ກະສັດ​ສະບັບ​ທີ​ສອງ 13:1-25

  • ເຢໂຮອາຮາດ​ເປັນ​ກະສັດ​ປົກຄອງ​ອິດສະຣາເອນ (1-​9)

  • ເຢໂຮອາດ​ເປັນ​ກະສັດ​ປົກຄອງ​ອິດສະຣາເອນ (10-​13)

  • ເອລີຊາ​ທົດລອງ​ຄວາມ​ກະຕືລືລົ້ນ​ຂອງ​ເຢໂຮອາດ (14-​19)

  • ເອລີຊາ​ຕາຍ; ກະດູກ​ຂອງ​ລາວ​ເຮັດ​ໃຫ້​ຜູ້​ຊາຍ​ຄົນ​ໜຶ່ງ​ຟື້ນ​ຄືນ​ມາ​ຈາກ​ຕາຍ (20, 21)

  • ຄຳ​ພະຍາກອນ​ສຸດທ້າຍ​ຂອງ​ເອລີຊາ​ເກີດ​ຂຶ້ນ​ແທ້ (22-​25)

13  ໃນ​ປີ​ທີ 23 ທີ່​ເຢໂຮອາດ+ລູກ​ຊາຍ​ຂອງ​ອາຮາຊີຢາ+ເປັນ​ກະສັດ​ປົກຄອງ​ຢູດາ ເຢໂຮອາຮາດ​ລູກ​ຊາຍ​ຂອງ​ເຢຮູ​+ກໍ​ເປັນ​ກະສັດ​ປົກຄອງ​ອິດສະຣາເອນ. ລາວ​ປົກຄອງ​ຢູ່​ຊາມາເຣຍ 17 ປີ.  ລາວ​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ເບິ່ງ​ວ່າ​ຊົ່ວ ແລະ​ເຮັດ​ຜິດ​ຄື​ກັບ​ເຢໂຣໂບອາມ​ລູກ​ຊາຍ​ຂອງ​ເນບັດ​ທີ່​ເປັນ​ຕົ້ນ​ເຫດ​ພາ​ໃຫ້​ພວກ​ອິດສະຣາເອນ​ເຮັດ​ຜິດ.+ ລາວ​ບໍ່​ເຊົາ​ເຮັດ​ຊົ່ວ.  ພະ​ເຢໂຫວາ​ໃຈ​ຮ້າຍ+​ໃຫ້​ພວກ​ອິດສະຣາເອນ​ຫຼາຍ+ ເພິ່ນ​ຈຶ່ງ​ໃຫ້​ຮາຊາເອນ+ກະສັດ​ຂອງ​ຊີເຣຍ​ແລະ​ເບັນຮາດັດ​+ລູກ​ຊາຍ​ຂອງ​ຮາຊາເອນ​ຕໍ່ສູ້​ຊະນະ​ເຂົາ​ເຈົ້າ​ຫຼາຍ​ເທື່ອ.  ຕໍ່ມາ ເຢໂຮອາຮາດ​ໄດ້​ອ້ອນວອນຂໍ​ໃຫ້​ພະ​ເຢໂຫວາ​ຊ່ວຍ ແລະ​ພະ​ເຢໂຫວາ​ໄດ້​ຟັງ​ລາວ ຍ້ອນ​ເພິ່ນ​ເຫັນ​ວ່າ​ກະສັດ​ຊີເຣຍ​ໄດ້​ກົດ​ຂີ່​ຂົ່ມເຫງ​ພວກ​ອິດສະຣາເອນ​ຫຼາຍ.+  ພະ​ເຢໂຫວາ​ຈຶ່ງໃຫ້​ຜູ້​ໜຶ່ງ​ມາ​ປົດ​ປ່ອຍ​ພວກ​ອິດສະຣາເອນ+ຈາກ​ພວກ​ຊີເຣຍ. ແລ້ວ​ພວກ​ອິດສະຣາເອນ​ກໍ​ຢູ່​ຢ່າງສະຫງົບ​ສຸກຄື​ກັບ​ແຕ່​ກ່ອນ.  (ຄອບຄົວ​ຂອງ​ເຢໂຣໂບອາມ​ເປັນ​ຕົ້ນ​ເຫດ​ພາ​ໃຫ້​ພວກ​ອິດສະຣາເອນ​ໃນ​ສະໄໝ​ນັ້ນ​ເຮັດ​ຜິດ.+ ໃນ​ສະໄໝ​ຂອງ​ເຢໂຮອາຮາດ ພວກ​ອິດສະຣາເອນ​ກໍ​ຍັງ​ເຮັດ​ຜິດ​ຄື​ເກົ່າ ແລະ​ເຂົາ​ເຈົ້າ​ຍັງ​ໃຫ້​ມີ​ເສົາ​ໄມ້​ສັກສິດ*+ຢູ່​ຊາມາເຣຍ.)  ເຢໂຮອາຮາດ​ມີ​ທະຫານ​ມ້າ​ເຫຼືອ​ແຕ່ 50 ຄົນ ລົດ​ມ້າ 10 ຄັນ ແລະ​ທະຫານ 10.000 ຄົນ ຍ້ອນ​ກະສັດ​ຊີເຣຍ​ໄດ້​ຂ້າ​ເຂົາ​ເຈົ້າ​ເກືອບ​ໝົດ+ແລະ​ຢຽບ​ເຂົາ​ເຈົ້າ​ຈົນ​ມຸ່ນ​ຄື​ກັບ​ຂີ້ຝຸ່ນ​ທີ່​ຢູ່​ລານ​ຟາດ​ເຂົ້າ.+  ເລື່ອງ​ຕ່າງ​ໆ​ຂອງ​ເຢໂຮອາຮາດ ທຸກ​ສິ່ງ​ທີ່​ລາວ​ເຮັດ ແລະ​ຄວາມ​ສຳເລັດ​ຕ່າງ​ໆ​ຂອງ​ລາວ​ກໍ​ຂຽນ​ໄວ້​ໃນ​ປຶ້ມ​ປະຫວັດ​ຂອງ​ພວກ​ກະສັດ​ອິດສະຣາເອນ.  ເມື່ອ​ເຢໂຮອາຮາດ​ຕາຍ ເຂົາ​ເຈົ້າ​ໄດ້​ຝັງ​ລາວ​ໄວ້​ຢູ່​ເມືອງ​ຊາມາເຣຍ.+ ເຢໂຮອາດ​ລູກ​ຊາຍ​ຂອງ​ລາວ​ກໍ​ເປັນ​ກະສັດ​ແທນ. 10  ໃນ​ປີ​ທີ 37 ທີ່​ເຢໂຮອາດ​ເປັນ​ກະສັດ​ປົກຄອງ​ຢູດາ ເຢໂຮອາດ​+ລູກ​ຊາຍ​ຂອງ​ເຢໂຮອາຮາດ​ກໍ​ເປັນ​ກະສັດ​ປົກຄອງ​ອິດສະຣາເອນ​ຢູ່​ເມືອງ​ຊາມາເຣຍ. ລາວ​ປົກຄອງ 16 ປີ. 11  ລາວ​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ເບິ່ງ​ວ່າ​ຊົ່ວ ແລະ​ເຮັດ​ຜິດ​ຄື​ກັບ​ເຢໂຣໂບອາມ​ລູກ​ຊາຍ​ຂອງ​ເນບັດ​ທີ່​ເປັນ​ຕົ້ນ​ເຫດ​ພາ​ໃຫ້​ພວກ​ອິດສະຣາເອນ​ເຮັດ​ຜິດ.+ ເຢໂຮອາດ​ບໍ່​ເຊົາ​ເຮັດ​ຊົ່ວ. 12  ເລື່ອງ​ຕ່າງ​ໆ​ຂອງ​ເຢໂຮອາດ ທຸກ​ສິ່ງ​ທີ່​ລາວ​ເຮັດ ຄວາມ​ສຳເລັດ​ຕ່າງ​ໆ​ຂອງ​ລາວ ແລະ​ເລື່ອງ​ສົງຄາມ​ທີ່​ລາວ​ເຮັດ​ກັບ​ອາມາຊີຢາ​ກະສັດ​ຂອງ​ຢູດາ+ກໍ​ຂຽນ​ໄວ້​ໃນ​ປຶ້ມ​ປະຫວັດ​ຂອງ​ພວກ​ກະສັດ​ອິດສະຣາເອນ. 13  ເມື່ອ​ເຢໂຮອາດ​ຕາຍ ເຢໂຣໂບອາມ+ກໍ​ເປັນ​ກະສັດ​ແທນ. ເຂົາ​ເຈົ້າ​ໄດ້​ຝັງ​ເຢໂຮອາດໄວ້​ກັບ​ກະສັດ​ອິດສະຣາເອນ​ອົງ​ອື່ນ​ໆ​ຢູ່​ເມືອງ​ຊາມາເຣຍ.+ 14  ຕອນ​ທີ່​ເອລີຊາ​+ບໍ່​ສະບາຍ​ແຮງ​ແລະ​ກຳລັງ​ຈະ​ຕາຍ ເຢໂຮອາດ​ກະສັດ​ຂອງ​ອິດສະຣາເອນ​ໄດ້​ມາ​ຢາມ​ລາວ. ເຢໂຮອາດ​ທັງ​ໄຫ້​ແລະ​ທັງ​ເວົ້າ​ວ່າ: “ພໍ່ ພໍ່! ຂ້ອຍ​ເຫັນ​ມ້າກັບ​ລົດ​ມ້າຂອງ​ອິດສະຣາເອນ!”*+ 15  ເອລີຊາ​ບອກ​ລາວ​ວ່າ: “ເອົາ​ທະນູ​ກັບ​ລູກທະນູ​ມາ.” ລາວ​ກໍ​ໄປ​ເອົາ​ມາ. 16  ເອລີຊາ​ບອກ​ເຢໂຮອາດ​ກະສັດ​ອິດສະຣາເອນ​ວ່າ: “ກຽມ​ຍິງທະນູ.” ລາວ​ກໍ​ກຽມ​ຍິງ. ເອລີຊາ​ຈັບ​ມື​ຂອງ​ກະສັດ 17  ແລະ​ບອກ​ລາວ​ວ່າ: “ເປີດປ່ອງ​ຢ້ຽມ​ທີ່​ຢູ່​ທາງ​ທິດ​ຕາເວັນ​ອອກ.” ເມື່ອ​ລາວ​ໄປ​ເປີດ ເອລີຊາ​ກໍ​ບອກ​ວ່າ: “ຍິງ​ເລີຍ!” ລາວ​ກໍ​ຍິງ. ເອລີຊາ​ເວົ້າ​ວ່າ: “ນີ້​ເປັນ​ລູກທະນູ​ແຫ່ງ​ໄຊ​ຊະນະ​ຂອງ​ພະ​ເຢໂຫວາ ລູກທະນູທີ່​ຈະ​ປົດ​ປ່ອຍ​ຈາກ​ພວກ​ຊີເຣຍ. ເຈົ້າ​ຈະ​ຕໍ່ສູ້​ຊະນະ​ພວກ​ຊີເຣຍ​ຢູ່​ເມືອງ​ອາເຟັກ+ແລະ​ຈະຂ້າ​ເຂົາ​ເຈົ້າ​ຕາຍ​ຈົນໝົດ.” 18  ເອລີຊາ​ບອກ​ອີກ​ວ່າ: “ໄປ​ກຳ​ເອົາ​ລູກ​ທະນູ​ມາ.” ເຢໂຮອາດ​ໄປ​ກຳ​ເອົາ​ມາ ແລ້ວ​ເອລີຊາ​ກໍ​ບອກ​ລາວ​ວ່າ: “ເອົາ​ລູກ​ທະນູ​ຟາດ​ໃສ່​ພື້ນ.” ລາວ​ເອົາ​ລູກທະນູ​ຟາດ​ໃສ່​ພື້ນ 3 ເທື່ອ​ແລ້ວ​ກໍ​ເຊົາ. 19  ເອລີຊາ​ຄົນ​ຂອງ​ພະເຈົ້າ​ທ່ຽງແທ້​ຈຶ່ງ​ໃຈ​ຮ້າຍ​ໃຫ້​ເຢໂຮອາດ​ຫຼາຍ​ແລະ​ເວົ້າ​ວ່າ: “ເຈົ້າ​ຄວນ​ຈະ​ຟາດ​ໃສ່​ພື້ນ 5 ຫຼື 6 ເທື່ອ ແລ້ວ​ເຈົ້າ​ຈະຊະນະພວກ​ຊີເຣຍຕະຫຼອດໄປ. ແຕ່​ຕອນ​ນີ້​ເຈົ້າ​ຈະ​ຊະນະ​ພວກ​ຊີເຣຍ​ແຕ່ 3 ເທື່ອ​ເທົ່າ​ນັ້ນ.”+ 20  ຕໍ່ມາ​ເອລີຊາ​ກໍ​ຕາຍ​ແລະ​ເຂົາ​ເຈົ້າ​ກໍ​ເອົາ​ລາວ​ໄປ​ຝັງ. ຫຼັງ​ຈາກ​ເອລີຊາ​ຕາຍ ພວກ​ກຸ່ມ​ໂຈນ​ໂມອາບ​+ໄດ້​ເຂົ້າ​ມາ​ປຸ້ນ​ອິດສະຣາເອນ​ທຸກ​ໆ​ຕົ້ນ​ປີ.* 21  ມີ​ມື້​ໜຶ່ງ​ຕອນ​ທີ່​ເຂົາ​ເຈົ້າ​ກຳລັງ​ຝັງ​ສົບ​ຜູ້​ຊາຍ​ຄົນ​ໜຶ່ງ ເຂົາ​ເຈົ້າ​ເຫັນ​ພວກ​ກຸ່ມ​ໂຈນ​ກຳລັງ​ມາ ເຂົາ​ເຈົ້າ​ຈຶ່ງ​ຟ້າວ​ໂຍນ​ສົບ​ນັ້ນ​ລົງ​ໄປ​ໃນ​ບ່ອນ​ຝັງ​ສົບ​ຂອງ​ເອລີຊາ​ແລະ​ພາກັນ​ແລ່ນ​ໜີ. ເມື່ອ​ສົບ​ຂອງ​ຜູ້​ຊາຍ​ຄົນ​ນັ້ນ​ໄປ​ຖືກ​ກະດູກ​ຂອງ​ເອລີຊາ+ ຜູ້​ຊາຍ​ຄົນ​ນັ້ນ​ກໍ​ຟື້ນ​ຄືນ​ມາ​ຈາກ​ຕາຍ​ແລະ​ລຸກ​ຂຶ້ນ​ມາ​ຢືນ​ຢູ່. 22  ຕອນ​ທີ່​ເຢໂຮອາຮາດ​ປົກຄອງ​ອິດສະຣາເອນ ຮາຊາເອນ​+ກະສັດ​ຂອງ​ຊີເຣຍ​ໄດ້​ກົດ​ຂີ່​ຂົ່ມເຫງ​ພວກ​ອິດສະຣາເອນ​+ຕະຫຼອດ. 23  ແຕ່​ພະ​ເຢໂຫວາ​ໄດ້​ອີ່ຕົນ​ແລະ​ເມດຕາ​ເຂົາ​ເຈົ້າ+ ຍ້ອນ​ເຫັນ​ແກ່​ສັນຍາ​ທີ່​ເພິ່ນ​ເຮັດ​ກັບ​ອັບຣາຮາມ+ ອີຊາກ+ ແລະ​ຢາໂຄບ.+ ເພິ່ນ​ບໍ່​ຢາກ​ໃຫ້​ເຂົາ​ເຈົ້າ​ຖືກ​ທຳລາຍ ແລະ​ເພິ່ນ​ບໍ່​ໄດ້​ຖິ້ມ​ເຂົາ​ເຈົ້າ​ຈົນ​ຮອດ​ທຸກ​ມື້​ນີ້. 24  ຕໍ່ມາ ຮາຊາເອນ​ກະສັດ​ຂອງ​ຊີເຣຍ​ກໍ​ຕາຍ ແລ້ວ​ເບັນຮາດັດ​ລູກ​ຊາຍ​ຂອງ​ລາວ​ກໍ​ເປັນ​ກະສັດ​ແທນ. 25  ເຢໂຮອາດ​ລູກ​ຊາຍ​ຂອງ​ເຢໂຮອາຮາດ​ໄດ້​ຍຶດ​ເອົາ​ເມືອງ​ຕ່າງ​ໆ​ຄືນ​ມາ​ຈາກ​ເບັນຮາດັດ​ລູກ​ຊາຍ​ຂອງ​ຮາຊາເອນ. ຮາຊາເອນ​ໄດ້​ຍຶດ​ເມືອງ​ເຫຼົ່ານີ້​ຕອນ​ທີ່​ເຮັດ​ສົງຄາມ​ກັບ​ເຢໂຮອາຮາດ​ພໍ່​ຂອງ​ເຢໂຮອາດ. ເຢໂຮອາດ​ຊະນະ​ເບັນຮາດັດ 3 ເທື່ອ​+ແລະ​ຍຶດ​ເອົາ​ເມືອງ​ຕ່າງ​ໆ​ຂອງ​ອິດສະຣາເອນ​ຄືນ​ມາ​ໄດ້.

ຂໍຄວາມໄຂເງື່ອນ

ການ​ເວົ້າ​ແບບ​ນີ້​ອາດ​ກ່ຽວຂ້ອງ​ກັບ​ການ​ຂໍ​ຄວາມ​ຊ່ວຍເຫຼືອ​ຈາກ​ພະເຈົ້າ​ຫຼື​ຕົວແທນ​ຂອງ​ເພິ່ນ
ແປ​ຕາມ​ໂຕ​ວ່າ “ຕອນ​ທີ່​ປີ​ກຳລັງ​ເຂົ້າ​ມາ” ເຊິ່ງ​ອາດຈະ​ແມ່ນ​ເດືອນ​ອາບິບ (ນີຊານ) ຂອງ​ຄົນ​ຢິວ. ເບິ່ງ​ພາກ​ຜະໜວກ ຂ15.