ກະສັດ​ສະບັບ​ທີ​ສອງ 21:1-26

  • ມານາເຊ​ເປັນ​ກະສັດ​ປົກຄອງ​ຢູດາ; ລາວ​ຂ້າ​ຄົນ​ຕາຍ​ຫຼາຍ (1-​18)

    • ເມືອງ​ເຢຣູຊາເລັມ​ຖືກ​ທຳລາຍ (12-​15)

  • ອາໂມນ​ເປັນ​ກະສັດ​ປົກຄອງ​ຢູດາ (19-​26)

21  ມານາເຊ​+ເປັນ​ກະສັດ​ຕອນ​ອາຍຸ 12 ປີ ແລະ​ລາວ​ປົກຄອງ​ຢູ່​ເມືອງ​ເຢຣູຊາເລັມ 55 ປີ.+ ແມ່​ຂອງ​ລາວ​ຊື່​ເຮັບຊີບາ.  ມານາເຊ​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ເບິ່ງ​ວ່າ​ຊົ່ວ. ລາວ​ໄດ້​ເຮັດ​ສິ່ງ​ທີ່​ເປັນ​ຕາ​ຂີ້ດຽດ​ຄື​ກັບ​ຊາດ​ຕ່າງ​ໆ​+ທີ່​ພະ​ເຢໂຫວາ​ໄດ້​ໄລ່​ໜີ​ໄປ​ຈາກ​ພວກ​ອິດສະຣາເອນ.+  ບ່ອນ​ນະມັດສະການ​ຕ່າງ​ໆ​ທີ່​ເຮເຊກີຢາ​ພໍ່​ຂອງ​ລາວ​ໄດ້​ທຳລາຍ​ແລ້ວ+ ລາວ​ກໍ​ສ້າງ​ຂຶ້ນ​ມາ​ໃໝ່. ລາວ​ສ້າງ​ແທ່ນ​ບູຊາ​ໃຫ້​ພະ​ບາອານ​ແລະ​ເຮັດ​ເສົາ​ໄມ້​ສັກສິດ*+ຄື​ກັບ​ທີ່​ອາຮາບ​ກະສັດ​ຂອງ​ອິດສະຣາເອນ​ເຄີຍ​ເຮັດ.+ ລາວ​ຂາບ​ໄຫວ້​ແລະ​ນະມັດສະການ​ດວງ​ດາວ​ຕ່າງ​ໆ​.+  ນອກ​ຈາກ​ນັ້ນ ລາວ​ຍັງ​ໄດ້​ສ້າງ​ແທ່ນ​ບູຊາ​ຫຼາຍ​ແທ່ນ​ໃຫ້​ພະເຈົ້າ​ປອມຢູ່​ໃນ​ວິຫານ​ຂອງ​ພະ​ເຢໂຫວາ+ ເຊິ່ງ​ເປັນ​ບ່ອນ​ທີ່​ພະ​ເຢໂຫວາ​ເວົ້າ​ເຖິງ​ວ່າ: “ເຮົາ​ຈະ​ໃຫ້​ຊື່​ຂອງ​ເຮົາ​ຢູ່​ໃນ​ເມືອງ​ເຢຣູຊາເລັມ.”+  ລາວ​ໄດ້​ສ້າງ​ແທ່ນ​ບູຊາ​ໃຫ້​ດວງ​ດາວ​ຕ່າງ​ໆ​+ໄວ້​ທັງສອງ​ເດີ່ນ​ຢູ່​ວິຫານ​ຂອງ​ພະ​ເຢໂຫວາ.+  ລາວເຜົາລູກ​ຊາຍ​ຂອງ​ໂຕເອງ. ລາວ​ຫຼິ້ນ​ຄາຖາ​ອາຄົມ ເບິ່ງ​ດວງ+ ແລະ​ໃຫ້​ມີ​ພວກ​ໝໍ​ຜີ​ກັບ​ໝໍ​ດູ.+ ລາວ​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ເບິ່ງ​ວ່າ​ຊົ່ວ​ແທ້​ຊົ່ວ​ວ່າ​ແລະ​ເຮັດ​ໃຫ້​ເພິ່ນ​ໃຈ​ຮ້າຍ​ຫຼາຍ.  ລາວ​ແກະ​ສະ​ຫຼັກ​ຮູບ​ພະ​ອັດ​ເຊຣາ*+ ແລ້ວ​ເອົາ​ໄປ​ໄວ້​ໃນ​ວິຫານ​ເຊິ່ງ​ພະ​ເຢໂຫວາ​ເຄີຍ​ບອກ​ດາວິດ​ກັບ​ໂຊໂລໂມນ​ລູກ​ຊາຍ​ຂອງ​ລາວ​ວ່າ: “ເຮົາ​ຈະ​ໃຫ້​ຊື່​ຂອງ​ເຮົາ​ຢູ່​ໃນ​ວິຫານ​ນີ້​ຕະຫຼອດໄປ​ແລະ​ຢູ່​ເມືອງ​ເຢຣູຊາເລັມ​ທີ່​ເຮົາ​ໄດ້​ເລືອກ​ຈາກ​ທຸກ​ເມືອງ​ໃນ​ຕະກູນ​ຕ່າງ​ໆ​ຂອງ​ອິດສະຣາເອນ.+  ຖ້າ​ເຂົາ​ເຈົ້າ​ເຮັດ​ຕາມ​ຄຳ​ສັ່ງ​ທຸກ​ຢ່າງ​ຂອງ​ເຮົາ+ທີ່​ໂມເຊ​ຜູ້​ຮັບ​ໃຊ້​ຂອງ​ເຮົາ​ໄດ້​ຕັ້ງ​ເປັນ​ກົດ​ໝາຍ​ໄວ້​ໃຫ້​ເຂົາ​ເຈົ້າ ເຮົາ​ຈະ​ບໍ່​ໃຫ້​ພວກ​ອິດສະຣາເອນ​ອອກ​ໄປ​ຈາກແຜ່ນດິນ​ນີ້​ອີກທີ່​ເຮົາ​ເອົາ​ໃຫ້​ປູ່ຍ່າຕານາຍ​ຂອງ​ເຂົາ​ເຈົ້າ.”+  ແຕ່​ເຂົາ​ເຈົ້າ​ບໍ່​ເຊື່ອ​ຟັງ. ມານາເຊ​ໄດ້​ພາ​ເຂົາ​ເຈົ້າ​ໄປ​ຜິດ​ທາງ​ແລະ​ເປັນ​ຕົ້ນ​ເຫດ​ເຮັດ​ໃຫ້​ເຂົາ​ເຈົ້າ​ເຮັດ​ຊົ່ວ​ຫຼາຍ​ກວ່າ​ຊາດ​ຕ່າງ​ໆ​ທີ່​ພະ​ເຢໂຫວາ​ໄດ້​ກວາດ​ລ້າງ​ຕອນ​ທີ່​ພວກ​ອິດສະຣາເອນ​ເຂົ້າ​ມາ​ຢູ່​ໃນ​ແຜ່ນດິນ​ນັ້ນ.+ 10  ພະ​ເຢໂຫວາ​ໄດ້​ເວົ້າ​ຫຼາຍ​ເທື່ອ​ຜ່ານ​ທາງ​ພວກ​ຜູ້ພະຍາກອນ​ທີ່​ເປັນ​ຜູ້​ຮັບ​ໃຊ້​ຂອງ​ເພິ່ນ​+ວ່າ: 11  “ມານາເຊ​ກະສັດ​ຂອງ​ຢູດາ​ໄດ້​ເຮັດ​ສິ່ງ​ທັງ​ໝົດ​ນີ້​ທີ່ພະເຈົ້າຂີ້ດຽດ.* ລາວ​ເຮັດ​ຊົ່ວ​ຫຼາຍ​ກວ່າ​ພວກ​ອາໂມ​+ທີ່​ມີ​ຊີວິດ​ຢູ່​ກ່ອນ​ລາວ+ ແລະ​ລາວ​ໄດ້​ພາ​ພວກ​ຢູດາ​ເຮັດ​ຜິດ​ໂດຍ​ສ້າງ​ຮູບ​ບູຊາ​ຕ່າງ​ໆ​ທີ່​ພະເຈົ້າ​ຂີ້ດຽດ​ໃຫ້​ເຂົາ​ເຈົ້າ. 12  ພະ​ເຢໂຫວາ​ພະເຈົ້າ​ຂອງ​ອິດສະຣາເອນ​ຈຶ່ງ​ເວົ້າ​ວ່າ ‘ເຮົາ​ຈະ​ເຮັດ​ໃຫ້​ເຢຣູຊາເລັມ​ແລະ​ຢູດາ​ຈິບຫາຍ+ ແລະ​ຄົນ​ທີ່​ໄດ້​ຍິນ​ເລື່ອງ​ນີ້​ຈະ​ຕ້ອງຕົກ​ໃຈ​ຫຼາຍ.+ 13  ເຮົາ​ຈະ​ເຮັດ​ໃຫ້​ເຢຣູຊາເລັມ​ເປັນ​ຄື​ກັບ​ຊາມາເຣຍ+ແລະ​ຄື​ກັບ​ຄອບ​ຄົວ​ຂອງ​ອາຮາບ.+ ເຮົາ​ຈະ​ລ້າງ​ເຢຣູຊາເລັມ​ໃຫ້​ກ້ຽງ​ຄື​ກັບ​ລ້າງ​ຖ້ວຍ​ໃຫ້​ກ້ຽງ​ແລ້ວ​ຂວ້ຳ​ໄວ້.+ 14  ເຮົາ​ຈະ​ຖິ້ມ​ປະຊາຊົນ​ຂອງ​ເຮົາ​ທີ່​ຍັງ​ເຫຼືອ​ຢູ່​+ແລະ​ໃຫ້​ພວກ​ສັດຕູ​ຊະນະ​ເຂົາ​ເຈົ້າ. ເຂົາ​ເຈົ້າ​ຈະ​ຖືກ​ພວກ​ສັດຕູ​ຈັບ​ໄປ​ເປັນ​ຊະເລີຍ​ແລະ​ຖືກ​ປຸ້ນ+ 15  ຍ້ອນ​ເຂົາ​ເຈົ້າ​ເຮັດ​ສິ່ງ​ທີ່​ເຮົາ​ເບິ່ງ​ວ່າ​ຊົ່ວ​ແລະ​ເຮັດ​ໃຫ້​ເຮົາ​ໃຈ​ຮ້າຍ​ຕະຫຼອດ​ຕັ້ງ​ແຕ່​ມື້​ທີ່​ປູ່ຍ່າຕານາຍ​ຂອງ​ເຂົາ​ເຈົ້າ​ອອກ​ມາ​ຈາກ​ເອຢິບ​ຈົນ​ຮອດ​ທຸກ​ມື້​ນີ້.’”+ 16  ນອກ​ຈາກ​ມານາເຊ​ຈະ​ເຮັດ​ຜິດ​ໂດຍ​ເປັນ​ຕົ້ນ​ເຫດ​ພາ​ໃຫ້​ພວກ​ຢູດາ​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ເບິ່ງ​ວ່າ​ຊົ່ວ ລາວ​ຍັງ​ຂ້າ​ຫຼາຍ​ຄົນທີ່​ບໍ່​ມີ​ຄວາມ​ຜິດ​ຈົນ​ເລືອດ​ຂອງ​ເຂົາ​ເຈົ້າ​ເຕັມ​ເມືອງ​ເຢຣູຊາເລັມ.+ 17  ເລື່ອງ​ຕ່າງ​ໆ​ຂອງ​ມານາເຊ ທຸກ​ສິ່ງ​ທີ່​ລາວ​ເຮັດ ແລະ​ຄວາມ​ຜິດ​ຂອງ​ລາວ​ກໍ​ຂຽນ​ໄວ້​ໃນ​ປຶ້ມ​ປະຫວັດ​ຂອງ​ພວກ​ກະສັດ​ຢູດາ. 18  ເມື່ອ​ມານາເຊ​ຕາຍ ເຂົາ​ເຈົ້າ​ໄດ້​ຝັງ​ລາວ​ໄວ້​ຢູ່ວັງຂອງ​ລາວ​ໃນ​ສວນ​ທີ່​ເຄີຍ​ເປັນ​ຂອງ​ອຸດຊາ.+ ອາໂມນ​ລູກ​ຊາຍ​ຂອງ​ລາວ​ກໍ​ເປັນ​ກະສັດ​ແທນ. 19  ອາໂມນ​+ເປັນ​ກະສັດ​ຕອນ​ອາຍຸ 22 ປີ ແລະ​ລາວ​ປົກຄອງ​ຢູ່​ເມືອງ​ເຢຣູຊາເລັມ 2 ປີ.+ ແມ່​ຂອງ​ລາວ​ຊື່​ເມຊຸນເລເມັດ​ເປັນ​ລູກສາວ​ຂອງ​ຮາຣຸດ​ຄົນ​ໂຢດບາ. 20  ອາໂມນ​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ເບິ່ງ​ວ່າ​ຊົ່ວ​ຄື​ກັບ​ມານາເຊ​ພໍ່​ຂອງ​ລາວ.+ 21  ລາວ​ເຮັດ​ຄື​ກັບ​ພໍ່​ທຸກ​ຢ່າງ. ລາວ​ນະມັດສະການ​ແລະ​ຂາບ​ໄຫວ້​ຮູບ​ບູຊາ​ຕ່າງ​ໆ​ທີ່ພະເຈົ້າຂີ້ດຽດ​ທີ່​ພໍ່​ຂອງ​ລາວ​ເຄີຍ​ນະມັດສະການ.+ 22  ລາວ​ຖິ້ມ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ປູ່ຍ່າຕານາຍ​ຂອງ​ລາວ ແລະ​ບໍ່​ໄດ້​ໃຊ້​ຊີວິດ​ໃນ​ແນວ​ທາງ​ຂອງ​ພະ​ເຢໂຫວາ.+ 23  ໃນ​ທີ່​ສຸດ ຄົນ​ຮັບ​ໃຊ້​ຂອງ​ອາໂມນ​ໄດ້​ວາງ​ແຜນ​ແລະ​ຂ້າ​ລາວ​ຕາຍ​ຢູ່​ໃນ​ວັງ​ຂອງ​ລາວ. 24  ແຕ່​ປະຊາຊົນ​ໄດ້​ຂ້າ​ທຸກ​ຄົນ​ທີ່​ວາງ​ແຜນ​ຂ້າ​ກະສັດ​ອາໂມນ ແລະ​ແຕ່ງຕັ້ງ​ໂຢສີຢາ​ລູກ​ຊາຍ​ຂອງ​ລາວ​ໃຫ້​ເປັນ​ກະສັດ​ແທນ.+ 25  ເລື່ອງ​ຕ່າງ​ໆ​ຂອງ​ອາໂມນ​ແລະ​ສິ່ງ​ທີ່​ລາວ​ເຮັດ​ກໍ​ຂຽນ​ໄວ້​ໃນ​ປຶ້ມ​ປະຫວັດ​ຂອງ​ພວກ​ກະສັດ​ຢູດາ. 26  ເຂົາ​ເຈົ້າ​ຝັງ​ລາວ​ໄວ້​ຢູ່​ບ່ອນ​ຝັງ​ສົບ​ໃນ​ສວນ​ທີ່​ເຄີຍ​ເປັນ​ຂອງ​ອຸດຊາ+ ແລ້ວ​ໂຢສີຢາ​ລູກ​ຊາຍ​ຂອງ​ລາວ+ກໍ​ເປັນ​ກະສັດ​ແທນ.

ຂໍຄວາມໄຂເງື່ອນ

ຫຼື “ເສົາ​ໄມ້​ສັກສິດ.” ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ.
ຄຳ​ນີ້​ໃນ​ພາສາ​ເຮັບເຣີ​ອາດ​ກ່ຽວຂ້ອງ​ກັບ​ຄຳ​ວ່າ “ຂີ້​ສັດ” ແລະ​ໃຊ້​ໃນ​ລັກສະນະ​ດູຖູກ