ກະສັດ​ສະບັບ​ທີ​ສອງ 20:1-21

  • ເຮເຊກີຢາ​ບໍ່​ສະບາຍ​ແຮງ​ແລະ​ເຊົາ​ເຈັບ​ປ່ວຍ (1-​11)

  • ຄົນ​ທີ່​ມາ​ຈາກ​ບາບີໂລນ (12-​19)

  • ເຮເຊກີຢາ​ຕາຍ (20, 21)

20  ຕອນ​ທີ່​ເຮເຊກີຢາ​ບໍ່​ສະບາຍ​ແຮງ​ແລະ​ໃກ້​ຊິ​ຕາຍ+ ຜູ້ພະຍາກອນ​ເອຊາຢາ​ລູກຊາຍ​ຂອງ​ອາມອດ​ມາ​ຫາ​ລາວ​ແລະ​ເວົ້າ​ວ່າ: “ພະ​ເຢໂຫວາ​ບອກ​ວ່າ ‘ໃຫ້​ສັ່ງລາຄອບຄົວ*​ຂອງ​ເຈົ້າ ເພາະ​ວ່າ​ເຈົ້າ​ຈະ​ບໍ່​ເຊົາ​ເຈັບປ່ວຍ​ແລະ​ຈະ​ຕາຍ.’”+  ເມື່ອ​ໄດ້​ຍິນ​ແບບນັ້ນ​ເຮເຊກີຢາ​ກໍ​ປິ່ນໜ້າ​ເຂົ້າຝາ​ແລະ​ອະທິດຖານ​ຫາ​ພະ​ເຢໂຫວາ​ວ່າ:  “ພະ​ເຢໂຫວາ ຂໍ​ໃຫ້​ຈື່​ວ່າ​ລູກ​ໃຊ້​ຊີວິດ​ຢ່າງ​ສັດຊື່​ໃນ​ແນວທາງ​ຂອງ​ພະອົງ ຮັບໃຊ້​ພະອົງ​ດ້ວຍ​ສຸດຫົວໃຈ ແລະ​ເຮັດ​ສິ່ງ​ທີ່​ພະອົງ​ເບິ່ງ​ວ່າ​ຖືກຕ້ອງ​ສະເໝີ.”+ ແລ້ວ​ເຮເຊກີຢາ​ກໍ​ໄຫ້ແທ້​ໄຫ້ວ່າ.  ເອຊາຢາ​ອອກ​ໄປ​ບໍ່​ທັນ​ຮອດ​ເດີ່ນ​ຂອງ​ວັງ​ຊ້ຳ ພະ​ເຢໂຫວາ​ກໍ​ບອກ​ລາວ​ວ່າ:+  “ກັບ​ໄປ​ຫາ​ເຮເຊກີຢາ​ຜູ້​ປົກຄອງ​ປະຊາຊົນ​ຂອງ​ເຮົາ​ແລະ​ບອກ​ລາວ​ວ່າ ‘ພະ​ເຢໂຫວາ​ພະເຈົ້າ​ຂອງ​ດາວິດ​ປູ່ຍ່າຕານາຍ​ຂອງ​ເຈົ້າ​ບອກ​ວ່າ “ເຮົາ​ໄດ້​ຍິນ​ຄຳ​ອະທິດຖານ​ຂອງ​ເຈົ້າ ແລະ​ເຫັນ​ນ້ຳຕາ​ຂອງ​ເຈົ້າ​ແລ້ວ.+ ເຮົາ​ຈະ​ປົວ​ເຈົ້າ​ໃຫ້​ເຊົາ.+ ອີກ 3 ມື້​ເຈົ້າ​ຈະ​ໄດ້​ໄປ​ວິຫານ​ຂອງ​ພະ​ເຢໂຫວາ.+  ເຮົາ​ຈະ​ໃຫ້​ເຈົ້າ​ມີ​ຊີວິດ​ຢູ່​ຕໍ່​ອີກ 15 ປີ. ເຮົາ​ຈະ​ຊ່ວຍ​ເຈົ້າ​ກັບ​ເມືອງ​ນີ້​ໃຫ້​ລອດ​ຈາກ​ກະສັດ​ອັດຊີເຣຍ.+ ເຮົາ​ຈະ​ປົກປ້ອງ​ເມືອງ​ນີ້​ເພື່ອ​ເຫັນ​ແກ່​ຊື່​ຂອງ​ເຮົາ​ແລະ​ເພື່ອ​ເຫັນ​ແກ່​ດາວິດ​ຜູ້​ຮັບໃຊ້​ຂອງ​ເຮົາ.”’”+  ຈາກນັ້ນ ເອຊາຢາ​ບອກ​ຄົນຮັບໃຊ້​ຂອງ​ກະສັດ​ວ່າ: “ໄປ​ເອົາ​ໝາກເດື່ອ​ແຫ້ງ​ທີ່​ປັ້ນ​ເປັນ​ກ້ອນ​ມາ.” ເຂົາເຈົ້າ​ກໍ​ເອົາ​ມາ​ໃຫ້​ລາວ​ແລະ​ໂພະ​ໃສ່​ຝີ. ຫຼັງຈາກນັ້ນ ເຮເຊກີຢາ​ກໍ​ຄ່ອຍ​ໆ​ໄຄ​ຂຶ້ນ.+  ເຮເຊກີຢາ​ຖາມ​ເອຊາຢາ​ວ່າ: “ມີ​ຫຍັງ​ຢືນຢັນ+ວ່າ​ພະ​ເຢໂຫວາ​ຈະ​ປົວ​ຂ້ອຍ​ໃຫ້​ເຊົາ​ແລະ​ອີກ 3 ມື້​ຂ້ອຍ​ຈະ​ໄດ້​ໄປ​ວິຫານ​ຂອງ​ພະ​ເຢໂຫວາ?”  ເອຊາຢາ​ຕອບ​ວ່າ: “ພະ​ເຢໂຫວາ​ຈະ​ໃຫ້​ທ່ານ​ເຫັນ​ສິ່ງ​ຕໍ່​ໄປ​ນີ້​ເພື່ອ​ຢືນຢັນ​ວ່າ​ພະ​ເຢໂຫວາ​ຈະ​ເຮັດ​ຕາມ​ທີ່​ເພິ່ນ​ໄດ້​ເວົ້າ. ທ່ານ​ຢາກ​ໃຫ້​ເງົາ​ທີ່​ຢູ່​ຂັ້ນໄດ*ຍ້າຍ​ໄປ​ທາງໜ້າ 10 ຂັ້ນ​ຫຼື​ຢາກ​ໃຫ້​ຖອຍກັບຫຼັງ 10 ຂັ້ນ?”+ 10  ເຮເຊກີຢາ​ເວົ້າ​ວ່າ: “ເງົາ​ນີ້ຍ້າຍໄປ​ທາງໜ້າ 10 ຂັ້ນ​ໄດ້​ຢູ່​ແລ້ວ ແຕ່​ມັນ​ຖອຍຫຼັງ​ກັບ​ມາ 10 ຂັ້ນ​ບໍ່​ໄດ້​ດອກ.” 11  ຜູ້ພະຍາກອນ​ເອຊາຢາ​ຈຶ່ງ​ອະທິດຖານ​ຫາ​ພະ​ເຢໂຫວາ ແລະ​ເພິ່ນ​ໄດ້​ເຮັດ​ໃຫ້​ເງົາ​ທີ່​ສ່ອງ​ໃສ່​ຂັ້ນໄດ​ຂອງ​ອາຮາດ​ຖອຍກັບຫຼັງ 10 ຂັ້ນ ຫຼັງ​ຈາກ​ທີ່​ເງົາ​ນັ້ນ​ສ່ອງ​ກາຍ​ໄປ​ແລ້ວ.+ 12  ໃນ​ຕອນ​ນັ້ນ ເບໂຣດັກບາລາດານ*​ກະສັດ​ຂອງ​ບາບີໂລນ​ທີ່​ເປັນ​ລູກຊາຍ​ຂອງ​ບາລາດານ​ໄດ້​ສົ່ງ​ຈົດໝາຍ​ພ້ອມ​ກັບ​ຂອງຂວັນ​ມາ​ໃຫ້​ເຮເຊກີຢາ ຍ້ອນ​ລາວ​ໄດ້​ຍິນ​ວ່າ​ເຮເຊກີຢາ​ບໍ່​ສະບາຍ.+ 13  ເຮເຊກີຢາ​ກໍ​ເຕັມໃຈ​ຕ້ອນຮັບຄົນ​ທີ່​ກະສັດ​ສົ່ງ​ມາ ແລະ​ໃຫ້​ເຂົາເຈົ້າ​ເຂົ້າໄປ​ເບິ່ງ​ຄັງຊັບສິນ​ທັງ​ໝົດ​ຂອງ​ລາວ.+ ລາວ​ຍັງ​ໃຫ້​ເຂົາເຈົ້າ​ເບິ່ງ​ເງິນ ຄຳ ນ້ຳມັນ​ຫອມ ນ້ຳມັນ​ອື່ນ​ໆ​ທີ່​ມີ​ຄ່າ ແລະ​ບ່ອນ​ທີ່​ລາວ​ເອົາ​ອາວຸດ​ໄວ້. ເຮເຊກີຢາ​ໃຫ້​ເຂົາເຈົ້າ​ເບິ່ງ​ທຸກຢ່າງ​ທີ່​ຢູ່​ໃນ​ວັງ​ແລະ​ຢູ່​ໃນ​ປະເທດ​ຂອງ​ລາວ. 14  ຈາກນັ້ນ ຜູ້ພະຍາກອນ​ເອຊາຢາ​ໄດ້​ມາ​ຫາ​ກະສັດ​ເຮເຊກີຢາ​ແລະ​ຖາມ​ວ່າ: “ເຂົາເຈົ້າ​ມາ​ແຕ່​ໃສ​ແລະ​ມາ​ເວົ້າ​ເລື່ອງ​ຫຍັງ?” ເຮເຊກີຢາ​ຕອບ​ວ່າ: “ເຂົາເຈົ້າ​ມາ​ແຕ່​ບາບີໂລນ​ທີ່​ຢູ່​ໄກ​ໆ​ພຸ້ນ.”+ 15  ເອຊາຢາ​ຖາມ​ອີກ​ວ່າ: “ເຂົາເຈົ້າ​ເຫັນ​ຫຍັງ​ແດ່​ຢູ່​ໃນ​ວັງ​ຂອງ​ທ່ານ?” ເຮເຊກີຢາ​ຕອບ​ວ່າ: “ເຂົາເຈົ້າ​ເຫັນ​ທຸກສິ່ງ​ທຸກຢ່າງ​ທີ່​ຢູ່​ໃນ​ວັງ​ຂອງ​ຂ້ອຍ. ຂ້ອຍ​ໃຫ້​ເຂົາເຈົ້າ​ເບິ່ງ​ທຸກຢ່າງ​ທີ່​ຢູ່​ໃນ​ຄັງຊັບສິນ​ຂອງ​ຂ້ອຍ.” 16  ເອຊາຢາ​ຈຶ່ງ​ເວົ້າ​ກັບ​ເຮເຊກີຢາ​ວ່າ: “ໃຫ້​ທ່ານ​ຟັງ​ສິ່ງ​ທີ່​ພະ​ເຢໂຫວາ​ເວົ້າ.+ 17  ພະ​ເຢໂຫວາ​ບອກ​ວ່າ ‘ອີກຈັກໜ້ອຍ​ທຸກສິ່ງ​ທີ່​ຢູ່​ໃນ​ວັງ​ຂອງ​ເຈົ້າ​ແລະ​ທຸກສິ່ງ​ທີ່​ປູ່ຍ່າຕານາຍ​ຂອງ​ເຈົ້າ​ສະສົມ​ໄວ້​ຈະ​ຖືກ​ຂົນ​ໄປ​ບາບີໂລນ+ ຈະ​ບໍ່​ມີ​ຫຍັງ​ເຫຼືອ​ຢູ່​ນີ້​ເລີຍ. 18  ລູກຫຼານ​ຂອງ​ເຈົ້າ​ບາງຄົນ​ຈະ​ຖືກ​ພາ​ໄປ​ບາບີໂລນ+ ແລະ​ຈະ​ເປັນ​ຂ້າລາຊະການ​ຢູ່​ໃນ​ວັງ​ຂອງ​ກະສັດ.’”+ 19  ແລ້ວ​ເຮເຊກີຢາ​ກໍ​ເວົ້າ​ກັບ​ເອຊາຢາ​ວ່າ: “ສິ່ງ​ທີ່​ພະ​ເຢໂຫວາ​ເວົ້າ​ກໍ​ຍຸຕິທຳ.”+ ເຮເຊກີຢາ​ເວົ້າ​ຕື່ມ​ອີກ​ວ່າ: “ຂ້ອຍ​ຂອບໃຈທີ່​ໃນ​ສະໄໝ​ຂອງ​ຂ້ອຍ​ຈະ​ມີ​ຄວາມ​ສະຫງົບສຸກ​ແລະບໍ່​ມີ​ບັນຫາ.”+ 20  ເລື່ອງ​ຕ່າງ​ໆ​ຂອງ​ເຮເຊກີຢາ ຄວາມ​ສຳເລັດ​ຕ່າງ​ໆ​ຂອງ​ລາວ ເລື່ອງ​ທີ່​ລາວ​ສ້າງ​ບ່ອນເກັບນ້ຳ​+ກັບ​ຮ່ອງນ້ຳ​ແລະ​ໃຫ້​ນ້ຳ​ໄຫຼ​ເຂົ້າມາ​ໃນ​ເມືອງ​+ກໍ​ຂຽນ​ໄວ້​ໃນ​ປຶ້ມ​ປະຫວັດ​ຂອງ​ພວກ​ກະສັດ​ຢູດາ. 21  ເມື່ອ​ເຮເຊກີຢາ​ຕາຍ+ ມານາເຊ​ລູກຊາຍ​ຂອງ​ລາວ+ກໍ​ເປັນ​ກະສັດ​ແທນ.+

ຂໍຄວາມໄຂເງື່ອນ

ຫຼື “ຄົນ​ໃນ​ວັງ”
ອາດ​ເປັນ​ຂັ້ນໄດ​ທີ່​ໃຊ້​ນັບ​ເວລາ​ໂດຍ​ສັງເກດ​ເບິ່ງ​ຈຸດ​ທີ່​ເງົາ​ຢູ່
ລາວ​ມີ​ອີກ​ຊື່​ໜຶ່ງ​ວ່າ​ເມໂຣດັກບາລາດານ​ໃນ ເອຊາຢາ 39:1