ກະສັດ​ສະບັບ​ທີ​ສອງ 25:1-30

  • ເນບູກາດເນັດຊາ​ລ້ອມ​ເມືອງ​ເຢຣູຊາເລັມ (1-​7)

  • ເມືອງ​ເຢຣູຊາເລັມ​ແລະ​ວິຫານ​ຖືກ​ທຳລາຍ; ຄົນ​ທີ່​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ກຸ່ມ​ທີ 2 (8-​21)

  • ເກດາລີຢາ​ຖືກ​ແຕ່ງຕັ້ງ​ໃຫ້​ເປັນ​ເຈົ້າ​ເມືອງ (22-​24)

  • ເກດາລີຢາ​ຖືກ​ຂ້າ; ປະຊາຊົນ​ໜີ​ໄປ​ເອຢິບ (25, 26)

  • ເຢໂຮຢາກິນ​ຖືກ​ປ່ອຍ​ໂຕ​ຢູ່​ບາບີໂລນ (27-​30)

25  ໃນ​ວັນ​ທີ 10 ເດືອນ​ທີ 10 ຂອງ​ປີ​ທີ 9 ທີ່​ເຊເດກີຢາ​ປົກຄອງ ເນບູກາດເນັດຊາ+ກະສັດ​ຂອງ​ບາບີໂລນ​ໄດ້​ຍົກ​ກອງ​ທັບ​ມາ​ຕໍ່ສູ້​ເມືອງ​ເຢຣູຊາເລັມ.+ ລາວ​ໄດ້​ຕັ້ງ​ຄ້າຍ​ແລະ​ເຮັດ​ກຳແພງ​ອ້ອມ​ເມືອງ​ນັ້ນ​ໄວ້.+  ເຂົາ​ເຈົ້າ​ລ້ອມ​ເມືອງ​ຈົນ​ຮອດ​ປີ​ທີ 11 ທີ່​ເຊເດກີຢາ​ປົກຄອງ.  ຕອນ​ນັ້ນ​ມີ​ຄວາມ​ອຶດ​ຢາກ​ໜັກ​ຫຼາຍ+ໃນ​ເມືອງ​ເຢຣູຊາເລັມ​ແລະ​ຄົນ​ໃນ​ເມືອງ​ບໍ່​ມີ​ຂອງກິນ​ເລີຍ.+ ແລ້ວ​ໃນວັນ​ທີ 9 ເດືອນ​ທີ 4 ຂອງ​ປີ​ນັ້ນ  ກຳແພງ​ເມືອງ​ກໍ​ພັງ​ລົງ​ມາ.+ ພວກທະຫານທຸກ​ຄົນ​ຂອງ​ກະສັດ​ເຊເດກີຢາ​ໄດ້​ໜີ​ໄປ​ໃນ​ຄືນ​ນັ້ນ​ທາງ​ປະຕູ​ຂອງ​ກຳແພງ 2 ຊັ້ນທີ່​ຢູ່​ໃກ້​ສວນ​ຂອງ​ກະສັດ. ຕອນ​ນັ້ນ ພວກ​ການເດອາ​ກຳລັງ​ລ້ອມ​ເມືອງ​ໄວ້ ແຕ່​ກະສັດ​ເຊເດກີຢາ​ກໍ​ໜີ​ໄປ​ທາງ​ອາຣາບາ.+  ພວກ​ທະຫານ​ການເດອາ​ໄດ້​ໄລ່​ນຳ​ກະສັດ​ແລະ​ນຳ​ລາວ​ທັນ​ຢູ່​ບ່ອນ​ກັນດານ​ເຢຣິໂກ. ເມື່ອ​ເຫັນ​ແບບ​ນັ້ນ ພວກ​ທະຫານ​ຂອງ​ເຊເດກີຢາ​ກໍ​ພາກັນ​ໜີ​ໄປ​ຄົນ​ລະ​ທາງ.  ເຂົາ​ເຈົ້າ​ຈັບ​ລາວ​ໄດ້+ແລະ​ພາ​ໄປ​ຫາ​ກະສັດ​ບາບີໂລນ​ຢູ່​ເມືອງ​ຣິບລາ ແລ້ວ​ກໍ​ຕັດສິນ​ລາວ.  ເຂົາ​ເຈົ້າ​ໄດ້​ຂ້າ​ພວກ​ລູກ​ຊາຍ​ຂອງ​ເຊເດກີຢາ​ຢູ່​ຕໍ່​ໜ້າ​ລາວ. ເນບູກາດເນັດຊາ​ເຮັດ​ໃຫ້​ກະສັດ​ເຊເດກີຢາ​ຕາ​ບອດ ເອົາ​ໂສ້​ທອງແດງ​ລ່າມ​ລາວ​ໄວ້ ແລະ​ພາ​ລາວ​ໄປ​ບາບີໂລນ.+  ໃນ​ວັນ​ທີ 7 ເດືອນ​ທີ 5 ຂອງ​ປີ​ທີ 19 ທີ່​ເນບູກາດເນັດຊາ​ເປັນ​ກະສັດ​ປົກຄອງ​ບາບີໂລນ ເນບູຊາຣາດານ+ຫົວ​ໜ້າ​ທະຫານ​ປ້ອງກັນ​ໂຕ​ກະສັດ​ບາບີໂລນ​ໄດ້​ມາ​ເມືອງ​ເຢຣູຊາເລັມ.+  ລາວ​ໄດ້​ຈູດ​ວິຫານ​ຂອງ​ພະ​ເຢໂຫວາ+ ວັງ​ຂອງ​ກະສັດ+ ເຮືອນ​ທຸກ​ຫຼັງ​ໃນ​ເມືອງ​ເຢຣູຊາເລັມ+ ແລະ​ເຮືອນ​ຂອງ​ຄົນ​ສຳຄັນ​ທຸກ​ຄົນ.+ 10  ພວກ​ທະຫານ​ການເດອາ​ທີ່​ມາ​ນຳ​ຫົວ​ໜ້າ​ທະຫານ​ປ້ອງກັນ​ໂຕ​ກະສັດ+ໄດ້​ທຳລາຍ​ກຳແພງ​ເມືອງ​ເຢຣູຊາເລັມ. 11  ເນບູຊາຣາດານ​ທີ່​ເປັນ​ຫົວ​ໜ້າ​ທະຫານ​ປ້ອງກັນ​ໂຕ​ກະສັດ​ໄດ້​ຈັບ​ຄົນ​ທີ່​ຍັງ​ເຫຼືອ​ຢູ່​ໃນ​ເມືອງ​ໄປ​ເປັນ​ຊະເລີຍ. ໃນ​ກຸ່ມ​ນັ້ນ​ມີ​ປະຊາຊົນ​ແລະ​ພວກ​ທີ່​ໄປ​ຢູ່​ຝ່າຍ​ກະສັດ​ບາບີໂລນ​ນຳ.+ 12  ແຕ່​ລາວ​ຈົ່ງ​ຄົນ​ທີ່​ທຸກ​ທີ່​ສຸດ​ໄວ້​ເພື່ອ​ໃຫ້​ເຮັດ​ສວນ​ໝາກ​ລະແຊັງ​ແລະ​ເຮັດ​ໄຮ່​ເຮັດ​ນາ.+ 13  ພວກ​ການເດອາ​ມ້າງ​ເສົາ​ທອງແດງ 2 ຕົ້ນ+ທີ່​ຢູ່​ວິຫານ​ຂອງ​ພະ​ເຢໂຫວາ ແລະ​ມ້າງ​ລໍ້+​ກັບ​ອ່າງ​ທະເລ​ທອງແດງ+ທີ່​ຢູ່​ວິຫານ​ຂອງ​ພະ​ເຢໂຫວາ ແລ້ວ​ເຂົາ​ເຈົ້າ​ກໍ​ຂົນ​ທອງແດງ​ໄປ​ບາບີໂລນ.+ 14  ເຂົາ​ເຈົ້າ​ຍັງ​ໄດ້​ເອົາຖັງ​ໃສ່​ຂີ້ເທົ່າ* ຊວ້ານ ມີດ​ຕັດ​ສຳລັບ​ຕັດ​ໄສ້​ຕະກຽງ ຈອກ ແລະ​ເຄື່ອງໃຊ້​ທຸກ​ຢ່າງ​ທີ່​ເປັນ​ທອງແດງ​ທີ່​ຢູ່​ໃນ​ວິຫານ​ໄປ​ນຳ. 15  ຫົວ​ໜ້າ​ທະຫານ​ປ້ອງກັນ​ໂຕ​ກະສັດ​ໄດ້​ເອົາ​ຖາດ​ສຳລັບ​ໃສ່​ຖ່ານ​ທີ່​ຮ້ອນ​ໆ​ກັບ​ຖ້ວຍ​ທີ່​ເປັນ​ເງິນ​ແທ້​+ແລະ​ຄຳ​ແທ້+ໄປ​ຄື​ກັນ. 16  ຈຳນວນ​ທອງແດງທີ່​ໃຊ້ເຮັດ​ເສົາ 2 ຕົ້ນ ແລະ​ອ່າງ​ທະເລ​ທອງແດງ​ກັບ​ລໍ້​ທີ່​ໂຊໂລໂມນ​ໄດ້​ເຮັດ​ສຳລັບ​ວິຫານ​ຂອງ​ພະ​ເຢໂຫວາ​ມີ​ຫຼາຍ​ແທ້​ຫຼາຍ​ວ່າ​ຈົນ​ຊັ່ງ​ນ້ຳ​ໜັກ​ບໍ່​ໄດ້.+ 17  ເສົາ​ແຕ່​ລະ​ຕົ້ນ​ສູງ 18 ສອກ*+ ບົວ​ຫົວ​ເສົາ​ທີ່​ເປັນ​ທອງແດງ​ທີ່​ຢູ່​ເທິງ​ເສົາ​ນັ້ນ​ສູງ 3 ສອກ* ແລະ​ຕາ​ນ່າງ​ທີ່​ຢູ່​ກັບ​ໝາກ​ພິລາ​ທີ່​ຢູ່​ອ້ອມ​ບົວ​ເປັນ​ທອງແດງ​ທັງ​ໝົດ.+ ເສົາ​ທັງ​ສອງ​ຕົ້ນ​ເຮັດແບບ​ດຽວ​ກັນ. 18  ຫົວ​ໜ້າ​ທະຫານ​ປ້ອງກັນ​ໂຕ​ກະສັດ​ໄດ້​ຈັບ​ເສຣາຢາ​+ທີ່​ເປັນ​ປະໂລຫິດ​ໃຫຍ່ ເຊຟານີຢາ+ທີ່​ເປັນ​ຜູ້​ຊ່ວຍປະໂລຫິດ​ໃຫຍ່ ແລະ​ຄົນ​ຍາມ​ປະຕູ 3 ຄົນ​ໄປ​ນຳ.+ 19  ນອກ​ຈາກ​ນັ້ນ ລາວ​ຍັງ​ໄດ້​ຈັບ​ຂ້າລາຊະການ​ຄົນ​ໜຶ່ງ​ທີ່​ເປັນ​ຜູ້​ບັນຊາ​ການ​ທະຫານ ທີ່​ປຶກສາ 5 ຄົນ​ຂອງ​ກະສັດ​ທີ່​ຍັງ​ຢູ່​ໃນ​ເມືອງ​ເຢຣູຊາເລັມ ເລຂາ​ຂອງ​ຫົວ​ໜ້າ​ກອງ​ທັບ​ທີ່​ຮັບຜິດຊອບ​ເກນຄົນ​ເຂົ້າ​ມາ​ເປັນ​ທະຫານ ແລະ​ປະຊາຊົນ 60 ຄົນ​ທີ່​ຍັງ​ຢູ່​ໃນ​ເມືອງ. 20  ເນບູຊາຣາດານ​+ທີ່​ເປັນ​ຫົວ​ໜ້າ​ທະຫານ​ປ້ອງກັນ​ໂຕ​ກະສັດ​ຈັບ​ຄົນ​ເຫຼົ່ານີ້​ໄປ​ໃຫ້​ກະສັດ​ບາບີໂລນ​ຢູ່​ເມືອງ​ຣິບລາ.+ 21  ກະສັດ​ບາບີໂລນ​ໄດ້​ຂ້າ​ເຂົາ​ເຈົ້າ​ຢູ່​ເມືອງ​ຣິບລາ​ໃນ​ເຂດ​ຮາມັດ.+ ພວກ​ຢູດາ​ຈຶ່ງຖືກ​ໄລ່ອອກ​ຈາກ​ແຜ່ນດິນ​ຂອງ​ໂຕເອງ ແລະ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ.+ 22  ເນບູກາດເນັດຊາ​ກະສັດ​ຂອງ​ບາບີໂລນ​ໄດ້​ແຕ່ງຕັ້ງ​ເກດາລີຢາ+ລູກ​ຊາຍ​ຂອງ​ອາຮີກາມ​+ຫຼານ​ຂອງ​ຊາຟານ+ໃຫ້​ເບິ່ງ​ແຍງ​ຄົນ​ທີ່​ລາວ​ປະ​ໄວ້​ຢູ່​ຢູດາ.+ 23  ເມື່ອ​ພວກ​ຫົວ​ໜ້າ​ກອງ​ທັບ​ຂອງ​ຢູດາ​ແລະ​ພວກ​ທະຫານ​ຂອງ​ເຂົາ​ເຈົ້າຮູ້​ວ່າ​ກະສັດ​ບາບີໂລນ​ໄດ້​ແຕ່ງຕັ້ງ​ເກດາລີຢາ ເຂົາ​ເຈົ້າ​ກໍ​ຟ້າວ​ມາ​ຫາ​ເກດາລີຢາ​ຢູ່​ເມືອງ​ມິດຊະປາ. ຄົນ​ກຸ່ມ​ນີ້​ມີ​ອິດຊະມາເອນ​ລູກ​ຊາຍ​ຂອງ​ເນທານີອາ ໂຢຮານານ​ລູກ​ຊາຍ​ຂອງ​ກາເຣອາ ເສຣາຢາ​ລູກ​ຊາຍ​ຂອງ​ຕັນຮູເມັດ​ຄົນ​ເນໂຕຟາ ຢາອາຊານີຢາ​ຄົນ​ມາອາກາ ແລະ​ພວກ​ທະຫານ​ຂອງ​ເຂົາ​ເຈົ້າ.+ 24  ເກດາລີຢາ​ສາບານ​ກັບ​ພວກ​ຫົວ​ໜ້າ​ກອງ​ທັບ​ແລະ​ພວກ​ທະຫານ​ຂອງ​ເຂົາ​ເຈົ້າ​ແລະ​ບອກ​ວ່າ: “ບໍ່​ຕ້ອງ​ຢ້ານ​ທີ່​ຈະ​ຮັບ​ໃຊ້​ພວກ​ການເດອາ ໃຫ້​ຢູ່​ແຜ່ນດິນ​ນີ້​ແລະ​ຮັບ​ໃຊ້​ກະສັດ​ບາບີໂລນ ແລ້ວ​ພວກ​ເຈົ້າ​ຈະ​ມີ​ຊີວິດ​ທີ່​ດີ.”+ 25  ອິດຊະມາເອນ+ເປັນ​ລູກ​ຊາຍ​ຂອງ​ເນທານີອາ​ແລະ​ເປັນ​ຫຼານ​ຂອງ​ເອລີຊາມາ. ລາວ​ເປັນ​ລູກ​ຫຼານ​ຂອງ​ກະສັດ. ໃນ​ເດືອນ​ທີ 7 ລາວ​ພາ​ຄົນ​ຂອງ​ລາວ 10 ຄົນ​ໄປ​ເມືອງ​ມິດຊະປາ​ເພື່ອ​ຂ້າ​ເກດາລີຢາ​ກັບ​ພວກ​ຢິວ​ແລະ​ພວກ​ການເດອາ​ທີ່​ຢູ່​ນຳ​ເກດາລີຢາ.+ 26  ຫຼັງ​ຈາກ​ນັ້ນ ປະຊາຊົນ​ທຸກ​ຄົນ ລວມ​ທັງ​ພວກ​ຫົວ​ໜ້າ​ກອງ​ທັບ​ກໍ​ໜີ​ໄປ​ເອຢິບ+ ຍ້ອນ​ເຂົາ​ເຈົ້າ​ຢ້ານ​ພວກ​ການເດອາ.+ 27  ໃນ​ປີ​ທີ 37 ທີ່​ເຢໂຮຢາກິນ​+ກະສັດ​ຂອງ​ຢູດາ​ຖືກ​ຈັບ​ມາ​ເປັນ​ຊະເລີຍ ເອວິນເມໂຣດັກ​ກໍ​ເລີ່ມ​ເປັນ​ກະສັດ​ປົກຄອງ​ບາບີໂລນ. ໃນ​ວັນ​ທີ 27 ເດືອນ​ທີ 12 ຂອງ​ປີ​ນັ້ນ ເອວິນເມໂຣດັກ​ໄດ້​ປ່ອຍ​ເຢໂຮຢາກິນ​ກະສັດ​ຂອງ​ຢູດາ​ອອກ​ຈາກ​ຄຸກ.+ 28  ເອວິນເມໂຣດັກ​ໄດ້ເຮັດ​ດີກັບ​ເຢໂຮຢາກິນ ແລະໃຫ້​ກຽດລາວ​ຫຼາຍ​ກວ່າ​ກະສັດ​ອົງ​ອື່ນ​ໆ​*ທີ່​ຖືກ​ຈັບ​ມາ​ເປັນຊະເລີຍ​ຢູ່​ບາບີໂລນ. 29  ເຢໂຮຢາກິນ​ບໍ່​ຕ້ອງ​ນຸ່ງ​ເຄື່ອງ​ນັກ​ໂທດ ແລະ​ລາວ​ໄດ້​ນັ່ງກິນ​ເຂົ້າກັບ​ກະສັດ​ຈົນ​ຮອດ​ມື້​ຕາຍ. 30  ກະສັດ​ໃຫ້​ເຢໂຮຢາກິນ​ມີ​ຂອງກິນ​ທຸກ​ມື້​ຕະຫຼອດ​ຊີວິດ​ຂອງ​ເຢໂຮຢາກິນ.

ຂໍຄວາມໄຂເງື່ອນ

ໝາຍເຖິງ​ຂີ້ເທົ່າ​ທີ່​ປົນ​ກັບ​ນ້ຳມັນ​ສັດ​ທີ່​ເຜົາ​ເປັນ​ເຄື່ອງ​ບູຊາ
8 ແມັດ. ເບິ່ງ​ພາກ​ຜະໜວກ ຂ14.
1,34 ແມັດ
ແປ​ຕາມ​ໂຕ​ວ່າ “ເອວິນເມໂຣດັກ​ໃຫ້​ບັນລັງ​ຂອງ​ເຢໂຮຢາກິນ​ຢູ່​ສູງ​ກວ່າ​ບັນລັງ​ຂອງ​ກະສັດ​ອົງ​ອື່ນ​ໆ​”