ກະສັດ​ສະບັບ​ທີ​ສອງ 24:1-20

  • ເຢໂຮຢາກີມ​ກະບົດ​ແລະ​ຕາຍ (1-​7)

  • ເຢໂຮຢາກິນ​ເປັນ​ກະສັດ​ປົກຄອງ​ຢູດາ (8, 9)

  • ຄົນ​ກຸ່ມ​ທຳອິດ​ທີ່​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ຢູ່​ບາບີໂລນ (10-​17)

  • ເຊເດກີຢາ​ເປັນ​ກະສັດ​ປົກຄອງ​ຢູດາ; ລາວ​ກະບົດ (18-​20)

24  ໃນ​ສະໄໝ​ທີ່​ເຢໂຮຢາກີມ​ປົກຄອງ ເນບູກາດເນັດຊາ+ກະສັດ​ຂອງ​ບາບີໂລນ​ໄດ້​ຍົກ​ກອງທັບ​ມາ​ຕໍ່ສູ້​ລາວ. ເຢໂຮຢາກີມ​ຮັບໃຊ້​ເນບູກາດເນັດຊາ 3 ປີ ແລ້ວ​ກໍ​ກະບົດ.  ຕໍ່ມາ ພະ​ເຢໂຫວາ​ໄດ້​ໃຫ້​ພວກ​ກຸ່ມໂຈນ​ການເດອາ+ ຊີເຣຍ ໂມອາບ ແລະ​ອຳໂມນ​ມາ​ໂຈມຕີ​ຢູດາ​ເລື້ອຍ​ໆ​ເພື່ອ​ທຳລາຍ​ຢູດາ. ເລື່ອງ​ນີ້​ເປັນ​ໄປ​ຕາມ​ທີ່​ພະ​ເຢໂຫວາ​ໄດ້​ເວົ້າ+ຜ່ານ​ທາງ​ພວກ​ຜູ້ພະຍາກອນ​ທີ່​ເປັນ​ຜູ້ຮັບໃຊ້​ຂອງ​ເພິ່ນ.  ສິ່ງ​ທີ່​ເກີດຂຶ້ນ​ກັບ​ຢູດາ​ເປັນ​ໄປ​ຕາມ​ທີ່​ພະ​ເຢໂຫວາ​ສັ່ງ ເພື່ອ​ກຳຈັດ​ເຂົາເຈົ້າ​ອອກ​ໄປ​ຈາກ​ຕໍ່ໜ້າ​ເພິ່ນ+ ຍ້ອນ​ຄວາມ​ຜິດ​ທຸກຢ່າງ​ທີ່​ມານາເຊ​ໄດ້​ເຮັດ+  ແລະ​ຍ້ອນ​ລາວ​ໄດ້​ຂ້າ​ຫຼາຍ​ຄົນ​ທີ່​ບໍ່​ມີ​ຄວາມ​ຜິດ​+ຈົນ​ເລືອດ​ຂອງ​ເຂົາເຈົ້າ​ເຕັມ​ເມືອງ​ເຢຣູຊາເລັມ ພະ​ເຢໂຫວາ​ຈຶ່ງ​ບໍ່​ຍົກໂທດ​ໃຫ້​ຢູດາ.+  ເລື່ອງ​ຕ່າງ​ໆ​ຂອງ​ເຢໂຮຢາກີມ​ແລະ​ທຸກສິ່ງ​ທີ່​ລາວ​ເຮັດ​ກໍ​ຂຽນ​ໄວ້​ໃນ​ປຶ້ມ​ປະຫວັດ​ຂອງ​ພວກ​ກະສັດ​ຢູດາ.+  ເມື່ອ​ເຢໂຮຢາກີມ​ຕາຍ+ ເຢໂຮຢາກິນ​ລູກຊາຍ​ຂອງ​ລາວ​ກໍ​ເປັນ​ກະສັດ​ແທນ.  ສ່ວນ​ກະສັດ​ເອຢິບ​ກໍ​ບໍ່​ໄດ້ຍົກ​ກອງທັບອອກ​ຈາກ​ປະເທດ​ຂອງ​ໂຕ​ເອງ​ອີກ​ເລີຍ ຍ້ອນ​ບາບີໂລນ​ໄດ້​ຍຶດ​ເອົາ​ດິນແດນ​ທັງໝົດ​ທີ່ເປັນ​ຂອງກະສັດ​ເອຢິບ​+ຕັ້ງ​ແຕ່​ຮ່ອມພູ*ຂອງ​ເອຢິບ+ຈົນຮອດ​ແມ່ນ້ຳ​ເອິຟາຣາດ.+  ເຢໂຮຢາກິນ​+ເປັນ​ກະສັດ​ຕອນ​ອາຍຸ 18 ປີ ແລະ​ລາວ​ປົກຄອງ​ຢູ່​ເມືອງ​ເຢຣູຊາເລັມ 3 ເດືອນ.+ ແມ່​ຂອງ​ລາວ​ຊື່​ເນຮູຊະຕາ​ເປັນ​ລູກສາວ​ຂອງ​ເອນນາທານ​ຄົນ​ເຢຣູຊາເລັມ.  ລາວ​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ເບິ່ງ​ວ່າ​ຊົ່ວ​ຄື​ກັບ​ທີ່​ພໍ່​ຂອງ​ລາວ​ເຮັດ. 10  ຕອນ​ທີ່​ລາວ​ປົກຄອງ​ຢູ່ ພວກ​ທະຫານ​ຂອງ​ເນບູກາດເນັດຊາ​ກະສັດ​ຂອງ​ບາບີໂລນ​ໄດ້​ມາ​ໂຈມຕີ​ແລະ​ລ້ອມ​ເມືອງ​ເຢຣູຊາເລັມ​ໄວ້.+ 11  ເນບູກາດເນັດຊາ​ກະສັດ​ຂອງ​ບາບີໂລນ​ມາ​ຮອດ​ເມືອງ​ເຢຣູຊາເລັມ​ຕອນ​ທີ່​ພວກ​ທະຫານ​ຂອງ​ລາວ​ກຳລັງ​ລ້ອມ​ເມືອງ​ນັ້ນ​ຢູ່. 12  ເຢໂຮຢາກິນ​ກະສັດ​ຂອງ​ຢູດາ​ໄດ້​ອອກ​ໄປ​ຫາ​ກະສັດ​ບາບີໂລນ+ພ້ອມ​ກັບ​ແມ່​ຂອງ​ລາວ ພວກ​ຂ້າລາຊະການ+ ພວກ​ເຈົ້ານາຍ* ແລະ​ພວກ​ຄົນຮັບໃຊ້. ແລ້ວ​ກະສັດ​ບາບີໂລນ​ໄດ້​ຈັບ​ລາວ​ໄປ​ເປັນ​ຊະເລີຍ​ໃນ​ປີ​ທີ 8 ທີ່​ກະສັດ​ບາບີໂລນ​ປົກຄອງ.+ 13  ກະສັດ​ບາບີໂລນ​ໄດ້​ເອົາ​ສິ່ງ​ມີ​ຄ່າ​ທີ່​ຢູ່​ໃນ​ວິຫານ​ຂອງ​ພະ​ເຢໂຫວາ​ແລະ​ໃນ​ຄັງຊັບສິນ​ທີ່​ຢູ່​ໃນ​ວັງ​ຂອງ​ກະສັດ​ໄປ.+ ເຄື່ອງ​ໃຊ້​ທັງໝົດ​ທີ່​ເປັນ​ຄຳ​ທີ່​ໂຊໂລໂມນ​ກະສັດ​ອິດສະຣາເອນ​ເຮັດ​ໄວ້​ໃນ​ວິຫານ​ຂອງ​ພະ​ເຢໂຫວາ+ ລາວ​ກໍ​ເອົາ​ມາ​ຕັດ​ເປັນ​ປ່ຽງ​ໆ​. ເລື່ອງ​ນີ້​ເກີດຂຶ້ນ​ຕາມ​ທີ່​ພະ​ເຢໂຫວາ​ໄດ້​ບອກ​ໄວ້. 14  ລາວ​ຈັບ​ຄົນ​ທີ່​ຢູ່​ໃນ​ເມືອງ​ເຢຣູຊາເລັມ​ທັງໝົດ​ໄປ​ເປັນ​ຊະເລີຍ ເຊິ່ງ​ມີ​ພວກ​ເຈົ້ານາຍ+ ພວກ​ທະຫານ​ທີ່​ເກັ່ງ​ໆ​ ແລະ​ທຸກ​ຄົນ​ທີ່​ເຮັດ​ວຽກ​ດ້ານ​ສີໄມ້ລາຍມື​ກັບ​ຊ່າງເຫຼັກ*+ ລວມ​ທັງໝົດ 10.000 ຄົນ. ຄົນ​ທີ່​ຍັງ​ເຫຼືອ​ຢູ່​ມີ​ແຕ່​ໜ້ອຍດຽວ​ແລະ​ເປັນ​ຄົນ​ທີ່​ທຸກ​ທີ່​ສຸດ.+ 15  ລາວ​ໄດ້​ຈັບ​ເຢໂຮຢາກິນ+ໄປ​ເປັນ​ຊະເລີຍ​ຢູ່​ບາບີໂລນ.+ ລາວ​ຍັງ​ໄດ້​ຈັບ​ແມ່​ຂອງ​ກະສັດ ພວກ​ເມຍ​ຂອງ​ກະສັດ ພວກ​ຂ້າລາຊະການ ແລະ​ພວກ​ຄົນ​ສຳຄັນ​ຈາກ​ເຢຣູຊາເລັມ​ໄປ​ເປັນ​ຊະເລີຍ​ຢູ່​ບາບີໂລນ​ນຳ. 16  ກະສັດ​ບາບີໂລນ​ຍັງ​ໄດ້​ຈັບ​ທະຫານ 7.000 ຄົນ ແລະ​ພວກ​ທີ່​ເຮັດ​ວຽກ​ດ້ານ​ສີໄມ້ລາຍມື​ກັບ​ຊ່າງເຫຼັກ 1.000 ຄົນ​ໄປ​ນຳ. ທຸກ​ຄົນ​ເປັນ​ຄົນ​ເກັ່ງ​ແລະ​ສູ້ຮົບ​ເກັ່ງ. 17  ກະສັດ​ບາບີໂລນ​ໄດ້​ຕັ້ງ​ມັດຕານີຢາ​ທີ່​ເປັນ​ອາວ​ຂອງ​ເຢໂຮຢາກິນ+​ໃຫ້​ເປັນ​ກະສັດ​ແທນ​ເຢໂຮຢາກິນ ແລະ​ປ່ຽນ​ຊື່​ມັດຕານີຢາ​ເປັນ​ເຊເດກີຢາ.+ 18  ເຊເດກີຢາ​ເປັນ​ກະສັດ​ຕອນ​ອາຍຸ 21 ປີ ແລະ​ລາວ​ປົກຄອງ​ຢູ່​ເມືອງ​ເຢຣູຊາເລັມ 11 ປີ. ແມ່​ຂອງ​ລາວ​ຊື່​ຮາມຸຕານ+ເປັນ​ລູກສາວ​ຂອງ​ເຢເຣມີຢາ​ຄົນ​ເມືອງ​ລິບນາ. 19  ລາວ​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ເບິ່ງ​ວ່າ​ຊົ່ວ​ຄື​ກັບ​ເຢໂຮຢາກີມ​ໄດ້​ເຮັດ.+ 20  ສິ່ງ​ເຫຼົ່ານີ້​ເກີດຂຶ້ນ​ໃນ​ເຢຣູຊາເລັມ​ແລະ​ໃນ​ຢູດາ​ກໍ​ຍ້ອນ​ວ່າ​ພະ​ເຢໂຫວາ​ໃຈຮ້າຍ​ຫຼາຍ. ໃນທີ່ສຸດ ເພິ່ນ​ກໍ​ກຳຈັດ​ເຂົາເຈົ້າ​ອອກ​ໄປ​ຈາກ​ຕໍ່ໜ້າ​ເພິ່ນ.+ ຕໍ່ມາ ເຊເດກີຢາ​ໄດ້​ກະບົດ​ຕໍ່​ກະສັດ​ບາບີໂລນ.+

ຂໍຄວາມໄຂເງື່ອນ

ຫຼື “ວາດີ.” ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ.
ຫຼື “ພວກ​ລູກ​ຊາຍ​ຂອງ​ກະສັດ”
ຫຼື​ອາດ​ແປ​ວ່າ “ຊ່າງ​ກໍ່​ກຳແພງ​ປ້ອງກັນ​ສັດຕູ”