ກະສັດສະບັບທີສອງ 7:1-20
7 ເອລີຊາເວົ້າວ່າ: “ໃຫ້ຟັງພະເຢໂຫວາ. ພະເຢໂຫວາບອກວ່າ ‘ມື້ອື່ນປະມານໂມງນີ້ ຢູ່ປະຕູເມືອງ*ຊາມາເຣຍ ແປ້ງລະອຽດ 1 ຊີ*ລາຄາຈະຫຼຸດລົງເປັນເງິນໜັກ 1 ເຊເກນ* ແລະເຂົ້າບາເລ 2 ຊີ*ລາຄາຈະຫຼຸດລົງເປັນເງິນໜັກ 1 ເຊເກນ.’”*+
2 ຫົວໜ້າທະຫານຄົນໜຶ່ງທີ່ກະສັດເຊື່ອໃຈເວົ້າກັບເອລີຊາຄົນຂອງພະເຈົ້າທ່ຽງແທ້ວ່າ: “ເຖິງພະເຢໂຫວາເປີດປະຕູນ້ຳທີ່ຢູ່ເທິງຟ້າອອກ ເລື່ອງທີ່ເຈົ້າເວົ້າກໍເປັນໄປບໍ່ໄດ້ດອກ.”+ ເອລີຊາຈຶ່ງບອກວ່າ: “ເຈົ້າຈະເຫັນສິ່ງທີ່ເກີດຂຶ້ນ+ ແຕ່ເຈົ້າຈະບໍ່ໄດ້ກິນເຄື່ອງທີ່ຫຼຸດລາຄານັ້ນ.”+
3 ມີຄົນຂີ້ທູດ 4 ຄົນຢູ່ປະຕູເມືອງ+ ເຂົາເຈົ້າລົມກັນວ່າ: “ເຮົາຊິນັ່ງຢູ່ນີ້ລ້າໆຈົນຕາຍບໍ?
4 ຖ້າເຮົາເຂົ້າໄປໃນເມືອງທີ່ມີຄວາມອຶດຢາກ+ ເຮົາກໍຈະຕາຍຢູ່ຫັ້ນ. ແຕ່ຖ້າເຮົານັ່ງຢູ່ນີ້ ເຮົາກໍຈະຕາຍຄືກັນ. ຄັນຊັ້ນ ເຮົາໄປຄ້າຍທະຫານຂອງພວກຊີເຣຍເບາະ? ຖ້າເຂົາເຈົ້າບໍ່ຂ້າພວກເຮົາ ພວກເຮົາກໍລອດ. ແຕ່ຖ້າເຂົາເຈົ້າຂ້າພວກເຮົາ ພວກເຮົາກໍຕາຍ.”
5 ແລ້ວເຂົາເຈົ້າກໍໄປຄ້າຍທະຫານຂອງພວກຊີເຣຍໃນຕອນຄ່ຳ. ເມື່ອເຂົ້າໄປໃນຄ້າຍ ເຂົາເຈົ້າກໍບໍ່ເຫັນໃຜຢູ່ຫັ້ນ.
6 ພະເຢໂຫວາເຮັດໃຫ້ພວກທະຫານຊີເຣຍໄດ້ຍິນສຽງມ້າກັບລົດຮົບມາເປັນກອງທັບໃຫຍ່+ ເຂົາເຈົ້າຈຶ່ງພາກັນເວົ້າວ່າ: “ກະສັດອິດສະຣາເອນໄດ້ຈ້າງກະສັດເຮດກັບກະສັດເອຢິບມາຕໍ່ສູ້ພວກເຮົາ.”
7 ເຂົາເຈົ້າຈຶ່ງຟ້າວໜີໃນຄືນມື້ນັ້ນເລີຍ. ເຂົາເຈົ້າປະເຕັ້ນ ມ້າ ລາ ແລະປະຄ້າຍທັງໝົດໄວ້ແບບນັ້ນ ແລ້ວໜີເອົາຊີວິດລອດ.
8 ເມື່ອພວກທີ່ເປັນຂີ້ທູດໄປຮອດຄ້າຍ ເຂົາເຈົ້າໄດ້ເຂົ້າໄປໃນເຕັ້ນຫຼັງໜຶ່ງ ແລ້ວກໍກິນແລະດື່ມ. ເຂົາເຈົ້າໄດ້ຂົນເອົາເງິນເອົາຄຳແລະເຄື່ອງນຸ່ງໄປເຊື່ອງໄວ້. ຫຼັງຈາກນັ້ນ ເຂົາເຈົ້າກໍກັບມາຂົນເອົາເຄື່ອງຢູ່ເຕັ້ນອີກຫຼັງໜຶ່ງແລະເອົາໄປເຊື່ອງໄວ້ຄືກັນ.
9 ໃນທີ່ສຸດ ເຂົາເຈົ້າກໍລົມກັນວ່າ: “ພວກເຮົາເຮັດຈັ່ງຊີ້ບໍ່ຖືກໄດ໋. ມື້ນີ້ເປັນມື້ທີ່ມີຄວາມສຸກ ເຮົາຄວນໄປບອກຄົນອື່ນໃຫ້ຮູ້ຂ່າວດີນີ້. ຖ້າພວກເຮົາບໍ່ບອກໃຜຈົນຮອດມື້ອື່ນເຊົ້າ ພວກເຮົາຈະຖືກລົງໂທດແທ້. ໄປ໋ ພວກເຮົາໄປວັງຂອງກະສັດແລະບອກລາວໃຫ້ຮູ້ເລື່ອງນີ້.”
10 ເຂົາເຈົ້າຈຶ່ງໄປເອີ້ນໃສ່ຄົນທີ່ຍາມປະຕູເມືອງແລະບອກວ່າ: “ພວກເຮົາໄປຄ້າຍທະຫານຂອງພວກຊີເຣຍມາ ແຕ່ບໍ່ມີໃຜຢູ່ຫັ້ນ ແລະບໍ່ໄດ້ຍິນສຽງໃຜເລີຍ. ມີແຕ່ມ້າກັບລາມັດໄວ້ຢູ່ຫັ້ນ ແລະເຕັ້ນທັງໝົດກໍຖືກປະໄວ້.”
11 ພວກຄົນຍາມປະຕູເມືອງຈຶ່ງບອກເລື່ອງນີ້ກັບຄົນທີ່ຢູ່ວັງຂອງກະສັດທັນທີ.
12 ເມື່ອກະສັດຮູ້ ລາວກໍລຸກຂຶ້ນມາຕອນເດິກແລະບອກພວກຂ້າລາຊະການວ່າ: “ຂ້ອຍຊິບອກພວກເຈົ້າເດີ້ວ່າ ພວກຊີເຣຍກຳລັງວາງແຜນຫຍັງ. ເຂົາເຈົ້າຮູ້ວ່າພວກເຮົາອຶດຢາກຫຼາຍ+ ຈຶ່ງອອກຈາກຄ້າຍໄປລີ້ຢູ່ທົ່ງຫຍ້າແລະຄິດວ່າ ພວກເຮົາຈະອອກໄປຈາກເມືອງ. ແລ້ວເຂົາເຈົ້າກໍຈະຈັບພວກເຮົາແລ້ວເຂົ້າມາຍຶດເອົາເມືອງ.”+
13 ຂ້າລາຊະການຄົນໜຶ່ງຈຶ່ງບອກກະສັດວ່າ: “ໃຫ້ບາງຄົນເອົາມ້າທີ່ຍັງເຫຼືອຢູ່ໃນເມືອງໄປ 5 ໂຕ. ຈັ່ງໃດເຂົາເຈົ້າກໍຈະຕາຍຄືກັບຄົນທີ່ຍັງເຫຼືອຢູ່ໃນເມືອງນີ້ ແລະຈັ່ງໃດເຂົາເຈົ້າກໍຈະຕາຍຄືກັບພວກອິດສະຣາເອນທີ່ຕາຍແລ້ວ. ລອງສົ່ງເຂົາເຈົ້າອອກໄປເບິ່ງ.”
14 ເຂົາເຈົ້າຈຶ່ງເອົາມ້າກັບລົດຮົບໄປ 2 ຄັນ. ກະສັດສົ່ງເຂົາເຈົ້າອອກໄປຄ້າຍທະຫານຂອງພວກຊີເຣຍແລະບອກວ່າ: “ໄປເບິ່ງດຸວ່າເກີດຫຍັງຂຶ້ນ.”
15 ເຂົາເຈົ້ານຳຮອຍພວກຊີເຣຍໄປຈົນຮອດແມ່ນ້ຳຈໍແດນແລະເຫັນເຄື່ອງນຸ່ງກັບເຄື່ອງໃຊ້ຂອງພວກຊີເຣຍເຮ່ຍເຕັມຫົນທາງ. ພວກຊີເຣຍຖິ້ມເຄື່ອງເຫຼົ່ານີ້ຕອນທີ່ເຂົາເຈົ້າໜີຍ້ອນຢ້ານຕາຍ. ຄົນຂອງກະສັດຈຶ່ງກັບໄປບອກກະສັດຕາມທີ່ເຂົາເຈົ້າເຫັນ.
16 ພວກອິດສະຣາເອນກໍອອກໄປເອົາເຄື່ອງຢູ່ຄ້າຍທະຫານຂອງພວກຊີເຣຍ. ດັ່ງນັ້ນ ແປ້ງລະອຽດ 1 ຊີ*ລາຄາຈຶ່ງຫຼຸດລົງເປັນເງິນໜັກ 1 ເຊເກນ* ແລະເຂົ້າບາເລ 2 ຊີ*ລາຄາຫຼຸດລົງເປັນເງິນໜັກ 1 ເຊເກນຄືກັບທີ່ພະເຢໂຫວາບອກໄວ້.+
17 ກະສັດໄດ້ແຕ່ງຕັ້ງຫົວໜ້າທະຫານທີ່ລາວເຊື່ອໃຈໃຫ້ເບິ່ງແຍງວຽກຍາມປະຕູເມືອງ. ແຕ່ປະຊາຊົນໄດ້ຢຽບຫົວໜ້າທະຫານຜູ້ນັ້ນຕາຍຢູ່ປະຕູເມືອງຄືກັບທີ່ຄົນຂອງພະເຈົ້າທ່ຽງແທ້ໄດ້ບອກຕອນທີ່ກະສັດໄປຫາລາວ.
18 ສິ່ງທີ່ເກີດຂຶ້ນນັ້ນເປັນໄປຕາມທີ່ຄົນຂອງພະເຈົ້າທ່ຽງແທ້ໄດ້ບອກກະສັດວ່າ: “ມື້ອື່ນໃນໂມງນີ້ ຢູ່ປະຕູເມືອງຊາມາເຣຍ ແປ້ງລະອຽດ 1 ຊີ*ລາຄາຈະຫຼຸດລົງເປັນເງິນໜັກ 1 ເຊເກນ* ແລະເຂົ້າບາເລ 2 ຊີ*ລາຄາຈະຫຼຸດລົງເປັນເງິນໜັກ 1 ເຊເກນ.”+
19 ແຕ່ຫົວໜ້າທະຫານຄົນໜຶ່ງທີ່ກະສັດເຊື່ອໃຈເວົ້າກັບເອລີຊາຄົນຂອງພະເຈົ້າທ່ຽງແທ້ວ່າ: “ເຖິງພະເຢໂຫວາເປີດປະຕູນ້ຳທີ່ຢູ່ເທິງຟ້າອອກ ເລື່ອງທີ່ເຈົ້າເວົ້າກໍເປັນໄປບໍ່ໄດ້ດອກ.” ເອລີຊາຈຶ່ງບອກວ່າ: “ເຈົ້າຈະເຫັນສິ່ງທີ່ເກີດຂຶ້ນ ແຕ່ເຈົ້າຈະບໍ່ໄດ້ກິນເຄື່ອງທີ່ຫຼຸດລາຄານັ້ນ.”
20 ເລື່ອງນີ້ກໍເກີດຂຶ້ນກັບລາວແທ້ໆ ເພາະລາວຖືກປະຊາຊົນຢຽບຕາຍຢູ່ປະຕູເມືອງ.
ຂໍ ຄວາມ ໄຂ ເງື່ອນ
^ ຫຼື “ຕະຫຼາດ”
^ 7,3 ລິດ. ເບິ່ງພາກຜະໜວກ ຂ14.
^ 11,4 ກຣາມ. ເບິ່ງພາກຜະໜວກ ຂ14.
^ 14,66 ລິດ
^ 11,4 ກຣາມ
^ 7,33 ລິດ
^ 11,4 ກຣາມ
^ 14,66 ລິດ
^ 7,33 ລິດ
^ 11,4 ກຣາມ
^ 14,66 ລິດ