ກະສັດສະບັບທີສອງ 5:1-27
5 ນາອາມານເປັນຫົວໜ້າກອງທັບຂອງກະສັດຊີເຣຍ. ຍ້ອນພະເຢໂຫວາຊ່ວຍນາອາມານໃຫ້ຊະນະ*ສົງຄາມ ກະສັດຊີເຣຍຈຶ່ງຮັກລາວຫຼາຍ ແລ້ວລາວກໍກາຍເປັນຄົນສຳຄັນ. ນາອາມານເປັນທະຫານທີ່ເກັ່ງຫຼາຍ ແຕ່ລາວເປັນຂີ້ທູດ.*
2 ມີເທື່ອໜຶ່ງຕອນທີ່ກອງທັບຊີເຣຍໄປຕໍ່ສູ້ຢູ່ອິດສະຣາເອນ ເຂົາເຈົ້າໄດ້ຈັບເດັກນ້ອຍຜູ້ຍິງຄົນໜຶ່ງຢູ່ຫັ້ນມາ. ແລ້ວລາວໄດ້ມາເປັນຄົນຮັບໃຊ້ຂອງເມຍນາອາມານ.
3 ເດັກນ້ອຍຄົນນີ້ເວົ້າກັບເມຍຂອງນາອາມານວ່າ: “ຖ້າທ່ານນາອາມານໄປຫາຜູ້ພະຍາກອນ+ຢູ່ເມືອງຊາມາເຣຍ ຜູ້ພະຍາກອນຈະປິ່ນປົວລາວໃຫ້ເຊົາເປັນຂີ້ທູດໄດ້ແທ້ໆ.”+
4 ລາວ*ຈຶ່ງໄປເລົ່າໃຫ້ກະສັດຟັງໃນສິ່ງທີ່ເດັກນ້ອຍຜູ້ຍິງຄົນອິດສະຣາເອນເວົ້າ.
5 ກະສັດຊີເຣຍຈຶ່ງບອກນາອາມານວ່າ: “ໃຫ້ເຈົ້າໄປຕອນນີ້ເລີຍ ແລະຂ້ອຍຈະສົ່ງຈົດໝາຍໄປຫາກະສັດອິດສະຣາເອນ.” ນາອາມານກໍໄປ. ລາວເອົາເງິນໜັກ 10 ຕະລັນ* ຄຳໜັກ 6.000 ເຊເກນ* ແລະເຄື່ອງນຸ່ງ 10 ຊຸດໄປນຳ.
6 ລາວເອົາຈົດໝາຍໃຫ້ກະສັດອິດສະຣາເອນ. ໃນຈົດໝາຍນັ້ນຂຽນວ່າ: “ຂ້ອຍສົ່ງນາອາມານຄົນຮັບໃຊ້ຂອງຂ້ອຍມາພ້ອມກັບຈົດໝາຍນີ້. ຂໍໃຫ້ເຈົ້າປົວລາວໃຫ້ເຊົາເປັນຂີ້ທູດແດ່.”
7 ເມື່ອກະສັດອິດສະຣາເອນອ່ານຈົດໝາຍແລ້ວ ລາວກໍຈີກເສື້ອຂອງໂຕເອງແລ້ວເວົ້າວ່າ: “ຂ້ອຍແມ່ນພະເຈົ້າຫວະທີ່ຈະເຮັດໃຫ້ຄົນມີຊີວິດຢູ່ຕໍ່ຫຼືຕາຍໄດ້?+ ລາວສົ່ງຜູ້ຊາຍຄົນນີ້ມາຫາຂ້ອຍ ແລະບອກຂ້ອຍປົວຜູ້ຊາຍຄົນນີ້ໃຫ້ເຊົາເປັນຂີ້ທູດ! ພວກເຈົ້າເບິ່ງແມ້ ລາວກຳລັງຫາເລື່ອງຜິດກັບຂ້ອຍໄດ໋ນິ.”
8 ເມື່ອເອລີຊາຄົນຂອງພະເຈົ້າທ່ຽງແທ້ໄດ້ຍິນວ່າກະສັດອິດສະຣາເອນຈີກເສື້ອໂຕເອງ ລາວກໍຟ້າວສົ່ງຄົນໄປບອກກະສັດວ່າ: “ທ່ານຈະຈີກເສື້ອຂອງໂຕເອງເຮັດຫຍັງ? ສົ່ງຜູ້ຊາຍຄົນນັ້ນມາຫາຂ້ອຍ ລາວຊິໄດ້ຮູ້ວ່າຢູ່ອິດສະຣາເອນມີຜູ້ພະຍາກອນ.”+
9 ນາອາມານກັບພວກທະຫານມ້າແລະລົດຮົບກໍມາຢູ່ໜ້າປະຕູເຮືອນຂອງເອລີຊາ.
10 ແຕ່ເອລີຊາໃຫ້ຄົນໄປບອກລາວວ່າ: “ໄປຈຸ່ມໂຕຢູ່ແມ່ນ້ຳຈໍແດນ+ 7 ເທື່ອ+ ແລ້ວເຈົ້າຈະເຊົາເປັນຂີ້ທູດແລະຜິວໜັງຂອງເຈົ້າກໍຈະກັບມາດີຄືເກົ່າ.”
11 ນາອາມານໃຈຮ້າຍຫຼາຍ ແລະກ່ອນຈະອອກໄປລາວເວົ້າວ່າ: “ຂ້ອຍຄິດວ່າ ‘ລາວຈະອອກມາຫາຂ້ອຍ ແລ້ວຢືນຢູ່ນີ້ເອີ້ນຊື່ພະເຢໂຫວາພະເຈົ້າຂອງລາວແລະແກວ່ງມືໄປມາເທິງບາດເພື່ອປົວຂີ້ທູດໃຫ້ຂ້ອຍ.’
12 ແມ່ນ້ຳອາບານາກັບແມ່ນ້ຳຟາປາໃນເມືອງດາມາເຊ+ດີກວ່າແມ່ນ້ຳທັງໝົດໃນອິດສະຣາເອນ ຂ້ອຍໄປຈຸ່ມໂຕຢູ່ຫັ້ນກໍເຊົາໄດ້ຄືກັນ.” ແລ້ວລາວກໍກັບເມືອດ້ວຍຄວາມໃຈຮ້າຍ.
13 ຄົນຮັບໃຊ້ຂອງນາອາມານຈຶ່ງໄປເວົ້າກັບລາວວ່າ: “ນາຍ*ເອີ້ຍ ຖ້າຜູ້ພະຍາກອນບອກທ່ານໃຫ້ເຮັດສິ່ງທີ່ຍາກໆ ທ່ານກໍຈະເຮັດແມ່ນບໍ? ລາວມີແຕ່ບອກທ່ານວ່າ ‘ໃຫ້ໄປຈຸ່ມໂຕຢູ່ໃນນ້ຳ ແລ້ວກໍຈະເຊົາ’ ເປັນຫຍັງທ່ານຈຶ່ງບໍ່ເຮັດ?”
14 ນາອາມານຈຶ່ງໄປຈຸ່ມໂຕຢູ່ແມ່ນ້ຳຈໍແດນ 7 ເທື່ອຕາມທີ່ຄົນຂອງພະເຈົ້າທ່ຽງແທ້ບອກ.+ ແລ້ວລາວກໍເຊົາເປັນຂີ້ທູດແລະຜິວໜັງຂອງລາວກໍເປັນຄືກັບຜິວໜັງຂອງເດັກນ້ອຍ.+
15 ຫຼັງຈາກນັ້ນ ນາອາມານກັບພວກທະຫານຈຶ່ງກັບມາຫາຄົນຂອງພະເຈົ້າທ່ຽງແທ້.+ ລາວຢືນຢູ່ຕໍ່ໜ້າເອລີຊາແລະເວົ້າວ່າ: “ຕອນນີ້ຂ້ອຍຮູ້ແລ້ວວ່າ ບໍ່ມີບ່ອນໃດໃນໂລກນີ້ມີພະເຈົ້າ ນອກຈາກຢູ່ອິດສະຣາເອນ.+ ຂໍໃຫ້ທ່ານຮັບເອົາຂອງຂວັນ*ຈາກຂ້ອຍທີ່ເປັນຜູ້ຮັບໃຊ້ຂອງທ່ານ.”
16 ແຕ່ເອລີຊາບອກວ່າ: “ຂ້ອຍຂໍສາບານຕໍ່ໜ້າພະເຢໂຫວາພະເຈົ້າຜູ້ມີຊີວິດຢູ່ແລະເປັນຜູ້ທີ່ຂ້ອຍຮັບໃຊ້ວ່າ ຂ້ອຍຈະບໍ່ເອົາຂອງຂວັນຈາກເຈົ້າ.”+ ນາອາມານຂໍແທ້ຂໍວ່າໃຫ້ເອລີຊາຮັບເອົາຂອງຂວັນ ແຕ່ເອລີຊາກໍບໍ່ຍອມເອົາ.
17 ໃນທີ່ສຸດ ນາອາມານກໍເວົ້າວ່າ: “ຖ້າທ່ານບໍ່ຍອມເອົາຂອງຂວັນເຫຼົ່ານີ້ ຂ້ອຍທີ່ເປັນຜູ້ຮັບໃຊ້ຂອງທ່ານຢາກຂໍດິນຈາກອິດສະຣາເອນໃສ່ຫຼັງລໍ* 2 ໂຕເມືອນຳ ເພາະຂ້ອຍຈະບໍ່ເຜົາເຄື່ອງບູຊາໃຫ້ພະເຈົ້າອື່ນອີກແລ້ວນອກຈາກພະເຢໂຫວາ.
18 ແຕ່ຂໍພະເຢໂຫວາຍົກໂທດໃຫ້ຜູ້ຮັບໃຊ້ຂອງທ່ານເລື່ອງໜຶ່ງ. ຕອນທີ່ກະສັດຜູ້ເປັນນາຍຂອງຂ້ອຍເຂົ້າໄປໃນວິຫານຂອງພະຣິມໂມນເພື່ອໝູບລົງນະມັດສະການຢູ່ຫັ້ນ ຂ້ອຍຕ້ອງໄດ້ໂຈມລາວໄວ້ເຊິ່ງເຮັດໃຫ້ຂ້ອຍຕ້ອງກົ້ມລົງໃນວິຫານຂອງພະຣິມໂມນຄືກັນ. ຕອນທີ່ຂ້ອຍກົ້ມລົງໃນວິຫານນັ້ນ ຂໍພະເຢໂຫວາຍົກໂທດໃຫ້ຂ້ອຍທີ່ເປັນຜູ້ຮັບໃຊ້ຂອງທ່ານແດ່.”
19 ເອລີຊາກໍບອກລາວວ່າ: “ເມືອໂລດ. ບໍ່ຕ້ອງອຸກໃຈ.” ຫຼັງຈາກນາອາມານເດີນທາງໄປໄດ້ໜ້ອຍໜຶ່ງ
20 ເກຮາຊີ+ຄົນຮັບໃຊ້ຂອງເອລີຊາທີ່ເປັນຄົນຂອງພະເຈົ້າທ່ຽງແທ້+ຄິດໃນໃຈວ່າ: ‘ເຈົ້ານາຍຂອງຂ້ອຍໃຫ້ນາອາມານ+ຄົນຊີເຣຍກັບເມືອໂດຍທີ່ບໍ່ເອົາຂອງຂວັນຫຍັງຈາກລາວເລີຍ. ຂ້ອຍຂໍສາບານຕໍ່ໜ້າພະເຢໂຫວາພະເຈົ້າຜູ້ມີຊີວິດຢູ່ວ່າ ຂ້ອຍຈະນຳລາວໄປແລະເອົາຂອງຂວັນບາງຢ່າງຈາກລາວ.’
21 ເກຮາຊີກໍແລ່ນນຳຫຼັງນາອາມານໄປ. ເມື່ອນາອາມານເຫັນວ່າມີຄົນແລ່ນນຳມາ ລາວກໍລົງຈາກລົດມ້າແລະຖາມວ່າ: “ມີຫຍັງບໍ?”
22 ເກຮາຊີຕອບວ່າ: “ບໍ່ມີຫຍັງດອກ. ມີແຕ່ເຈົ້ານາຍຂອງຂ້ອຍໃຫ້ມາບອກວ່າ ‘ມີຊາຍໜຸ່ມ 2 ຄົນທີ່ເປັນລູກຫຼານຂອງພວກຜູ້ພະຍາກອນ*ຫາກໍມາຈາກແຖວພູໃນເຂດເອຟຣາຢິມຈຶ່ງຢາກຂໍເງິນ 1 ຕະລັນ*ກັບເຄື່ອງນຸ່ງ 2 ຊຸດໄປໃຫ້ເຂົາເຈົ້າ.’”+
23 ນາອາມານບອກວ່າ: “ໄດ້. ເອົາໄປ 2 ຕະລັນ*ໂລດ.” ນາອາມານຂໍແທ້ຂໍວ່າ+ໃຫ້ເກຮາຊີເອົາເງິນໜັກ 2 ຕະລັນ. ແລ້ວລາວກໍເອົາເງິນນັ້ນກັບເຄື່ອງນຸ່ງ 2 ຊຸດໃສ່ຖົງ 2 ໜ່ວຍໃຫ້ເກຮາຊີ. ແລ້ວໃຫ້ຄົນຮັບໃຊ້ 2 ຄົນຂົນເຄື່ອງອອກໜ້າເກຮາຊີ.
24 ເມື່ອມາຮອດໂອເຟນ* ເກຮາຊີກໍເອົາເຄື່ອງເຫຼົ່ານັ້ນຈາກຄົນຮັບໃຊ້ຂອງນາອາມານໄປໄວ້ໃນເຮືອນຂອງລາວ ແລະບອກເຂົາເຈົ້າໃຫ້ກັບເມືອ. ເມື່ອເຂົາເຈົ້າກັບໄປແລ້ວ
25 ເກຮາຊີກໍໄປຫາເຈົ້ານາຍຂອງລາວ. ເອລີຊາຖາມລາວວ່າ: “ເກຮາຊີ ເຈົ້າໄປໃສມາ?” ລາວຕອບວ່າ: “ຜູ້ຮັບໃຊ້ຂອງທ່ານບໍ່ໄດ້ໄປໃສ.”+
26 ເອລີຊາບອກລາວວ່າ: “ເຈົ້າຄິດວ່າຂ້ອຍບໍ່ຮູ້ບໍວ່າເຈົ້ານຳຜູ້ນັ້ນໄປ ແລະລາວກໍລົງຈາກລົດມ້າມາຫາເຈົ້າ? ເຈົ້າຄິດວ່ານີ້ເປັນເວລາທີ່ຈະຮັບເງິນ ເຄື່ອງນຸ່ງ ສວນໝາກກອກ ສວນໝາກລະແຊັງ ແກະ ງົວ ຫຼືຄົນຮັບໃຊ້ຊາຍຍິງບໍ?+
27 ຍ້ອນເຈົ້າເຮັດແນວນີ້ ເຈົ້າກັບລູກຫຼານຂອງເຈົ້າຈະເປັນຂີ້ທູດຕະຫຼອດໄປຄືກັບທີ່ນາອາມານເຄີຍເປັນ.”+ ທັນທີທີ່ເກຮາຊີອອກໄປຈາກເອລີຊາ ລາວກໍເປັນຂີ້ທູດຂາວດ່າງ.*+
ຂໍ ຄວາມ ໄຂ ເງື່ອນ
^ ຫຼື “ລອດຈາກ”
^ ຫຼື “ເປັນພະຍາດຢູ່ຜິວໜັງ”
^ ອາດໝາຍເຖິງນາອາມານ
^ 342 ກິໂລກຣາມ. ເບິ່ງພາກຜະໜວກ ຂ14.
^ 68,4 ກິໂລກຣາມ. ເບິ່ງພາກຜະໜວກ ຂ14.
^ ແປຕາມໂຕວ່າ “ພໍ່ຂອງຂ້ອຍ”
^ ແປຕາມໂຕວ່າ “ຄຳອວຍພອນ”
^ ລໍມີພໍ່ເປັນລາແລະມີແມ່ເປັນມ້າ
^ 34,2 ກິໂລກຣາມ
^ ແປຕາມໂຕວ່າ “ພວກລູກຊາຍຂອງພວກຜູ້ພະຍາກອນ.” ອາດໝາຍເຖິງໂຮງຮຽນສອນຜູ້ພະຍາກອນ ຫຼືສະມາຄົມຂອງພວກຜູ້ພະຍາກອນ.
^ 68,4 ກິໂລກຣາມ
^ ສະຖານທີ່ແຫ່ງໜຶ່ງຢູ່ຊາມາເຣຍ. ອາດເປັນໂນນພູຫຼືປ້ອມ.
^ ແປຕາມໂຕວ່າ “ຂາວຄືກັບຫິມະ”