່​ລະ​ຄົນ​ຕ້ອງ​ຖື​ອາວຸດ​ໄວ້. ຖ້າ​ມີ​ໃຜ​ພະຍາຍາມ​ບຸກ​ພວກ​ທະຫານ​ເຂົ້າ​ມາ​ກໍ​ໃຫ້​ຂ້າ​ໂລດ. ໃຫ້​ພວກ​ເຈົ້າ​ຢູ່​ກັບ​ກະສັດ​ຕະຫຼອດ​ບໍ່​ວ່າ​ລາວ​ຈະ​ໄປ​ໃສ.”  ພວກ​ຫົວ​ໜ້າ​ກອງ​ຮ້ອຍ+ກໍ​ເຮັດ​ຕາມ​ທີ່​ປະໂລຫິດ​ເຢໂຮຢາດາ​ສັ່ງ. ເຂົາ​ເຈົ້າ​ໄດ້​ພາ​ຄົນ​ຂອງ​ໂຕເອງ​ທັງ​ຜູ້​ທີ່​ຍາມ​ແລະ​ຜູ້​ທີ່​ບໍ່​ໄດ້​ຍາມ​ໃນ​ວັນ​ຊະບາໂຕ​ນັ້ນ​ມາ​ຫາ​ປະໂລຫິດ​ເຢໂຮຢາດາ.+ 10  ແລ້ວ​ປະໂລຫິດ​ເຢໂຮຢາດາ​ກໍ​ເອົາ​ຫອກ​ກັບ​ໂລ້​ມົນ​ຫຼາຍ​ອັນ​ຂອງ​ກະສັດ​ດາວິດ​ທີ່​ຢູ່​ໃນ​ວິຫານ​ຂອງ​ພະ​ເຢໂຫວາ​ມາ​ໃຫ້​ພວກ​ຫົວ​ໜ້າ​ກອງ​ຮ້ອຍ. 11  ທະຫານ​ປ້ອງກັນ​ວັງ+ຖືອາວຸດ​ແລະ​ຢືນອ້ອມ​ກະສັດ​ໄວ້ຕັ້ງ​ແຕ່​ເບື້ອງ​ຂວາ​ຈົນ​ຮອດ​ເບື້ອງ​ຊ້າຍ​ຂອງ​ວິຫານ. ບາງຄົນ​ຢືນ​ຢູ່​ທາງ​ຂ້າງ​ແທ່ນ​ບູຊາ+ ແລະ​ບາງຄົນ​ຢືນ​ຢູ່​ທາງຂ້າງວິຫານ. 12  ຈາກ​ນັ້ນ ເຢໂຮຢາດາ​ກໍ​ພາ​ລູກ​ຊາຍ​ຂອງ​ກະສັດ+​ອອກ​ມາ ເອົາ​ມົງກຸດ​ສຸບ​ໃສ່​ຫົວ​ລາວ ແລ້ວ​ເອົາ​ມ້ວນ​ໜັງສື​ກົດ​ໝາຍ​ຂອງ​ພະເຈົ້າ+​ໃຫ້​ລາວ.* ເຂົາ​ເຈົ້າ​ເອົາ​ນ້ຳມັນ​ເທ​ໃສ່​ຫົວ​ລາວ​ແລະ​ແຕ່ງຕັ້ງ​ລາວ​ໃຫ້​ເປັນ​ກະສັດ. ແລ້ວ​ທຸກ​ຄົນ​ກໍ​ພາກັນ​ຕົບ​ມື​ແລະ​ຮ້ອງ​ວ່າ: “ຂໍ​ໃຫ້​ກະສັດ​ມີ​ອາຍຸ​ຍືນ​ຍາວ!”+ 13  ເມື່ອ​ອາທາລີຢາ​ໄດ້​ຍິນ​ສຽງ​ຄົນ​ແລ່ນ​ແລະ​ຮ້ອງ ລາວ​ຈຶ່ງ​ຟ້າວ​ໄປ​ວິຫານ​ຂອງ​ພະ​ເຢໂຫວາ.+ 14  ອາທາລີຢາ​ເຫັນ​ກະສັດ​ຢືນ​ຢູ່​ຂ້າງ​ເສົາ​ຕາມ​ທຳນຽມ​ຂອງ​ພວກ​ກະສັດ.+ ພວກ​ຫົວ​ໜ້າ​ກອງ​ຮ້ອຍ​ກັບ​ຄົນ​ເປົ່າ​ແກ+ກໍ​ຢູ່​ນຳ​ກະສັດ ແລະ​ປະຊາຊົນ​ທຸກ​ຄົນ​ກໍ​ດີ​ໃຈ​ແລະ​ຄົນ​ທີ່​ເປົ່າ​ແກ​ກໍ​ເປົ່າ​ແກ. ອາທາລີຢາ​ຈຶ່ງ​ຈີກ​ເສື້ອ​ຂອງ​ໂຕເອງ​ແລະ​ຮ້ອງ​ວ່າ: “ພວກ​ກະບົດ! ພວກ​ກະບົດ!” 15  ແຕ່​ປະໂລຫິດ​ເຢໂຮຢາດາ​ສັ່ງ​ພວກ​ຫົວ​ໜ້າ​ກອງ​ຮ້ອຍ+ທີ່​ເບິ່ງ​ແຍງ​ພວກ​ທະຫານ​ວ່າ: “ຈັບ​ລາວ​ອອກ​ໄປ​ນອກ. ຖ້າ​ໃຜ​ນຳ​ລາວ​ໄປ​ກໍ​ໃຫ້​ຂ້າ​ຜູ້​ນັ້ນ​ຖິ້ມ!” ປະໂລຫິດ​ໄດ້​ສັ່ງ​ໄວ້​ວ່າ: “ຢ່າ​ຂ້າ​ລາວ​ໃນ​ວິຫານ​ຂອງ​ພະ​ເຢໂຫວາ.” 16  ເຂົາ​ເຈົ້າ​ຈຶ່ງ​ຈັບ​ອາທາລີຢາ​ແລະ​ພາ​ລາວ​ໄປ​ບ່ອນ​ທີ່​ມ້າ​ເຂົ້າ​ອອກ​ຢູ່ເດີ່ນໃນ​ວັງ​ຂອງ​ກະສັດ+ ແລ້ວ​ກໍ​ຂ້າ​ລາວ​ຢູ່​ຫັ້ນ. 17  ຈາກ​ນັ້ນ ເຢໂຮຢາດາ​ໄດ້​ໃຫ້​ກະສັດ​ແລະ​ປະຊາຊົນ​ສັນຍາ​ກັບ​ພະ​ເຢໂຫວາ+​ວ່າ ເຂົາ​ເຈົ້າ​ຈະ​ເປັນ​ປະຊາຊົນ​ຂອງ​ພະ​ເຢໂຫວາ​ຕະຫຼອດ​ໄປ ແລະ​ລາວ​ຍັງ​ໃຫ້​ກະສັດ​ກັບ​ປະຊາຊົນ​ສັນຍາ​ຕໍ່​ກັນ.+ 18  ຫຼັງ​ຈາກ​ນັ້ນ ປະຊາຊົນ​ທັງ​ໝົດ​ກໍ​ໄປ​ວິຫານ​ຂອງ​ພະ​ບາອານ. ເຂົາ​ເຈົ້າ​ທຸບ​ແທ່ນ​ບູຊາ​ຕ່າງ​ໆ​ຂອງ​ພະ​ບາອານ+ ທຸບ​ຮູບ​ປັ້ນ​ທັງ​ໝົດ​ຂອງ​ພະ​ບາອານ​ຈົນ​ມຸ່ນ+ ແລະ​ຂ້າ​ມັດຕານ​ທີ່​ເປັນ​ປະໂລຫິດ​ຂອງ​ພະ​ບາອານ+ຕໍ່​ໜ້າ​ແທ່ນ​ບູຊາ​ເຫຼົ່າ​ນັ້ນ. ແລ້ວ​ປະໂລຫິດ​ເຢໂຮຢາດາ​ກໍ​ແຕ່ງຕັ້ງ​ບາງຄົນ​ໃຫ້​ເບິ່ງ​ແຍງ​ວິຫານ​ຂອງ​ພະ​ເຢໂຫວາ.+ 19  ເຢໂຮຢາດາ​ໃຫ້​ພວກ​ຫົວ​ໜ້າ​ກອງ​ຮ້ອຍ+ ພວກ​ທະຫານ​ປ້ອງກັນ​ຄອບຄົວ​ກະສັດ ພວກ​ທະຫານ​ປ້ອງກັນ​ວັງ+ ແລະ​ປະຊາຊົນ​ທັງ​ໝົດ​ພາ​ກະສັດ​ອອກ​ຈາກ​ວິຫານ​ຂອງ​ພະ​ເຢໂຫວາ​ໄປ​ວັງ​ຂອງ​ກະສັດ​ໂດຍ​ເຂົ້າ​ໄປ​ທາງ​ປະຕູ​ຂອງ​ທະຫານ​ປ້ອງກັນ​ວັງ. ຈາກ​ນັ້ນ ກະສັດ​ໄດ້​ນັ່ງ​ຢູ່​ເທິງ​ບັນລັງ.+ 20  ປະຊາຊົນ​ທຸກ​ຄົນ​ມີ​ຄວາມ​ສຸກ​ແລະ​ບ້ານ​ເມືອງ​ກໍ​ສະຫງົບ​ສຸກ ຍ້ອນ​ວ່າ​ອາທາລີຢາ​ຖືກ​ຂ້າ​ແລ້ວ​ຢູ່​ວັງ​ຂອງ​ກະສັດ. 21  ເຢໂຮອາດ+ເປັນ​ກະສັດ​ຕອນ​ອາຍຸ 7 ປີ.+

ຂໍຄວາມໄຂເງື່ອນ

ລາວ​ມີ​ອີກ​ຊື່​ໜຶ່ງ​ວ່າ​ເຢໂຮຊາເບອາ​ໃນ 2ຂຄ 22:11
ແປ​ຕາມ​ໂຕ​ວ່າ “ພວກ​ຄາຣີ”
ຫຼື​ອາດ​ແປ​ວ່າ “ວັງ”
ອາດ​ໝາຍເຖິງ​ເອົາ​ມ້ວນ​ໜັງສື​ກົດໝາຍ​ຂອງ​ພະເຈົ້າ​ວາງ​ໄວ້​ເທິງ​ຫົວ​ຂອງ​ກະສັດ​ເພື່ອ​ເຕືອນ​ລາວ​ໃຫ້​ເຮັດ​ຕາມ​ກົດໝາຍ​ນັ້ນ