ກະສັດ​ສະບັບ​ທີ​ສອງ 15:1-38

  • ອາຊາຣີຢາ​ເປັນ​ກະສັດ​ປົກຄອງ​ຢູດາ (1-​7)

  • ກະສັດ​ອົງ​ສຸດທ້າຍ​ຂອງ​ອິດສະຣາເອນ​ມີ: ເຊກາຣີຢາ (8-​12) ຊາລຶມ (13-​16) ເມນາເຮມ (17-​22) ເປກາຮີຢາ (23-​26) ເປກາກ (27-​31)

  • ໂຢທາມ​ເປັນ​ກະສັດ​ປົກຄອງ​ຢູດາ (32-​38)

15  ໃນ​ປີ​ທີ 27 ທີ່​ເຢໂຣໂບອາມ*ເປັນ​ກະສັດ​ປົກຄອງ​ອິດສະຣາເອນ ອາຊາຣີຢາ*+​ລູກ​ຊາຍ​ຂອງ​ອາມາຊີຢາ​+ກໍ​ເປັນ​ກະສັດ​ປົກຄອງ​ຢູດາ.+  ອາຊາຣີຢາ​ເປັນ​ກະສັດ​ຕອນ​ອາຍຸ 16 ປີ ແລະ​ລາວ​ປົກຄອງ​ຢູ່​ເມືອງ​ເຢຣູຊາເລັມ 52 ປີ. ແມ່​ຂອງ​ລາວ​ຊື່​ເຢໂກລີຢາ​ເປັນ​ຄົນ​ເຢຣູຊາເລັມ.  ລາວ​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ເບິ່ງ​ວ່າ​ຖືກຕ້ອງ​ຄື​ກັບ​ອາມາຊີຢາ​ພໍ່​ຂອງ​ລາວ.+  ແຕ່​ລາວ​ບໍ່​ໄດ້​ທຳລາຍ​ບ່ອນ​ນະມັດສະການ​ພະເຈົ້າ​ປອມ+ ແລະ​ປະຊາຊົນ​ຍັງ​ໄປ​ເຜົາ​ເຄື່ອງ​ບູຊາ​ໃຫ້​ພະເຈົ້າ​ຂອງ​ເຂົາ​ເຈົ້າ​ຢູ່​ບ່ອນ​ນະມັດສະການ​ເຫຼົ່າ​ນັ້ນ.+  ພະ​ເຢໂຫວາ​ເຮັດ​ໃຫ້​ກະສັດ​ອາຊາຣີຢາ​ເປັນ​ຂີ້ທູດ+ຈົນ​ຮອດ​ມື້​ຕາຍ. ລາວ​ໄດ້​ແຍກ​ໄປ​ຢູ່​ເຮືອນ​ອີກ​ຫຼັງ​ໜຶ່ງ​ຕ່າງ​ຫາກ.+ ຕອນ​ນັ້ນ ໂຢທາມ​+ລູກ​ຊາຍ​ຂອງ​ລາວ​ເປັນ​ຜູ້​ເບິ່ງ​ແຍງ​ວັງ​ແທນ​ລາວ​ແລະ​ຕັດສິນ​ຄະດີ​ຕ່າງ​ໆ​ໃຫ້​ປະຊາຊົນ.+  ເລື່ອງ​ຕ່າງ​ໆ​ຂອງ​ອາຊາຣີຢາ+ແລະທຸກ​ສິ່ງທີ່​ລາວ​ເຮັດ​ກໍ​ຂຽນ​ໄວ້​ໃນ​ປຶ້ມ​ປະຫວັດ​ຂອງ​ພວກ​ກະສັດ​ຢູດາ.  ເມື່ອ​ອາຊາຣີຢາ​ຕາຍ+ ເຂົາ​ເຈົ້າ​ໄດ້​ຝັງ​ລາວ​ໄວ້​ກັບ​ປູ່ຍ່າຕານາຍ​ຂອງ​ລາວ​ຢູ່​ເມືອງ​ຂອງ​ດາວິດ. ໂຢທາມ​ລູກ​ຊາຍ​ຂອງ​ລາວ​ກໍ​ເປັນ​ກະສັດ​ແທນ.  ໃນ​ປີ​ທີ 38 ທີ່​ອາຊາຣີຢາ+​ເປັນ​ກະສັດ​ປົກຄອງ​ຢູດາ ເຊຄາຣີຢາ​+ລູກ​ຊາຍ​ຂອງ​ເຢໂຣໂບອາມ​ກໍ​ເປັນ​ກະສັດ​ປົກຄອງ​ອິດສະຣາເອນ​ຢູ່​ເມືອງ​ຊາມາເຣຍ. ລາວ​ປົກຄອງ 6 ເດືອນ.  ລາວ​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ເບິ່ງ​ວ່າ​ຊົ່ວ​ຄື​ກັບ​ທີ່​ປູ່ຍ່າຕານາຍ​ຂອງ​ລາວ​ໄດ້​ເຮັດ. ລາວ​ບໍ່​ເຊົາ​ເຮັດ​ຜິດ​ຄື​ກັບ​ເຢໂຣໂບອາມ​ລູກ​ຊາຍ​ຂອງ​ເນບັດ​ທີ່​ເປັນ​ຕົ້ນ​ເຫດ​ພາ​ໃຫ້​ພວກ​ອິດສະຣາເອນ​ເຮັດ​ຜິດ.+ 10  ຕໍ່ມາ ຊາລຶມ​ລູກ​ຊາຍ​ຂອງ​ຢາເບັດ​ໄດ້​ວາງ​ແຜນ​ຂ້າ​ເຊຄາຣີຢາ. ລາວ​ຂ້າ​ເຊຄາຣີຢາ+ຢູ່​ເມືອງ​ອິບເລອາມ +ແລ້ວ​ລາວ​ກໍ​ເປັນ​ກະສັດ​ແທນ. 11  ເລື່ອງ​ຕ່າງ​ໆ​ຂອງ​ເຊຄາຣີຢາ​ກໍ​ຂຽນ​ໄວ້​ໃນ​ປຶ້ມ​ປະຫວັດ​ຂອງ​ພວກ​ກະສັດ​ອິດສະຣາເອນ. 12  ເລື່ອງ​ນີ້​ເປັນ​ໄປ​ຕາມ​ທີ່​ພະ​ເຢໂຫວາ​ໄດ້​ເວົ້າ​ກັບ​ເຢຮູ​ວ່າ: “ລູກ​ຫຼານ​ຂອງ​ເຈົ້າ 4 ລຸ້ນ​+ຈະ​ໄດ້​ນັ່ງ​ເທິງ​ບັນລັງ​ອິດສະຣາເອນ.”+ ແລ້ວ​ກໍ​ເປັນ​ແບບ​ນັ້ນ​ແທ້​ໆ​. 13  ໃນ​ປີ​ທີ 39 ທີ່​ອຸດຊີຢາ​+ເປັນ​ກະສັດ​ປົກຄອງ​ຢູດາ ຊາລຶມ​ລູກ​ຊາຍ​ຂອງ​ຢາເບັດ​ກໍ​ເປັນ​ກະສັດ​ປົກຄອງ​ອິດສະຣາເອນ. ລາວ​ປົກຄອງ​ຢູ່​ຊາມາເຣຍ 1 ເດືອນ​ເຕັມ. 14  ເມນາເຮມ​ລູກ​ຊາຍ​ຂອງ​ກາດີ​ໄດ້​ອອກ​ຈາກ​ເມືອງ​ຕີຣະຊາ​+ໄປ​ເມືອງ​ຊາມາເຣຍ. ລາວ​ຂ້າ​ຊາລຶມ​+ລູກ​ຊາຍ​ຂອງ​ຢາເບັດ​ຢູ່​ເມືອງ​ຊາມາເຣຍ ແລະ​ລາວ​ກໍ​ເປັນ​ກະສັດ​ແທນ. 15  ເລື່ອງ​ຕ່າງ​ໆ​ຂອງ​ຊາລຶມ​ແລະ​ແຜນການ​ຊົ່ວ​ຮ້າຍ​ຂອງ​ລາວ​ກໍ​ຂຽນ​ໄວ້​ໃນ​ປຶ້ມ​ປະຫວັດ​ຂອງ​ພວກ​ກະສັດ​ອິດສະຣາເອນ. 16  ແລ້ວ​ເມນາເຮມ​ກໍ​ອອກ​ຈາກ​ເມືອງ​ຕີຣະຊາ​ໄປ​ໂຈມຕີ​ເມືອງ​ຕິບສາ. ລາວ​ຂ້າທຸກ​ຄົນໃນ​ເມືອງ​ຕິບສາ​ແລະ​ຄົນ​ທີ່​ຢູ່​ໃກ້​ເມືອງ​ນັ້ນ ຍ້ອນ​ເຂົາ​ເຈົ້າ​ບໍ່​ເປີດ​ປະຕູ​ເມືອງໃຫ້​ລາວ. ລາວ​ທຳລາຍ​ເມືອງ​ນີ້​ແລະປາດ​ທ້ອງພວກ​ຜູ້​ຍິງ​ທີ່​ຖືພາ. 17  ໃນ​ປີ​ທີ 39 ທີ່​ອາຊາຣີຢາ​ເປັນ​ກະສັດ​ປົກຄອງ​ຢູດາ ເມນາເຮມ​ລູກ​ຊາຍ​ຂອງ​ກາດີ​ກໍ​ເປັນ​ກະສັດ​ປົກຄອງ​ອິດສະຣາເອນ. ລາວ​ປົກຄອງ​ຢູ່​ຊາມາເຣຍ 10 ປີ. 18  ຕະຫຼອດຊີວິດຂອງ​ເມນາເຮມ ລາວ​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ເບິ່ງ​ວ່າ​ຊົ່ວ. ລາວ​ບໍ່​ເຊົາ​ເຮັດ​ຜິດ​ຄື​ກັບ​ເຢໂຣໂບອາມ​ລູກ​ຊາຍ​ຂອງ​ເນບັດ​ທີ່​ເປັນ​ຕົ້ນ​ເຫດ​ພາ​ໃຫ້​ພວກ​ອິດສະຣາເອນ​ເຮັດ​ຜິດ.+ 19  ປູນ+ກະສັດ​ຂອງ​ອັດຊີເຣຍ​ໄດ້​ມາໂຈມຕີອິດສະຣາເອນ. ເມນາເຮມ​ຈຶ່ງ​ເອົາ​ເງິນ 1.000 ຕະລັນ*​ໃຫ້​ກະສັດ​ປູນ​ເພື່ອ​ໃຫ້​ລາວ​ຖອຍກອງ​ທັບອອກ​ໄປ​ແລະ​ເພື່ອ​ສະໜັບ​ສະໜູນ​ກອງ​ທັບຂອງ​ເມນາເຮມ.+ 20  ເມນາເຮມ​ໄດ້​ຮຽກ​ຮ້ອງ​ເອົາ​ເງິນ​ຈາກ​ຄົນ​ສຳຄັນ​ທີ່​ເປັນ​ຄົນ​ຮັ່ງ+ໃນ​ອິດສະຣາເອນ​ຜູ້​ລະ 50 ເຊເກນ* ເພື່ອ​ຈະມີ​ເງິນໄປ​ໃຫ້​ກະສັດ​ອັດຊີເຣຍ. ເມື່ອ​ເມນາເຮມ​ເອົາ​ເງິນ​ໄປ​ໃຫ້ ກະສັດ​ອັດຊີເຣຍ​ກໍ​ຖອຍ​ກອງ​ທັບ​ອອກ​ໄປ​ຈາກ​ອິດສະຣາເອນ. 21  ເລື່ອງ​ຕ່າງ​ໆ​ຂອງ​ເມນາເຮມ+​ແລະ​ທຸກ​ສິ່ງ​ທີ່​ລາວ​ເຮັດ​ກໍ​ຂຽນ​ໄວ້​ໃນ​ປຶ້ມ​ປະຫວັດ​ຂອງ​ພວກ​ກະສັດ​ອິດສະຣາເອນ. 22  ເມື່ອ​ເມນາເຮມ​ຕາຍ ເປກາຮີຢາ​ລູກ​ຊາຍ​ຂອງ​ລາວ​ກໍ​ເປັນ​ກະສັດ​ແທນ. 23  ໃນ​ປີ​ທີ 50 ທີ່​ອາຊາຣີຢາ​ເປັນ​ກະສັດ​ປົກຄອງ​ຢູດາ ເປກາຮີຢາ​ລູກ​ຊາຍ​ຂອງ​ເມນາເຮມ​ກໍ​ເປັນ​ກະສັດ​ປົກຄອງ​ອິດສະຣາເອນ​ຢູ່​ເມືອງ​ຊາມາເຣຍ. ລາວ​ປົກຄອງ 2 ປີ. 24  ເປກາຮີຢາ​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ເບິ່ງ​ວ່າ​ຊົ່ວ. ລາວ​ບໍ່​ເຊົາ​ເຮັດ​ຜິດ​ຄື​ກັບ​ກັບ​ເຢໂຣໂບອາມ​ລູກ​ຊາຍ​ຂອງ​ເນບັດ​ທີ່​ເປັນ​ຕົ້ນ​ເຫດ​ພາ​ໃຫ້​ພວກ​ອິດສະຣາເອນ​ເຮັດ​ຜິດ.+ 25  ເປກາ+ລູກ​ຊາຍ​ຂອງ​ເຣມາລີຢາ​ທີ່​ເປັນ​ຫົວ​ໜ້າ​ທະຫານ​ຂອງ​ເປກາຮີຢາ​ໄດ້​ວາງ​ແຜນ​ຂ້າ​ເປກາຮີຢາ ອາໂກບ ແລະ​ອາຣີເຢ.* ເປກາ​ຂ້າ​ເປກາຮີຢາ​ຕາຍ​ຢູ່​ເມືອງ​ຊາມາເຣຍ​ໃນ​ປ້ອມ​ທີ່​ຢູ່​ໃນ​ວັງ​ຂອງ​ກະສັດ. ມີ​ຄົນ​ກິລຽດ 50 ຄົນ​ທີ່​ຢູ່​ຝ່າຍ​ເປກາ. ຫຼັງ​ຈາກ​ເປກາ​ຂ້າ​ເປກາຮີຢາ​ຕາຍ​ແລ້ວ ລາວ​ກໍ​ເປັນ​ກະສັດ​ແທນ. 26  ເລື່ອງ​ຕ່າງ​ໆ​ຂອງ​ເປກາຮີຢາ​ແລະ​ທຸກ​ສິ່ງ​ທີ່​ລາວ​ເຮັດ​ກໍ​ຂຽນ​ໄວ້​ໃນ​ປຶ້ມ​ປະຫວັດ​ຂອງ​ພວກ​ກະສັດ​ອິດສະຣາເອນ. 27  ໃນ​ປີ​ທີ 52 ທີ່​ອາຊາຣີຢາ​ເປັນ​ກະສັດ​ປົກຄອງ​ຢູດາ ເປກາ​+ລູກ​ຊາຍ​ຂອງ​ເຣມາລີຢາ​ກໍ​ເປັນ​ກະສັດ​ປົກຄອງ​ອິດສະຣາເອນ​ຢູ່​ເມືອງ​ຊາມາເຣຍ. ລາວ​ປົກຄອງ 20 ປີ. 28  ເປກາ​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ເບິ່ງ​ວ່າ​ຊົ່ວ. ລາວ​ບໍ່​ເຊົາ​ເຮັດ​ຜິດ​ຄື​ກັບ​ເຢໂຣໂບອາມ​ລູກ​ຊາຍ​ຂອງ​ເນບັດ​ທີ່​ເປັນ​ຕົ້ນ​ເຫດ​ພາ​ໃຫ້​ພວກ​ອິດສະຣາເອນ​ເຮັດ​ຜິດ.+ 29  ຕອນ​ທີ່​ເປກາ​ເປັນ​ກະສັດ​ປົກຄອງ​ອິດສະຣາເອນ ຕິກລາດປີເລເຊ+ກະສັດ​ຂອງ​ອັດຊີເຣຍ​ໄດ້​ມາ​ໂຈມຕີ​ແລະ​ຍຶດ​ເອົາ​ເມືອງອີໂຢນ ເມືອງ​ອາເບັນເບັດມາອະກາ+ ເມືອງ​ຢາໂນອາ ເມືອງ​ເກເດັດ+ ເມືອງ​ຮາໂສ ເມືອງ​ກິລຽດ+ ລວມທັງ​ຄາລີເລເຊິ່ງ​ເປັນ​ເຂດ​ຂອງ​ຕະກູນ​ນັບທາລີ+ ແລະ​ລາວ​ໄດ້​ຈັບ​ເອົາ​ຄົນ​ໃນ​ເມືອງ​ເຫຼົ່ານີ້​ໄປ​ເປັນ​ຊະເລີຍ​ຢູ່​ອັດຊີເຣຍ.+ 30  ໂຮເຊຢາ+ລູກ​ຊາຍ​ຂອງ​ເອລາ​ໄດ້​ວາງ​ແຜນ​ຂ້າ​ເປກາ​ລູກ​ຊາຍ​ຂອງ​ເຣມາລີຢາ. ລາວ​ຂ້າ​ເປກາ​ຕາຍ ແລ້ວ​ກໍ​ເປັນ​ກະສັດ​ແທນ. ເປກາ​ເປັນ​ກະສັດ​ປົກຄອງ​ໃນ​ປີ​ທີ 20 ທີ່​ໂຢທາມ+ລູກ​ຊາຍ​ຂອງ​ອຸດຊີຢາ​ເປັນ​ກະສັດ​ປົກຄອງ​ຢູດາ.* 31  ເລື່ອງ​ຕ່າງ​ໆ​ຂອງ​ເປກາ​ແລະ​ທຸກ​ສິ່ງ​ທີ່​ລາວ​ເຮັດ​ກໍ​ຂຽນ​ໄວ້​ໃນ​ປຶ້ມ​ປະຫວັດ​ຂອງ​ພວກ​ກະສັດ​ອິດສະຣາເອນ. 32  ໃນ​ປີ​ທີ 2 ທີ່​ເປກາ​ລູກ​ຊາຍ​ຂອງ​ເຣມາລີຢາ​ເປັນ​ກະສັດ​ປົກຄອງ​ອິດສະຣາເອນ ໂຢທາມ​+ລູກ​ຊາຍ​ຂອງ​ອຸດຊີຢາ+ກໍ​ເປັນ​ກະສັດ​ປົກຄອງ​ຢູດາ. 33  ໂຢທາມ​ເປັນ​ກະສັດ​ຕອນ​ອາຍຸ 25 ປີ ແລະ​ລາວ​ປົກຄອງ​ຢູ່​ເມືອງ​ເຢຣູຊາເລັມ 16 ປີ. ແມ່​ຂອງ​ລາວ​ຊື່​ເຢຣຸຊາ​ເປັນ​ລູກສາວ​ຂອງ​ຊາໂດກ.+ 34  ລາວ​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ເບິ່ງ​ວ່າ​ຖືກຕ້ອງ​ຄື​ກັບ​ອຸດຊີຢາ​ພໍ່​ຂອງ​ລາວ.+ 35  ແຕ່​ລາວ​ບໍ່​ໄດ້​ທຳລາຍ​ບ່ອນ​ນະມັດສະການ​ພະເຈົ້າ​ປອມ ແລະ​ປະຊາຊົນ​ຍັງ​ໄປ​ເຜົາ​ເຄື່ອງ​ບູຊາ​ໃຫ້​ພະເຈົ້າ​ຂອງ​ເຂົາ​ເຈົ້າ​ຢູ່​ບ່ອນ​ນະມັດສະການ​ເຫຼົ່າ​ນັ້ນ.+ ລາວ​ສ້າງ​ປະຕູ​ໜຶ່ງ​ຢູ່​ວິຫານ​ຂອງ​ພະ​ເຢໂຫວາຊື່​ວ່າປະຕູ​ທາງ​ເທິງ.+ 36  ເລື່ອງ​ຕ່າງ​ໆ​ຂອງ​ໂຢທາມ​ແລະ​ທຸກ​ສິ່ງ​ທີ່​ລາວ​ເຮັດ​ກໍ​ຂຽນ​ໄວ້​ໃນ​ປຶ້ມ​ປະຫວັດ​ຂອງ​ພວກ​ກະສັດ​ຢູດາ. 37  ຕອນ​ນັ້ນ ພະ​ເຢໂຫວາ​ເຮັດ​ໃຫ້ເຣຊິນ​ກະສັດ​ຂອງ​ຊີເຣຍ​ກັບ​ເປກາ+ລູກ​ຊາຍ​ຂອງ​ເຣມາລີຢາ​ເລີ່ມ​ມາ​ໂຈມຕີ​ຢູດາ.+ 38  ເມື່ອ​ໂຢທາມ​ຕາຍ ເຂົາ​ເຈົ້າ​ໄດ້​ຝັງ​ລາວ​ໄວ້​ກັບ​ປູ່ຍ່າຕານາຍ​ຂອງ​ລາວ​ຢູ່​ເມືອງ​ຂອງ​ດາວິດ​ທີ່​ເປັນ​ປູ່ຍ່າຕານາຍ​ຂອງ​ລາວ. ອາຮາດ​ລູກ​ຊາຍ​ຂອງ​ລາວ​ກໍ​ເປັນ​ກະສັດ​ແທນ.

ຂໍຄວາມໄຂເງື່ອນ

ແປ​ວ່າ “ພະ​ເຢໂຫວາ​ຊ່ວຍ.” ລາວ​ມີ​ອີກ​ຊື່​ໜຶ່ງ​ວ່າ​ອຸດຊີຢາ.
ໝາຍເຖິງ​ເຢໂຣໂບອາມ​ທີ 2
34.200 ກິໂລ​ກຣາມ. ເບິ່ງ​ພາກ​ຜະໜວກ ຂ14.
570 ກຣາມ. ເບິ່ງ​ພາກ​ຜະໜວກ ຂ14.
ຫຼື​ອາດ​ແປ​ວ່າ “ເປ​ກາ​ລູກ​ຊາຍ​ຂອງ​ເຣມາລີຢາ​ໄດ້​ວາງ​ແຜນ​ກັບ​ອາໂກບ​ແລະ​ອາຣີເຢ​ເພື່ອ​ຂ້າ​ເປກາຮີຢາ”
ເບິ່ງ​ຄື​ວ່າ​ແມ່ນ 20 ປີ​ຫຼັງ​ຈາກ​ໂຢທາມ​ໄດ້​ເປັນ​ກະສັດ