ກະສັດ​ສະບັບ​ທີ​ສອງ 23:1-37

  • ໂຢສີຢາ​ຈັດ​ລະບຽບ​ຄືນ​ໃໝ່ (1-​20)

  • ການ​ສະຫຼອງ​ປັດຊະຄາ (21-​23)

  • ໂຢສີຢາ​ຈັດ​ລະບຽບ​ຄືນ​ໃໝ່​ຕື່ມ​ອີກ (24-​27)

  • ໂຢສີຢາ​ຕາຍ (28-​30)

  • ເຢໂຮອາຮາດ​ເປັນ​ກະສັດ​ປົກຄອງ​ຢູດາ (31-​33)

  • ເຢໂຮຢາກີມ​ເປັນ​ກະສັດ​ປົກຄອງ​ຢູດາ (34-​37)

23  ກະສັດ​ໂຢສີຢາ​ຈຶ່ງ​ໃຫ້​ຄົນ​ໄປ​ເອີ້ນ​ພວກ​ຜູ້​ນຳ​ທຸກ​ຄົນ​ໃນ​ຢູດາ​ແລະ​ໃນ​ເຢຣູຊາເລັມ​ໃຫ້​ມາ​ລວມ​ກັນ.+  ແລ້ວ​ກະສັດ​ກໍ​ໄປ​ວິຫານ​ຂອງ​ພະ​ເຢໂຫວາ​ພ້ອມ​ກັບ​ປະຊາຊົນ​ທຸກ​ຄົນ​ຕັ້ງ​ແຕ່​ເດັກ​ນ້ອຍ​ຈົນ​ຮອດ​ຜູ້​ໃຫຍ່​ທີ່​ມາ​ຈາກ​ຢູດາ​ແລະ​ເຢຣູຊາເລັມ ລວມ​ທັງ​ພວກ​ປະໂລຫິດ​ແລະ​ພວກ​ຜູ້ພະຍາກອນ. ລາວ​ອ່ານ​ທຸກ​ສິ່ງ​ທີ່​ຢູ່​ໃນປຶ້ມ+​ບັນທຶກ​ຂໍ້​ສັນຍາ+ທີ່​ເຫັນ​ໃນ​ວິຫານ​ຂອງ​ພະ​ເຢໂຫວາ​ໃຫ້​ທຸກ​ຄົນ​ຟັງ.+  ກະສັດ​ຢືນ​ຢູ່​ຂ້າງ​ເສົາ​ແລະສັນຍາ*ກັບພະ​ເຢໂຫວາ​ວ່າ ລາວ​ຈະ​ເຊື່ອ​ຟັງ​ພະ​ເຢໂຫວາ​+ແລະ​ເຮັດ​ຕາມ​ຄຳ​ສັ່ງ ຂໍ້​ເຕືອນ​ໃຈ ແລະ​ກົດ​ໝາຍ​ຂອງ​ເພິ່ນ​ດ້ວຍ​ສຸດ​ຫົວໃຈ​ສຸດ​ຊີວິດ​ໂດຍ​ເຮັດ​ຕາມ​ທຸກ​ສິ່ງ​ທີ່​ຂຽນ​ໄວ້​ໃນ​ປຶ້ມ​ບັນທຶກ​ຂໍ້​ສັນຍາ​ນັ້ນ. ທຸກ​ຄົນ​ທີ່​ຢູ່​ຫັ້ນ​ກໍ​ສັນຍາ​ຄື​ກັນ.+  ແລ້ວ​ກະສັດ​ໄດ້​ສັ່ງ​ປະໂລຫິດ​ໃຫຍ່​ຮິນກີຢາ+ ປະໂລຫິດ​ຄົນອື່ນ​ໆ​ ແລະ​ພວກ​ຄົນ​ຍາມ​ປະຕູ​ໃຫ້​ເອົາ​ເຄື່ອງໃຊ້​ທຸກ​ຢ່າງ​ທີ່​ໃຊ້​ສຳລັບ​ນະມັດສະການ​ພະ​ບາອານ ນະມັດສະການ​ເສົາ​ໄມ້​ສັກສິດ*+ ແລະ​ນະມັດສະການ​ດວງ​ດາວ​ຕ່າງ​ໆ​ອອກ​ໄປ​ຈາກ​ວິຫານ​ຂອງ​ພະ​ເຢໂຫວາ. ຈາກ​ນັ້ນ ກະສັດ​ໄດ້​ເອົາ​ເຄື່ອງ​ທັງ​ໝົດ​ນີ້​ອອກ​ໄປ​ນອກ​ເມືອງ​ເຢຣູຊາເລັມ​ແລະ​ເຜົາ​ຢູ່​ຮ່ອມພູ​ກິດໂຣນ. ແລ້ວ​ລາວ​ກໍ​ເອົາ​ຂີ້ເທົ່າ​ໄປ​ເມືອງ​ເບເທນ.+  ລາວ​ໄດ້​ໄລ່​ພວກ​ປະໂລຫິດ​ຂອງ​ພະເຈົ້າ​ປອມ​ໜີ ເຊິ່ງ​ກະສັດ​ຢູດາ​ອົງ​ກ່ອນ​ໆ​ໄດ້​ແຕ່ງຕັ້ງ​ໃຫ້​ເຜົາ​ເຄື່ອງ​ບູຊາ​ຢູ່​ບ່ອນ​ນະມັດສະການ​ໃນ​ເມືອງ​ຕ່າງ​ໆ​ຂອງ​ຢູດາແລະ​ຢູ່​ອ້ອມແອ້ມ​ເມືອງ​ເຢຣູຊາເລັມ. ລາວ​ຍັງ​ໄດ້​ໄລ່​ພວກ​ທີ່​ເຜົາ​ເຄື່ອງ​ບູຊາ​ໃຫ້​ພະ​ບາອານ ດວງ​ຕາເວັນ ດວງ​ເດືອນ ກຸ່ມ​ດາວ​ລາສີ ແລະ​ດວງ​ດາວ​ຕ່າງ​ໆ​.+  ລາວ​ເອົາ​ເສົາ​ໄມ້​ສັກສິດ+ທີ່​ຢູ່​ວິຫານ​ຂອງ​ພະ​ເຢໂຫວາ​ອອກ​ໄປ​ນອກ​ເມືອງ​ເຢຣູຊາເລັມ ໄປ​ເຜົາ​+ຢູ່​ຮ່ອມ​ພູ​ກິດໂຣນ ແລ້ວທຸບ​ໃຫ້​ມຸ່ນ ແລະ​ເອົາ​ໄປ​ຖິ້ມ​ຢູ່​ບ່ອນ​ຝັງ​ສົບ​ຂອງ​ປະຊາຊົນ.+  ລາວ​ຍັງ​ໄດ້​ທຳລາຍ​ບ່ອນ​ຢູ່​ຂອງ​ພວກ​ຜູ້​ຊາຍ​ຂາຍ​ໂຕ​ທີ່​ຢູ່​ວິຫານ*+ຂອງ​ພະ​ເຢໂຫວາ ເຊິ່ງ​ເປັນ​ບ່ອນ​ທີ່​ພວກ​ຜູ້​ຍິງ​ໃຊ້​ເພື່ອ​ຕ່ຳ​ຜ້າ​ເຮັດ​ເຕັ້ນ​ສຳລັບ​ນະມັດສະການ​ເສົາ​ໄມ້​ສັກສິດ.  ລາວ​ໄລ່​ພວກ​ປະໂລຫິດ​ທຸກ​ຄົນ​ອອກ​ຈາກ​ເມືອງ​ຕ່າງ​ໆ​ຂອງ​ຢູດາ. ຕັ້ງ​ແຕ່​ເມືອງ​ເຄບາ​+ຈົນ​ຮອດ​ເມືອງ​ເບເອເຊບາ+ ລາວ​ເຮັດ​ໃຫ້​ບ່ອນ​ນະມັດສະການ​ທີ່​ພວກ​ປະໂລຫິດ​ເຫຼົ່າ​ນັ້ນ​ເຄີຍ​ເຜົາ​ເຄື່ອງ​ບູຊາໃຊ້​ບໍ່​ໄດ້​ອີກຕໍ່​ໄປ. ລາວ​ຍັງ​ໄດ້​ທຳລາຍ​ບ່ອນ​ນະມັດສະການ​ຕ່າງ​ໆ​ທີ່​ຢູ່​ປະຕູ​ທາງເຂົ້າ​ຂອງ​ໂຢຊວຍ​ທີ່​ເປັນ​ເຈົ້າ​ເມືອງ. ເມື່ອ​ຍ່າງ​ເຂົ້າ​ປະຕູ​ເມືອງ​ມາ ບ່ອນ​ນະມັດສະການ​ເຫຼົ່ານີ້​ຢູ່​ເບື້ອງ​ຊ້າຍ.  ພວກ​ປະໂລຫິດ​ຂອງ​ບ່ອນ​ນະມັດສະການ​ຕ່າງ​ໆ​ບໍ່​ໄດ້​ຮັບ​ອະນຸຍາດ​ໃຫ້​ເຮັດ​ວຽກ​ຮັບ​ໃຊ້​ຢູ່​ແທ່ນ​ບູຊາ​ຂອງ​ພະ​ເຢໂຫວາ​ໃນ​ເມືອງ​ເຢຣູຊາເລັມ+ ແຕ່​ເຂົາ​ເຈົ້າ​ໄດ້​ຮັບ​ອະນຸຍາດ​ໃຫ້​ກິນ​ເຂົ້າຈີ່​ບໍ່​ມີ​ເຊື້ອ​ກັບ​ພີ່ນ້ອງ​ຂອງ​ເຂົາ​ເຈົ້າ. 10  ລາວ​ເຮັດ​ໃຫ້​ໂຕເຟັດ*+​ທີ່​ຢູ່​ຮ່ອມ​ພູ​ຮິນໂນມ*+​ໃຊ້​ບໍ່​ໄດ້​ອີກ​ຕໍ່​ໄປ​ເພື່ອ​ບໍ່​ໃຫ້​ໃຜ​ເອົາ​ລູກ​ຊາຍ​ຫຼື​ລູກສາວ​ໄປ​ເຜົາ​ໃຫ້​ພະ​ໂມເລັກ​ຢູ່​ຫັ້ນ.+ 11  ລາວ​ຫ້າມ​ບໍ່​ໃຫ້​ເອົາ​ຝູງ​ມ້າ​ທີ່​ກະສັດ​ຂອງ​ຢູດາ​ອົງ​ກ່ອນ​ໆ​ອຸທິດ​ໃຫ້​ດວງ​ຕາເວັນ​ຍ່າງ​ຜ່ານ​ທາງ​ບ່ອນ​ກິນ​ເຂົ້າ*ທີ່​ເປັນ​ຂອງ​ນາທານເມເລັກ​ທີ່​ເປັນ​ຂ້າລາຊະການ​ເພື່ອ​ເຂົ້າ​ໄປ​ໃນ​ວິຫານ​ຂອງ​ພະ​ເຢໂຫວາ. ລາວ​ໄດ້​ເຜົາລົດ​ມ້າ​ທີ່​ອຸທິດໃຫ້​ດວງ​ຕາເວັນ.+ 12  ກະສັດ​ໂຢສີຢາ​ໄດ້​ທຳລາຍ​ແທ່ນ​ບູຊາ​ຕ່າງ​ໆ​ທີ່​ກະສັດ​ຂອງ​ຢູດາ​ອົງ​ກ່ອນ​ໆ​ສ້າງ​ໄວ້​ຢູ່​ເທິງ​ດາດ​ຟ້າ​+ທີ່​ຢູ່​ທາງ​ເທິງຫ້ອງຂອງ​ອາຮາດ* ແລະ​ລາວ​ຍັງ​ໄດ້​ທຳລາຍ​ແທ່ນ​ບູຊາ​ທີ່​ມານາເຊ​ສ້າງ​ໄວ້​ຢູ່ 2 ເດີ່ນ​ໃນ​ວິຫານ​ຂອງ​ພະ​ເຢໂຫວາ.+ ລາວ​ທຸບ​ແທ່ນ​ບູຊາ​ເຫຼົ່າ​ນັ້ນ​ຈົນ​ມຸ່ນ​ແລ້ວ​ເອົາ​ໄປ​ຖິ້ມ​ຢູ່​ຮ່ອມ​ພູ​ກິດໂຣນ. 13  ກະສັດ​ໂຢສີຢາ​ເຮັດ​ໃຫ້​ບ່ອນ​ນະມັດສະການ​ຕ່າງ​ໆ​ທີ່​ຢູ່​ເນີນ​ທາງ​ທິດໃຕ້​ຂອງພູ​ໝາກກອກ*ເຊິ່ງ​ຢູ່​ຕໍ່​ໜ້າ​ເມືອງ​ເຢຣູຊາເລັມ​ໃຊ້​ບໍ່​ໄດ້​ອີກ​ຕໍ່​ໄປ. ໂຊໂລໂມນ​ກະສັດ​ຂອງ​ອິດສະຣາເອນ​ໄດ້​ສ້າງ​ບ່ອນ​ນະມັດສະການ​ເຫຼົ່ານີ້​ໃຫ້​ພະເຈົ້າ​ທີ່​ເປັນ​ຕາ​ຂີ້ດຽດ​ຊື່​ອັດຊະໂຕເຣດ*ຂອງ​ພວກ​ຊີໂດນ ພະເຈົ້າ​ທີ່​ເປັນ​ຕາ​ຂີ້ດຽດ​ຊື່​ເຄມົດ​ຂອງ​ພວກ​ໂມອາບ ແລະ​ພະເຈົ້າ​ທີ່​ເປັນ​ຕາ​ຂີ້ດຽດ​ຊື່​ມີເລກອມ+ຂອງ​ພວກ​ອຳໂມນ.+ 14  ກະສັດ​ໂຢສີຢາ​ທຸບ​ເສົາ​ຫີນ​ສັກສິດ​ຈົນ​ແຕກ​ແລະ​ໄດ້​ຟັນ​ເສົາ​ໄມ້​ສັກສິດ+ ແລ້ວ​ເອົາ​ກະດູກ​ຄົນ​ໄປ​ຖິ້ມ​ໃສ່​ບ່ອນ​ເຫຼົ່າ​ນັ້ນ. 15  ລາວ​ຍັງ​ໄດ້​ທຳລາຍ​ແທ່ນ​ບູຊາ​ຢູ່​ເມືອງ​ເບເທນ​ແລະ​ບ່ອນ​ນະມັດສະການ​ທີ່​ເຢໂຣໂບອາມ​ລູກ​ຊາຍ​ຂອງ​ເນບັດ​ສ້າງ​ໄວ້​ເຊິ່ງ​ເປັນ​ຕົ້ນ​ເຫດ​ພາ​ໃຫ້​ພວກ​ອິດສະຣາເອນ​ເຮັດ​ຜິດ.+ ຫຼັງ​ຈາກ​ທຳລາຍ​ແທ່ນ​ບູຊາ​ແລະ​ບ່ອນ​ນະມັດສະການ ລາວ​ກໍ​ຈູດ​ບ່ອນ​ນະມັດສະການ​ນັ້ນ ແລ້ວ​ເຮັດ​ໃຫ້​ມຸ່ນ​ແລະ​ຈູດ​ເສົາ​ໄມ້​ສັກສິດ.+ 16  ເມື່ອ​ໂຢສີຢາ​ເຫັນ​ບ່ອນ​ຝັງ​ສົບ​ຢູ່​ເທິງ​ພູ ລາວ​ກໍ​ໃຫ້​ຄົນ​ເອົາ​ກະດູກ​ຢູ່​ຫັ້ນ​ໄປ​ເຜົາ​ຢູ່​ເທິງ​ແທ່ນ​ບູຊາ​ເພື່ອ​ໃຫ້​ແທ່ນ​ບູຊາ​ນັ້ນ​ໃຊ້​ບໍ່​ໄດ້​ອີກ. ເລື່ອງ​ນີ້ເປັນ​ໄປ​ຕາມ​ທີ່​ພະ​ເຢໂຫວາ​ໄດ້​ເວົ້າ​ຜ່ານ​ທາງ​ຜູ້ພະຍາກອນ​ຂອງ​ເພິ່ນ.+ 17  ແລ້ວ​ກະສັດ​ໂຢສີຢາ​ກໍ​ຖາມ​ວ່າ: “ນັ້ນ​ແມ່ນ​ບ່ອນ​ຝັງ​ສົບ​ຂອງ​ໃຜ?” ຄົນ​ຢູ່​ເມືອງ​ນັ້ນ​ບອກ​ລາວ​ວ່າ: “ເປັນ​ບ່ອນ​ຝັງ​ສົບ​ຄົນ​ຂອງ​ພະເຈົ້າ​ທ່ຽງແທ້​ທີ່​ມາ​ຈາກ​ຢູດາ+ ລາວ​ເຄີຍ​ພະຍາກອນ​ກ່ຽວ​ກັບ​ສິ່ງ​ທີ່​ທ່ານ​ໄດ້​ເຮັດ​ກັບ​ແທ່ນ​ບູຊາ​ຢູ່​ເມືອງ​ເບເທນ.” 18  ໂຢສີຢາ​ຈຶ່ງ​ບອກ​ວ່າ: “ບໍ່​ຕ້ອງ​ເຮັດ​ຫຍັງ​ກັບ​ກະດູກ​ຂອງ​ລາວ. ໃຫ້​ປະ​ໄວ້​ແບບ​ນັ້ນ.” ເຂົາ​ເຈົ້າ​ຈຶ່ງ​ບໍ່​ເຮັດ​ຫຍັງ​ກັບ​ກະດູກ​ນັ້ນ ແລະ​ກະດູກ​ຂອງ​ຜູ້ພະຍາກອນ​ທີ່​ມາ​ຈາກ​ເມືອງ​ຊາມາເຣຍ​ເຂົາ​ເຈົ້າ​ກໍ​ບໍ່​ໄດ້​ເຮັດ​ຫຍັງ​ຄື​ກັນ.+ 19  ໂຢສີຢາ​ຍັງ​ໄດ້​ທຳລາຍ​ວິຫານ​ທັງ​ໝົດ​ຢູ່​ບ່ອນ​ນະມັດສະການ​ໃນ​ເມືອງ​ຕ່າງ​ໆ​ຂອງ​ຊາມາເຣຍ​+ທີ່​ກະສັດ​ອິດສະຣາເອນ​ອົງ​ກ່ອນ​ໆ​ໄດ້​ສ້າງ​ໄວ້ ເຊິ່ງ​ເຮັດ​ໃຫ້​ພະເຈົ້າ​ໃຈ​ຮ້າຍ. ລາວ​ເຮັດ​ທຸກ​ຢ່າງ​ກັບ​ວິຫານ​ເຫຼົ່າ​ນັ້ນ​ຄື​ກັບ​ທີ່​ໄດ້​ເຮັດ​ຢູ່​ເມືອງ​ເບເທນ.+ 20  ລາວ​ຂ້າ​ປະໂລຫິດ​ທຸກ​ຄົນ​ຂອງ​ບ່ອນ​ນະມັດສະການ​ເຫຼົ່າ​ນັ້ນ​ເທິງ​ແທ່ນ​ບູຊາ ແລະ​ເຜົາ​ກະດູກ​ຄົນ​ຢູ່​ເທິງ​ແທ່ນ​ນັ້ນ​ຄື​ກັນ.+ ຫຼັງ​ຈາກ​ນັ້ນ ລາວ​ກໍ​ກັບ​ເມືອ​ເມືອງ​ເຢຣູຊາເລັມ. 21  ແລ້ວ​ກະສັດ​ກໍ​ສັ່ງ​ປະຊາຊົນ​ທຸກ​ຄົນ​ວ່າ: “ໃຫ້​ສະຫຼອງ​ປັດສະຄາ+ໃຫ້​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ຕາມ​ທີ່​ຂຽນ​ໄວ້​ໃນ​ປຶ້ມ​ບັນທຶກ​ຂໍ້​ສັນຍາ​ນີ້.”+ 22  ໃນ​ສະໄໝ​ພວກ​ຜູ້ຕັດສິນ​ຂອງ​ອິດສະຣາເອນ​ແລະ​ໃນ​ສະໄໝ​ຂອງ​ພວກ​ກະສັດ​ອິດສະຣາເອນ​ກັບ​ພວກ​ກະສັດ​ຢູດາ​ບໍ່​ເຄີຍ​ມີການ​ສະຫຼອງ​ປັດສະຄາ​ໃຫຍ່​ແບບ​ນີ້.+ 23  ແຕ່​ໃນ​ປີ​ທີ 18 ທີ່​ກະສັດ​ໂຢສີຢາ​ປົກຄອງ​ໄດ້​ມີການ​ສະຫຼອງ​ປັດສະຄາ​ໃຫຍ່​ນີ້​ໃຫ້​ພະ​ເຢໂຫວາ​ຢູ່​ເມືອງ​ເຢຣູຊາເລັມ. 24  ໂຢສີຢາ​ໄດ້​ກຳຈັດ​ພວກ​ໝໍ​ຜີ ພວກ​ໝໍ​ດູ+ ຮູບ​ພະ​ເທຣາຟີມ*+ ຮູບ​ບູຊາ​ຕ່າງ​ໆ​ທີ່​ເປັນ​ຕາ​ຂີ້ດຽດ* ແລະ​ທຸກ​ສິ່ງ​ທີ່ພະເຈົ້າ​ຂີ້ດຽດ​ໃນ​ຢູດາ​ແລະ​ໃນ​ເຢຣູຊາເລັມ​ເພື່ອ​ເຮັດ​ຕາມ​ສິ່ງ​ທີ່​ຂຽນ​ໄວ້​ໃນ​ປຶ້ມ​ກົດ​ໝາຍ+ທີ່​ປະໂລຫິດ​ຮິນກີຢາ​ເຫັນ​ໃນ​ວິຫານ​ຂອງ​ພະ​ເຢໂຫວາ.+ 25  ບໍ່​ມີ​ກະສັດ​ອົງ​ໃດ​ເປັນ​ຄື​ກັບ​ລາວ ບໍ່​ວ່າ​ຈະ​ກ່ອນ​ຫຼື​ຫຼັງ​ລາວ ເພາະ​ວ່າ​ລາວ​ກັບ​ມາ​ຫາ​ພະ​ເຢໂຫວາ​ແລະ​ຮັບ​ໃຊ້​ເພິ່ນ​ດ້ວຍ​ສຸດ​ຫົວໃຈ+ ສຸດ​ຊີວິດ ສຸດ​ກຳລັງ ແລະ​ເຮັດ​ຕາມ​ກົດ​ໝາຍ​ຂອງ​ໂມເຊ​ທຸກ​ຂໍ້. 26  ແຕ່​ຍ້ອນ​ມານາເຊ​ເຮັດ​ຫຼາຍ​ສິ່ງ​ທີ່​ເຮັດ​ໃຫ້​ພະ​ເຢໂຫວາ​ໃຈ​ຮ້າຍ​ຫຼາຍ ເພິ່ນ​ຈຶ່ງ​ຍັງ​ໃຈ​ຮ້າຍ​ໃຫ້​ຢູດາ​ຢູ່.+ 27  ພະ​ເຢໂຫວາ​ບອກ​ວ່າ: “ເຮົາ​ຈະ​ກຳຈັດ​ພວກ​ຢູດາ​ອອກ​ໄປ​ຈາກ​ຕໍ່​ໜ້າ​ເຮົາ+ຄື​ກັບ​ທີ່​ເຮົາ​ໄດ້​ກຳຈັດ​ພວກ​ອິດສະຣາເອນ.+ ເຮົາ​ຈະ​ຖິ້ມ​ເມືອງ​ເຢຣູຊາເລັມ​ທີ່​ເຮົາ​ໄດ້​ເລືອກ​ໄວ້​ແລະ​ຖິ້ມ​ວິຫານ​ທີ່​ເຮົາ​ເຄີຍ​ເວົ້າ​ວ່າ ‘ຊື່​ຂອງ​ເຮົາ​ຈະ​ຢູ່​ບ່ອນ​ນີ້​ຕະຫຼອດໄປ.’”+ 28  ເລື່ອງ​ຕ່າງ​ໆ​ຂອງ​ໂຢສີຢາ​ແລະ​ທຸກ​ສິ່ງ​ທີ່​ລາວ​ເຮັດ​ກໍ​ຂຽນ​ໄວ້​ໃນ​ປຶ້ມ​ປະຫວັດ​ຂອງ​ພວກ​ກະສັດ​ຢູດາ. 29  ມີ​ມື້​ໜຶ່ງ ຕອນ​ທີ່​ຟາໂຣ​ເນໂກ​ກະສັດ​ຂອງ​ເອຢິບ​ໄປ​ຫາ​ກະສັດ​ອັດຊີເຣຍ​ຢູ່​ແມ່​ນ້ຳ​ເອິຟາຣາດ ກະສັດ​ໂຢສີຢາ​ໄດ້​ໄປ​ຕໍ່ສູ້​ກັບ​ເນໂກ. ເມື່ອ​ເນໂກ​ເຫັນ​ລາວ ເນໂກ​ກໍ​ຂ້າ​ລາວ​ຢູ່​ເມກິດໂດ.+ 30  ແລ້ວ​ຄົນ​ຮັບ​ໃຊ້​ຂອງ​ໂຢສີຢາ​ໄດ້​ເອົາ​ສົບ​ລາວ​ຢູ່​ເມກິດໂດ​ໃສ່​ລົດ​ມ້າ​ກັບ​ມາ​ເມືອງ​ເຢຣູຊາເລັມ ແລະ​ຝັງ​ໄວ້​ຢູ່​ບ່ອນ​ຝັງ​ສົບ​ຂອງ​ລາວ. ຈາກ​ນັ້ນ ປະຊາຊົນ​ກໍ​ເອົານ້ຳມັນ​ເທໃສ່​ຫົວ​ເຢໂຮອາຮາດລູກ​ຊາຍ​ຂອງ​ໂຢສີຢາ ແລະ​ແຕ່ງຕັ້ງ​ລາວ​ໃຫ້​ເປັນ​ກະສັດ​ແທນ​ພໍ່.+ 31  ເຢໂຮອາຮາດ+ເປັນ​ກະສັດ​ຕອນ​ອາຍຸ 23 ປີ ແລະ​ລາວ​ປົກຄອງ​ຢູ່​ເມືອງ​ເຢຣູຊາເລັມ 3 ເດືອນ. ແມ່​ຂອງ​ລາວ​ຊື່​ຮາມຸຕານ+ເປັນ​ລູກສາວ​ຂອງ​ເຢເຣມີຢາ​ຄົນ​ເມືອງ​ລິບນາ. 32  ລາວ​ເລີ່ມ​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ເບິ່ງ​ວ່າ​ຊົ່ວ​ຄື​ກັບ​ປູ່ຍ່າຕານາຍ​ຂອງ​ລາວ​ໄດ້​ເຮັດ.+ 33  ເນໂກ+ໄດ້​ຈັບ​ເຢໂຮອາຮາດ​ໄປ​ຂັງ​ໄວ້​ໃນ​ຄຸກ​ຢູ່​ເມືອງ​ຣິບລາ+​ໃນ​ເຂດ​ຮາມັດ​ເພື່ອ​ບໍ່​ໃຫ້​ລາວ​ປົກຄອງ​ຢູ່​ເມືອງ​ເຢຣູຊາເລັມ. ແລ້ວ​ເນໂກ​ໄດ້​ປັບ​ໄໝຢູດາເປັນ​ເງິນ​ໜັກ 100 ຕະລັນ* ແລະ​ຄຳ​ໜັກ 1 ຕະລັນ.*+ 34  ຈາກ​ນັ້ນ ເນໂກ​ກໍ​ຕັ້ງ​ເອລີຢາກີມ​ລູກ​ຊາຍ​ຂອງ​ໂຢສີຢາ​ເປັນ​ກະສັດ​ແທນ​ພໍ່ ແລະ​ປ່ຽນ​ຊື່​ລາວ​ເປັນ​ເຢໂຮຢາກີມ. ແຕ່​ເນໂກ​ໄດ້​ຈັບ​ເຢໂຮອາຮາດ​ໄປ​ເອຢິບ+ ແລ້ວ​ເຢໂຮອາຮາດ​ກໍ​ຕາຍ​ຢູ່​ຫັ້ນ.+ 35  ເຢໂຮຢາກີມ​ໄດ້​ເອົາ​ເງິນ​ກັບ​ຄຳ​ໃຫ້​ເນໂກ ແຕ່​ລາວ​ຕ້ອງ​ເກັບ​ພາສີ​ຈາກ​ປະຊາຊົນ​ເພື່ອ​ໃຫ້​ໄດ້​ເງິນ​ຕາມ​ທີ່​ເນໂກ​ຮຽກ​ຮ້ອງ. ເຢໂຮຢາກີມ​ກຳນົດ​ວ່າ​ປະຊາຊົນ​ແຕ່​ລະ​ຄົນ​ຕ້ອງ​ເອົາ​ເງິນ​ກັບ​ຄຳ​ໃຫ້​ຫຼາຍ​ສ່ຳ​ໃດ​ເພື່ອ​ຈະ​ພໍ​ສົ່ງ​ໄປ​ໃຫ້​ເນໂກ. 36  ເຢໂຮຢາກີມ​+ເປັນ​ກະສັດ​ຕອນ​ອາຍຸ 25 ປີ ແລະ​ລາວ​ປົກຄອງ​ຢູ່​ເມືອງ​ເຢຣູຊາເລັມ 11 ປີ.+ ແມ່​ຂອງ​ລາວ​ຊື່​ເຊບີດາ​ເປັນ​ລູກສາວ​ຂອງ​ເປດາຢາ​ຄົນ​ຣູມາ. 37  ລາວ​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ເບິ່ງ​ວ່າ​ຊົ່ວ​+ຄື​ກັບ​ປູ່ຍ່າຕານາຍ​ຂອງ​ລາວ.+

ຂໍຄວາມໄຂເງື່ອນ

ຫຼື “ສັນຍາ​ສິ່ງ​ທີ່​ຄົນອື່ນ​ເຄີຍ​ສັນຍາ​ແລ້ວ​ໃຫ້​ກັບ​ມາ​ມີ​ຜົນ​ບັງຄັບ​ໃຊ້​ອີກ”
ຄົນ​ທີ່​ຂາຍ​ໂຕ​ເພື່ອ​ພິທີ​ທາງ​ສາສະໜາ
ສະຖານ​ທີ່​ຢູ່​ນອກ​ເມືອງ​ເຢຣູຊາເລັມ​ເຊິ່ງ​ພວກ​ອິດສະຣາເອນ​ທີ່​ປ່ຽນ​ໄປ​ນັບຖື​ພະເຈົ້າ​ປອມ​ເຜົາ​ລູກ​ໂຕເອງ​ເປັນ​ເຄື່ອງ​ບູຊາ
ແປ​ຕາມ​ໂຕ​ວ່າ “ຮ່ອມພູ​ຂອງ​ລູກ​ຊາຍ​ຮິນໂນມ.” ເບິ່ງ​ຄຳ​ວ່າ “ເກເຮັນນາ” ໃນ​ສ່ວນ​ອະທິບາຍ​ຄຳສັບ.
ບ່ອນ​ກິນ​ເຂົ້າ​ນີ້​ຢູ່​ໃນ​ສາລາ​ໃຫຍ່​ໆ​ທີ່​ມີ​ເສົາ​ຫຼາຍ​ໆ​
ໝາຍເຖິງ​ຫ້ອງ​ທາງ​ເທິງ​ຂອງ​ອາຮາດ
ຫຼື “ພູ​ແຫ່ງ​ການ​ທຳລາຍ.” ໝາຍເຖິງ​ພູ​ໝາກກອກ ໂດຍສະເພາະ​ເບື້ອງ​ທາງ​ໃຕ້​ສຸດ​ເຊິ່ງ​ຍັງ​ມີ​ອີກ​ຊື່​ໜຶ່ງ​ວ່າ​ພູ​ຂອງ​ຄວາມ​ໃຈຮ້າຍ.
ຄຳ​ນີ້​ໃນ​ພາສາ​ເຮັບເຣີ​ອາດ​ກ່ຽວຂ້ອງ​ກັບ​ຄຳ​ວ່າ “ຂີ້​ສັດ” ແລະ​ໃຊ້​ໃນ​ລັກສະນະ​ດູຖູກ
ຫຼື “ຮູບ​ພະ​ປະຈຳ​ເຮືອນ; ຮູບ​ປັ້ນ”
34,2 ກິໂລ​ກຣາມ
3.420 ກິໂລ​ກຣາມ. ເບິ່ງ​ພາກ​ຜະໜວກ ຂ14.