ກະສັດ​ສະບັບ​ທີ​ສອງ 8:1-29

  • ຜູ້​ຍິງ​ຄົນ​ຊູເນມ​ໄດ້​ດິນ​ຂອງ​ລາວ​ຄືນ (1-​6)

  • ເອລີຊາ ເບັນຮາດັດ ແລະ​ຮາຊາເອນ (7-​15)

  • ເຢໂຮຣາມ​ເປັນ​ກະສັດ​ປົກຄອງ​ຢູດາ (16-​24)

  • ອາຮາຊີຢາ​ເປັນ​ກະສັດ​ປົກຄອງ​ຢູດາ (25-​29)

8  ເອລີຊາ​ບອກ​ແມ່​ຂອງ​ເດັກ​ນ້ອຍ​ຜູ້​ຊາຍ​ທີ່​ລາວ​ເຄີຍ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ​ວ່າ:+ “ໃຫ້​ເຈົ້າ​ກັບ​ຄອບຄົວ​ຍ້າຍ​ໄປ​ຢູ່​ບ່ອນ​ອື່ນ​ທີ່​ພວກ​ເຈົ້າ​ຈະ​ຢູ່​ໄດ້ ຍ້ອນ​ພະ​ເຢໂຫວາ​ບອກ​ວ່າ​ຈະ​ມີ​ຄວາມ​ອຶດຢາກ​+ໃນ​ແຜ່ນດິນ​ນີ້ 7 ປີ.”  ຜູ້​ຍິງ​ຄົນ​ນີ້​ກໍ​ເຮັດ​ຕາມ​ທີ່​ເອລີຊາ​ຄົນ​ຂອງ​ພະເຈົ້າ​ທ່ຽງແທ້​ບອກ. ລາວ​ກັບ​ຄອບຄົວ​ໄປ​ຢູ່​ເຂດ​ຂອງ​ພວກ​ຟີລິດສະຕີນ+ 7 ປີ.  ເມື່ອ​ຮອດ 7 ປີ​ແລ້ວ ຜູ້​ຍິງ​ຄົນ​ນີ້​ກໍ​ກັບ​ມາ​ຈາກ​ເຂດ​ຂອງ​ພວກ​ຟີລິດສະຕີນ ແລ້ວ​ລາວ​ກໍ​ໄປ​ອ້ອນວອນ​ຕໍ່​ກະສັດ​ເພື່ອ​ຂໍ​ເຮືອນ​ກັບ​ນາ​ຄືນ.  ຕອນ​ນັ້ນ ກະສັດ​ກຳລັງ​ຖາມ​ເກຮາຊີ​ທີ່​ເປັນ​ຄົນ​ຮັບ​ໃຊ້​ຂອງ​ເອລີຊາ​ຄົນ​ຂອງ​ພະເຈົ້າ​ທ່ຽງແທ້​ວ່າ: “ເລົ່າ​ໃຫ້​ຂ້ອຍ​ຟັງ​ດຸ ເອລີຊາ​ໄດ້​ເຮັດ​ການອັດສະຈັນ​ຫຍັງ​ແດ່?”+  ຕອນ​ທີ່​ເກຮາຊີ​ກຳລັງ​ເລົ່າ​ໃຫ້​ກະສັດ​ຟັງ​ເລື່ອງ​ທີ່​ເອລີຊາ​ປຸກ​ຄົນ​ໃຫ້​ຄືນ​ມາ​ຈາກ​ຕາຍ+ ຜູ້​ຍິງ​ທີ່​ເອລີຊາ​ປຸກ​ລູກ​ຊາຍ​ຂອງ​ລາວ​ໃຫ້​ຄືນ​ມາ​ຈາກ​ຕາຍ​ກໍ​ເຂົ້າ​ມາ​ຫາ​ກະສັດ​ເພື່ອ​ອ້ອນວອນ​ຂໍ​ເຮືອນ​ກັບ​ນາ​ຄືນ.+ ເມື່ອ​ເກຮາຊີ​ເຫັນ ລາວ​ກໍ​ເວົ້າ​ວ່າ: “ກະສັດ​ຜູ້​ເປັນ​ນາຍ​ຂອງ​ຂ້ອຍ ຜູ້​ຍິງ​ຄົນ​ນີ້​ແຫຼະ​ທີ່​ຂ້ອຍ​ກຳລັງ​ເວົ້າ​ເຖິງ ແລະ​ນີ້​ກໍ​ແມ່ນ​ລູກ​ຊາຍ​ຂອງ​ລາວ​ທີ່​ເອລີຊາ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ.”  ກະສັດ​ຈຶ່ງ​ຖາມ​ຜູ້​ຍິງ​ຄົນ​ນັ້ນ ແລ້ວ​ລາວ​ກໍ​ເລົ່າ​ເລື່ອງ​ທັງ​ໝົດ​ໃຫ້​ກະສັດ​ຟັງ. ກະສັດ​ຈຶ່ງ​ສັ່ງ​ຂ້າລາຊະການ​ຄົນ​ໜຶ່ງ​ວ່າ: “ເອົາ​ທຸກ​ສິ່ງ​ທຸກ​ຢ່າງ​ສົ່ງ​ຄືນ​ໃຫ້​ລາວ ແລະ​ເອົາເງິນໃຫ້​ລາວ​ຕາມ​ທີ່​ລາວ​ຄວນ​ໄດ້​ຮັບ​ຈາກ​ການ​ຂາຍ​ຜົນລະປູກ​ໃນ​ນາ​ຂອງ​ລາວ​ຕັ້ງ​ແຕ່​ມື້​ທີ່​ລາວ​ໄປ​ຈົນ​ຮອດ​ຕອນ​ນີ້.”  ເອລີຊາ​ໄດ້​ໄປ​ເມືອງ​ດາມາເຊ+ ຕອນ​ນັ້ນ​ເບັນຮາດັດ​+ກະສັດ​ຂອງ​ຊີເຣຍ​ບໍ່​ສະບາຍ​ແຮງ. ມີ​ຄົນ​ໄປ​ບອກ​ກະສັດ​ວ່າ: “ຄົນ​ຂອງ​ພະເຈົ້າ​ທ່ຽງແທ້+ມາ​ເມືອງ​ດາມາເຊ.”  ກະສັດ​ຈຶ່ງ​ບອກ​ຮາຊາເອນ+ວ່າ: “ໃຫ້​ເຈົ້າ​ໄປ​ຫາ​ຄົນ​ຂອງ​ພະເຈົ້າ​ທ່ຽງແທ້ ແລະ​ເອົາ​ຂອງຂວັນ​ໄປ​ພ້ອມ.+ ຂໍ​ໃຫ້​ລາວ​ຖາມ​ພະ​ເຢໂຫວາ​ວ່າ ‘ຂ້ອຍ​ຈະ​ເຊົາເຈັບ​ປ່ວຍບໍ?’”  ຮາຊາເອນ​ຈຶ່ງ​ໄປ​ຫາ​ເອລີຊາ​ແລະ​ເອົາ​ຂອງຂວັນ​ທີ່​ເປັນ​ແນວ​ດີ​ໆ​ທຸກ​ຢ່າງ​ທີ່​ມີ​ໃນ​ເມືອງ​ດາມາເຊ​ໃສ່​ຫຼັງ​ອູດ 40 ໂຕ​ໄປ​ໃຫ້​ລາວ​ນຳ. ຮາຊາເອນ​ມາ​ຢືນ​ຢູ່​ຕໍ່​ໜ້າ​ເອລີຊາ​ແລະ​ເວົ້າ​ວ່າ: “ເບັນຮາດັດ​ກະສັດ​ຊີເຣຍ​ທີ່​ເປັນລູກຊາຍຂອງ​ທ່ານ*ໃຫ້​ຂ້ອຍ​ມາ​ຖາມ​ທ່ານ​ວ່າ​ລາວ​ຈະ​ເຊົາ​ເຈັບ​ປ່ວຍ​ບໍ?” 10  ເອລີຊາ​ຕອບ​ວ່າ: “ໄປ​ບອກ​ກະສັດ​ວ່າ ລາວ​ຈະ​ເຊົາ​ເຈັບ​ປ່ວຍ​ແທ້. ແຕ່​ພະ​ເຢໂຫວາ​ບອກ​ໃຫ້​ຂ້ອຍ​ຮູ້​ວ່າ​ລາວ​ຈະ​ຕາຍ​ແນ່ນອນ.”+ 11  ເອລີຊາ​ເບິ່ງ​ໜ້າ​ຮາຊາເອນ​ຈົນ​ລາວຮູ້ສຶກຢູ່​ຍາກ ແລ້ວ​ເອລີຊາ​ກໍ​ໄຫ້. 12  ຮາຊາເອນ​ຈຶ່ງ​ຖາມ​ວ່າ: “ທ່ານ​ໄຫ້​ເຮັດ​ຫຍັງ?” ເອລີຊາ​ຕອບ​ວ່າ: “ຍ້ອນ​ຂ້ອຍ​ຮູ້​ວ່າ​ເຈົ້າ​ຈະ​ເຮັດ​ຊົ່ວ​ຕໍ່​ພວກ​ອິດສະຣາເອນ.+ ເຈົ້າ​ຈະ​ຈູດ​ເມືອງ​ຕ່າງ​ໆ​ຂອງ​ເຂົາ​ເຈົ້າ​ທີ່​ມີກຳແພງອ້ອມ. ເຈົ້າ​ຈະ​ເອົາ​ດາບ​ຂ້າທະຫານ​ທີ່​ເກັ່ງ​ໆ​ຂອງ​ເຂົາ​ເຈົ້າ. ເຈົ້າ​ຈະຂ້າ​ລູກ​ຂອງ​ເຂົາ​ເຈົ້າ​ຢ່າງ​ໂຫດ​ຫ້ຽມ ແລະ​ຈະຜ່າ​ທ້ອງຜູ້​ຍິງ​ທີ່​ຖື​ພາ.”+ 13  ຮາຊາເອນ​ບອກ​ວ່າ: “ຂ້ອຍ​ທີ່​ເປັນ​ຜູ້​ຮັບ​ໃຊ້​ຂອງ​ທ່ານ​ເປັນ​ພຽງ​ໝາ​ໂຕ​ໜຶ່ງ​ທີ່​ບໍ່​ມີ​ຄວາມສຳຄັນຫຍັງ. ຂ້ອຍ​ຈະ​ເຮັດ​ແບບ​ນັ້ນ​ໄດ້​ແນວ​ໃດ?” ແຕ່​ເອລີຊາ​ບອກ​ວ່າ: “ພະ​ເຢໂຫວາ​ບອກ​ໃຫ້​ຂ້ອຍ​ຮູ້​ວ່າ ເຈົ້າ​ຈະ​ໄດ້​ເປັນ​ກະສັດ​ປົກຄອງ​ຊີເຣຍ.”+ 14  ຫຼັງ​ຈາກ​ນັ້ນ ຮາຊາເອນ​ກໍ​ກັບ​ໄປ​ຫາ​ເຈົ້າ​ນາຍ​ຂອງ​ລາວ. ກະສັດ​ຖາມ​ລາວ​ວ່າ: “ເອລີຊາ​ບອກ​ວ່າ​ແນວ​ໃດ?” ຮາຊາເອນ​ຕອບ​ວ່າ: “ລາວ​ບອກ​ຂ້ອຍ​ວ່າ​ທ່ານ​ຈະ​ເຊົາ​ເຈັບ​ປ່ວຍ​ແທ້.”+ 15  ມື້​ຕໍ່ມາ ຮາຊາເອນ​ກໍ​ເອົາ​ຜ້າ​ປູ​ບ່ອນ​ຈຸ່ມ​ນ້ຳ​ໄປ​ປົກ​ໜ້າ​ກະສັດ​ຈົນ​ລາວ​ຂາດ​ໃຈ​ຕາຍ.+ ແລ້ວ​ຮາຊາເອນ​ກໍ​ເປັນ​ກະສັດ​ແທນ.+ 16  ໃນ​ປີ​ທີ 5 ທີ່​ເຢໂຮຣາມ+ລູກ​ຊາຍ​ຂອງ​ອາຮາບ​ເປັນ​ກະສັດ​ປົກຄອງ​ອິດສະຣາເອນ ເຢໂຮຊາຟັດ​ເປັນ​ກະສັດ​ປົກຄອງ​ຢູດາ ແລະ​ເຢໂຮຣາມ​+ລູກ​ຊາຍ​ຂອງ​ລາວ​ກໍ​ເປັນ​ກະສັດ​ປົກຄອງ​ຢູດາ​ນຳ​ກັນ​ກັບ​ພໍ່. 17  ເຢໂຮຣາມ​ລູກ​ຊາຍ​ຂອງ​ເຢໂຮຊາຟັດ​ເປັນ​ກະສັດ​ຕອນ​ອາຍຸ 32 ປີ ແລະ​ລາວ​ປົກຄອງ​ຢູ່​ເມືອງ​ເຢຣູຊາເລັມ 8 ປີ. 18  ລາວ​ເຮັດ​ຊົ່ວ​ຄື​ກັບ​ຄອບຄົວ​ຂອງ​ອາຮາບ+ແລະ​ກະສັດ​ອົງ​ອື່ນ​ໆ​ຂອງ​ອິດສະຣາເອນ+ ຍ້ອນ​ລາວ​ແຕ່ງດອງ​ກັບ​ລູກສາວ​ຂອງ​ອາຮາບ.+ ລາວ​ບໍ່​ເຊົາ​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ເບິ່ງ​ວ່າ​ຊົ່ວ.+ 19  ແຕ່​ພະ​ເຢໂຫວາ​ບໍ່​ຢາກ​ທຳລາຍ​ຢູດາ ຍ້ອນ​ເຫັນ​ແກ່​ດາວິດ​ຜູ້​ຮັບ​ໃຊ້​ຂອງ​ເພິ່ນ+ ເພາະ​ເພິ່ນ​ໄດ້​ສັນຍາ​ວ່າ​ດາວິດ​ກັບ​ລູກ​ຫຼານ​ຂອງ​ລາວ​ຈະປົກຄອງ*ຕໍ່​ໆ​ໄປ.+ 20  ໃນ​ສະໄໝ​ຂອງ​ກະສັດ​ເຢໂຮຣາມ ພວກ​ເອໂດມ​ໄດ້​ກະບົດ​ຕໍ່​ຢູດາ+ແລະ​ຕັ້ງ​ກະສັດ​ຂຶ້ນ​ມາ​ເອງ.+ 21  ເຢໂຮຣາມ​ຈຶ່ງ​ພາ​ກອງ​ທັບ​ລົດ​ມ້າ​ທັງ​ໝົດ​ຂອງ​ລາວ​ຂ້າມ​ໄປ​ຊາ​ອີ. ເມື່ອ​ຂ້າມ​ໄປ​ແລ້ວ ພວກ​ເອໂດມ​ກໍ​ມາລ້ອມເຢໂຮຣາມ​ກັບ​ພວກ​ຫົວ​ໜ້າ​ກອງ​ທັບ​ລົດ​ມ້າ. ເຢໂຮຣາມ​ໄດ້​ໂຈມຕີ​ພວກ​ນັ້ນ​ໃນ​ຕອນ​ກາງຄືນ​ແລະ​ເອົາ​ຊະນະ​ເຂົາ​ເຈົ້າ​ໄດ້. ແລ້ວ​ພວກ​ທະຫານ​ກໍ​ໜີ​ກັບ​ເມືອ​ເຮືອນ​ຂອງ​ໂຕເອງ. 22  ເອໂດມ​ໄດ້​ກະບົດ​ຕໍ່​ຢູດາ​ຈົນ​ຮອດ​ທຸກ​ມື້​ນີ້ ແລະ​ໃນ​ຕອນ​ນັ້ນ​ເມືອງ​ລິບນາ​+ກໍ​ກະບົດຕໍ່​ຢູດາ​ຄື​ກັນ. 23  ເລື່ອງ​ຕ່າງ​ໆ​ຂອງ​ເຢໂຮຣາມ​ແລະ​ທຸກ​ສິ່ງ​ທີ່​ລາວ​ເຮັດ​ກໍ​ຂຽນ​ໄວ້​ໃນ​ປຶ້ມ​ປະຫວັດ​ຂອງ​ພວກ​ກະສັດ​ຢູດາ. 24  ເມື່ອ​ເຢໂຮຣາມ​ຕາຍ ເຂົາ​ເຈົ້າ​ໄດ້​ຝັງ​ລາວ​ໄວ້​ກັບ​ປູ່ຍ່າຕານາຍ​ຂອງ​ລາວ​ຢູ່​ເມືອງ​ຂອງ​ດາວິດ.+ ອາຮາຊີຢາ+ລູກ​ຊາຍ​ຂອງ​ລາວ​ກໍ​ເປັນ​ກະສັດ​ແທນ. 25  ໃນ​ປີ​ທີ 12 ທີ່​ເຢໂຮຣາມ​ລູກ​ຊາຍ​ຂອງ​ອາຮາບ​ເປັນ​ກະສັດ​ປົກຄອງ​ອິດສະຣາເອນ ອາຮາຊີຢາ​ລູກ​ຊາຍ​ຂອງ​ເຢໂຮຣາມ​ກໍ​ເປັນ​ກະສັດ​ປົກຄອງ​ຢູດາ.+ 26  ອາຮາຊີຢາ​ເປັນ​ກະສັດ​ຕອນ​ອາຍຸ 22 ປີ ແລະ​ລາວ​ປົກຄອງ​ຢູ່​ເມືອງ​ເຢຣູຊາເລັມ 1 ປີ. ແມ່​ຂອງ​ລາວ​ຊື່​ອາທາລີຢາ+ເປັນ​ຫຼານ​ສາວ*ຂອງ​ອົມຣີ​+ກະສັດ​ອິດສະຣາເອນ. 27  ອາຮາຊີຢາ​ບໍ່​ເຊົາ​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ເບິ່ງ​ວ່າ​ຊົ່ວ. ລາວ​ເຮັດ​ຊົ່ວ​ຄື​ກັບຄອບຄົວ​ຂອງ​ອາຮາບ+ ຍ້ອນ​ລາວເປັນ​ພີ່ນ້ອງກັບ​ຄອບຄົວ​ຂອງ​ອາຮາບ.+ 28  ອາຮາຊີຢາ​ໄປ​ກັບ​ເຢໂຮຣາມ​ລູກ​ຊາຍ​ຂອງ​ອາຮາບ​ເພື່ອ​ເຮັດ​ສົງຄາມ​ກັບ​ຮາຊາເອນ​ກະສັດ​ຂອງ​ຊີເຣຍ​ຢູ່​ເມືອງ​ຣາໂມດກິລຽດ.+ ແຕ່​ເຢໂຮຣາມ​ຖືກ​ພວກ​ຊີເຣຍຍິງ​ທະນູໃສ່​ຈົນ​ບາດເຈັບ.+ 29  ກະສັດ​ເຢໂຮຣາມ​ຈຶ່ງ​ກັບ​ໄປ​ເມືອງ​ເຢດຊະເຣເອນ+ເພື່ອ​ປົວ​ບາດ​ທີ່​ຖືກ​ພວກ​ຊີເຣຍຍິງ​ທະນູ​ໃສ່​ຕອນ​ທີ່​ຕໍ່ສູ້​ກັບ​ຮາຊາເອນ​ກະສັດ​ຂອງ​ຊີເຣຍ​+ຢູ່​ເມືອງ​ຣາມາ.* ອາຮາຊີຢາ​ລູກ​ຊາຍ​ຂອງ​ເຢໂຮຣາມ​ກະສັດ​ຂອງ​ຢູດາ​ຈຶ່ງ​ໄປ​ຢາມ​ເຢໂຮຣາມ​ລູກ​ຊາຍ​ຂອງ​ອາຮາບ​ຢູ່​ເມືອງ​ເຢດຊະເຣເອນ ຍ້ອນ​ລາວ​ບາດເຈັບ.

ຂໍຄວາມໄຂເງື່ອນ

ການ​ເອີ້ນ​ໂຕເອງ​ວ່າ “ລູກ​ຊາຍ​ຂອງ​ທ່ານ” ເປັນ​ການ​ສະແດງ​ຄວາມ​ນັບຖື
ແປ​ຕາມ​ໂຕ​ວ່າ “ມີ​ຕະກຽງ”
ແປ​ຕາມ​ໂຕ​ວ່າ “ລູກສາວ”
ຊື່​ຫຍໍ້​ຂອງ​ເມືອງ​ຣາໂມດກິລຽດ