ຂ່າວຄາວ​ສະບັບ​ທີ​ສອງ 19:1-11

  • ເຢຮູ​ຕຳໜິ​ເຢໂຮຊາຟັດ (1-​3)

  • ເຢໂຮຊາຟັດ​ຈັດ​ລະບຽບ​ຄືນ​ໃໝ່ (4-​11)

19  ແລ້ວ​ເຢໂຮຊາຟັດ​ກະສັດ​ຂອງ​ຢູດາ​ກໍ​ກັບ​ເມືອ​ວັງ​ຂອງ​ລາວ​ຢູ່​ເມືອງ​ເຢຣູຊາເລັມ​ຢ່າງ​ປອດໄພ.+  ເຢຮູ+​ລູກຊາຍ​ຂອງ​ຜູ້ພະຍາກອນ*​ຮານານີ+​ກໍ​ໄປ​ຫາ​ກະສັດ​ເຢໂຮຊາຟັດ​ແລະ​ເວົ້າ​ກັບ​ລາວ​ວ່າ: “ທ່ານ​ຄິດ​ວ່າ​ທ່ານ​ເຮັດ​ຖືກ​ລະ​ບໍ​ທີ່​ໄປ​ຊ່ວຍ​ຄົນ​ຊົ່ວ+​ແລະ​ຮັກ​ຄົນ​ທີ່​ຊັງ​ພະ​ເຢໂຫວາ?+ ຍ້ອນ​ແນວ​ນີ້​ແຫຼະ ພະ​ເຢໂຫວາ​ຈຶ່ງ​ໃຈຮ້າຍ​ໃຫ້​ທ່ານ​ຫຼາຍ.  ແຕ່​ພະເຈົ້າ​ເຫັນ​ວ່າ​ທ່ານ​ຍັງ​ມີ​ສິ່ງ​ທີ່​ດີ​ຢູ່+ ຍ້ອນ​ທ່ານ​ທຳລາຍ​ເສົາ​ໄມ້​ສັກສິດ*​ຕ່າງ​ໆ​ໃຫ້​ໝົດ​ໄປ​ຈາກ​ຢູດາ​ແລະ​ຕັ້ງ​ໃຈ​ຮັບໃຊ້​ພະເຈົ້າ​ທ່ຽງແທ້.”+  ເຢໂຮຊາຟັດ​ຢູ່​ເມືອງ​ເຢຣູຊາເລັມ​ຕໍ່​ໄປ. ຈາກນັ້ນ ລາວ​ໄດ້​ໄປ​ຢາມ​ປະຊາຊົນ​ຕັ້ງ​ແຕ່​ເມືອງ​ເບເອເຊບາ​ຈົນຮອດ​ແຖວ​ພູ​ໃນ​ເຂດ​ເອຟຣາຢິມ+​ເພື່ອ​ຊ່ວຍ​ປະຊາຊົນ​ໃຫ້​ກັບ​ມາ​ນະມັດສະການ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ປູ່ຍ່າຕານາຍ​ຂອງ​ເຂົາເຈົ້າ.+  ລາວ​ຍັງ​ໄດ້​ແຕ່ງຕັ້ງ​ຜູ້ຕັດສິນ​ຢູ່​ທົ່ວ​ຢູດາຕາມ​ເມືອງ​ຕ່າງ​ໆ​ທີ່​ມີ​ກຳແພງ​ອ້ອມ.+  ເຢໂຮຊາຟັດ​ເວົ້າ​ກັບ​ພວກ​ຜູ້ຕັດສິນ​ວ່າ: “ຕອນ​ທີ່​ພວກ​ເຈົ້າ​ຕັດສິນ ໃຫ້ຄິດ​ຄັກ​ໆ​ ຍ້ອນ​ພວກ​ເຈົ້າ​ເຮັດ​ວຽກ​ໃຫ້​ພະ​ເຢໂຫວາ ບໍ່​ແມ່ນ​ເຮັດ​ວຽກ​ໃຫ້​ມະນຸດ. ເພິ່ນ​ຈະ​ຢູ່​ກັບ​ພວກ​ເຈົ້າ​ຕອນ​ທີ່​ພວກ​ເຈົ້າ​ຕັດສິນ.+  ໃຫ້​ພວກ​ເຈົ້າ​ຢ້ານຢຳ​ພະ​ເຢໂຫວາ.+ ພວກ​ເຈົ້າ​ຈະ​ຕັດສິນ​ເລື່ອງ​ຫຍັງ​ກໍ​ໃຫ້ລະວັງ ຍ້ອນ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກເຮົາ​ຈະບໍ່​ຍອມ​ໃຫ້​ມີຜູ້ຕັດສິນ​ທີ່​ບໍ່​ຍຸຕິທຳ+ ລຳອຽງ+ ແລະ​ຮັບ​ສິນບົນ.”+  ສ່ວນ​ຢູ່​ເມືອງ​ເຢຣູຊາເລັມ ລາວ​ໄດ້​ແຕ່ງຕັ້ງ​ບາງຄົນ​ຈາກ​ພວກເລວີ ພວກ​ປະໂລຫິດ ແລະ​ພວກ​ຫົວໜ້າ​ໃນ​ຈຸ້ມເຈື້ອ​ຕ່າງ​ໆ​ໃຫ້​ເປັນ​ຜູ້ຕັດສິນ​ທີ່​ໃຊ້​ກົດໝາຍ​ຂອງ​ພະ​ເຢໂຫວາ​ເພື່ອ​ຕັດສິນ​ຄະດີ​ໃຫ້​ຄົນ​ທີ່​ຢູ່​ເມືອງ​ນີ້.+  ເຢໂຮຊາຟັດ​ບອກ​ເຂົາເຈົ້າ​ວ່າ: “ພວກ​ເຈົ້າ​ຕ້ອງ​ເຮັດ​ວຽກ​ນີ້​ດ້ວຍ​ຄວາມ​ຢ້ານຢຳ​ພະ​ເຢໂຫວາ ດ້ວຍ​ຄວາມ​ສັດຊື່ ແລະ​ດ້ວຍ​ສຸດ​ຫົວໃຈ. 10  ເມື່ອ​ຄົນ​ຊາດ​ດຽວ​ກັນ​ຈາກ​ເມືອງ​ຕ່າງ​ໆ​ມາ​ຫາ​ພວກ​ເຈົ້າໃຫ້​ຕັດສິນຄະດີ​ຂ້າ​ຄົນ+ ຫຼື​ມາ​ຖາມ​ເລື່ອງ​ກົດໝາຍ ຄຳສັ່ງ ຂໍ້​ກຳນົດ ຫຼື​ການ​ຕັດສິນ ພວກ​ເຈົ້າ​ຕ້ອງ​ບອກ​ເຂົາເຈົ້າໃຫ້​ແຈ້ງ​ໆ​ວ່າ​ຕ້ອງ​ເຮັດ​ແນວໃດ​ເພື່ອ​ເຂົາເຈົ້າ​ຈະ​ບໍ່​ເຮັດ​ຜິດ​ກົດໝາຍ​ຂອງ​ພະ​ເຢໂຫວາ. ຄັນ​ບໍ່​ຊັ້ນ ເພິ່ນ​ຈະ​ໃຈຮ້າຍ​ໃຫ້​ພວກ​ເຈົ້າ​ກັບ​ພີ່ນ້ອງ​ຮ່ວມ​ຊາດ​ຂອງ​ພວກ​ເຈົ້າ. ພວກ​ເຈົ້າ​ຕ້ອງ​ເຮັດ​ແບບ​ນີ້​ເພື່ອ​ພວກ​ເຈົ້າ​ຈະ​ບໍ່​ມີ​ຄວາມ​ຜິດ. 11  ປະໂລຫິດ​ໃຫຍ່​ອາມາຣີຢາ​ຈະ​ເບິ່ງແຍງ​ຄະດີ​ຕ່າງ​ໆ​ທີ່​ກ່ຽວຂ້ອງ​ກັບ​ການ​ນະມັດສະການ​ພະ​ເຢໂຫວາ.+ ເຊບາດີຢາ​ທີ່​ເປັນ​ລູກຊາຍ​ຂອງ​ອິດຊະມາເອນ​ແລະ​ເປັນ​ຫົວໜ້າ​ຂອງ​ຕະກູນ​ຢູດາ​ຈະ​ເບິ່ງແຍງ​ຄະດີ​ຕ່າງ​ໆ​ທີ່​ກ່ຽວຂ້ອງ​ກັບ​ບ້ານ​ເມືອງ. ສ່ວນ​ພວກເລວີ​ຈະ​ເປັນ​ຜູ້ຊ່ວຍ​ພວກ​ເຈົ້າ. ຂໍ​ໃຫ້​ພວກ​ເຈົ້າ​ກ້າຫານ​ແລະດຸໝັ່ນເຮັດ​ວຽກ. ພະ​ເຢໂຫວາ​ຈະ​ຢູ່​ກັບ​ຜູ້​ທີ່​ເຮັດ​ສິ່ງ​ທີ່ຖືກຕ້ອງ.”+

ຂໍຄວາມໄຂເງື່ອນ

ແປ​ຕາມ​ໂຕ​ວ່າ “ຜູ້​ເຫັນ​ນິມິດ”