ກະສັດ​ສະບັບ​ທີ​ສອງ 16:1-20

  • ອາຮາດ​ເປັນ​ກະສັດ​ປົກຄອງ​ຢູດາ (1-​6)

  • ອາຮາດ​ຊື້​ຈ້າງ​ພວກ​ອັດຊີເຣຍ (7-​9)

  • ອາຮາດ​ເຮັດ​ແທ່ນ​ບູຊາ​ຄື​ກັບ​ຂອງ​ຊາດ​ອື່ນ (10-​18)

  • ອາຮາດ​ຕາຍ (19, 20)

16  ໃນ​ປີ​ທີ 17 ທີ່​ເປກາ​ລູກ​ຊາຍ​ຂອງ​ເຣມາລີຢາ​ເປັນ​ກະສັດ​ປົກຄອງ​ອິດສະຣາເອນ ອາຮາດ​+ລູກ​ຊາຍ​ຂອງ​ໂຢທາມ​ກໍ​ເປັນ​ກະສັດ​ປົກຄອງ​ຢູດາ.  ອາຮາດ​ເປັນ​ກະສັດ​ຕອນ​ອາຍຸ 20 ປີ ແລະ​ລາວ​ປົກຄອງ​ຢູ່​ເມືອງ​ເຢຣູຊາເລັມ 16 ປີ. ລາວ​ບໍ່​ໄດ້​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ພະເຈົ້າ​ເບິ່ງ​ວ່າ​ຖືກຕ້ອງ. ລາວ​ບໍ່​ໄດ້​ເຮັດ​ຄື​ກັບ​ດາວິດ​ທີ່​ເປັນ​ປູ່ຍ່າຕານາຍ​ຂອງ​ລາວ.+  ແຕ່​ລາວ​ເຮັດ​ຊົ່ວ​ຄື​ກັບ​ກະສັດ​ອົງ​ອື່ນ​ໆ​ຂອງ​ອິດສະຣາເອນ.+ ລາວ​ເຖິງຂັ້ນ​ວ່າ​ເຜົາ​ລູກ​ຊາຍ​ຂອງ​ໂຕເອງ.+ ລາວ​ເຮັດ​ສິ່ງ​ທີ່​ເປັນ​ຕາ​ຂີ້ດຽດ​ຄື​ກັບ​ຊາດ​ຕ່າງ​ໆ​+ທີ່​ພະ​ເຢໂຫວາ​ໄດ້​ໄລ່​ໜີ​ໄປ​ຈາກ​ພວກ​ອິດສະຣາເອນ.  ລາວ​ຍັງ​ໄດ້​ເຜົາ​ເຄື່ອງ​ບູຊາ​ຢູ່​ບ່ອນ​ນະມັດສະການ​ຕ່າງ​ໆ​+ ຢູ່​ຕາມໂນນ​ພູ ແລະ​ຢູ່​ກ້ອງ​ຕົ້ນ​ໄມ້​ໃຫຍ່​ທຸກ​ຕົ້ນ.+  ເຣຊິນ​ກະສັດ​ຂອງ​ຊີເຣຍ​ກັບ​ເປກາ*ກະສັດ​ຂອງ​ອິດສະຣາເອນ​ໄດ້​ມາ​ເຮັດ​ສົງຄາມ​ກັບ​ອາຮາດ.+ ເຂົາ​ເຈົ້າ​ລ້ອມ​ເມືອງ​ເຢຣູຊາເລັມ​ໄວ້ ແຕ່​ຍຶດ​ເມືອງ​ນັ້ນ​ບໍ່​ໄດ້.  ເຣຊິນ​ກະສັດ​ຂອງ​ຊີເຣຍ​ໄດ້​ຍຶດ​ເອົາ​ເມືອງ​ເອລັດ​+ແລະສົ່ງ​ຄືນ​ໃຫ້ເອໂດມ. ຈາກ​ນັ້ນ ລາວ​ກໍ​ໄລ່​ພວກ​ຢິວ*ອອກ​ຈາກ​ເມືອງ​ເອລັດ ພວກ​ເອໂດມ​ຈຶ່ງ​ເຂົ້າ​ໄປ​ຢູ່​ເມືອງ​ນັ້ນ​ຈົນ​ຮອດ​ທຸກ​ມື້​ນີ້.  ອາຮາດ​ໃຫ້​ຄົນ​ໄປ​ບອກ​ຕິກລາດປີເລເຊ​+ກະສັດ​ຂອງ​ອັດຊີເຣຍ​ວ່າ: “ຂ້ອຍ​ເປັນ​ຄົນ​ຮັບ​ໃຊ້​ແລະ​ເປັນ​ລູກຊາຍ​ຂອງ​ທ່ານ.* ຂໍ​ໃຫ້​ທ່ານ​ມາ​ຊ່ວຍ​ຂ້ອຍ​ຈາກ​ກະສັດ​ຊີເຣຍ​ແລະ​ກະສັດ​ອິດສະຣາເອນ​ທີ່​ມາ​ໂຈມຕີ​ຂ້ອຍ.”  ອາຮາດ​ເອົາ​ເງິນ​ກັບ​ຄຳ​ທີ່​ຢູ່​ໃນ​ວິຫານ​ຂອງ​ພະ​ເຢໂຫວາ​ແລະ​ໃນ​ຄັງ​ຊັບສິນ​ຢູ່​ວັງ​ຂອງ​ກະສັດ​ສົ່ງ​ໄປ​ໃຫ້​ກະສັດ​ອັດຊີເຣຍ​ເພື່ອ​ຊື້​ຈ້າງ​ລາວ.+  ກະສັດ​ອັດຊີເຣຍ​ຈຶ່ງ​ເຮັດ​ຕາມ​ທີ່​ກະສັດ​ອາຮາດ​ຂໍ. ລາວ​ໄປ​ໂຈມຕີ​ເມືອງ​ດາມາເຊ​ແລະ​ຍຶດ​ເມືອງ​ນັ້ນ​ໄດ້. ລາວ​ຈັບ​ຄົນ​ຢູ່​ເມືອງ​ນັ້ນ​ໄປ​ເປັນ​ຊະເລີຍ​ຢູ່​ກີເຣ+ ແລະ​ລາວ​ໄດ້​ຂ້າ​ເຣຊິນ.+ 10  ກະສັດ​ອາຮາດ​ໄດ້​ໄປ​ຫາ​ຕິກລາດປີເລເຊ​ກະສັດ​ຂອງ​ອັດຊີເຣຍ​ຢູ່​ເມືອງ​ດາມາເຊ. ເມື່ອ​ລາວ​ເຫັນ​ແທ່ນ​ບູຊາ​ຢູ່​ຫັ້ນ ລາວ​ກໍ​ສົ່ງ​ແບບ​ແລະ​ວິທີ​ສ້າງ​ແທ່ນ​ບູຊາ​ນັ້ນ​ໄປ​ໃຫ້​ປະໂລຫິດ​ອຸຣີຢາ.+ 11  ປະໂລຫິດ​ອຸຣີຢາ+ສ້າງ​ແທ່ນ​ບູຊາ+ຕາມ​ແບບ​ທີ່​ກະສັດ​ອາຮາດ​ສົ່ງ​ມາ​ໃຫ້​ຈາກ​ເມືອງ​ດາມາເຊ. ປະໂລຫິດ​ອຸຣີຢາ​ສ້າງ​ແທ່ນ​ບູຊາ​ນັ້ນ​ແລ້ວ​ກ່ອນ​ທີ່​ກະສັດ​ອາຮາດ​ຈະ​ກັບ​ມາ​ຈາກ​ເມືອງ​ດາມາເຊ. 12  ເມື່ອ​ກະສັດ​ອາຮາດ​ກັບ​ມາ​ຈາກ​ເມືອງ​ດາມາເຊ​ແລະ​ເຫັນ​ແທ່ນ​ບູຊາ​ນັ້ນ ລາວ​ກໍ​ໄປ​ເຜົາ​ເຄື່ອງ​ບູຊາ​ຢູ່​ຫັ້ນ.+ 13  ລາວ​ເຜົາ​ເຄື່ອງ​ບູຊາ​ເຜົາ​ແລະ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ​ເທິງ​ແທ່ນ​ນັ້ນ. ລາວ​ຍັງ​ໄດ້​ເທ​ເຄື່ອງ​ບູຊາ​ດື່ມ​ແລະ​ຊິດ​ເລືອດ​ຂອງ​ສັດ​ທີ່​ເປັນ​ເຄື່ອງ​ບູຊາ​ສ້າງ​ຄວາມ​ສະຫງົບ​ສຸກ​ໃສ່​ເທິງ​ແທ່ນ​ນັ້ນ. 14  ອາຮາດ​ຍ້າຍ​ແທ່ນ​ບູຊາ​ທອງແດງ+​ທີ່​ຢູ່​ຕໍ່​ໜ້າ​ວິຫານ​ຂອງ​ພະ​ເຢໂຫວາ​ເຊິ່ງ​ເຄີຍ​ຢູ່​ລະຫວ່າງ​ກາງ​ວິຫານ​ຂອງ​ພະ​ເຢໂຫວາ​ກັບ​ແທ່ນ​ບູຊາ​ທີ່​ລາວ​ສ້າງ ແລ້ວ​ເອົາ​ໄປ​ໄວ້​ທາງ​ທິດເໜືອ​ຂອງ​ແທ່ນ​ບູຊາ​ໃໝ່​ຂອງ​ລາວ. 15  ກະສັດ​ອາຮາດ​ສັ່ງ​ປະໂລຫິດ​ອຸຣີຢາ​+ວ່າ: “ເທິງແທ່ນ​ບູຊາ​ໃຫຍ່ນີ້ ໃຫ້​ເຈົ້າ​ເຜົາ​ເຄື່ອງ​ບູຊາ​ເຜົາ​ສຳລັບ​ຕອນ​ເຊົ້າ+ກັບ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ​ສຳລັບ​ຕອນ​ແລງ+ ເຄື່ອງ​ບູຊາ​ເຜົາ​ກັບ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ​ຂອງ​ກະສັດ ລວມ​ທັງ​ເຄື່ອງ​ບູຊາ​ເຜົາ ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ ແລະ​ເຄື່ອງ​ບູຊາ​ດື່ມ​ຂອງ​ປະຊາຊົນ​ທຸກ​ຄົນ. ເຈົ້າ​ຕ້ອງ​ຊິດ​ເລືອດ​ຂອງ​ສັດ​ທີ່​ເປັນ​ເຄື່ອງ​ບູຊາ​ເຜົາ​ແລະ​ເຄື່ອງ​ບູຊາ​ອື່ນ​ໆ​ທັງ​ໝົດ​ໃສ່​ເທິງ​ແທ່ນ​ນັ້ນ​ຄື​ກັນ. ສ່ວນ​ແທ່ນ​ບູຊາ​ທອງແດງ​ນັ້ນ ຂ້ອຍ​ຈະ​ຈັດ​ການ​ນຳ​ຫຼັງ.” 16  ປະໂລຫິດ​ອຸຣີຢາ​ເຮັດ​ທຸກ​ສິ່ງ​ຕາມ​ທີ່​ກະສັດ​ອາຮາດ​ສັ່ງ.+ 17  ນອກ​ຈາກ​ນັ້ນ ກະສັດ​ອາຮາດ​ຍັງ​ໄດ້​ມ້າງ​ຝາ​ແຕ່​ລະ​ເບື້ອງ​ຂອງ​ລໍ້​ອອກ+ ຕັດ​ເປັນ​ປ່ຽງ​ນ້ອຍ​ໆ​ ແລະ​ເອົາ​ອ່າງ​ອອກ​ຈາກ​ລໍ້​ເຫຼົ່າ​ນັ້ນ.+ ລາວ​ເອົາ​ອ່າງ​ທະເລ​ທອງແດງ​ທີ່​ຢູ່​ເທິງ​ຫຼັງ​ຂອງ​ຮູບ​ປັ້ນ​ງົວ​ທອງແດງ​ອອກ+ ແລ້ວ​ເອົາ​ໄປ​ຕັ້ງ​ໄວ້​ຢູ່​ເທິງພື້ນ​ທີ່​ເປັນ​ຫີນ.+ 18  ລາວ​ມ້າງ​ສາລາ​ໃນ​ວິຫານ​ທີ່​ໃຊ້​ໃນ​ວັນ​ຊະບາໂຕ​ແລະຍ້າຍ​ປະຕູ​ທີ່​ກະສັດ​ຍ່າງ​ເຂົ້າ​ອອກ​ໃນ​ວິຫານ​ຂອງ​ພະ​ເຢໂຫວາ. ລາວ​ເຮັດ​ແບບ​ນີ້ຍ້ອນ​ຢ້ານກະສັດ​ອັດຊີເຣຍ. 19  ເລື່ອງ​ຕ່າງ​ໆ​ຂອງ​ອາຮາດ​ແລະ​ທຸກ​ສິ່ງ​ທີ່​ລາວ​ເຮັດ​ກໍ​ຂຽນ​ໄວ້​ໃນ​ປຶ້ມ​ປະຫວັດ​ຂອງ​ພວກ​ກະສັດ​ຢູດາ.+ 20  ເມື່ອ​ອາຮາດ​ຕາຍ ເຂົາ​ເຈົ້າ​ໄດ້​ຝັງ​ລາວ​ໄວ້​ກັບ​ປູ່ຍ່າຕານາຍ​ຂອງ​ລາວ​ຢູ່​ເມືອງ​ຂອງ​ດາວິດ. ເຮເຊກີຢາ*+ລູກ​ຊາຍ​ຂອງ​ລາວ​ກໍ​ເປັນ​ກະສັດ​ແທນ.

ຂໍຄວາມໄຂເງື່ອນ

ລູກ​ຊາຍ​ຂອງ​ເຣມາລີຢາ
ຫຼື “ພວກ​ຢູດາ”
ການ​ເອີ້ນ​ໂຕເອງ​ວ່າ “ລູກ​ຊາຍ​ຂອງ​ທ່ານ” ເປັນ​ການ​ສະແດງ​ຄວາມ​ນັບຖື
ແປ​ວ່າ “ພະ​ເຢໂຫວາ​ໃຫ້​ກຳລັງ”