ກະສັດ​ສະບັບ​ທີ​ສອງ 17:1-41

  • ໂຮເຊຢາ​ເປັນ​ກະສັດ​ປົກຄອງ​ອິດສະຣາເອນ (1-​4)

  • ອິດສະຣາເອນ​ຫຼົ້ມຈົມ (5, 6)

  • ພວກ​ອິດສະຣາເອນ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ຍ້ອນ​ນະມັດສະການ​ພະເຈົ້າ​ອື່ນ (7-​23)

  • ຄົນ​ຕ່າງ​ຊາດ​ຖືກ​ພາ​ມາ​ຢູ່​ຕາມ​ເມືອງ​ຕ່າງ​​ໆ​ຂອງ​ຊາມາເຣຍ (24-​26)

  • ພວກ​ຊາມາເຣຍ​ນັບ​ຖື​ສາສະໜາ​ປົນ​ກັນ (27-​41)

17  ໃນ​ປີ​ທີ 12 ທີ່​ກະສັດ​ອາຮາດ​ປົກຄອງ​ຢູດາ ໂຮເຊຢາ+ລູກ​ຊາຍ​ຂອງ​ເອລາ​ກໍ​ເປັນ​ກະສັດ​ອິດສະຣາເອນ​ຢູ່​ເມືອງ​ຊາມາເຣຍ. ລາວ​ປົກຄອງ 9 ປີ.  ລາວ​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ເບິ່ງ​ວ່າ​ຊົ່ວ ແຕ່​ກໍ​ບໍ່​ຊົ່ວ​ສ່ຳ​ກັບ​ກະສັດ​ອິດສະຣາເອນ​ອົງ​ອື່ນ​ໆ​ທີ່​ປົກຄອງ​ກ່ອນ​ລາວ.  ຊັນມັນເນເສ​ກະສັດ​ຂອງ​ອັດຊີເຣຍ​ໄດ້​ມາ​ໂຈມຕີ​ອິດສະຣາເອນ+ ໂຮເຊຢາ​ຈຶ່ງ​ຮັບ​ໃຊ້​ລາວ​ແລະ​ເລີ່ມ​ເສຍສ່ວຍ​ໃຫ້​ລາວ.+  ແຕ່​ກະສັດ​ອັດຊີເຣຍ​ຮູ້​ວ່າ​ໂຮເຊຢາ​ວາງແຜນ​ຈະ​ກະບົດ ເພາະ​ໂຮເຊຢາ​ສົ່ງ​ຄົນ​ໄປ​ຫາ​ໂສ​ກະສັດ​ຂອງ​ເອຢິບ+ ແລະ​ລາວ​ບໍ່​ໄດ້​ເສຍສ່ວຍ​ໃຫ້​ກະສັດ​ອັດຊີເຣຍ​ຄື​ກັບ​ທຸກ​ໆ​ປີ. ກະສັດ​ອັດຊີເຣຍ​ຈຶ່ງ​ຂັງ​ລາວ​ໄວ້​ໃນ​ຄຸກ​ແລະ​ລ່າມໂສ້ໄວ້.  ກະສັດ​ອັດຊີເຣຍ​ຍົກ​ກອງ​ທັບ​ໄປ​ບຸກ​ທົ່ວ​ອິດສະຣາເອນ ແລະ​ລ້ອມ​ເມືອງ​ຊາມາເຣຍ​ໄວ້ 3 ປີ.  ໃນ​ປີ​ທີ 9 ທີ່​ໂຮເຊຢາ​ປົກຄອງ ກະສັດ​ອັດຊີເຣຍ​ຍຶດ​ເມືອງ​ຊາມາເຣຍ​ໄດ້+ ແລ້ວ​ລາວ​ກໍ​ຈັບ​ພວກ​ອິດສະຣາເອນ​ໄປ​ເປັນ​ຊະເລີຍ+ຢູ່​ອັດຊີເຣຍ. ຈາກ​ນັ້ນ​ກໍ​ໃຫ້​ເຂົາ​ເຈົ້າ​ໄປ​ຢູ່​ຮາລາ​ກັບ​ຮາໂບ​ທີ່​ຢູ່​ໃກ້​ແມ່​ນ້ຳໂກຊານ+ ແລະ​ໃນ​ເມືອງ​ຕ່າງ​ໆ​ຂອງ​ພວກ​ເມເດຍ.+  ເລື່ອງ​ນີ້​ເກີດ​ຂຶ້ນ​ກໍ​ຍ້ອນ​ວ່າ​ພວກ​ອິດສະຣາເອນ​ເຮັດ​ຜິດ​ຕໍ່​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຂົາ​ເຈົ້າ​ຜູ້​ທີ່​ພາ​ເຂົາ​ເຈົ້າ​ອອກ​ມາ​ຈາກ​ເອຢິບ​ແລະ​ປົດ​ປ່ອຍ​ເຂົາ​ເຈົ້າ​ຈາກ​ການ​ເປັນ​ທາດ​ຂອງ​ຟາໂຣ.*+ ເຂົາ​ເຈົ້າ​ນະມັດສະການ*ພະເຈົ້າ​ອື່ນ.+  ເຂົາ​ເຈົ້າ​ເຮັດ​ຕາມ​ທຳນຽມ​ຂອງ​ຊາດ​ຕ່າງ​ໆ​ທີ່​ພະ​ເຢໂຫວາ​ໄດ້​ໄລ່​ໜີ​ໄປ​ຈາກ​ພວກ​ອິດສະຣາເອນ ແລະ​ເຮັດ​ຕາມ​ທຳນຽມ​ທີ່​ກະສັດ​ອິດສະຣາເອນ​ອົງ​ອື່ນ​ໆ​ໄດ້​ຕັ້ງ​ຂຶ້ນ.  ພວກ​ອິດສະຣາເອນ​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຂົາ​ເຈົ້າ​ເບິ່ງ​ວ່າ​ບໍ່​ຖືກຕ້ອງ. ເຂົາ​ເຈົ້າ​ຍັງ​ໄດ້​ສ້າງ​ບ່ອນ​ນະມັດສະການ​ຕ່າງ​ໆ​ໃນ​ທຸກ​ເມືອງ​ທີ່​ເຂົາ​ເຈົ້າ​ຢູ່+ ຕັ້ງ​ແຕ່​ເມືອງ​ນ້ອຍ​ໆ​ທີ່​ເປັນ​ຫໍ​ຄອຍ​ຈົນ​ຮອດ​ເມືອງ​ໃຫຍ່​ໆ​ທີ່​ມີ​ກຳແພງ​ອ້ອມ. 10  ເຂົາ​ເຈົ້າ​ຕັ້ງ​ເສົາ​ຫີນ​ສັກສິດ​ແລະ​ເສົາ​ໄມ້​ສັກສິດ*+ຢູ່​ໂນນ​ພູ​ທຸກ​ບ່ອນ​ແລະ​ຢູ່​ກ້ອງ​ຕົ້ນ​ໄມ້​ໃຫຍ່​ທຸກ​ຕົ້ນ.+ 11  ເຂົາ​ເຈົ້າ​ເຜົາ​ເຄື່ອງ​ບູຊາ​ຢູ່​ບ່ອນ​ນະມັດສະການ​ທຸກ​ບ່ອນ​ຄື​ກັບ​ຊາດ​ຕ່າງ​ໆ​ທີ່​ພະ​ເຢໂຫວາ​ໄດ້​ໄລ່​ໜີ​ໄປ​ຈາກ​ພວກ​ອິດສະຣາເອນ.+ ເຂົາ​ເຈົ້າ​ບໍ່​ເຊົາ​ເຮັດ​ຊົ່ວ ພະ​ເຢໂຫວາ​ຈຶ່ງ​ໃຈ​ຮ້າຍ​ໃຫ້​ເຂົາ​ເຈົ້າ​ຫຼາຍ. 12  ເຂົາ​ເຈົ້າ​ນະມັດສະການ​ຮູບ​ບູຊາ​ຕ່າງ​ໆ​ທີ່​ພະ​ເຢໂຫວາຂີ້ດຽດ*+ ທັງ​ໆ​ທີ່​ເພິ່ນ​ເຄີຍ​ສັ່ງ​ໄວ້​ວ່າ: “ພວກ​ເຈົ້າຢ່າ​ນະມັດສະການ​ສິ່ງ​ເຫຼົ່ານີ້.”+ 13  ພະ​ເຢໂຫວາ​ໃຊ້​ຜູ້​ພະຍາກອນ​ແລະ​ຜູ້​ເຫັນ​ນິມິດ​ທຸກ​ຄົນ​ຂອງ​ເພິ່ນ​ໃຫ້​ເຕືອນ​ພວກ​ອິດສະຣາເອນ​ກັບ​ພວກ​ຢູດາ​ຕະຫຼອດ+ວ່າ: “ໃຫ້​ພວກ​ເຈົ້າ​ເຊົາ​ເຮັດ​ຊົ່ວ!+ ພວກ​ເຈົ້າ​ຕ້ອງ​ເຮັດ​ຕາມ​ຄຳ​ສັ່ງ ຂໍ້​ຮຽກ​ຮ້ອງ ແລະ​ກົດ​ໝາຍ​ທັງ​ໝົດ​ທີ່​ເຮົາ​ໄດ້​ໃຫ້​ປູ່ຍ່າຕານາຍ​ຂອງ​ພວກ​ເຈົ້າ​ແລະ​ທີ່​ເຮົາ​ໄດ້​ສັ່ງ​ພວກ​ເຈົ້າ​ຜ່ານ​ທາງ​ພວກ​ຜູ້ພະຍາກອນ​ທີ່​ເປັນ​ຜູ້​ຮັບ​ໃຊ້​ຂອງ​ເຮົາ.” 14  ແຕ່​ເຂົາ​ເຈົ້າ​ກໍ​ບໍ່​ຟັງ​ແລະ​ຫົວ​ແຂງຄື​ກັບ​ປູ່ຍ່າຕານາຍ​ຂອງ​ເຂົາ​ເຈົ້າ​ທີ່​ບໍ່​ເຊື່ອ​ໃນ​ພະ​ເຢໂຫວາ​ພະເຈົ້າ.+ 15  ເຂົາ​ເຈົ້າ​ບໍ່​ເຮັດ​ຕາມ​ກົດ​ໝາຍ ບໍ່​ເຮັດ​ຕາມ​ສັນຍາ+​ທີ່​ພະເຈົ້າ​ໄດ້​ເຮັດ​ກັບ​ປູ່ຍ່າຕານາຍ​ຂອງ​ເຂົາ​ເຈົ້າ ແລະ​ບໍ່​ຟັງ​ຄຳ​ເຕືອນ​ກ່ຽວ​ກັບ​ສິ່ງ​ທີ່ບໍ່​ດີຕ່າງ​ໆ​.+ ເຂົາ​ເຈົ້າ​ນະມັດສະການ​ຮູບ​ບູຊາ​ທີ່​ບໍ່​ມີ​ຄ່າ+ແລະ​ເຮັດ​ໃຫ້​ໂຕເອງ​ບໍ່​ມີ​ຄ່າ​ຄື​ກັນ.+ ເຂົາ​ເຈົ້າ​ຮຽນ​ແບບ​ຊາດ​ຕ່າງ​ໆ​ທີ່​ຢູ່ອ້ອມແອ້ມ​ທັງ​ໆ​ທີ່​ພະ​ເຢໂຫວາ​ສັ່ງ​ວ່າ: “ຢ່າ​ຮຽນ​ແບບ​ພວກ​ນັ້ນ.”+ 16  ເຂົາ​ເຈົ້າ​ບໍ່​ເຮັດ​ຕາມ​ຄຳ​ສັ່ງ​ທຸກ​ຢ່າງ​ຂອງ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຂົາ​ເຈົ້າ. ເຂົາ​ເຈົ້າ​ເອົາ​ເຫຼັກ​ມາ​ຫຼໍ່​ເຮັດ​ງົວ​ນ້ອຍ 2 ໂຕ+ ເຮັດ​ເສົາ​ໄມ້​ສັກສິດ+ ຂາບ​ໄຫວ້​ດວງ​ດາວຕ່າງ​ໆ​ທີ່​ຢູ່​ເທິງ​ຟ້າ+ ແລະ​ນະມັດສະການ​ພະ​ບາອານ.+ 17  ນອກ​ຈາກ​ນັ້ນ ເຂົາ​ເຈົ້າ​ຍັງ​ໄດ້​ເຜົາ​ລູກ​ຊາຍ​ແລະ​ລູກສາວ+ ທຳ​ນາຍ​ອະນາຄົດ​+ແລະ​ເບິ່ງ​ດວງ. ເຂົາ​ເຈົ້າຕັ້ງໃຈ*ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ເບິ່ງ​ວ່າ​ຊົ່ວ​ເພື່ອ​ເຮັດ​ໃຫ້​ເພິ່ນ​ໃຈ​ຮ້າຍ. 18  ພະ​ເຢໂຫວາ​ໃຈ​ຮ້າຍ​ໃຫ້​ພວກ​ອິດສະຣາເອນ​ຫຼາຍ ເພິ່ນ​ຈຶ່ງ​ກຳຈັດ​ເຂົາ​ເຈົ້າ​ອອກ​ໄປ​ຈາກ​ຕໍ່​ໜ້າເພິ່ນ.+ ເພິ່ນ​ບໍ່​ໃຫ້​ໃຜ​ເຫຼືອ​ຢູ່​ໃນແຜ່ນດິນນັ້ນ ຍົກເວັ້ນ​ຕະກູນ​ຢູດາ​ຕະກູນ​ດຽວ. 19  ແມ່ນ​ແຕ່​ຕະກູນ​ຢູດາ​ກໍ​ບໍ່​ໄດ້​ເຮັດ​ຕາມ​ຄຳ​ສັ່ງ​ຂອງ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຂົາ​ເຈົ້າ.+ ເຂົາ​ເຈົ້າ​ເຮັດ​ຕາມ​ທຳນຽມ​ຂອງ​ພວກ​ອິດສະຣາເອນ.+ 20  ພະ​ເຢໂຫວາ​ຈຶ່ງ​ປະຖິ້ມ​ພວກ​ລູກ​ຫຼານ​ອິດສະຣາເອນ​ທັງ​ໝົດ. ເພິ່ນ​ເຮັດ​ໃຫ້​ເຂົາ​ເຈົ້າ​ຂາຍ​ໜ້າ ຍອມ​ໃຫ້​ເຂົາ​ເຈົ້າ​ຖືກ​ປຸ້ນ ແລະໃນ​ທີ່​ສຸດ​ເພິ່ນ​ກໍ​ໄລ່​ເຂົາ​ເຈົ້າ​ໜີ. 21  ເພິ່ນ​ຕັດ​ພວກ​ອິດສະຣາເອນ​ອອກ​ຈາກ​ຕະກູນ​ຂອງ​ດາວິດ ແລ້ວ​ເຂົາ​ເຈົ້າ​ກໍ​ຕັ້ງ​ເຢໂຣໂບອາມ​ລູກ​ຊາຍ​ຂອງ​ເນບັດ​ເປັນ​ກະສັດ.+ ແຕ່​ເຢໂຣໂບອາມ​ເຮັດ​ໃຫ້​ພວກ​ອິດສະຣາເອນ​ບໍ່​ເຊື່ອ​ຟັງ​ພະ​ເຢໂຫວາ ແລະ​ລາວ​ເປັນ​ຕົ້ນ​ເຫດ​ພາ​ໃຫ້​ເຂົາ​ເຈົ້າ​ເຮັດ​ຜິດ​ຮ້າຍແຮງ. 22  ພວກ​ອິດສະຣາເອນ​ເຮັດ​ຜິດ​ຄື​ກັບ​ເຢໂຣໂບອາມ​ທຸກ​ຢ່າງ.+ ເຂົາ​ເຈົ້າ​ບໍ່​ເຊົາ​ເຮັດ​ຜິດ. 23  ໃນ​ທີ່​ສຸດ ພະ​ເຢໂຫວາ​ຈຶ່ງ​ກຳຈັດ​ພວກ​ອິດສະຣາເອນ​ອອກ​ໄປ​ຈາກ​ຕໍ່​ໜ້າ​ເພິ່ນ ຄື​ກັບ​ທີ່​ເພິ່ນ​ໄດ້​ບອກ​ໄວ້​ຜ່ານ​ທາງ​ຜູ້ພະຍາກອນ​ທຸກ​ຄົນ​ທີ່​ເປັນ​ຜູ້​ຮັບ​ໃຊ້​ຂອງ​ເພິ່ນ.+ ພວກ​ອິດສະຣາເອນ​ຈຶ່ງ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ຢູ່​ອັດຊີເຣຍ​+ແລະ​ຢູ່​ຫັ້ນ​ຈົນ​ຮອດ​ທຸກ​ມື້​ນີ້. 24  ແລ້ວ​ກະສັດ​ອັດຊີເຣຍ​ກໍ​ເອົາ​ຄົນ​ຈາກ​ເມືອງ​ບາບີໂລນ ກຸທາ ອາວາ ຮາມັດ ແລະ​ເສຟາວາຢິມ+ມາ​ຢູ່​ຕາມ​ເມືອງ​ຕ່າງ​ໆ​ຂອງ​ຊາມາເຣຍ​ແທນ​ພວກ​ອິດສະຣາເອນ. ເຂົາ​ເຈົ້າ​ຈຶ່ງ​ຍຶດ​ເອົາ​ເຂດ​ຊາມາເຣຍ​ແລະ​ຢູ່​ຕາມ​ເມືອງ​ຕ່າງ​ໆ​ຂອງ​ເຂດ​ຊາມາເຣຍ. 25  ຕອນ​ທຳອິດ​ທີ່​ຍ້າຍ​ມາ​ຢູ່​ຫັ້ນ ເຂົາ​ເຈົ້າ​ບໍ່​ໄດ້ນະ​ມັດສະການ*​ພະ​ເຢໂຫວາ ພະ​ເຢໂຫວາ​ຈຶ່ງ​ໃຫ້​ໂຕ​ສິງ​ມາ+ກັດບາງຄົນ​ຕາຍ. 26  ມີ​ຄົນ​ໄປ​ບອກ​ກະສັດ​ອັດຊີເຣຍ​ວ່າ: “ພວກ​ຊາດ​ຕ່າງ​ໆ​ທີ່​ກະສັດ​ໃຫ້​ໄປ​ຢູ່​ຕາມ​ເມືອງ​ຕ່າງ​ໆ​ຂອງ​ເຂດ​ຊາມາເຣຍ​ບໍ່​ຮູ້ຈັກ​ສາສະໜາ*ແລະ​ພະເຈົ້າ​ຂອງ​ແຜ່ນດິນ​ນັ້ນ. ເພິ່ນ​ຈຶ່ງ​ໃຫ້​ໂຕ​ສິງ​ມາ​ກັດ​ເຂົາ​ເຈົ້າ​ຕາຍ ຍ້ອນ​ບໍ່​ມີ​ໃຜ​ຮູ້ຈັກ​ສາສະໜາ​ແລະ​ພະເຈົ້າ​ຂອງ​ແຜ່ນດິນ​ນັ້ນ.” 27  ກະສັດ​ອັດຊີເຣຍ​ຈຶ່ງ​ສັ່ງ​ວ່າ: “ໃຫ້​ສົ່ງ​ປະໂລຫິດ​ຜູ້​ໜຶ່ງ​ທີ່​ພວກ​ເຈົ້າ​ຈັບ​ມາ​ເປັນ​ຊະເລີຍ​ຈາກ​ບ່ອນ​ນັ້ນ​ໃຫ້​ກັບ​ຄືນ​ໄປ​ຢູ່​ຫັ້ນ ເພື່ອ​ສອນ​ປະຊາຊົນ​ໃຫ້​ຮູ້ຈັກ​ສາສະໜາ​ແລະ​ພະເຈົ້າ​ຂອງ​ແຜ່ນດິນ​ນັ້ນ.” 28  ປະໂລຫິດ​ຄົນ​ໜຶ່ງ​ທີ່​ຖືກ​ຈັບ​ມາ​ເປັນ​ຊະເລີຍ​ຈາກ​ເຂດ​ຊາມາເຣຍ​ຈຶ່ງ​ຖືກ​ສົ່ງ​ກັບ​ໄປ​ຢູ່​ເມືອງ​ເບເທນ+ ແລະ​ລາວ​ໄດ້​ເລີ່ມ​ສອນ​ເຂົາ​ເຈົ້າ​ໃຫ້ນະ​ມັດສະການ*ພະ​ເຢໂຫວາ.+ 29  ແຕ່​ຄົນ​ຈາກ​ຊາດ​ຕ່າງ​ໆ​ທີ່​ຍ້າຍ​ມາ​ໄດ້​ເຮັດ​ຮູບ​ພະ​ຕ່າງ​ໆ​ທີ່​ເຂົາ​ເຈົ້າ​ເຄີຍ​ນະມັດສະການ​ແລະ​ເອົາ​ໄປ​ໄວ້​ຢູ່​ວິຫານ​ຕ່າງ​ໆ​ທີ່​ພວກ​ຊາມາເຣຍ​ໄດ້​ສ້າງ​ໄວ້. ແຕ່​ລະ​ຊາດ​ໄດ້​ເຮັດ​ແບບ​ນີ້​ໃນ​ເມືອງ​ທີ່​ເຂົາ​ເຈົ້າ​ຢູ່. 30  ພວກ​ບາບີໂລນ​ໄດ້​ເຮັດ​ຮູບ​ພະ​ສຸກໂກເບໂນດ ພວກ​ກຸທາໄດ້​ເຮັດ​ຮູບ​ພະ​ເນການ ພວກ​ຮາມັດ+ໄດ້​ເຮັດ​ຮູບ​ພະ​ອາຊີມາ 31  ພວກ​ອາວາ​ໄດ້​ເຮັດ​ຮູບ​ພະ​ນິບຮັດ​ແລະ​ຮູບ​ພະ​ຕາຕັກ. ພວກ​ເສຟາວາຢິມ​ໄດ້​ເຜົາ​ລູກ​ຊາຍ​ຂອງ​ໂຕເອງ​ເປັນ​ເຄື່ອງ​ບູຊາ​ໃຫ້​ຮູບ​ພະ​ອັດຣຳເມເລັກ​ແລະ​ຮູບ​ພະ​ອານຳເມເລັກ​ທີ່​ເປັນ​ພະເຈົ້າ​ຂອງ​ເຂົາ​ເຈົ້າ.+ 32  ເຖິງ​ວ່າ​ຈະ​ນະມັດສະການ​ພະ​ເຢໂຫວາ ແຕ່​ເຂົາ​ເຈົ້າ​ກໍ​ຍັງ​ແຕ່ງຕັ້ງ​ຄົນ​ຂອງ​ໂຕເອງ​ໃຫ້​ເປັນ​ປະໂລຫິດ​ຢູ່​ບ່ອນ​ນະມັດສະການ​ຕ່າງ​ໆ​. ປະໂລຫິດ​ເຫຼົ່ານີ້​ເປັນ​ຜູ້​ເຮັດ​ພິທີ​ໃຫ້​ເຂົາ​ເຈົ້າ​ຢູ່​ວິຫານ​ແລະ​ບ່ອນ​ນະມັດສະການ​ຕ່າງ​ໆ​.+ 33  ເຂົາ​ເຈົ້າ​ນະມັດສະການ​ພະ​ເຢໂຫວາ ແຕ່​ກໍ​ນະມັດສະການ​ພະເຈົ້າ​ຂອງ​ໂຕເອງ​ແລະ​ນັບ​ຖື​ສາສະໜາ​ຂອງ​ຊາດ​ໂຕເອງ​ຄື​ກັບ​ກ່ອນ​ທີ່​ເຂົາ​ເຈົ້າ​ຈະ​ຖືກ​ຈັບ​ມາ​ເປັນ​ຊະເລີຍ.+ 34  ຈົນ​ຮອດ​ທຸກ​ມື້​ນີ້ ເຂົາ​ເຈົ້າ​ກໍ​ຍັງ​ນັບ​ຖື​ສາສະໜາ​ຂອງ​ໂຕເອງ. ບໍ່​ມີ​ໃຜ​ນະມັດສະການ​ພະ​ເຢໂຫວາ​ແລະ​ບໍ່​ມີ​ໃຜ​ເຮັດ​ຕາມ​ຂໍ້​ຮຽກ​ຮ້ອງ ການ​ຕັດສິນ ກົດ​ໝາຍ ແລະ​ຄຳ​ສັ່ງ​ທີ່​ພະ​ເຢໂຫວາ​ໃຫ້​ກັບ​ລູກ​ຫຼານ​ຂອງ​ຢາໂຄບ​ຜູ້​ທີ່​ເພິ່ນ​ປ່ຽນ​ຊື່​ໃຫ້​ເປັນ​ອິດສະຣາເອນ.+ 35  ຕອນ​ທີ່​ພະ​ເຢໂຫວາ​ເຮັດ​ສັນຍາ​ກັບ​ພວກ​ອິດສະຣາເອນ+ ເພິ່ນ​ສັ່ງ​ເຂົາ​ເຈົ້າ​ວ່າ: “ຢ່າ​ນະມັດສະການ​ແລະ​ຢ່າ​ຂາບ​ໄຫວ້​ພະເຈົ້າ​ອື່ນ. ຢ່າ​ຮັບ​ໃຊ້​ຫຼື​ເຜົາ​ເຄື່ອງ​ບູຊາ​ໃຫ້​ພະເຈົ້າ​ເຫຼົ່າ​ນັ້ນ.+ 36  ເຮົາແມ່ນ​ເຢໂຫວາ​ຜູ້​ທີ່​ພາ​ພວກ​ເຈົ້າ​ອອກ​ມາ​ຈາກ​ເອຢິບ​ດ້ວຍ​ອຳນາດ​ແລະ​ລິດເດດ​ທີ່​ຍິ່ງ​ໃຫຍ່.+ ເຮົາ​ເປັນ​ຜູ້​ທີ່​ພວກ​ເຈົ້າ​ຄວນ​ນະມັດສະການ+ ຂາບ​ໄຫວ້ ແລະ​ເຜົາ​ເຄື່ອງ​ບູຊາ​ໃຫ້. 37  ພວກ​ເຈົ້າ​ຕ້ອງ​ເຮັດ​ຕາມ​ຢ່າງ​ເຄັ່ງຄັດ​ໃນ​ຂໍ້​ກຳນົດ ການ​ຕັດສິນ ກົດ​ໝາຍ ແລະ​ຄຳ​ສັ່ງ​ທີ່​ເຮົາ​ຂຽນ​ໃຫ້​ພວກ​ເຈົ້າ+ ແລະ​ຢ່າ​ນະມັດສະການ​ພະເຈົ້າ​ອື່ນ. 38  ພວກ​ເຈົ້າ​ຢ່າ​ລືມ​ຄຳ​ສັນຍາ​ທີ່​ເຮົາ​ເຮັດ​ກັບ​ພວກ​ເຈົ້າ+ແລະ​ຢ່າ​ນະມັດສະການ​ພະເຈົ້າ​ອື່ນ. 39  ແຕ່​ໃຫ້​ນະມັດສະການ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ ຍ້ອນ​ເຮົາ​ຈະ​ເປັນ​ຜູ້​ທີ່​ຊ່ວຍ​ພວກ​ເຈົ້າ​ໃຫ້​ລອດ​ຈາກ​ພວກ​ສັດຕູ​ທັງ​ໝົດ.” 40  ແຕ່​ຄົນ​ຈາກ​ຊາດ​ຕ່າງ​ໆ​ທີ່​ຍ້າຍ​ມາ​ຢູ່​ເຂດ​ຊາມາເຣຍ​ບໍ່​ເຊື່ອ​ຟັງ​ແລະ​ຍັງ​ນັບ​ຖື​ສາສະໜາ​ເກົ່າ​ຂອງ​ໂຕເອງ​ຢູ່.+ 41  ເຂົາ​ເຈົ້າ​ນະມັດສະການ​ພະ​ເຢໂຫວາ+ ແຕ່​ກໍ​ນະມັດສະການ​ຮູບ​ພະ​ຂອງ​ເຂົາ​ເຈົ້າ​ນຳ. ລູກ​ຫຼານ​ຂອງ​ເຂົາ​ເຈົ້າ​ກໍ​ເຮັດ​ຕາມ​ທີ່​ປູ່ຍ່າຕານາຍ​ພາ​ເຮັດ​ຈົນ​ຮອດ​ທຸກ​ມື້​ນີ້.

ຂໍຄວາມໄຂເງື່ອນ

ນີ້​ແມ່ນ​ຕຳແໜ່ງ​ກະສັດ​ຂອງ​ເອຢິບ
ແປ​ຕາມ​ໂຕ​ວ່າ “ຢ້ານຢຳ”
ຄຳ​ນີ້​ໃນ​ພາສາ​ເຮັບເຣີ​ອາດ​ກ່ຽວຂ້ອງ​ກັບ​ຄຳ​ວ່າ “ຂີ້​ສັດ” ແລະ​ໃຊ້​ໃນ​ລັກສະນະ​ດູຖູກ
ແປ​ຕາມ​ໂຕ​ວ່າ “ຂາຍ​ໂຕເອງ”
ແປ​ຕາມ​ໂຕ​ວ່າ “ຢ້ານຢຳ”
ຫຼື “ທຳນຽມ​ຂອງ​ສາສະໜາ”
ແປ​ຕາມ​ໂຕ​ວ່າ “ຢ້ານຢຳ”