ກະສັດ​ສະບັບ​ທີ​ສອງ 14:1-29

  • ອາມາຊີຢາ​ເປັນ​ກະສັດ​ປົກຄອງ​ຢູດາ (1-​6)

  • ເຮັດ​ສົງຄາມ​ກັບ​ເອໂດມ​ແລະ​ອິດສະຣາເອນ (7-​14)

  • ເຢໂຮອາດ​ກະສັດ​ຂອງ​ອິດສະຣາເອນ​ຕາຍ (15, 16)

  • ອາມາຊີຢາ​ຕາຍ (17-​22)

  • ເຢໂຣໂບອາມ​ທີ 2 ເປັນ​ກະສັດ​ປົກຄອງ​ອິດສະຣາເອນ (23-​29)

14  ໃນ​ປີ​ທີ 2 ທີ່​ເຢໂຮອາດ​+ລູກ​ຊາຍ​ຂອງ​ເຢໂຮອາຮາດ​ເປັນ​ກະສັດ​ປົກຄອງ​ອິດສະຣາເອນ ອາມາຊີຢາ​ລູກ​ຊາຍ​ຂອງ​ເຢໂຮອາດ​ກໍ​ເປັນ​ກະສັດ​ປົກຄອງ​ຢູດາ.  ອາມາຊີຢາ​ເປັນ​ກະສັດ​ຕອນ​ອາຍຸ 25 ປີ ແລະ​ລາວ​ປົກຄອງ​ຢູ່​ເມືອງ​ເຢຣູຊາເລັມ 29 ປີ. ແມ່​ຂອງ​ລາວ​ຊື່​ເຢໂຮອັດດິນ*ເປັນ​ຄົນ​ເຢຣູຊາເລັມ.+  ລາວ​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ເບິ່ງ​ວ່າ​ຖືກຕ້ອງ ແຕ່​ກໍ​ບໍ່​ສ່ຳ​ກັບ​ດາວິດ+ທີ່​ເປັນ​ປູ່ຍ່າຕານາຍ​ຂອງ​ລາວ. ລາວ​ເຮັດ​ທຸກ​ສິ່ງ​ຄື​ກັບ​ເຢໂຮອາດ​ພໍ່​ຂອງ​ລາວ.+  ແຕ່​ລາວ​ບໍ່​ໄດ້​ທຳລາຍ​ບ່ອນ​ນະມັດສະການ​ພະເຈົ້າ​ປອມ+ແລະ​ປະຊາຊົນ​ຍັງ​ໄປ​ເຜົາ​ເຄື່ອງ​ບູຊາ​ໃຫ້​ພະເຈົ້າ​ຂອງ​ເຂົາ​ເຈົ້າ​ຢູ່​ບ່ອນ​ນະມັດສະການ​ເຫຼົ່າ​ນັ້ນ.+  ເມື່ອ​ການ​ປົກຄອງ​ຂອງ​ລາວ​ໝັ້ນຄົງ​ແລ້ວ ລາວ​ກໍ​ຂ້າ​ພວກ​ຄົນ​ຮັບ​ໃຊ້​ທີ່​ຂ້າ​ພໍ່​ລາວ.+  ແຕ່​ອາມາຊີຢາ​ບໍ່​ໄດ້​ຂ້າ​ລູກ​ຂອງ​ເຂົາ​ເຈົ້າ. ລາວ​ເຮັດ​ຕາມ​ຄຳ​ສັ່ງ​ຂອງ​ພະ​ເຢໂຫວາ​ທີ່​ຂຽນ​ໄວ້​ໃນ​ກົດ​ໝາຍ​ຂອງ​ໂມເຊ​ທີ່​ວ່າ: “ຢ່າ​ຂ້າ​ພໍ່​ຍ້ອນ​ຄວາມ​ຜິດ​ຂອງ​ລູກ ແລະ​ຢ່າ​ຂ້າ​ລູກ​ຍ້ອນ​ຄວາມ​ຜິດ​ຂອງ​ພໍ່. ແຕ່​ລະ​ຄົນ​ຈະ​ຖືກ​ຂ້າ​ຍ້ອນ​ຄວາມ​ຜິດ​ຂອງ​ໂຕເອງ.”+  ລາວ​ໄດ້​ຂ້າ​ພວກ​ເອໂດມ+ 10.000 ຄົນ​ຢູ່​ຮ່ອມພູ​ເກືອ+ ແລະ​ໄດ້​ຍຶດ​ເອົາ​ເມືອງ​ເສລາ+​ແລ້ວ​ປ່ຽນ​ຊື່​ເມືອງ​ນັ້ນ​ເປັນ​ໂຢກເທເອນ​ຈົນ​ຮອດ​ທຸກ​ມື້​ນີ້.  ຈາກ​ນັ້ນ ອາມາຊີຢາ​ໄດ້​ສົ່ງ​ຄົນ​ໄປ​ບອກ​ເຢໂຮອາດ​ກະສັດ​ຂອງ​ອິດສະຣາເອນ​ທີ່​ເປັນ​ລູກ​ຊາຍ​ຂອງ​ເຢໂຮອາຮາດ​ແລະ​ເປັນ​ຫຼານ​ຂອງ​ເຢຮູ​ວ່າ: “ມາ​ສູ້​ກັນ​ເບາະ?”*+  ແລ້ວ​ເຢໂຮອາດ​ກະສັດ​ຂອງ​ອິດສະຣາເອນ​ກໍ​ສົ່ງ​ຂ່າວ​ໄປ​ບອກ​ອາມາຊີຢາ​ກະສັດ​ຂອງ​ຢູດາ​ວ່າ: “ຕົ້ນ​ໜາມ​ຢູ່​ເລບານອນ​ສົ່ງ​ຂ່າວ​ໄປ​ບອກ​ຕົ້ນ​ຊີດ້າ*ຢູ່​ເລບານອນ​ວ່າ ‘ຍົກ​ລູກສາວ​ເຈົ້າ​ໃຫ້​ເປັນ​ເມຍ​ລູກ​ຊາຍ​ຂ້ອຍສະ.’ ແຕ່​ສັດ​ປ່າ​ໂຕ​ໜຶ່ງ​ຢູ່​ເລບານອນ​ຍ່າງ​ກາຍ​ມາ​ແລະ​ຢຽບ​ຕົ້ນ​ໜາມ​ນັ້ນ. 10  ເຈົ້າ​ຂ້າ​ພວກ​ເອໂດມ​ໄດ້+ ເຈົ້າ​ກໍ​ເລີຍຈອງຫອງຫວະ? ເຊີນ​ພູມໃຈ​ໄຊ​ຊະນະ​ຂອງ​ເຈົ້າ​ຢູ່​ວັງ​ຂອງ​ເຈົ້າ​ພຸ້ນ. ເປັນ​ຫຍັງ​ເຈົ້າ​ຈຶ່ງ​ຊອກ​ເລື່ອງ​ໃຫ້ຢູດາ​ຈິບຫາຍ​ພ້ອມ​ກັບ​ເຈົ້າ?” 11  ແຕ່​ອາມາຊີຢາ​ກໍ​ບໍ່​ຟັງ.+ ເຢໂຮອາດ​ກະສັດ​ຂອງ​ອິດສະຣາເອນ​ຈຶ່ງ​ໄປ​ຕໍ່ສູ້​ກັບ​ອາມາຊີຢາ​ກະສັດ​ຂອງ​ຢູດາ​ຢູ່​ເມືອງ​ເບັດເຊເມັດ+ຂອງ​ຢູດາ.+ 12  ອິດສະຣາເອນ​ຊະນະ​ຢູດາ. ແລ້ວ​ທະຫານ​ຂອງຢູດາກໍ​ແຕກ​ໜີ​ກັບ​ເມືອ​ເຮືອນ*ຂອງ​ໃຜ​ຂອງ​ລາວ. 13  ຢູ່​ເມືອງ​ເບັດເຊເມັດ ເຢໂຮອາດ​ກະສັດ​ຂອງ​ອິດສະຣາເອນ​ໄດ້​ຈັບ​ອາມາຊີຢາ​ກະສັດ​ຂອງ​ຢູດາ​ທີ່​ເປັນ​ລູກ​ຊາຍ​ຂອງ​ເຢໂຮອາດ​ແລະ​ເປັນ​ຫຼານ​ຊາຍ​ຂອງ​ອາຮາຊີຢາ.* ຈາກ​ນັ້ນ ເຂົາ​ເຈົ້າ​ກໍ​ໄປ​ເມືອງ​ເຢຣູຊາເລັມ. ເຢໂຮອາດ​ໄດ້​ທຳລາຍ​ກຳແພງ​ເມືອງ​ເຢຣູຊາເລັມ​ຕັ້ງ​ແຕ່​ປະຕູ​ເອຟຣາຢິມ+ຈົນ​ຮອດ​ປະຕູ​ແຈ+ ລວມ​ທັງ​ໝົດ​ຍາວ 400 ສອກ.* 14  ລາວ​ເອົາ​ເງິນ​ເອົາ​ຄຳ​ທັງ​ໝົດ​ກັບ​ເຄື່ອງໃຊ້​ທຸກ​ຢ່າງ​ທີ່​ຢູ່​ໃນ​ວິຫານ​ຂອງ​ພະ​ເຢໂຫວາ​ແລະ​ຢູ່​ຄັງ​ຊັບສິນ​ໃນ​ວັງ​ຂອງ​ກະສັດ​ໄປ ແລະ​ລາວ​ຍັງ​ໄດ້​ຈັບ​ເອົາ​ຊະເລີຍ​ໄປ​ນຳ. ແລ້ວ​ເຢໂຮອາດ​ກໍ​ກັບ​ໄປ​ເມືອງ​ຊາມາເຣຍ. 15  ເລື່ອງ​ຕ່າງ​ໆ​ຂອງ​ເຢໂຮອາດ ທຸກ​ສິ່ງ​ທີ່​ລາວ​ເຮັດ ຄວາມ​ສຳເລັດ​ຕ່າງ​ໆ​ຂອງ​ລາວ ແລະ​ເລື່ອງ​ສົງຄາມ​ທີ່​ລາວ​ເຮັດ​ກັບ​ອາມາຊີຢາ​ກະສັດ​ຂອງ​ຢູດາ​ກໍ​ຂຽນ​ໄວ້​ໃນ​ປຶ້ມ​ປະຫວັດ​ຂອງ​ພວກ​ກະສັດ​ອິດສະຣາເອນ. 16  ເມື່ອ​ເຢໂຮອາດ​ຕາຍ ເຂົາ​ເຈົ້າ​ໄດ້​ຝັງ​ລາວ​ໄວ້​ກັບ​ກະສັດ​ອິດສະຣາເອນອົງ​ອື່ນ​ໆ​ຢູ່​ຊາມາເຣຍ.+ ເຢໂຣໂບອາມ*+​ລູກ​ຊາຍ​ຂອງ​ລາວ​ກໍ​ເປັນ​ກະສັດ​ແທນ. 17  ຫຼັງ​ຈາກ​ເຢໂຮອາດ+ລູກ​ຊາຍ​ຂອງ​ເຢໂຮອາຮາດ​ກະສັດ​ຂອງ​ອິດສະຣາເອນ​ຕາຍ+ ອາມາຊີຢາ+ລູກ​ຊາຍ​ຂອງ​ເຢໂຮອາດ​ກະສັດ​ຂອງ​ຢູດາ​ກໍ​ມີ​ຊີວິດ​ຢູ່​ຕໍ່​ອີກ 15 ປີ. 18  ເລື່ອງ​ຕ່າງ​ໆ​ຂອງ​ອາມາຊີຢາ​ກໍ​ຂຽນ​ໄວ້​ໃນ​ປຶ້ມ​ປະຫວັດ​ຂອງ​ພວກ​ກະສັດ​ຢູດາ. 19  ມີ​ຄົນ​ວາງ​ແຜນ​ຂ້າ​ອາມາຊີຢາ+ຢູ່​ເມືອງ​ເຢຣູຊາເລັມ ລາວ​ຈຶ່ງ​ໜີ​ໄປ​ເມືອງ​ລາກິດ ແຕ່​ເຂົາ​ເຈົ້າ​ກໍ​ສົ່ງ​ຄົນ​ນຳ​ລາວ​ໄປ​ແລະ​ຂ້າ​ລາວ​ຕາຍ​ຢູ່​ຫັ້ນ. 20  ເຂົາ​ເຈົ້າ​ເອົາ​ສົບ​ຂອງ​ອາມາຊີຢາ​ໃສ່​ລົດ​ມ້າ​ກັບ​ມາ ແລະ​ຝັງ​ລາວ​ໄວ້​ກັບ​ປູ່ຍ່າຕານາຍ​ຂອງ​ລາວ​ຢູ່​ເມືອງ​ຂອງ​ດາວິດ​+ໃນ​ເມືອງ​ເຢຣູຊາເລັມ. 21  ພວກ​ຢູດາ​ໄດ້​ແຕ່ງຕັ້ງອາຊາຣີຢາ*+​ໃຫ້​ເປັນ​ກະສັດ​ແທນ​ອາມາຊີຢາ​ພໍ່​ຂອງ​ລາວ.+ ຕອນ​ນັ້ນ ອາຊາຣີຢາ​ອາຍຸ 16 ປີ.+ 22  ອາຊາຣີຢາ​ໄດ້​ຍຶດ​ເອົາ​ເມືອງ​ເອລັດ​+ກັບ​ຄືນ​ມາ​ເປັນ​ຂອງ​ຢູດາແລະ​ຟື້ນຟູ​ເມືອງ​ນັ້ນ​ຫຼັງ​ຈາກ​ທີ່​ກະສັດ​ອາມາຊີຢາຕາຍ.+ 23  ໃນ​ປີ​ທີ 15 ທີ່​ອາມາຊີຢາ​ລູກ​ຊາຍ​ຂອງ​ເຢໂຮອາດ​ປົກຄອງ​ເປັນ​ກະສັດ​ຢູດາ ເຢໂຣໂບອາມ+ລູກ​ຊາຍ​ຂອງ​ເຢໂຮອາດ​ກໍ​ເປັນ​ກະສັດ​ປົກຄອງ​ອິດສະຣາເອນ​ຢູ່​ເມືອງ​ຊາມາເຣຍ. ລາວ​ປົກຄອງ 41 ປີ. 24  ລາວ​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ເບິ່ງ​ວ່າ​ຊົ່ວ. ລາວ​ເຮັດ​ຜິດ​ຄື​ກັບ​ເຢໂຣໂບອາມ​ລູກ​ຊາຍ​ຂອງ​ເນບັດ​ທີ່​ເປັນ​ຕົ້ນ​ເຫດ​ພາ​ໃຫ້​ພວກ​ອິດສະຣາເອນ​ເຮັດ​ຜິດ.+ 25  ລາວ​ໄປ​ຍຶດ​ເອົາ​ດິນແດນ​ທີ່​ເຄີຍ​ເປັນ​ຂອງ​ພວກ​ອິດສະຣາເອນ​ຕັ້ງ​ແຕ່​ເລໂບຮາມັດ*+ຈົນ​ຮອດ​ທະເລ​ອາຣາບາ*+ ຄື​ກັບ​ທີ່​ພະ​ເຢໂຫວາ​ພະເຈົ້າ​ຂອງ​ອິດສະຣາເອນ​ບອກ​ໄວ້​ຜ່ານ​ທາງ​ຜູ້ພະຍາກອນ​ໂຢນາ​+ລູກ​ຊາຍ​ຂອງ​ອາມິດທາຍ​ທີ່​ມາ​ຈາກ​ເມືອງ​ກັດເຮເຟ.+ 26  ພະ​ເຢໂຫວາ​ເຫັນ​ຄວາມທຸກ​ລຳບາກ​ຂອງ​ພວກ​ອິດສະຣາເອນ+ ບໍ່​ມີ​ໃຜ​ທີ່​ຈະ​ຊ່ວຍ​ເຂົາ​ເຈົ້າ​ໄດ້​ແລະ​ຈະ​ຊອກ​ຄົນ​ທີ່ຕ່ຳ​ຕ້ອຍທີ່​ສຸດ​ມາ​ຊ່ວຍ​ກໍ​ຍັງ​ບໍ່​ມີ. 27  ແຕ່​ພະ​ເຢໂຫວາ​ເຄີຍ​ສັນຍາ​ວ່າ​ຈະ​ບໍ່​ລຶບ​ຊື່​ຂອງ​ເຂົາ​ເຈົ້າ​ອອກ​ໄປ​ຈາກ​ໂລກ​ນີ້.+ ດັ່ງນັ້ນ ເພິ່ນ​ຈຶ່ງ​ຊ່ວຍ​ເຂົາ​ເຈົ້າ​ໂດຍ​ທາງ​ເຢໂຣໂບອາມ​ລູກ​ຊາຍ​ຂອງ​ເຢໂຮອາດ.+ 28  ເລື່ອງ​ຕ່າງ​ໆ​ຂອງ​ເຢໂຣໂບອາມ ທຸກ​ສິ່ງ​ທີ່​ລາວ​ເຮັດ ຄວາມ​ສຳເລັດ​ຕ່າງ​ໆ​ຂອງ​ລາວ ສົງຄາມ​ທີ່​ລາວ​ເຮັດ ແລະ​ເລື່ອງ​ທີ່​ລາວ​ຍຶດ​ເອົາ​ເມືອງ​ດາມາເຊ+ກັບ​ເມືອງ​ຮາມັດ+ທີ່​ຢູ່​ໃນ​ອິດສະຣາເອນ​ກັບ​ມາ​ເປັນ​ຂອງ​ຢູດາ​ກໍ​ຂຽນ​ໄວ້​ໃນ​ປຶ້ມ​ປະຫວັດ​ຂອງ​ພວກ​ກະສັດ​ອິດສະຣາເອນ. 29  ເມື່ອ​ເຢໂຣໂບອາມ​ຕາຍ ເຂົາ​ເຈົ້າ​ໄດ້ຝັງ​ລາວ​ໄວ້ກັບ​ກະສັດ​ອິດສະຣາເອນ​ອົງ​ອື່ນ​ໆ​. ເຊຄາຣີຢາ+ລູກ​ຊາຍ​ຂອງ​ລາວ​ກໍ​ເປັນ​ກະສັດ​ແທນ.

ຂໍຄວາມໄຂເງື່ອນ

ລາວ​ມີ​ອີກ​ຊື່​ໜຶ່ງ​ວ່າ​ເຢໂຮອັດດັນ​ໃນ 2ຂຄ 25:1
ຫຼື “ມາ​ເຈິ​ກັນ​ໜ້າ​ຕໍ່​ໜ້າ​ເບາະ?”
ຕົ້ນ​ແປກ​ຊະນິດໜຶ່ງ
ແປ​ຕາມ​ໂຕ​ວ່າ “ເຕັ້ນ”
ລາວ​ມີ​ອີກ​ຊື່​ໜຶ່ງ​ວ່າ​ເຢໂຮອາຮາດ
178 ແມັດ. ເບິ່ງ​ພາກ​ຜະໜວກ ຂ14.
ໝາຍເຖິງ​ເຢໂຣໂບອາມ​ທີ 2
ແປ​ວ່າ “ພະ​ເຢໂຫວາ​ຊ່ວຍ.” ລາວ​ມີ​ອີກ​ຊື່​ໜຶ່ງ​ວ່າ​ອຸດຊີຢາ.
ຫຼື “ເຂດ​ແດນ​ຮາມັດ”
ໝາຍເຖິງ​ທະເລ​ເກືອ​ຫຼື​ທະເລ​ຕາຍ