ກະສັດ​ສະບັບ​ທີ​ສອງ 6:1-33

  • ເອລີຊາ​ເຮັດ​ໃຫ້​ຂວານ​ຟູ​ຂຶ້ນ​ຈາກ​ນ້ຳ (1-​7)

  • ເອລີຊາ​ເຈິ​ກັບ​ພວກ​ຊີເຣຍ (8-​23)

    • ພະເຈົ້າ​ເຮັດ​ໃຫ້​ຄົນ​ຮັບ​ໃຊ້​ຂອງ​ເອລີຊາ​ເຫັນ (16, 17)

    • ພະເຈົ້າ​ເຮັດ​ໃຫ້​ພວກ​ຊີເຣຍ​ຕາ​ບອດ (18, 19)

  • ມີ​ຄວາມ​ອຶດຢາກ​ໃນ​ເມືອງ​ຊາມາເຣຍ​ຍ້ອນ​ຖືກ​ລ້ອມ (24-​33)

6  ລູກ​ຫຼານ​ຂອງ​ພວກ​ຜູ້ພະຍາກອນ*+ເວົ້າ​ກັບ​ເອລີຊາ​ວ່າ: “ບ່ອນ​ທີ່​ພວກ​ເຮົາຢູ່​ກັບ​ທ່ານມັນ​ແຄບ​ໂພດ.  ພວກ​ເຮົາ​ຂໍ​ໄປ​ແມ່​ນ້ຳ​ຈໍແດນໄດ້​ບໍ່? ພວກ​ເຮົາ​ຈະ​ໄປຕັດ​ຕົ້ນ​ໄມ້ແລະ​ປຸກ​ເຮືອນ​ຢູ່​ຫັ້ນ.” ເອລີຊາ​ຕອບ​ວ່າ: “ໄປທະແມ້.”  ຄົນ​ໜຶ່ງ​ທີ່​ເປັນ​ລູກ​ຫຼານ​ຂອງ​ພວກ​ຜູ້ພະຍາກອນ​ຖາມ​ວ່າ: “ທ່ານ​ຈະ​ໄປ​ກັບ​ພວກ​ເຮົາ​ທີ່​ເປັນ​ຜູ້​ຮັບ​ໃຊ້​ຂອງ​ທ່ານ​ບໍ?” ລາວ​ຕອບ​ວ່າ: “ຂ້ອຍ​ຈະ​ໄປ​ນຳ.”  ເອລີຊາ​ກໍ​ໄປ​ນຳ​ເຂົາ​ເຈົ້າ. ເມື່ອ​ໄປ​ຮອດ​ແມ່​ນ້ຳ​ຈໍແດນ ເຂົາ​ເຈົ້າ​ກໍ​ພາກັນ​ຕັດ​ຕົ້ນ​ໄມ້.  ຕອນ​ທີ່​ຜູ້​ໜຶ່ງ​ກຳລັງ​ຕັດ​ຕົ້ນ​ໄມ້ ຂວານ​ໄດ້​ຫຼຸດ​ອອກ​ຈາກ​ດ້າມ​ແລະ​ຕົກ​ລົງ​ນ້ຳ ລາວ​ຈຶ່ງ​ຮ້ອງ​ຂຶ້ນ​ວ່າ: “ທ່ານ​ເອີ້ຍ ຕາຍ​ຄັກ​ໆ​! ຂວານ​ນີ້​ແຮ່ງ​ຢືມ​ເຂົາ​ເຈົ້າ​ມາ!”  ຄົນ​ຂອງ​ພະເຈົ້າ​ທ່ຽງແທ້​ຖາມ​ວ່າ: “ມັນ​ຕົກ​ລົງ​ບ່ອນ​ໃດ?” ລາວ​ກໍ​ຊີ້​ໃຫ້​ເບິ່ງ. ເອລີຊາ​ຈຶ່ງ​ຕັດ​ງ່າ​ໄມ້​ມາ​ງ່າ​ໜຶ່ງ​ແລະ​ໂຍນ​ລົງ​ໄປ​ບ່ອນ​ນັ້ນ ແລ້ວ​ຂວານ​ກໍຟູ​ຂຶ້ນມາ.  ເອລີຊາ​ບອກ​ວ່າ: “ຈັບ​ເອົາ​ແມ້.” ລາວ​ກໍ​ເດ່​ມື​ໄປ​ຈັບ​ເອົາ.  ຕໍ່ມາ ກະສັດ​ຊີເຣຍ​ໄດ້​ເຮັດ​ສົງຄາມ​ກັບ​ພວກ​ອິດສະຣາເອນ.+ ລາວ​ປຶກສາ​ກັບ​ຄົນ​ຂອງ​ລາວ​ແລະ​ບອກ​ເຂົາ​ເຈົ້າ​ວ່າ​ລາວ​ຈະ​ໄປຕັ້ງ​ຄ້າຍກັບ​ເຂົາ​ເຈົ້າ​ຢູ່​ໃສ.  ເອລີຊາ​ຄົນ​ຂອງ​ພະເຈົ້າ​ທ່ຽງແທ້​+ໃຫ້​ຄົນ​ໄປ​ບອກ​ກະສັດ​ອິດສະຣາເອນ​ວ່າ: “ທ່ານ​ຢ່າ​ກາຍ​ໄປ​ບ່ອນ​ນັ້ນ ເພາະ​ວ່າ​ພວກ​ຊີເຣຍ​ຈະ​ມາໂຈມຕີທ່ານ​ຢູ່​ຫັ້ນ.” 10  ກະສັດ​ອິດສະຣາເອນ​ຈຶ່ງ​ສົ່ງ​ຂ່າວ​ໄປ​ບອກ​ຄົນ​ຂອງ​ລາວທີ່​ຢູ່​ບ່ອນ​ທີ່​ເອລີຊາ​ຄົນ​ຂອງ​ພະເຈົ້າ​ທ່ຽງແທ້​ໄດ້​ເວົ້າ​ເຖິງ. ເອລີຊາ​ໄດ້​ເຕືອນ​ແບບ​ນີ້​ຫຼາຍ​ໆ​ເທື່ອ* ກະສັດ​ຈຶ່ງ​ບໍ່​ໄປ​ບ່ອນ​ເຫຼົ່າ​ນັ້ນ.+ 11  ກະສັດ​ຊີເຣຍ​ໃຈ​ຮ້າຍ​ຫຼາຍ​ແລະ​ເອີ້ນ​ຄົນ​ຂອງ​ລາວ​ມາ​ຖາມ​ວ່າ: “ບອກ​ມາ​ດຸ ໃຜ​ເປັນ​ສາຍ​ສືບ​ໃຫ້​ກະສັດ​ອິດສະຣາເອນ!” 12  ມີ​ຜູ້​ໜຶ່ງ​ຕອບ​ກະສັດ​ວ່າ: “ກະສັດ ບໍ່​ມີ​ໃຜ​ກ້າ​ເຮັດ​ດອກ! ຜູ້ພະຍາກອນ​ເອລີຊາ​ໃນ​ອິດສະຣາເອນ​ພຸ້ນ​ເອົາ​ສິ່ງ​ທີ່​ທ່ານ​ເວົ້າ​ຢູ່​ຫ້ອງ​ນອນ​ໄປ​ບອກ​ກະສັດ​ອິດສະຣາເອນ.”+ 13  ກະສັດ​ຊີເຣຍ​ຈຶ່ງ​ບອກ​ວ່າ: “ໄປ​ຊອກ​ເບິ່ງ​ດຸ​ວ່າ​ລາວ​ຢູ່​ໃສ. ຂ້ອຍ​ຈະ​ໃຫ້​ຄົນ​ໄປ​ຈັບ​ລາວ.” ຕໍ່ມາ ມີ​ຄົນ​ມາ​ບອກ​ກະສັດ​ວ່າ​ເອລີຊາ​ຢູ່​ເມືອງ​ໂດທານ.+ 14  ກະສັດ​ຈຶ່ງ​ຟ້າວ​ສົ່ງ​ມ້າ​ກັບ​ລົດ​ຮົບ​ແລະ​ທະຫານ​ກອງ​ທັບ​ໃຫຍ່​ໄປ​ບ່ອນ​ນັ້ນ. ເຂົາ​ເຈົ້າ​ໄປ​ຕອນ​ກາງຄືນ​ແລະ​ລ້ອມ​ເມືອງ​ໄວ້. 15  ເມື່ອ​ຄົນ​ຮັບ​ໃຊ້​ຂອງ​ເອລີຊາ​ຕື່ນ​ແຕ່​ເຊົ້າ​ໆ​ແລະ​ອອກ​ໄປ​ນອກ​ເຮືອນ ລາວ​ກໍ​ເຫັນ​ທະຫານ​ກອງ​ທັບ​ໃຫຍ່​ກັບ​ມ້າ​ແລະ​ລົດ​ຮົບ​ລ້ອມ​ເມືອງ​ໄວ້. ລາວ​ຈຶ່ງ​ຟ້າວ​ໄປ​ບອກ​ເອລີຊາ​ວ່າ: “ນາຍ​ເອີ້ຍ ຕາຍ​ຄັກ​ໆ​! ເຮົາ​ຊິ​ເຮັດ​ແນວ​ໃດ?” 16  ແຕ່​ເອລີຊາ​ບອກ​ວ່າ: “ບໍ່​ຕ້ອງ​ຢ້ານ!+ ຝ່າຍ​ພວກ​ເຮົາ​ມີ​ຫຼາຍ​ກວ່າ​ເຂົາ​ເຈົ້າ.”+ 17  ແລ້ວ​ເອລີຊາ​ກໍ​ອະທິດຖານ​ວ່າ: “ພະ​ເຢໂຫວາ ຂໍ​ພະອົງເຮັດ​ໃຫ້​ລາວ​ເຫັນ.”*+ ທັນໃດ​ນັ້ນ ພະ​ເຢໂຫວາ​ກໍ​ເຮັດ​ໃຫ້​ຄົນ​ຮັບ​ໃຊ້​ເຫັນ ແລະ​ລາວ​ກໍ​ເຫັນ​ມ້າ​ກັບ​ລົດ​ຮົບ​ທີ່​ເປັນ​ຄື​ກັບ​ແປວ​ໄຟ+ຢູ່​ເຕັມ​ພູ​ອ້ອມ​ເອລີຊາ​ໄວ້.+ 18  ເມື່ອ​ພວກ​ຊີເຣຍ​ຈະ​ມາ​ຈັບ​ເອລີຊາ ເອລີຊາ​ອະທິດຖານ​ຫາ​ພະ​ເຢໂຫວາ​ວ່າ: “ຂໍ​ພະອົງ​ເຮັດ​ໃຫ້ພວກ​ນີ້*ຕາບອດ.”*+ ແລ້ວ​ເພິ່ນ​ກໍ​ເຮັດ​ໃຫ້​ເຂົາ​ເຈົ້າ​ຕາ​ບອດ​ຕາມ​ທີ່​ເອລີຊາ​ຂໍ. 19  ເອລີຊາ​ບອກ​ເຂົາ​ເຈົ້າ​ວ່າ: “ພວກ​ເຈົ້າ​ມາ​ຜິດ​ທາງ​ແລ້ວ ບໍ່​ແມ່ນ​ເມືອງ​ນີ້. ນຳ​ຂ້ອຍ​ມາ ຂ້ອຍ​ຈະ​ພາ​ພວກ​ເຈົ້າ​ໄປ​ຫາ​ຜູ້​ທີ່​ພວກ​ເຈົ້າ​ກຳລັງ​ຊອກ​ຫາ.” ແຕ່​ລາວ​ພາ​ເຂົາ​ເຈົ້າ​ໄປ​ເມືອງ​ຊາມາເຣຍ.+ 20  ເມື່ອ​ໄປ​ຮອດ​ເມືອງ​ຊາມາເຣຍ ເອລີຊາ​ກໍ​ອະທິດຖານ​ວ່າ: “ພະ​ເຢໂຫວາ ຂໍ​ພະອົງເຮັດ​ໃຫ້​ເຂົາ​ເຈົ້າ​ເຫັນຮຸ່ງ.”* ແລ້ວ​ພະ​ເຢໂຫວາ​ກໍ​ເຮັດ​ໃຫ້​ເຂົາ​ເຈົ້າ​ເຫັນ​ຮຸ່ງ ເຂົາ​ເຈົ້າ​ຈຶ່ງ​ຮູ້​ວ່າ​ໂຕເອງຢູ່​ເມືອງ​ຊາມາເຣຍ. 21  ເມື່ອ​ກະສັດ​ອິດສະຣາເອນ​ເຫັນ​ເຂົາ​ເຈົ້າ ລາວ​ຈຶ່ງ​ຖາມ​ເອລີຊາ​ວ່າ: “ເຈົ້າ​ຊິ​ໃຫ້​ຂ້ອຍ​ຂ້າ​ພວກ​ນີ້​ເລີຍ​ບໍ?” 22  ແຕ່​ເອລີຊາ​ຕອບ​ວ່າ: “ບໍ່​ຕ້ອງ​ຂ້າ​ເຂົາ​ເຈົ້າ. ທ່ານ​ຈະ​ຂ້າ​ຊະເລີຍ​ທີ່​ຈັບ​ມາ​ໄດ້​ໃນ​ການຕໍ່ສູ້ບໍ? ເອົາ​ເຂົ້າ​ເອົາ​ນ້ຳ​ມາ​ໃຫ້​ເຂົາ​ເຈົ້າ​ກິນ+ ແລະ​ສົ່ງ​ເຂົາ​ເຈົ້າ​ກັບ​ໄປ​ຫາ​ເຈົ້າ​ນາຍ​ຂອງ​ເຂົາ​ເຈົ້າ.” 23  ກະສັດ​ຈຶ່ງ​ຈັດ​ງານ​ລ້ຽງ​ໃຫຍ່ໃຫ້​ພວກ​ຊີເຣຍ. ຫຼັງ​ຈາກ​ກິນ​ລ້ຽງ​ແລ້ວ ກະສັດ​ກໍ​ສົ່ງ​ເຂົາ​ເຈົ້າ​ກັບ​ໄປ​ຫາ​ເຈົ້າ​ນາຍ​ຂອງ​ເຂົາ​ເຈົ້າ. ພວກ​ກຸ່ມ​ໂຈນ​ຊີເຣຍ​+ບໍ່​ໄດ້​ເຂົ້າ​ມາ​ປຸ້ນ​ໃນ​ອິດສະຣາເອນ​ອີກ​ເລີຍ. 24  ຫຼັງ​ຈາກ​ນັ້ນ ເບັນຮາດັດ​ກະສັດ​ຂອງ​ຊີເຣຍ​ໄດ້​ລວບລວມ​ກອງ​ທັບ​ທັງ​ໝົດ​ຂອງ​ລາວ ແລ້ວ​ໄປ​ລ້ອມ​ເມືອງ​ຊາມາເຣຍ.+ 25  ເມືອງ​ຊາມາເຣຍ​ຈຶ່ງ​ມີ​ຄວາມ​ອຶດຢາກ​ໜັກ​ຫຼາຍ.+ ເຂົາ​ເຈົ້າ​ລ້ອມ​ເມືອງ​ນີ້​ດົນ​ຫຼາຍ​ຈົນ​ຫົວ​ລາ+ຫົວ​ໜຶ່ງ​ຂຶ້ນ​ລາຄາ​ເປັນ​ເງິນ​ໜັກ​ຮອດ 80 ເຊເກນ* ແລະ​ຂີ້​ນົກ​ເຂົາ 1 ສ່ວນ 4 ຂາບ* ຂຶ້ນ​ລາຄາ​ເປັນ​ເງິນ​ໜັກ​ຮອດ 5 ເຊເກນ.* 26  ຕອນ​ທີ່​ກະສັດ​ອິດສະຣາເອນ​ຍ່າງ​ຢູ່​ເທິງກຳແພງ​ເມືອງ ມີ​ຜູ້​ຍິງ​ຄົນ​ໜຶ່ງເອີ້ນ​ໃສ່​ລາວວ່າ: “ກະສັດ​ຜູ້​ເປັນ​ນາຍ​ຂອງ​ຂ້ອຍ ຊ່ວຍ​ຂ້ອຍ​ແດ່!” 27  ກະສັດ​ຕອບ​ວ່າ: “ຖ້າ​ພະ​ເຢໂຫວາ​ບໍ່​ຊ່ວຍ​ເຈົ້າ ຂ້ອຍ​ຊິ​ຊ່ວຍ​ເຈົ້າ​ໄດ້​ບໍ? ເຈົ້າຄິດວ່າ​ຂ້ອຍ​ຊິ​ມີ​ຂອງກິນ ເຫຼົ້າແວງ ຫຼື​ນ້ຳມັນ​ໝາກກອກ​ໃຫ້​ເຈົ້າ​ບໍ?” 28  ກະສັດ​ຖາມ​ລາວ​ວ່າ: “ເຈົ້າ​ມີ​ເລື່ອງ​ຫຍັງ?” ລາວ​ຕອບ​ວ່າ: “ຜູ້​ຍິງ​ຄົນ​ນີ້​ບອກ​ໃຫ້​ຂ້າ​ລູກ​ຂ້ອຍ​ກິນ​ກ່ອນ ແລ້ວ​ມື້​ອື່ນ​ຈຶ່ງ​ຂ້າ​ລູກ​ຂອງ​ລາວ​ກິນ.+ 29  ພວກ​ເຮົາ​ຈຶ່ງ​ເອົາ​ລູກ​ຊາຍ​ຂ້ອຍ​ມາ​ຕົ້ມ​ກິນ.+ ມື້​ຕໍ່ມາ ຂ້ອຍ​ບອກ​ລາວ​ວ່າ ‘ເອົາ​ລູກ​ຊາຍ​ເຈົ້າ​ມາ​ຂ້າ​ກິນ​ແມ້’ ແຕ່​ລາວ​ພັດ​ເອົາ​ລູກ​ໄປ​ເຊື່ອງ​ໄວ້.” 30  ເມື່ອ​ກະສັດ​ໄດ້​ຍິນ​ແນວ​ນັ້ນ ລາວ​ກໍ​ຈີກ​ເສື້ອ​ຂອງ​ໂຕເອງ.+ ຕອນ​ທີ່​ລາວ​ຍ່າງ​ຢູ່​ເທິງ​ກຳແພງ​ເມືອງ ປະຊາຊົນ​ກໍ​ເຫັນ​ວ່າ​ລາວ​ນຸ່ງ​ຜ້າເນື້ອຫຍາບ​ຢູ່​ທາງ​ໃນ.* 31  ລາວ​ເວົ້າ​ວ່າ: “ຂໍ​ໃຫ້​ພະເຈົ້າ​ລົງໂທດ​ຂ້ອຍ​ໜັກ​ໆ​ໂລດ ຖ້າ​ເອລີຊາ​ລູກ​ຊາຍ​ຂອງ​ຊາຟາດ​ບໍ່​ຖືກຕັດ​ຫົວໃນ​ມື້​ນີ້!”+ 32  ຕອນ​ທີ່​ເອລີຊາ​ກຳລັງ​ນັ່ງ​ຢູ່​ໃນ​ເຮືອນ​ຂອງ​ລາວ​ກັບ​ພວກ​ຜູ້​ນຳ ກະສັດ​ໄດ້​ສົ່ງ​ຜູ້​ຊາຍ​ຄົນ​ໜຶ່ງ​ໄປ​ຫາ​ເອລີຊາ​ກ່ອນ ແລ້ວ​ກະສັດ​ກໍ​ມາ​ນຳ​ຫຼັງ. ແຕ່​ຕອນ​ທີ່​ຄົນ​ຂອງ​ກະສັດ​ຍັງ​ມາ​ບໍ່​ຮອດ ເອລີຊາ​ເວົ້າ​ກັບ​ພວກ​ຜູ້​ນຳ​ວ່າ: “ລູກ​ຄາຕະກອນ​+ໄດ້​ສົ່ງ​ຄົນ​ມາ​ຕັດ​ຫົວ​ຂ້ອຍ. ເບິ່ງ​ດີ​ໆ​ເດີ້ ຖ້າ​ລາວ​ມາ​ຮອດ​ໃຫ້​ພວກ​ເຈົ້າປິດ​ປະຕູ​ແລ້ວ​ດັນ​ໄວ້ ຢ່າ​ໃຫ້​ລາວ​ເຂົ້າ​ມາ. ເຈົ້າ​ນາຍ​ຂອງ​ລາວ​ກຳລັງ​ນຳ​ມາ.” 33  ເອລີຊາ​ເວົ້າ​ຍັງ​ບໍ່​ທັນ​ສຸດ​ຄວາມ ຜູ້​ຊາຍ​ຄົນ​ນັ້ນ​ກໍ​ມາ​ຮອດ. ແລ້ວ​ກະສັດ​ກໍ​ມາ​ຮອດແລະ​ເວົ້າ​ວ່າ: “ພະ​ເຢໂຫວາ​ເຮັດ​ໃຫ້​ເກີດ​ຄວາມ​ຈິບຫາຍ​ນີ້. ເປັນ​ຫຍັງ​ຂ້ອຍ​ຕ້ອງ​ຖ້າ​ໃຫ້​ພະ​ເຢໂຫວາ​ຊ່ວຍ?”

ຂໍຄວາມໄຂເງື່ອນ

ແປ​ຕາມ​ໂຕ​ວ່າ “ພວກ​ລູກ​ຊາຍ​ຂອງ​ພວກ​ຜູ້ພະຍາກອນ.” ອາດ​ໝາຍເຖິງ​ໂຮງຮຽນ​ສອນ​ຜູ້ພະຍາກອນ ຫຼື​ສະມາຄົມ​ຂອງ​ພວກ​ຜູ້ພະຍາກອນ.
ຫຼື “ຫຼາຍ​ກວ່າ​ເທື່ອ​ໜຶ່ງ​ຫຼື​ສອງ​ເທື່ອ”
ແປ​ຕາມ​ໂຕ​ວ່າ “ເປີດ​ຕາ​ລາວ”
ເປັນ​ໄປ​ໄດ້​ທີ່​ເຂົາເຈົ້າ​ບໍ່​ໄດ້​ຕາບອດ​ແທ້​ໆ​ ແຕ່​ອາດ​ໝາຍ​ຄວາມ​ວ່າ​ພະເຈົ້າ​ເຮັດ​ໃຫ້​ເຂົາເຈົ້າ​ບໍ່​ເຂົ້າໃຈ​ໃນ​ສິ່ງ​ທີ່​ໂຕເອງ​ເຫັນ
ແປ​ຕາມ​ໂຕ​ວ່າ “ຊາດ​ນີ້”
ແປ​ຕາມ​ໂຕ​ວ່າ “ເປີດ​ຕາ​ເຂົາເຈົ້າ”
912 ກຣາມ. ເບິ່ງ​ພາກ​ຜະໜວກ ຂ14.
57 ກຣາມ
0,3 ລິດ. ເບິ່ງ​ພາກ​ຜະໜວກ ຂ14.
ຫຼື “ກ້ອງ​ເສື້ອ​ຕິດ​ກັບ​ຜິວ​ໜັງ​ຂອງ​ລາວ”