ຂ່າວຄາວ​ສະບັບ​ທີ​ສອງ 24:1-27

  • ການ​ປົກຄອງ​ຂອງ​ເຢໂຮອາດ (1-​3)

  • ເຢໂຮອາດ​ແປງ​ວິຫານ (4-​14)

  • ເຢໂຮອາດ​ຖິ້ມ​ພະເຈົ້າ (15-​22)

  • ເຢໂຮອາດ​ຖືກ​ຂ້າ (23-​27)

24  ເຢໂຮອາດ​ເປັນ​ກະສັດ​ຕອນ​ອາຍຸ 7 ປີ+ ແລະ​ລາວ​ປົກຄອງ​ຢູ່​ເມືອງ​ເຢຣູຊາເລັມ 40 ປີ. ແມ່​ຂອງ​ລາວ​ຊື່​ຊີບີຢາ​ເປັນ​ຄົນ​ເບເອເຊບາ.+  ເຢໂຮອາດ​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ເບິ່ງ​ວ່າ​ຖືກຕ້ອງ​ຕະຫຼອດ​ໄລຍະທີ່ປະໂລຫິດ​ເຢໂຮຢາດາ​ຍັງ​ມີ​ຊີວິດ​ຢູ່.+  ເຢໂຮຢາດາ​ໄດ້​ຊອກ​ເມຍ 2 ຄົນ​ໃຫ້​ເຢໂຮອາດ. ເຢໂຮອາດ​ມີ​ລູກ​ຊາຍ​ແລະ​ລູກສາວ​ຫຼາຍ​ຄົນ.  ຕໍ່ມາ ເຢໂຮອາດ​ຢາກ​ແປງ​ວິຫານ​ຂອງ​ພະ​ເຢໂຫວາ.+  ລາວ​ຈຶ່ງ​ເອີ້ນ​ພວກ​ປະໂລຫິດ​ແລະ​ພວກເລວີ​ໃຫ້​ມາ​ຫາ​ແລະ​ບອກ​ເຂົາ​ເຈົ້າ​ວ່າ: “ໃຫ້​ພວກ​ເຈົ້າ​ເດີນ​ທາງ​ໄປ​ຕາມ​ເມືອງ​ຕ່າງ​ໆ​ຂອງ​ຢູດາ​ແລະ​ເກັບ​ເງິນ​ຈາກ​ພວກ​ອິດສະຣາເອນ​ທຸກ​ຄົນ​ເພື່ອ​ຈະ​ມີ​ເງິນ​ມາແປງ​ວິຫານ​ຂອງ​ພະເຈົ້າ+​ທຸກ​ໆ​ປີ. ພວກ​ເຈົ້າ​ຕ້ອງ​ຟ້າວ​ເຮັດ​ວຽກ​ນີ້.” ແຕ່​ພວກເລວີ​ບໍ່​ໄດ້​ເຮັດ​ທັນທີ​ຕາມ​ທີ່​ກະສັດ​ສັ່ງ.+  ກະສັດ​ຈຶ່ງ​ເອີ້ນ​ປະໂລຫິດ​ໃຫຍ່​ເຢໂຮຢາດາ​ໃຫ້​ມາ​ຫາ​ແລະ​ຖາມ​ວ່າ:+ “ເປັນ​ຫຍັງ​ເຈົ້າ​ບໍ່​ສັ່ງ​ຄົນ​ເລວີ​ໃຫ້​ໄປ​ເກັບ​ເງິນ​ທີ່​ເປັນ​ສ່ວນ​ແບ່ງ​ໃຫ້​ພະເຈົ້າ​ຈາກ​ຄົນ​ຢູດາ​ແລະ​ຈາກ​ຄົນ​ໃນ​ເມືອງ​ເຢຣູຊາເລັມ? ເງິນ​ນີ້​ໂມເຊ+​ຜູ້​ຮັບ​ໃຊ້​ຂອງ​ພະ​ເຢໂຫວາ​ເຄີຍ​ສັ່ງ​ໃຫ້​ເກັບ​ຈາກ​ພວກ​ອິດສະຣາເອນ​ເພື່ອ​ໃຊ້​ສຳລັບ​ວຽກ​ຮັບ​ໃຊ້ຢູ່​ເຕັ້ນ​ສັກສິດ​ທີ່​ມີ​ຫີບ​ສັນຍາ.+  ເຈົ້າ​ກໍ​ຮູ້​ວ່າ​ພວກ​ລູກ​ຊາຍ​ຂອງ​ອາທາລີຢາ+​ຜູ້​ຍິງ​ຊົ່ວ​ຜູ້​ນັ້ນ​ໄດ້​ເຂົ້າ​ໄປ​ໃນ​ວິຫານ​ຂອງ​ພະເຈົ້າ​ທ່ຽງແທ້+ ແລ້ວ​ເອົາ​ເຄື່ອງໃຊ້​ທີ່​ບໍລິສຸດ​ທຸກ​ຢ່າງ​ໃນ​ວິຫານ​ຂອງ​ພະ​ເຢໂຫວາ​ໄປ​ໃຊ້​ໃນ​ການ​ນະມັດສະການ​ພະ​ບາອານ.”  ກະສັດ​ເຢໂຮອາດ​ຈຶ່ງ​ສັ່ງ​ໃຫ້​ເຮັດ​ກ່ອງ​ອັນ​ໜຶ່ງ+ ແລ້ວ​ເອົາ​ໄປ​ຕັ້ງ​ໄວ້​ທາງ​ນອກ​ຢູ່​ໜ້າ​ປະຕູ​ວິຫານ​ຂອງ​ພະ​ເຢໂຫວາ.+  ຫຼັງ​ຈາກ​ນັ້ນ​ກໍ​ມີການ​ປະກາດ​ໃນ​ເມືອງ​ເຢຣູຊາເລັມ​ແລະ​ຢູ່​ທົ່ວ​ຢູດາ​ວ່າ ໃຫ້​ປະຊາຊົນ​ເອົາ​ເງິນ​ມາ​ບໍລິຈາກ​ໃຫ້​ພະ​ເຢໂຫວາ+​ຄື​ກັບ​ທີ່​ໂມເຊ​ຜູ້​ຮັບ​ໃຊ້​ຂອງ​ພະເຈົ້າ​ທ່ຽງແທ້​ເຄີຍ​ສັ່ງ​ພວກ​ອິດສະຣາເອນ​ໃຫ້​ເຮັດ​ຢູ່​ບ່ອນ​ກັນດານ. 10  ພວກ​ເຈົ້າ​ນາຍ​ແລະ​ປະຊາຊົນ​ທຸກ​ຄົນ​ດີ​ໃຈ​ຫຼາຍ.+ ເຂົາ​ເຈົ້າ​ຈຶ່ງ​ເອົາ​ເງິນ​ມາ​ປ່ອນ​ໃສ່​ເລື້ອຍ​ໆ​ຈົນ​ເງິນ​ເຕັມ​ກ່ອງ.* 11  ທຸກ​ເທື່ອ​ທີ່​ພວກເລວີ​ເອົາ​ກ່ອງ​ມາ​ໃຫ້​ກະສັດ ເຂົາ​ເຈົ້າ​ກໍ​ຈະ​ເຫັນ​ວ່າ​ເງິນ​ຢູ່​ກ່ອງ​ນັ້ນ​ມີ​ຫຼາຍ. ເລຂາ​ຂອງ​ກະສັດ​ກັບ​ຜູ້​ຊ່ວຍ​ຂອງ​ປະໂລຫິດ​ໃຫຍ່​ຈະ​ຖອກ​ເງິນ​ໃນ​ກ່ອງ​ນັ້ນ​ອອກ+​ແລ້ວ​ເອົາ​ກ່ອງ​ໄປ​ປະ​ໄວ້​ບ່ອນ​ເກົ່າ. ເຂົາ​ເຈົ້າ​ເຮັດ​ແບບ​ນີ້​ທຸກ​ໆ​ມື້​ແລະ​ໄດ້​ເງິນ​ຫຼາຍ​ແທ້​ຫຼາຍ​ວ່າ. 12  ກະສັດ​ກັບ​ເຢໂຮຢາດາ​ກໍ​ເອົາ​ເງິນ​ບໍລິຈາກ​ນັ້ນ​ໄປ​ໃຫ້​ຜູ້​ທີ່​ເບິ່ງ​ແຍງ​ວຽກ​ແປງ​ວິຫານ​ຂອງ​ພະ​ເຢໂຫວາ ແລະ​ເຂົາ​ເຈົ້າ​ກໍ​ເອົາ​ເງິນ​ໄປ​ຈ້າງ​ພວກ​ຊ່າງ​ຕັດ​ຫີນ​ກັບ​ຊ່າງ​ໄມ້​ເພື່ອ​ແປງ​ວິຫານ​ຂອງ​ພະ​ເຢໂຫວາ+ ແລະ​ຍັງ​ເອົາ​ເງິນ​ນັ້ນ​ໄປ​ຈ້າງ​ພວກ​ຊ່າງ​ເຫຼັກ​ກັບ​ຊ່າງ​ທອງແດງ​ເພື່ອ​ແປງ​ວິຫານ​ຂອງ​ພະ​ເຢໂຫວາ. 13  ພວກ​ຜູ້​ເບິ່ງ​ແຍງ​ກໍ​ເລີ່ມ​ວຽກ​ນັ້ນ ແລະ​ທຸກ​ຄົນ​ກໍ​ເຮັດ​ວຽກ​ຂອງ​ໂຕເອງ​ຕໍ່​ໆ​ໄປ​ຈົນ​ແປງ​ວິຫານ​ແລ້ວ. ວິຫານ​ຂອງ​ພະເຈົ້າ​ທ່ຽງແທ້​ກໍ​ແຂງແຮງ​ແລະ​ຢູ່​ໃນ​ສະພາບ​ທີ່​ດີ​ຄື​ເກົ່າ. 14  ເມື່ອ​ແປງ​ວິຫານ​ແລ້ວ​ໆ​ ເຂົາ​ເຈົ້າ​ກໍ​ເອົາ​ເງິນ​ບໍລິຈາກ​ທີ່​ເຫຼືອ​ມາ​ໃຫ້​ກະສັດ​ກັບ​ເຢໂຮຢາດາ. ເຂົາ​ເຈົ້າ​ເອົາ​ເງິນ​ນັ້ນ​ໄປ​ເຮັດ​ເຄື່ອງໃຊ້​ຕ່າງ​ໆ​ສຳລັບ​ວິຫານ​ຂອງ​ພະ​ເຢໂຫວາ ເຊັ່ນ: ເຄື່ອງ​ທີ່​ໃຊ້​ສຳລັບ​ການ​ນະມັດສະການ​ແລະ​ເຄື່ອງ​ທີ່​ໃຊ້​ສຳລັບ​ເຄື່ອງ​ບູຊາ ຈອກ ແລະ​ເຄື່ອງໃຊ້​ອື່ນ​ໆ​ທີ່​ເປັນ​ເງິນ​ເປັນ​ຄຳ.+ ເຂົາ​ເຈົ້າ​ເຜົາ​ເຄື່ອງ​ບູຊາ+​ຢູ່​ວິຫານ​ຂອງ​ພະ​ເຢໂຫວາທຸກ​ໆ​ມື້ຕະຫຼອດ​ໄລຍະ​ທີ່​ເຢໂຮຢາດາ​ມີ​ຊີວິດ​ຢູ່. 15  ເຢໂຮຢາດາ​ອາຍຸ​ຍືນ​ແລະ​ມີ​ຊີວິດ​ທີ່​ມີ​ຄວາມ​ສຸກ. ລາວ​ຕາຍ​ຕອນ​ອາຍຸ 130 ປີ. 16  ເຂົາ​ເຈົ້າ​ຝັງ​ລາວ​ໄວ້​ກັບ​ພວກ​ກະສັດ​ຢູ່​ເມືອງ​ຂອງ​ດາວິດ+ ຍ້ອນ​ລາວ​ເຮັດ​ສິ່ງ​ທີ່​ດີ​ຫຼາຍ​ຢ່າງ​ໃຫ້​ພວກ​ອິດສະຣາເອນ+ ໃຫ້​ພະເຈົ້າ​ທ່ຽງແທ້ ແລະ​ວິຫານ​ຂອງ​ເພິ່ນ. 17  ຫຼັງ​ຈາກ​ເຢໂຮຢາດາ​ຕາຍ​ແລ້ວ ພວກ​ເຈົ້າ​ນາຍ​ຂອງ​ຢູດາ​ກໍ​ມາ​ຫາ​ກະສັດ​ເຢໂຮອາດ​ແລະ​ໝູບ​ລົງ​ເພື່ອ​ສະແດງ​ຄວາມ​ນັບ​ຖື​ລາວ. ເຂົາ​ເຈົ້າ​ແນະນຳ​ກະສັດ​ໃຫ້​ເຮັດ​ບາງ​ຢ່າງ​ແລະ​ກະສັດ​ກໍ​ເຮັດ​ຕາມ​ທີ່​ເຂົາ​ເຈົ້າ​ບອກ. 18  ປະຊາຊົນ​ປະຖິ້ມ​ວິຫານ​ຂອງ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ປູ່ຍ່າຕານາຍ​ຂອງ​ເຂົາ​ເຈົ້າ ແລະ​ເລີ່ມ​ນະມັດສະການ​ເສົາ​ໄມ້​ສັກສິດ*​ແລະ​ຮູບ​ປັ້ນ​ຕ່າງ​ໆ​. ຄວາມ​ຜິດ​ທີ່​ຄົນ​ຢູດາ​ແລະ​ຄົນ​ໃນ​ເມືອງ​ເຢຣູຊາເລັມ​ໄດ້​ເຮັດ​ນັ້ນ​ເຮັດ​ໃຫ້​ພະເຈົ້າ​ໃຈ​ຮ້າຍ​ຫຼາຍ. 19  ພະ​ເຢໂຫວາ​ໄດ້​ສົ່ງ​ພວກ​ຜູ້ພະຍາກອນ​ມາ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ກັບ​ມາ​ຫາ​ເພິ່ນ. ພວກ​ຜູ້ພະຍາກອນ​ເຕືອນ​ເຂົາ​ເຈົ້າ​ຫຼາຍ​ເທື່ອ ແຕ່​ເຂົາ​ເຈົ້າ​ກໍ​ບໍ່​ຟັງ.+ 20  ພະເຈົ້າ​ໄດ້​ໃຫ້​ພະລັງ​ຂອງ​ເພິ່ນ​ຢູ່​ກັບ​ເຊຄາຣີຢາ​ລູກ​ຊາຍ​ຂອງ​ປະໂລຫິດ​ເຢໂຮຢາດາ.+ ເຊຄາຣີຢາ​ຢືນ​ຂຶ້ນ​ຕໍ່​ໜ້າ​ປະຊາຊົນ​ແລະ​ເວົ້າ​ວ່າ: “ພະເຈົ້າ​ທ່ຽງແທ້​ເວົ້າ​ແບບ​ນີ້ ‘ເປັນ​ຫຍັງ​ພວກ​ເຈົ້າ​ບໍ່​ເຮັດ​ຕາມ​ຄຳ​ສັ່ງ​ຂອງ​ພະ​ເຢໂຫວາ? ພວກ​ເຈົ້າ​ກຳລັງ​ເຮັດ​ໃຫ້​ໂຕເອງ​ຈິບຫາຍ. ຍ້ອນ​ພວກ​ເຈົ້າ​ປະຖິ້ມ​ພະ​ເຢໂຫວາ ເພິ່ນ​ກໍ​ຈະ​ປະຖິ້ມ​ພວກ​ເຈົ້າ​ຄື​ກັນ.’”+ 21  ແຕ່​ປະຊາຊົນ​ວາງແຜນ​ຂ້າ​ເຊຄາຣີຢາ+​ແລະ​ໄດ້​ດຶກ​ກ້ອນ​ຫີນ​ໃສ່​ລາວ​ຈົນ​ຕາຍ​ຢູ່​ເດີ່ນ​ວິຫານ​ຂອງ​ພະ​ເຢໂຫວາ​ຕາມ​ທີ່​ກະສັດ​ສັ່ງ.+ 22  ກະສັດ​ເຢໂຮອາດ​ລືມ​ຄວາມ​ຮັກ​ທີ່​ໝັ້ນຄົງ​ທີ່​ເຢໂຮຢາດາ​ສະແດງ​ຕໍ່​ລາວ ແລະ​ລາວ​ໄດ້​ຂ້າ​ເຊຄາຣີຢາ​ລູກ​ຊາຍ​ຂອງ​ເຢໂຮຢາດາ. ຕອນ​ທີ່​ເຊຄາຣີຢາ​ກຳລັງ​ຊິ​ຕາຍ ລາວ​ເວົ້າ​ວ່າ: “ຂໍ​ໃຫ້​ພະ​ເຢໂຫວາ​ລົງໂທດ​ທ່ານ​ໃນ​ສິ່ງ​ທີ່​ທ່ານ​ໄດ້​ເຮັດ.”+ 23  ໃນຕົ້ນ​ປີ​ຕໍ່ມາ ກອງ​ທະຫານ​ຊີເຣຍ​ໄດ້​ມາ​ເຮັດ​ສົງຄາມ​ກັບ​ເຢໂຮອາດ​ແລະ​ບຸກ​ເຂົ້າ​ໄປ​ໃນ​ຢູດາ​ແລະ​ໃນ​ເມືອງ​ເຢຣູຊາເລັມ.+ ເຂົາ​ເຈົ້າ​ໄດ້​ຂ້າ​ພວກ​ເຈົ້າ​ນາຍ​ທຸກ​ຄົນ+​ແລະ​ຍຶດ​ເອົາ​ເຄື່ອງ​ຂອງ​ຕ່າງ​ແລ້ວ​ສົ່ງ​ກັບ​ໄປ​ໃຫ້​ກະສັດ​ຂອງ​ດາມາເຊ. 24  ເຖິງ​ວ່າ​ພວກ​ຊີເຣຍ​ຈະ​ມີ​ທະຫານ​ໜ້ອຍ ແຕ່​ພະ​ເຢໂຫວາ​ກໍ​ເຮັດ​ໃຫ້​ເຂົາ​ເຈົ້າ​ຊະນະ​ພວກ​ຢູດາ​ທີ່​ມີ​ທະຫານ​ຫຼາຍ​ກວ່າ+ ຍ້ອນ​ວ່າ​ພວກ​ຢູດາ​ໄດ້​ປະຖິ້ມ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ປູ່ຍ່າຕານາຍ​ຂອງ​ເຂົາ​ເຈົ້າ. ພວກ​ຊີເຣຍ​ໄດ້​ລົງໂທດ​ເຢໂຮອາດ. 25  ຕອນ​ທີ່​ພວກ​ຊີເຣຍ​ຍົກ​ກອງ​ທັບ​ກັບ​ໄປ (ເຢໂຮອາດ​ຍັງ​ບາດເຈັບ​ໜັກ*​) ຄົນ​ຂອງ​ເຢໂຮອາດ​ໄດ້​ວາງ​ແຜນ​ຂ້າ​ລາວ ຍ້ອນ​ລາວ​ຂ້າ​ລູກ​ຊາຍ​ຂອງ​ປະໂລຫິດ​ເຢໂຮຢາດາ.+ ເຂົາ​ເຈົ້າ​ຂ້າ​ເຢໂຮອາດ​ຕາຍ​ຢູ່​ເທິງ​ຕຽງ​ນອນ​ຂອງ​ລາວ+​ແລະ​ຝັງ​ລາວ​ໄວ້​ຢູ່​ເມືອງ​ຂອງ​ດາວິດ+ ແຕ່​ບໍ່​ແມ່ນ​ໃນ​ບ່ອນ​ຝັງ​ສົບ​ຂອງ​ພວກ​ກະສັດ.+ 26  ຄົນ​ທີ່​ວາງ​ແຜນ​ຂ້າ+​ເຢໂຮອາດ​ແມ່ນ​ຊາບາດ​ລູກ​ຊາຍ​ຂອງ​ຊິເມອາດ​ຄົນ​ອຳໂມນ​ແລະ​ເຢໂຮຊາບັດ​ລູກ​ຊາຍ​ຂອງ​ຊິມຣີດ​ຄົນ​ໂມອາບ. 27  ເລື່ອງ​ພວກ​ລູກ​ຊາຍ​ຂອງ​ເຢໂຮອາດ ເລື່ອງ​ການ​ຕັດສິນ​ລົງໂທດ​ທີ່​ລາວ​ໄດ້​ຮັບ+ ແລະ​ເລື່ອງ​ທີ່​ລາວ​ແປງ​ວິຫານ​ຂອງ​ພະເຈົ້າ​ທ່ຽງແທ້+​ກໍ​ຂຽນ​ໄວ້​ໃນ​ປຶ້ມ​ຂອງ​ພວກ​ກະສັດ. ອາມາຊີຢາ​ລູກ​ຊາຍ​ຂອງ​ລາວ​ກໍ​ເປັນ​ກະສັດ​ແທນ.

ຂໍຄວາມໄຂເງື່ອນ

ຫຼື​ອາດ​ແປ​ວ່າ “ຈົນ​ຄົບ​ທຸກ​ຄົນ”
ຫຼື​ອາດ​ແປ​ວ່າ “ລາວ​ເປັນ​ພະຍາດ​ຫຼາຍ​ຢ່າງ”