ກະສັດ​ສະບັບ​ທີ​ສອງ 9:1-37

  • ເຢຮູ​ຖືກ​ເລືອກ​ໃຫ້​ເປັນ​ກະສັດ​ອິດສະຣາເອນ (1-​13)

  • ເຢຮູ​ຂ້າ​ເຢໂຮຣາມ​ແລະ​ອາຮາຊີຢາ (14-​29)

  • ເຢເຊເບນ​ຖືກ​ຂ້າ; ໝາ​ຫຸ້ມ​ກິນ​ຊີ້ນ​ລາວ (30-​37)

9  ຜູ້ພະຍາກອນ​ເອລີຊາ​ໄດ້​ເອີ້ນ​ລູກ​ຫຼານ​ຄົນ​ໜຶ່ງ​ຂອງ​ພວກ​ຜູ້​ພະຍາ​ກອນ*​ມາ​ຫາ​ແລະ​ບອກ​ລາວ​ວ່າ: “ມ້ວນເຄື່ອງນຸ່ງ​ເຈົ້າ​ຂຶ້ນ​ເໜັບ​ໄວ້​ຢູ່​ແອວ ແລ້ວ​ຟ້າວ​ເອົາ​ນ້ຳມັນ​ຂວດ​ນີ້​ໄປ​ເມືອງ​ຣາໂມດກິລຽດ.+  ເມື່ອ​ໄປ​ຮອດ​ຫັ້ນ ໃຫ້​ເຈົ້າ​ຊອກ​ຫາ​ເຢຮູ+​ລູກ​ຊາຍ​ຂອງ​ເຢໂຮຊາຟັດ​ທີ່​ເປັນ​ຫຼານ​ຂອງ​ນິມຊີ ແລ້ວ​ພາ​ລາວ​ເຂົ້າ​ໄປ​ຫ້ອງ​ທາງ​ໃນ​ຄົນ​ດຽວ. ຢ່າ​ໃຫ້​ພວກ​ຫົວ​ໜ້າ​ກອງ​ທັບ​ຄົນ​ອື່ນ​ເຂົ້າ​ໄປ​ນຳ.  ເອົາ​ນ້ຳມັນ​ຂວດ​ນີ້​ເທ​ໃສ່​ຫົວ​ລາວ​ແລ້ວ​ເວົ້າ​ວ່າ ‘ພະ​ເຢໂຫວາ​ບອກ​ວ່າ “ເຮົາ​ເລືອກ​ເຈົ້າ​ເປັນ​ກະສັດ​ປົກຄອງ​ອິດສະຣາເອນ.”’+ ຫຼັງ​ຈາກ​ນັ້ນ ໃຫ້​ເຈົ້າ​ຟ້າວໜີ​ອອກ​ມາ​ຈາກ​ຫ້ອງ​ນັ້ນ​ໄວ​ໆ​.”  ລູກ​ຫຼານ​ຂອງ​ຜູ້ພະຍາກອນ​ຈຶ່ງ​ໄປ​ເມືອງ​ຣາໂມດກິລຽດ.  ຕອນ​ທີ່​ລາວ​ໄປ​ຮອດ ພວກ​ຫົວ​ໜ້າ​ກອງ​ທັບ​ນັ່ງ​ຢູ່​ຫັ້ນ​ນຳ​ກັນ. ລາວ​ບອກ​ວ່າ: “ຂ້ອຍ​ມີ​ຂ່າວ​ມາ​ບອກ​ຫົວ​ໜ້າ​ກອງ​ທັບ.” ເຢຮູ​ຖາມ​ວ່າ: “ຫົວ​ໜ້າ​ກອງ​ທັບ​ຜູ້​ໃດ?” ລາວ​ຕອບ​ວ່າ: “ເຈົ້າ​ຫັ້ນ​ແຫຼະ.”  ເຢຮູ​ຈຶ່ງ​ລຸກ​ຂຶ້ນ​ແລະ​ເຂົ້າ​ໄປ​ໃນ​ເຮືອນ. ລູກ​ຫຼານ​ຂອງ​ຜູ້ພະຍາກອນ​ກໍ​ເທ​ນ້ຳມັນ​ໃສ່​ຫົວ​ລາວ​ແລະ​ບອກ​ວ່າ: “ພະ​ເຢໂຫວາ​ພະເຈົ້າ​ຂອງ​ອິດສະຣາເອນ​ບອກ​ວ່າ ‘ເຮົາ​ເລືອກ​ເຈົ້າ​ໃຫ້​ເປັນ​ກະສັດ​ປົກຄອງ​ອິດສະຣາເອນ​ປະຊາຊົນ​ຂອງ​ພະ​ເຢໂຫວາ.+  ເຈົ້າ​ຕ້ອງ​ກວາດ​ລ້າງຄອບຄົວ​ຂອງ​ອາຮາບ​ເຈົ້າ​ນາຍ​ຂອງ​ເຈົ້າ ເພາະ​ເຮົາ​ເຢໂຫວາ​ຈະ​ແກ້ແຄ້ນ​ແທນ​ຜູ້ພະຍາກອນ​ຂອງ​ເຮົາ ແລະ​ແກ້ແຄ້ນ​ແທນ​ຜູ້​ຮັບ​ໃຊ້​ຂອງ​ເຮົາ​ທຸກ​ຄົນ​ທີ່​ຕາຍ​ຍ້ອນ​ຖືກ​ເຢເຊເບນ​ຂ້າ.+  ທຸກ​ຄົນ​ໃນ​ຄອບຄົວ​ຂອງ​ອາຮາບ​ຈະ​ຕ້ອງ​ຕາຍ. ເຮົາ​ຈະ​ເຮັດ​ໃຫ້​ຜູ້​ຊາຍ*ທຸກ​ຄົນ​ໃນ​ຕະກູນ​ຂອງ​ອາຮາບ​ດັບ​ສູນ ເຖິງ​ວ່າ​ຈະ​ເປັນ​ຄົນ​ທີ່​ຕ່ຳ​ຕ້ອຍ​ທີ່​ສຸດ​ໃນ​ອິດສະຣາເອນ.+  ເຮົາ​ຈະ​ທຳລາຍ​ຕະກູນ​ຂອງ​ອາຮາບ​ຄື​ກັບ​ທີ່​ໄດ້​ທຳລາຍ​ຕະກູນ​ຂອງ​ເຢໂຣໂບອາມ​+ລູກ​ຊາຍ​ຂອງ​ເນບັດ ແລະ​ຕະກູນ​ຂອງ​ບາອາຊາ+ລູກ​ຊາຍ​ຂອງ​ອາຮີຢາ. 10  ສ່ວນ​ເຢເຊເບນ​ຈະ​ຖືກ​ຝູງ​ໝາ​ຫຸ້ມ​ກັດ​ກິນ​ຢູ່​ດິນ​ຕອນ​ໜຶ່ງ​ໃນ​ເມືອງ​ເຢດຊະເຣເອນ+ແລະ​ຈະ​ບໍ່​ມີ​ໃຜ​ຝັງ​ລາວ.’” ເມື່ອ​ເວົ້າ​ຈົບ ລາວ​ກໍໜີອອກ​ໄປ​ຈາກ​ຫ້ອງ​ນັ້ນ.+ 11  ເມື່ອ​ເຢຮູ​ກັບ​ໄປ​ຫາ​ພວກ​ຫົວ​ໜ້າ​ກອງ​ທັບ ເຂົາ​ເຈົ້າ​ຖາມ​ລາວ​ວ່າ: “ມີ​ຫຍັງ​ບໍ່? ຄົນ​ຜີ​ບ້າ​ຜູ້​ນີ້​ມາ​ຫາ​ເຈົ້າ​ເຮັດ​ຫຍັງ?” ລາວ​ຕອບ​ວ່າ: “ພວກ​ເຈົ້າ​ກໍຮູ້​ວ່າ​ລາວ​ຜີ​ບ້າ. ລາວ​ກໍ​ເວົ້າ​ຕາມ​ພາສາ​ຜີ​ບ້າ​ຂອງ​ລາວ​ຫັ້ນ​ແຫຼະ.” 12  ແຕ່​ເຂົາ​ເຈົ້າ​ເວົ້າ​ວ່າ: “ບໍ່​ເຊື່ອ​ດອກ. ບອກ​ພວກ​ເຮົາ​ດຸ​ວ່າ​ລາວ​ເວົ້າ​ຫຍັງ.” ເຢຮູ​ຈຶ່ງ​ບອກ​ວ່າ: “ລາວ​ເວົ້າ​ວ່າ ພະ​ເຢໂຫວາ​ບອກ​ວ່າ ‘ເຮົາ​ເລືອກ​ເຈົ້າ​ເປັນ​ກະສັດ​ປົກຄອງ​ອິດສະຣາເອນ.’”+ 13  ເມື່ອ​ໄດ້​ຍິນ​ແບບ​ນັ້ນ ເຂົາ​ເຈົ້າ​ກໍ​ຟ້າວ​ແກ້​ເສື້ອ​ຄຸມ​ຂອງ​ໂຕເອງ​ໄປ​ປູ​ໃສ່​ຂັ້ນໄດ+ ແລ້ວ​ໃຫ້​ເຢຮູ​ຂຶ້ນ​ໄປ​ຢືນຢູ່​ຫັ້ນ. ເຂົາ​ເຈົ້າ​ເປົ່າ​ແກ​ເຂົາ​ສັດ​ແລະ​ຮ້ອງ​ວ່າ: “ເຢຮູ​ເປັນ​ກະສັດ​ແລ້ວ.”+ 14  ຈາກ​ນັ້ນ ເຢຮູ​+ລູກ​ຊາຍ​ຂອງ​ເຢໂຮຊາຟັດ​ທີ່​ເປັນ​ຫຼານ​ຂອງ​ນິມຊີ​ກໍ​ວາງ​ແຜນ​ຂ້າ​ເຢໂຮຣາມ. ກ່ອນ​ໜ້າ​ນັ້ນ ເຢໂຮຣາມ​ກັບ​ກອງ​ທັບ​ທັງ​ໝົດ​ໄດ້​ໄປ​ປົກ​ປ້ອງ​ເມືອງ​ຣາໂມດກິລຽດ+ເພື່ອ​ບໍ່​ໃຫ້​ຮາຊາເອນ+ກະສັດ​ຂອງ​ຊີເຣຍ​ໂຈມຕີ. 15  ຕໍ່ມາ ກະສັດ​ເຢໂຮຣາມ​ໄດ້​ກັບ​ໄປ​ເມືອງ​ເຢດຊະເຣເອນ+ເພື່ອ​ປົວ​ບາດ​ທີ່​ຖືກ​ພວກ​ຊີເຣຍ​ຍິງ​ທະນູ​ໃສ່​ຕອນ​ທີ່​ຕໍ່ສູ້​ກັບ​ຮາຊາເອນ​ກະສັດ​ຂອງ​ຊີເຣຍ.+ ເຢຮູ​ເວົ້າ​ວ່າ: “ຖ້າ​ພວກ​ເຈົ້າ​ຢູ່​ຝ່າຍ​ຂ້ອຍກໍ​ຢ່າ​ໃຫ້​ໃຜ​ອອກ​ຈາກ​ເມືອງ​ໄປ​ບອກ​ເລື່ອງ​ນີ້​ຢູ່​ເມືອງ​ເຢດຊະເຣເອນ.” 16  ແລ້ວ​ເຢຮູ​ກໍ​ຂີ່​ລົດ​ມ້າ​ໄປ​ເມືອງ​ເຢດຊະເຣເອນ ຍ້ອນ​ເຢໂຮຣາມ​ນອນ​ເຈັບ​ຢູ່​ຫັ້ນ. ອາຮາຊີຢາ​ກະສັດ​ຂອງ​ຢູດາ​ກໍ​ຢູ່​ຫັ້ນ​ຄື​ກັນ​ເພາະ​ລາວ​ໄປ​ຢາມ​ເຢໂຮຣາມ. 17  ເມື່ອ​ຄົນຍາມ​ທີ່​ຢືນ​ຢູ່​ປ້ອມ​ເມືອງ​ເຢດຊະເຣເອນ​ເຫັນ​ເຢຮູ​ກັບ​ຄົນ​ຂອງ​ລາວ​ກຸ່ມ​ໃຫຍ່​ກຳລັງ​ມາ ຄົນຍາມ​ຈຶ່ງ​ຟ້າວ​ໄປ​ບອກ​ວ່າ: “ຂ້ອຍ​ເຫັນ​ຄົນ​ກຸ່ມ​ໜຶ່ງ​ກຳລັງ​ມາ.” ເຢໂຮຣາມ​ຈຶ່ງ​ສັ່ງ​ລາວ​ວ່າ: “ສົ່ງ​ທະຫານ​ມ້າ​ຜູ້​ໜຶ່ງ​ອອກ​ໄປ​ຖາມ​ເຂົາ​ເຈົ້າ​ວ່າ ‘ພວກ​ເຈົ້າ​ມາ​ນີ້​ມີ​ຈຸດ​ປະສົງ​ດີ​ບໍ່?” 18  ທະຫານ​ມ້າ​ກໍ​ໄປ​ຫາ​ເຢຮູ​ແລະ​ຖາມ​ລາວ​ວ່າ: “ເຈົ້າ​ມາ​ນີ້​ມີ​ຈຸດ​ປະສົງ​ດີ​ບໍ່?” ເຢຮູ​ຕອບ​ວ່າ: “ບໍ່​ແມ່ນ​ເລື່ອງຂອງ​ເຈົ້າ. ຢ່າ​ມາ​ຂວາງ​ທາງ​ຂ້ອຍ. ໄປ​ຢູ່ທາງ​ຫຼັງພຸ້ນ​ແລະ​ນຳ​ມາ.” ຄົນຍາມ​ຈຶ່ງ​ໄປ​ບອກກະສັດວ່າ: “ທະຫານ​ຜູ້​ນັ້ນ​ໄປ​ຫາ​ເຂົາ​ເຈົ້າ​ແລ້ວ ແຕ່​ລາວ​ບໍ່​ໄດ້​ກັບ​ມາ.” 19  ກະສັດ​ຈຶ່ງ​ສົ່ງ​ທະຫານ​ມ້າ​ອີກ​ຜູ້​ໜຶ່ງ​ໄປ​ຖາມ​ເຂົາ​ເຈົ້າ​ວ່າ: “ເຈົ້າ​ມາ​ນີ້​ມີ​ຈຸດ​ປະສົງ​ດີ​ບໍ່?” ເຢຮູ​ຕອບ​ວ່າ: “ບໍ່​ແມ່ນ​ເລື່ອງ​ຂອງ​ເຈົ້າ. ຢ່າ​ມາ​ຂວາງ​ທາງ​ຂ້ອຍ. ໄປ​ຢູ່​ທາງ​ຫຼັງ​ພຸ້ນ​ແລະ​ນຳ​ມາ.” 20  ຄົນຍາມ​ຈຶ່ງ​ໄປ​ບອກ​ກະສັດ​ວ່າ: “ທະຫານ​ອີກ​ຜູ້​ໜຶ່ງ​ໄປ​ຫາ​ເຂົາ​ເຈົ້າ​ແລ້ວ ແຕ່​ລາວ​ກໍ​ບໍ່​ໄດ້​ກັບ​ມາ. ຄົນ​ທີ່​ຂັບ​ລົດ​ມ້າ​ຂັບ​ແບບ​ໃຈ​ຮ້າຍ​ຄື​ກັບ​ເຢຮູ​ຫຼານ​ຊາຍ*​ຂອງ​ນິມຊີ.” 21  ເຢໂຮຣາມ​ຈຶ່ງ​ບອກ​ວ່າ: “ກຽມ​ລົດ​ມ້າ!” ເຂົາ​ເຈົ້າ​ຈຶ່ງ​ກຽມ​ລົດ​ມ້າ​ຄັນ​ໜຶ່ງ​ໃຫ້​ເຢໂຮຣາມ​ກະສັດ​ຂອງ​ອິດສະຣາເອນ ແລະ​ອີກ​ຄັນ​ໜຶ່ງ​ໃຫ້​ອາຮາຊີຢາ+​ກະສັດ​ຂອງ​ຢູດາ. ແລ້ວ​ທັງ​ສອງ​ກໍ​ຂີ່​ລົດ​ມ້າ​ອອກ​ໄປ​ແລະ​ເຈິ​ກັບ​ເຢຮູ​ຢູ່​ດິນ​ຂອງ​ນາໂບດ+​ຄົນ​ເຢດຊະເຣເອນ. 22  ເມື່ອ​ເຢໂຮຣາມ​ເຫັນ​ເຢຮູ​ກໍ​ຖາມ​ວ່າ: “ເຢຮູ ເຈົ້າ​ມາ​ນີ້​ມີ​ຈຸດ​ປະສົງ​ດີ​ບໍ່?” ເຢຮູ​ຕອບ​ວ່າ: “ຊິ​ໃຫ້​ຂ້ອຍ​ມາ​ດີ​ໄດ້​ແນວ​ໃດ? ເຢເຊເບນ+ແມ່​ຂອງ​ເຈົ້າ​ຍັງ​ເຮັດ​ໂຕ​ຄື​ກັບແມ່ຈ້າງ*ແລະ​ໃຊ້​ຄາຖາ​ອາຄົມ​ຫຼາຍ​ຢ່າງ.”+ 23  ເຢໂຮຣາມ​ຈຶ່ງ​ຟ້າວ​ລ້ຽວ​ລົດ​ມ້າ​ໜີ ແລະ​ຮ້ອງ​ບອກ​ອາຮາຊີຢາ​ວ່າ: “ອາຮາຊີຢາ ເຮົາ​ຖືກ​ຕົວະ​ແລ້ວ!” 24  ເຢຮູ​ຈັບ​ເອົາ​ທະນູ​ມາ ແລ້ວ​ຍິງ​ຖືກກາງ​ຫຼັງຂອງ​ເຢໂຮຣາມ. ລູກທະນູ​ໄດ້​ແທງ​ຊອດ​ຫົວໃຈ ແລ້ວ​ລາວ​ກໍຕາຍ​ຄາ​ລົດ​ມ້າ. 25  ເຢຮູ​ຈຶ່ງ​ບອກ​ບິດການ​ທີ່​ເປັນ​ຫົວ​ໜ້າ​ທະຫານ​ຂອງ​ລາວ​ວ່າ: “ຈັບ​ລາວ​ໂຍນ​ຖິ້ມ​ຢູ່​ດິນ​ຂອງ​ນາໂບດ​ຄົນ​ເຢດຊະເຣເອນ.+ ຈື່​ໄດ້​ບໍ່​ຕອນ​ທີ່​ເຮົາ​ຂີ່​ລົດ​ມ້າ​ນຳ​ຫຼັງ​ອາຮາບ​ພໍ່​ຂອງ​ລາວ ພະ​ເຢໂຫວາ​ໄດ້​ປະກາດ​ຄຳ​ຕັດສິນ​ລົງໂທດ​ອາຮາບ​ວ່າ+ 26  ພະ​ເຢໂຫວາ​ບອກ​ວ່າ ‘“ມື້​ວານ​ນີ້​ເຮົາ​ເຫັນ​ເລືອດ​ຂອງ​ນາໂບດ+ກັບ​ພວກ​ລູກ​ຊາຍ​ຂອງ​ລາວ.” ພະ​ເຢໂຫວາ​ບອກ​ອີກ​ວ່າ “ເຮົາ​ຈະ​ໃຫ້​ເຈົ້າ​ຊົດໄຊ້​ຄວາມ​ຜິດ​ທີ່​ເຈົ້າ​ໄດ້​ເຮັດ+ຢູ່​ດິນ​ຕອນ​ນີ້.”’ ໄປ​ຈັບ​ລາວ​ມາ​ໂຍນ​ຖິ້ມ​ຢູ່​ດິນ​ຕອນ​ນີ້​ຕາມ​ທີ່​ພະ​ເຢໂຫວາ​ບອກ.”+ 27  ເມື່ອ​ອາຮາຊີຢາ​+ກະສັດ​ຂອງ​ຢູດາ​ເຫັນ​ແບບ​ນັ້ນ ລາວ​ກໍ​ໜີ​ໄປ​ທາງ​ບ້ານ​ສວນ. (ຕໍ່ມາ ເຢຮູ​ໄດ້​ໄລ່​ນຳ​ລາວ​ໄປ​ແລະ​ບອກ​ວ່າ: “ຂ້າ​ລາວ!” ແລ້ວ​ເຂົາ​ເຈົ້າ​ກໍ​ເອົາ​ດາບ​ຟັນ​ລາວ​ຄາ​ລົດ​ມ້າ​ຕອນ​ທີ່​ລາວ​ກຳລັງ​ໜີ​ໄປ​ກູເຣ​ທີ່​ຢູ່​ໃກ້​ເມືອງ​ອິບເລອາມ.+ ແຕ່​ອາຮາຊີຢາ​ໜີ​ຕໍ່​ໄປ​ໄດ້​ຈົນ​ຮອດ​ເມືອງ​ເມກິດໂດ​ແລະ​ຕາຍ​ຢູ່​ຫັ້ນ. 28  ຄົນ​ຂອງ​ອາຮາຊີຢາ​ຈຶ່ງ​ເອົາ​ສົບ​ຂອງ​ອາຮາຊີຢາ​ໃສ່​ລົດ​ມ້າ​ໄປ​ເມືອງ​ເຢຣູຊາເລັມ​ແລະ​ຝັງ​ລາວ​ໄວ້​ກັບ​ປູ່ຍ່າຕານາຍ​ຂອງ​ລາວ​ຢູ່​ເມືອງ​ຂອງ​ດາວິດ.+ 29  ໃນ​ປີ​ທີ 11 ທີ່​ເຢໂຮຣາມ​ລູກ​ຊາຍ​ຂອງ​ອາຮາບ​ເປັນ​ກະສັດ​ປົກຄອງ​ອິດສະຣາເອນ ອາຮາຊີຢາ+ກໍ​ເປັນ​ກະສັດ​ປົກຄອງ​ຢູດາ.) 30  ເມື່ອ​ເຢເຊເບນ​+ຮູ້​ວ່າ​ເຢຮູ​ມາ​ເມືອງ​ເຢດຊະເຣເອນ+ ລາວ​ຈຶ່ງ​ທາ​ຕາ​ດຳ​ໆ​ ເຮັດ​ຊົງ​ຜົມ​ງາມ​ໆ​ ແລະ​ແນມ​ລົງ​ມາ​ຈາກ​ປ່ອງ​ຢ້ຽມ. 31  ເມື່ອ​ເຢຮູ​ເຂົ້າ​ປະຕູ​ເມືອງ​ມາ ເຢເຊເບນ​ກໍ​ເວົ້າ​ວ່າ: “ເຈົ້າ​ຈື່​ໄດ້​ບໍ່ ຊິມຣີ​ທີ່​ຂ້າ​ນາຍ​ຂອງ​ໂຕເອງ​ສຸດ​ທ້າຍ​ເປັນ​ແນວ​ໃດ?”+ 32  ເຢຮູ​ແນມ​ຂຶ້ນ​ໄປ​ທາງ​ປ່ອງ​ຢ້ຽມ​ແລະ​ຖາມ​ວ່າ: “ມີ​ໃຜ​ແດ່​ຢູ່​ຝ່າຍ​ຂ້ອຍ? ມີ​ໃຜ​ແດ່?”+ ທັນໃດ​ນັ້ນ ຂ້າລາຊະການ​ສອງ​ສາມ​ຄົນ​ກໍ​ແນມ​ລົງ​ມາ​ເບິ່ງ​ລາວ. 33  ເຢຮູ​ບອກ​ເຂົາ​ເຈົ້າ​ວ່າ: “ຈັບ​ມັນ​ໂຍນ​ລົງ​ມາ!” ເຂົາ​ເຈົ້າ​ກໍ​ຈັບ​ເຢເຊເບນ​ໂຍນ​ລົງ​ມາ. ເລືອດ​ຂອງ​ລາວ​ຟົ້ງ​ໃສ່​ກຳແພງ​ແລະ​ໃສ່​ມ້າ ແລ້ວ​ເຢຮູ​ກໍບັງຄັບມ້າ​ຂອງ​ລາວ​ໃຫ້​ຢຽບ​ເຢເຊເບນ. 34  ຫຼັງ​ຈາກ​ນັ້ນ ເຢຮູ​ກໍ​ເຂົ້າ​ໄປ​ກິນ​ແລະ​ດື່ມ ແລ້ວ​ບອກ​ວ່າ: “ເອົາ​ຜູ້​ຍິງ​ຄົນ​ນີ້​ທີ່​ຖືກ​ສາບແຊ່ງ​ໄປ​ຝັງ ຍ້ອນ​ວ່າ​ລາວ​ເປັນ​ລູກສາວ​ຂອງ​ກະສັດ.”+ 35  ຕອນ​ທີ່​ເຂົາ​ເຈົ້າ​ຈະ​ເອົາ​ເຢເຊເບນ​ໄປ​ຝັງ​ກໍ​ເຫັນ​ແຕ່​ກະໂຫຼກ​ຫົວ​ກັບ​ມື​ແລະ​ຕີນ​ເທົ່ານັ້ນ.+ 36  ເມື່ອ​ເຂົາ​ເຈົ້າ​ກັບ​ມາ​ບອກ​ເຢຮູ ລາວ​ກໍ​ເວົ້າ​ວ່າ: “ເລື່ອງ​ນີ້​ເປັນ​ໄປ​ຕາມ​ທີ່​ພະ​ເຢໂຫວາ​ໄດ້​ບອກ​+ເອລີຢາ​ຄົນ​ຕີຊະເບ​ຜູ້​ຮັບ​ໃຊ້​ຂອງ​ເພິ່ນ​ທີ່​ວ່າ ‘ເຢເຊເບນ​ຈະ​ຖືກ​ຝູງ​ໝາ​ຫຸ້ມ​ກັດ​ກິນ​ຢູ່​ດິນ​ຕອນ​ໜຶ່ງ​ໃນ​ເມືອງ​ເຢດຊະເຣເອນ.+ 37  ສົບ​ຂອງ​ລາວ​ຈະ​ເປັນ​ຄື​ຂີ້​ສັດ​ຢູ່​ດິນ​ຕອນ​ໜຶ່ງ​ໃນ​ເມືອງ​ເຢດຊະເຣເອນ ເພື່ອ​ຈະ​ບໍ່​ມີ​ໃຜຈື່ໄດ້​ວ່າ “ນັ້ນ​ແມ່ນ​ເຢເຊເບນ.”’”

ຂໍຄວາມໄຂເງື່ອນ

ແປ​ຕາມ​ໂຕ​ວ່າ “ພວກ​ລູກ​ຊາຍ​ຂອງ​ພວກ​ຜູ້ພະຍາກອນ.” ອາດ​ໝາຍເຖິງ​ໂຮງຮຽນ​ສອນ​ຜູ້ພະຍາກອນ ຫຼື​ສະມາຄົມ​ຂອງ​ພວກ​ຜູ້ພະຍາກອນ.
ແປ​ຕາມ​ໂຕ​ວ່າ “ຄົນ​ທີ່​ຍ່ຽວ​ໃສ່​ກຳແພງ.” ເປັນ​ສຳນວນ​ພາສາ​ເຮັບເຣີ​ໝາຍເຖິງ​ຜູ້​ຊາຍ​ແລະ​ໃຊ້​ໃນ​ແບບ​ດູຖູກ.
ແປ​ຕາມ​ໂຕ​ວ່າ “ລູກ​ຊາຍ”
ຫຼື “ຂາບ​ໄຫວ້​ຮູບ​ບູຊາ”