ກະສັດ​ສະບັບ​ທີ​ສອງ 19:1-37

  • ເຮເຊກີຢາ​ຂໍ​ໃຫ້​ພະເຈົ້າ​ຊ່ວຍ​ຜ່ານ​ທາງ​ເອຊາຢາ (1-​7)

  • ເຊນນາເກຣິບ​ຂູ່​ຄົນ​ໃນ​ເມືອງ​ເຢຣູຊາເລັມ (8-​13)

  • ເຮເຊກີຢາ​ອະທິດຖານ (14-​19)

  • ເອຊາຢາ​ເອົາ​ຄຳຕອບ​ຂອງ​ພະເຈົ້າ​ມາ​ບອກ (20-​34)

  • ທູດສະຫວັນ​ຂ້າ​ທະຫານ​ອັດຊີເຣຍ​ຕາຍ 185.000 ຄົນ (35-​37)

19  ເມື່ອ​ກະສັດ​ເຮເຊກີຢາ​ໄດ້​ຍິນ​ເລື່ອງ​ນີ້ ລາວ​ກໍ​ຈີກ​ເສື້ອ​ຂອງ​ໂຕເອງ​ແລະນຸ່ງ​ຜ້າເນື້ອ​ຫຍາບ​ເຂົ້າໄປ​ໃນ​ວິຫານ​ຂອງ​ພະ​ເຢໂຫວາ.  ຈາກນັ້ນ ເຮເຊກີຢາ​ໄດ້​ໃຫ້​ເອລີຢາກີມ​ຜູ້ເບິ່ງແຍງ​ວັງ ເຊັບນາ​ທີ່​ເປັນ​ເລຂາ ແລະ​ພວກ​ຫົວໜ້າ​ປະໂລຫິດ​ນຸ່ງ​ຜ້າເນື້ອຫຍາບ​ໄປ​ຫາ​ຜູ້ພະຍາກອນ​ເອຊາຢາ+ລູກຊາຍ​ຂອງ​ອາມອດ.  ເຂົາເຈົ້າ​ເວົ້າ​ກັບ​ເອຊາຢາ​ວ່າ: “ກະສັດ​ເຮເຊກີຢາ​ບອກ​ວ່າ ‘ມື້​ນີ້​ເປັນ​ມື້​ທີ່​ພວກເຮົາ​ທຸກລຳບາກ ເປັນ​ມື້​ທີ່​ພວກເຮົາ​ຖືກ​ດູຖູກ​ຫຼາຍ ແລະ​ເປັນ​ມື້​ທີ່​ເປັນ​ຕາອາຍ​ແທ້​ໆ​. ພວກເຮົາ​ເປັນ​ຄືກັບ​ຜູ້ຍິງທີ່​ຮອດ​ຍາມ​ເກີດລູກ​ແລ້ວ ແຕ່​ບໍ່​ມີ​ແຮງ​ເບັ່ງ.+  ພະ​ເຢໂຫວາ​ພະເຈົ້າ​ຄື​ຊິ​ໄດ້​ຍິນ​ທຸກສິ່ງ​ທີ່​ຣັບຊາເຄ​ເວົ້າ. ກະສັດ​ອັດຊີເຣຍ​ເຈົ້ານາຍ​ຂອງ​ລາວ​ສົ່ງ​ລາວ​ມາ​ເຍາະເຍີ້ຍ​ພະເຈົ້າ​ຜູ້​ມີ​ຊີວິດ​ຢູ່.+ ພະ​ເຢໂຫວາ​ພະເຈົ້າ​ຈະ​ແກ້ແຄ້ນ​ລາວ​ໃນ​ສິ່ງ​ທີ່​ລາວ​ເວົ້າ. ຂໍ​ໃຫ້​ທ່ານ​ອະທິດຖານ+ເພື່ອ​ພວກເຮົາ​ທີ່​ຍັງເຫຼືອ​ຢູ່​ນີ້.’”  ເມື່ອ​ຄົນ​ຂອງ​ກະສັດ​ເຮເຊກີຢາ​ໄປ​ຫາ​ເອຊາຢາ+  ເອຊາຢາ​ກໍ​ເວົ້າ​ກັບ​ເຂົາເຈົ້າ​ວ່າ: “ໄປ​ບອກ​ເຈົ້ານາຍ​ຂອງ​ພວກເຈົ້າ​ແບບນີ້ ‘ພະ​ເຢໂຫວາ​ບອກ​ວ່າ “ບໍ່​ຕ້ອງ​ຢ້ານ+ຍ້ອນ​ສິ່ງ​ທີ່​ພວກເຈົ້າ​ໄດ້​ຍິນ​ແລະ​ບໍ່​ຕ້ອງ​ຢ້ານ​ຍ້ອນ​ຄົນຮັບໃຊ້​ຂອງ​ກະສັດ​ອັດຊີເຣຍ​ເວົ້າ​ດູຖູກ​ເຮົາ.+  ເຮົາ​ຈະປ່ຽນ​ຄວາມຄິດ​ລາວ. ລາວ​ຈະ​ຮູ້​ຂ່າວ​ເລື່ອງ​ໜຶ່ງ​ແລ້ວ​ກໍ​ກັບ​ໄປ​ປະເທດ​ຂອງ​ໂຕເອງ ແລະ​ເຮົາ​ຈະ​ເຮັດ​ໃຫ້​ລາວ​ຖືກ​ຂ້າ​ຕາຍ​ດ້ວຍ​ດາບ​ຢູ່​ຫັ້ນ.”’”+  ເມື່ອ​ຣັບຊາເຄ​ຮູ້​ວ່າ​ກະສັດ​ອັດຊີເຣຍ​ຖອຍ​ກອງທັບ​ອອກ​ຈາກ​ເມືອງ​ລາກິດ+​ແລ້ວ​ໄປ​ຕໍ່ສູ້​ຢູ່​ເມືອງ​ລິບນາ​ແທນ ລາວ​ຈຶ່ງ​ໄປ​ຫາ​ກະສັດ​ຢູ່​ຫັ້ນ.+  ເມື່ອ​ກະສັດ​ອັດຊີເຣຍ​ໄດ້​ຍິນ​ວ່າ​ຕີຮາກາ​ກະສັດ​ຂອງ​ເອທິໂອເປຍ​ໄດ້​ມາ​ຕໍ່ສູ້​ລາວ ລາວ​ຈຶ່ງ​ສົ່ງ​ຄົນ+ໄປ​ຫາ​ເຮເຊກີຢາ​ອີກ​ເທື່ອ​ໜຶ່ງ​ແລະ​ສັ່ງ​ເຂົາເຈົ້າ​ວ່າ: 10  “ໃຫ້​ພວກເຈົ້າ​ໄປ​ບອກ​ເຮເຊກີຢາ​ກະສັດ​ຂອງ​ຢູດາ​ຈັ່ງຊີ້ ‘ຢ່າ​ໃຫ້​ພະເຈົ້າ​ທີ່​ເຈົ້າ​ໄວ້ໃຈ​ຕົວະ​ເຈົ້າ​ວ່າ “ກະສັດ​ອັດຊີເຣຍ​ຍຶດ​ເມືອງ​ເຢຣູຊາເລັມ​ບໍ່​ໄດ້​ດອກ.”+ 11  ເຈົ້າ​ກໍ​ຮູ້​ວ່າ​ຂ້ອຍ​ທີ່​ເປັນ​ກະສັດ​ອັດຊີເຣຍ​ໄປ​ຕໍ່ສູ້​ຢູ່​ປະເທດ​ໃດ ຂ້ອຍ​ກໍ​ທຳລາຍ​ປະເທດ​ນັ້ນ.+ ແລ້ວ​ເຈົ້າຄິດ​ວ່າ​ເຈົ້າ​ຊິ​ລອດ​ຫວະ? 12  ຕອນ​ທີ່​ປູ່ຍ່າຕານາຍ​ຂອງ​ຂ້ອຍ​ໄປ​ຕໍ່ສູ້​ກັບ​ປະເທດ​ຕ່າງ​ໆ​ ພະເຈົ້າ​ຂອງ​ປະເທດ​ເຫຼົ່ານັ້ນ​ຊ່ວຍ​ປະຊາຊົນ​ຂອງ​ໂຕເອງ​ໄດ້​ບໍ? ປະເທດ​ໂກຊານ ຮາຣານ+ ເຣເຊັບ ແລະ​ພວກ​ເອເດັນ​ທີ່​ຢູ່​ເຕລັດຊາ​ຍັງ​ມີ​ຢູ່​ຫວະ? 13  ພວກ​ກະສັດ​ຂອງ​ເມືອງ​ຮາມັດ ເມືອງ​ອາປາດ ເມືອງ​ເສຟາວາຢິມ ເມືອງ​ເຮນາ ແລະ​ເມືອງ​ອີວາ​ເດ້​ຍັງ​ຢູ່​ບໍ?’”+ 14  ເຮເຊກີຢາ​ໄດ້​ເອົາ​ຈົດໝາຍ​ຈາກ​ພວກ​ຜູ້​ສົ່ງ​ຂ່າວ​ມາ​ອ່ານ. ຈາກນັ້ນ ລາວ​ກໍ​ໄປ​ວິຫານ​ຂອງ​ພະ​ເຢໂຫວາ ແລະ​ເອົາ​ຈົດໝາຍ​ເຫຼົ່ານັ້ນ​ວາງ​ຢູ່​ຕໍ່ໜ້າ​ພະ​ເຢໂຫວາ.+ 15  ເຮເຊກີຢາ​ອະທິດຖານ​+ຫາ​ພະ​ເຢໂຫວາ​ວ່າ: “ພະ​ເຢໂຫວາ​ພະເຈົ້າ​ຂອງ​ອິດສະຣາເອນ​ຜູ້​ນັ່ງ​ຢູ່​ບັນລັງ​ເທິງ*ເຄຣູບ+ ພະອົງ​ເປັນ​ພະເຈົ້າ​ອົງ​ດຽວ​ທ່ຽງແທ້​ຂອງ​ທຸກ​ປະເທດ​ໃນ​ໂລກ​ນີ້.+ ພະອົງ​ເປັນ​ຜູ້​ສ້າງ​ຟ້າ​ແລະ​ໂລກ. 16  ພະ​ເຢໂຫວາ ຂໍ​ໃຫ້​ພະອົງ​ຟັງ.+ ພະ​ເຢໂຫວາ ຂໍ​ໃຫ້​ພະອົງ​ເບິ່ງ.+ ພະເຈົ້າ​ຜູ້​ມີ​ຊີວິດ​ຢູ່ ຂໍ​ພະອົງ​ຟັງ​ສິ່ງ​ທີ່​ເຊນນາເກຣິບ​ເວົ້າ​ເຍາະເຍີ້ຍ​ພະອົງ. 17  ພະ​ເຢໂຫວາ ກະ​ແມ່ນ​ຢູ່​ທີ່​ພວກ​ກະສັດ​ອັດຊີເຣຍ​ໄດ້​ທຳລາຍ​ປະເທດ​ຕ່າງ​ໆ​+ 18  ແລະ​ເຂົາເຈົ້າ​ໄດ້​ໂຍນ​ພະເຈົ້າ​ຂອງ​ປະເທດ​ເຫຼົ່ານັ້ນ​ຖິ້ມ​ໃນ​ໄຟ. ສິ່ງ​ເຫຼົ່ານັ້ນ​ບໍ່​ແມ່ນ​ພະເຈົ້າ​ແທ້​ໆ​+ ແຕ່​ເປັນ​ສິ່ງ​ທີ່​ມະນຸດ​ເອົາ​ໄມ້​ແລະ​ຫີນ​ເຮັດ​ຊື່​ໆ​+ ເຂົາເຈົ້າ​ຈຶ່ງ​ທຳລາຍ​ໄດ້. 19  ພະ​ເຢໂຫວາ​ພະເຈົ້າ ຕອນ​ນີ້​ຂໍ​ຊ່ວຍ​ພວກເຮົາ​ໃຫ້​ລອດ​ຈາກ​ກະສັດ​ອັດຊີເຣຍ ເພື່ອ​ທຸກ​ປະເທດ​ໃນ​ໂລກ​ນີ້​ຈະ​ຮູ້​ວ່າ​ພະ​ເຢໂຫວາ​ຜູ້​ດຽວ​ເທົ່ານັ້ນ​ທີ່​ເປັນ​ພະເຈົ້າ.”+ 20  ເອຊາຢາ​ລູກຊາຍ​ຂອງ​ອາມອດ​ໄດ້​ໃຫ້​ຄົນ​ໄປ​ບອກ​ເຮເຊກີຢາ​ວ່າ: “ພະ​ເຢໂຫວາ​ພະເຈົ້າ​ຂອງ​ອິດສະຣາເອນ​ເວົ້າ​ຈັ່ງຊີ້ ‘ເຮົາ​ໄດ້​ຍິນ​ຄຳ​ອະທິດຖານ​ຂອງ​ເຈົ້າ+​ເລື່ອງ​ເຊນນາເກຣິບ​ກະສັດ​ຂອງ​ອັດຊີເຣຍ​ແລ້ວ.+ 21  ເຮົາ​ເຢໂຫວາ​ຈຶ່ງ​ເວົ້າ​ກ່ຽວກັບ​ລາວ​ວ່າ: “ລູກສາວ​ຂອງ​ຊີໂອນ​ທີ່​ເປັນ​ສາວບໍລິສຸດ​ຊັງ​ເຈົ້າ​ຫຼາຍ​ແລະ​ລາວ​ກໍ​ເຍາະເຍີ້ຍ​ເຈົ້າ. ລູກສາວ​ຂອງ​ເຢຣູຊາເລັມ​ແກວ່ງຫົວ​ໃສ່​ເຈົ້າ. 22  ເຈົ້າ​ຮູ້​ບໍ​ວ່າ​ເຈົ້າ​ເວົ້າ​ເຍາະເຍີ້ຍ​ໃຜ​ແລະ​ດູຖູກ​ໃຜ?+ ເຈົ້າ​ຮູ້​ບໍ​ວ່າ​ເຈົ້າ​ຮ້ອງທັ່ງ​ໃສ່​ໃຜ+ແລະ​ຮູ້​ບໍ​ວ່າ​ເຈົ້າ​ເບິ່ງ​ໃຜ​ດ້ວຍ​ທ່າທາງ​ທີ່​ຈອງຫອງ? ຜູ້​ນັ້ນ​ແມ່ນພະເຈົ້າ​ອົງ​ບໍລິສຸດ​ຂອງ​ອິດສະຣາເອນ.+ 23  ເຈົ້າ​ໃຊ້​ຄົນ​+ໄປ​ເຍາະເຍີ້ຍ​ພະ​ເຢໂຫວາ​+ວ່າ‘ຂ້ອຍ​ຈະ​ເອົາ​ລົດມ້າ​ທັງໝົດ​ຂອງ​ຂ້ອຍແລ້ວ​ຂຶ້ນ​ໄປ​ເທິງ​ພູ​ສູງ​ຕ່າງ​ໆ​ແລະ​ໄປ​ຮອດ​ບ່ອນ​ທີ່​ໄກ​ທີ່​ສຸດ​ຂອງ​ເລບານອນ. ຂ້ອຍ​ຈະ​ຕັດ​ເອົາ​ຕົ້ນ​ຊີດ້າ*ທີ່​ງາມ​ໆ​ແລະ​ຕົ້ນ​ຈູນິເປີ້*ທີ່​ດີ​ໆ​. ຂ້ອຍ​ຈະ​ເຂົ້າໄປ​ໃນ​ບ່ອນ​ທີ່​ເລິກ​ທີ່​ສຸດ​ແລະ​ເຂົ້າໄປ​ໃນ​ປ່າ​ທີ່ເປັນ​ສວນ​ທີ່​ງາມ​ໆ​. 24  ຂ້ອຍ​ຈະ​ຂຸດ​ນ້ຳສ້າງ​ຢູ່​ປະເທດ​ຕ່າງ​ໆ​ແລະ​ກິນ​ນ້ຳສ້າງ​ເຫຼົ່ານັ້ນ.ຂ້ອຍ​ຈະ​ຢຽບ​ຄອງນ້ຳ​ຕ່າງ​ໆ​ຂອງ​ແມ່ນ້ຳນິນ​ໃນ​ເອຢິບ​ໃຫ້​ແຫ້ງ.’ 25  ເຈົ້າ​ບໍ່​ເຄີຍ​ໄດ້​ຍິນ​ບໍ? ເຮົາ​ຕັດສິນ​ໃຈ​ໄວ້​ແຕ່​ດົນ​ແລ້ວ.+ ເຮົາ​ວາງແຜນ​ໄວ້​ແຕ່​ດົນ​ແລ້ວ+ ແລະ​ຕອນ​ນີ້​ເຮົາ​ຈະ​ເຮັດ​ໃຫ້​ມັນ​ເກີດຂຶ້ນ​ແທ້.+ ເຈົ້າ​ຈະ​ເຮັດ​ໃຫ້​ເມືອງ​ຕ່າງ​ໆ​ທີ່​ມີກຳແພງ​ອ້ອມ​ເຫຼືອ​ແຕ່​ຊາກຫັກພັງ.+ 26  ຄົນ​ທີ່​ຢູ່​ເມືອງ​ນັ້ນ​ຈະ​ເຮັດ​ຫຍັງ​ບໍ່​ໄດ້.ເຂົາເຈົ້າ​ຈະ​ພາກັນ​ຢ້ານ​ແລະ​ຖືກ​ເຮັດ​ໃຫ້​ຂາຍໜ້າ. ເຂົາເຈົ້າ​ຈະ​ອ່ອນແອ​ຄືກັບ​ພືດຜັກ​ແລະ​ຕົ້ນ​ຫຍ້າ+ແລະ​ຈະ​ເປັນ​ຄືກັບ​ຫຍ້າ​ເທິງ​ຫຼັງຄາ​ທີ່​ຖືກ​ລົມຮ້ອນ​ຈາກ​ທິດຕາເວັນ​ອອກ​ເຜົາ. 27  ແຕ່​ເຮົາ​ຮູ້​ທຸກຢ່າງ​ທີ່​ເຈົ້າ​ເຮັດ ບໍ່​ວ່າ​ເຈົ້າ​ຈະ​ນັ່ງ ຫຼື​ໄປໃສ​ມາໃສ+ຫຼື​ຕອນ​ທີ່​ເຈົ້າ​ໃຈຮ້າຍ​ໃຫ້​ເຮົາ ເຮົາ​ກໍ​ຮູ້+ 28  ຍ້ອນ​ເຮົາ​ໄດ້​ຍິນ​ຄຳເວົ້າ​ທີ່​ເຈົ້າ​ໃຈຮ້າຍ​ໃຫ້​ເຮົາ+ແລະ​ທີ່​ເຈົ້າ​ດ່າ​ເຮົາ.+ ເຮົາ​ຈະ​ເອົາ​ຂໍເກາະ​ເກາະ​ດັງ​ເຈົ້າ ແລະ​ເຮົາ​ຈະ​ເອົາເຊືອກ*+ຄາດ​ໃສ່​ປາກ​ເຈົ້າແລ້ວ​ດຶງ​ເຈົ້າ​ກັບ​ເມືອ​ທາງ​ທີ່​ເຈົ້າ​ມາ.”+ 29  ເຮົາ​ຈະ​ເຮັດ​ແບບນີ້​ເພື່ອ​ຢືນຢັນ​ໃຫ້​ເຈົ້າ*ໝັ້ນໃຈ​ວ່າ​ສິ່ງ​ທີ່​ເຮົາ​ເວົ້າ​ຈະ​ເກີດຂຶ້ນ​ແທ້. ປີ​ນີ້​ເຈົ້າ​ຈະ​ໄດ້​ກິນເຂົ້າ​ທີ່​ເກີດ​ເອງ ແລະ​ປີໜ້າ​ເຈົ້າ​ກໍ​ຈະ​ໄດ້​ກິນເຂົ້າ​ທີ່​ເກີດ​ເອງ​ຢູ່​ບ່ອນເກົ່າ.+ ແຕ່​ໃນ​ປີ​ຕໍ່​ໄປ​ເຈົ້າ​ຈະ​ໄດ້​ຫວ່ານ​ແລະ​ເກັບກ່ຽວ ແລະ​ເຈົ້າ​ຈະ​ໄດ້​ເຮັດ​ສວນ​ໝາກ​ລະແຊັງ​ແລະ​ກິນ​ໝາກ​ມັນ.+ 30  ພວກ​ຢູດາທີ່​ລອດ​ຊີວິດ+​ຈະ​ຢັ່ງ​ຮາກ​ເລິກ​ລົງ​ດິນ​ແລະ​ເກີດດອກ​ອອກໝາກ. 31  ເລື່ອງ​ນີ້​ຈະ​ເກີດຂຶ້ນ​ຍ້ອນ​ຄົນ​ທີ່​ເຫຼືອ​ຢູ່​ເມືອງ​ເຢຣູຊາເລັມ​ຈຳນວນ​ໜຶ່ງ​ຈະ​ຍ້າຍ​ອອກ​ໄປ ແລະ​ພວກ​ທີ່​ໜີ​ໄປ​ລີ້​ຢູ່​ພູ​ຊີໂອນ​ກໍ​ຈະ​ອອກ​ມາ. ພະ​ເຢໂຫວາ​ຜູ້​ບັນຊາການ​ກອງທັບ​ຈະ​ເຮັດ​ສິ່ງ​ເຫຼົ່ານີ້​ຕາມ​ທີ່​ເພິ່ນ​ຕັ້ງໃຈ​ໄວ້.+ 32  ພະ​ເຢໂຫວາ​ເວົ້າ​ກ່ຽວກັບ​ກະສັດ​ອັດຊີເຣຍ​+ວ່າ: “ລາວ​ຈະ​ບໍ່​ໄດ້​ເຂົ້າມາ​ໃນ​ເມືອງ​ນີ້+ແລະ​ຈະ​ບໍ່​ໄດ້​ຍິງ​ທະນູ​ຢູ່​ນີ້.ລາວ​ຈະ​ບໍ່​ໄດ້​ຖື​ໂລ້​ມາ​ຕໍ່ສູ້ແລະ​ຈະ​ບໍ່​ໄດ້​ເອົາ​ດິນ​ມາ​ກອງ​ເປັນ​ໂນນ​ຈຸ​ກຳແພງ​ເພື່ອ​ໂຈມຕີ​ເມືອງ​ນີ້.+ 33  ລາວ​ມາ​ທາງ​ໃດ​ກໍ​ຈະ​ກັບ​ໄປ​ທາງ​ນັ້ນລາວ​ຈະ​ບໍ່​ໄດ້​ເຂົ້າມາ​ໃນ​ເມືອງ​ນີ້.” ພະ​ເຢໂຫວາ​ເວົ້າ​ແບບນີ້. 34  “ເຮົາ​ຈະ​ປົກປ້ອງ+ແລະ​ຊ່ວຍ​ເມືອງ​ນີ້​ໃຫ້​ລອດ​ເພື່ອ​ເຫັນ​ແກ່​ຊື່​ຂອງ​ເຮົາ+ແລະ​ເຫັນແກ່​ດາວິດ​ຜູ້ຮັບໃຊ້​ຂອງ​ເຮົາ.”’”+ 35  ໃນ​ຄືນ​ນັ້ນ ທູດສະຫວັນ​ອົງ​ໜຶ່ງ​ຂອງ​ພະ​ເຢໂຫວາ​ໄດ້​ໄປ​ຄ້າຍ​ຂອງ​ພວກ​ອັດຊີເຣຍ​ແລະ​ຂ້າ​ທະຫານ 185.000 ຄົນ​ຕາຍ.+ ເມື່ອ​ມີ​ຄົນ​ຕື່ນ​ຂຶ້ນ​ມາ​ຕອນ​ເຊົ້າ ເຂົາເຈົ້າ​ກໍ​ເຫັນ​ສົບ​ພວກ​ທະຫານ​ທີ່​ຕາຍ​ຢາຍ​ກັນ​ຢູ່.+ 36  ເມື່ອ​ເປັນ​ແບບ​ນັ້ນ ເຊນນາເກຣິບ​ກະສັດ​ຂອງ​ອັດຊີເຣຍ​ຈຶ່ງ​ກັບ​ໄປ​ຢູ່​ເມືອງ​ນີເນເວ.+ 37  ມື້​ໜຶ່ງຕອນ​ທີ່​ເຊນນາເກຣິບ​ກຳລັງ​ກົ້ມກາບ​ພະ​ນິດສະໂຣກ​ຢູ່​ໃນ​ວິຫານ ລູກຊາຍ​ຂອງ​ລາວ​ຊື່​ອັດຣຳເມເລັກ​ກັບ​ຊາເຣັດເຊ​ໄດ້​ເອົາ​ດາບ​ຂ້າ​ລາວ​ຕາຍ+ ແລ້ວ​ເຂົາເຈົ້າ​ກໍ​ໜີ​ໄປ​ຢູ່​ອາຣາຣັດ.+ ອາຊາຮັດໂດນ​+ລູກຊາຍ​ອີກ​ຜູ້​ໜຶ່ງ​ຂອງ​ເຊນນາເກຣິບ​ກໍ​ເປັນ​ກະສັດ​ແທນ.

ຂໍຄວາມໄຂເງື່ອນ

ຫຼື​ອາດ​ແປ​ວ່າ “ລະຫວ່າງ”
ຕົ້ນ​ແປກ​ຊະນິດໜຶ່ງ
ຕົ້ນ​ແປກ​ຊະນິດໜຶ່ງ
ເຊືອກ​ນີ້​ມັດ​ຢູ່​ສອງ​ສົ້ນ​ຂອງ​ເຫຼັກ​ສຳລັບ​ໃສ່​ປາກ​ມ້າ​ເພື່ອ​ຈະ​ຄວບຄຸມ​ມັນ​ໄດ້
ໝາຍເຖິງ​ເຮເຊກີຢາ