ຂ່າວຄາວ​ສະບັບ​ທີ​ສອງ 33:1-25

  • ມານາເຊ​ເປັນ​ກະສັດ​ປົກຄອງ​ຢູດາ (1-​9)

  • ມານາເຊ​ກັບ​ໃຈ​ຈາກ​ການ​ເຮັດ​ຊົ່ວ (10-​17)

  • ມານາເຊ​ຕາຍ (18-​20)

  • ອາໂມນ​ເປັນ​ກະສັດ​ປົກຄອງ​ຢູດາ (21-​25)

33  ມານາເຊ+​ເປັນ​ກະສັດ​ຕອນ​ອາຍຸ 12 ປີ ແລະ​ລາວ​ປົກຄອງ​ຢູ່​ເມືອງ​ເຢຣູຊາເລັມ 55 ປີ.+  ມານາເຊ​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ເບິ່ງ​ວ່າ​ຊົ່ວ. ລາວ​ໄດ້​ເຮັດ​ສິ່ງ​ທີ່​ເປັນ​ຕາ​ຂີ້ດຽດ​ຄື​ກັບ​ຊາດ​ຕ່າງ​ໆ​ທີ່​ພະ​ເຢໂຫວາ​ໄດ້​ໄລ່​ໜີ​ໄປ​ຈາກ​ພວກ​ອິດສະຣາເອນ.+  ບ່ອນ​ນະມັດສະການ​ຕ່າງ​ໆ​ທີ່​ເຮເຊກີຢາ​ພໍ່​ຂອງ​ລາວ​ໄດ້​ທຳລາຍ​ໄປ​ແລ້ວ ລາວ​ກໍ​ສ້າງ​ຂຶ້ນ​ມາ​ໃໝ່.+ ລາວ​ສ້າງ​ແທ່ນ​ບູຊາ​ໃຫ້​ພະ​ບາອານ​ແລະ​ເຮັດ​ເສົາ​ໄມ້​ສັກສິດ.* ລາວ​ຂາບ​ໄຫວ້​ແລະ​ນະມັດສະການ​ດວງ​ດາວ​ຕ່າງ​ໆ​.+  ນອກ​ຈາກ​ນັ້ນ ລາວ​ຍັງ​ໄດ້​ສ້າງ​ແທ່ນ​ບູຊາ​ຫຼາຍ​ແທ່ນ​ໃຫ້​ພະເຈົ້າ​ປອມ​ຢູ່​ໃນ​ວິຫານ​ຂອງ​ພະ​ເຢໂຫວາ+​ເຊິ່ງ​ເປັນ​ບ່ອນ​ທີ່​ພະ​ເຢໂຫວາ​ເວົ້າ​ເຖິງ​ວ່າ: “ເຮົາ​ຈະ​ໃຫ້​ຊື່​ຂອງ​ເຮົາ​ຢູ່​ໃນ​ເມືອງ​ເຢຣູຊາເລັມ​ຕະຫຼອດໄປ.”+  ລາວ​ໄດ້​ສ້າງ​ແທ່ນ​ບູຊາ​ໃຫ້​ດວງ​ດາວ​ຕ່າງ​ໆ​ໄວ້​ທັງສອງ​ເດີ່ນ​ຢູ່​ວິຫານ​ຂອງ​ພະ​ເຢໂຫວາ.+  ລາວ​ເຜົາ​ພວກລູກ​ຊາຍ​ຂອງ​ໂຕເອງ*+​ຢູ່​ຮ່ອມພູ​ຮິນໂນມ.*+ ລາວ​ຫຼິ້ນ​ມົນ+ ຫຼິ້ນ​ຄາຖາ​ອາຄົມ ເບິ່ງ​ດວງ ແລະ​ໃຫ້​ມີ​ພວກ​ໝໍ​ຜີ​ກັບ​ໝໍ​ດູ.+ ລາວ​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ເບິ່ງ​ວ່າ​ຊົ່ວ​ແທ້​ຊົ່ວ​ວ່າ​ແລະ​ເຮັດ​ໃຫ້​ເພິ່ນ​ໃຈ​ຮ້າຍ​ຫຼາຍ.  ລາວ​ແກະ​ສະ​ຫຼັກຮູບ​ພະ​ອັດເຊຣາ*​ແລ້ວ​ເອົາ​ໄປ​ໄວ້​ໃນ​ວິຫານ+​ເຊິ່ງ​ພະເຈົ້າ​ທ່ຽງແທ້​ເຄີຍ​ບອກ​ດາວິດ​ກັບ​ໂຊໂລໂມນ​ລູກ​ຊາຍ​ຂອງ​ລາວ​ວ່າ: “ເຮົາ​ຈະ​ໃຫ້​ຊື່​ຂອງ​ເຮົາ​ຢູ່​ໃນ​ວິຫານ​ນີ້​ຕະຫຼອດໄປ​ແລະ​ຢູ່​ເມືອງ​ເຢຣູຊາເລັມ​ທີ່​ເຮົາ​ໄດ້​ເລືອກ​ຈາກ​ທຸກ​ເມືອງ​ໃນ​ຕະກູນ​ຕ່າງ​ໆ​ຂອງ​ອິດສະຣາເອນ.+  ຖ້າ​ພວກ​ອິດສະຣາເອນ​ເຮັດ​ຕາມ​ຄຳ​ສັ່ງ​ທຸກ​ຢ່າງ​ຂອງ​ເຮົາ ເຮັດ​ຕາມ​ກົດ​ໝາຍ ຂໍ້​ກຳນົດ ແລະ​ການ​ຕັດສິນ​ຕ່າງ​ໆ​ທີ່​ເຮົາ​ໃຫ້​ຜ່ານ​ທາງ​ໂມເຊ ເຮົາ​ຈະ​ບໍ່​ໃຫ້​ພວກ​ອິດສະຣາເອນ​ອອກໄປ​ຈາກ​ແຜ່ນດິນ​ນີ້​ອີກ​ທີ່​ເຮົາ​ເອົາ​ໃຫ້​ປູ່ຍ່າຕານາຍ​ຂອງ​ເຂົາ​ເຈົ້າ.”  ມານາເຊ​ໄດ້​ພາ​ຄົນ​ຢູດາ​ແລະ​ຄົນ​ໃນ​ເມືອງ​ເຢຣູຊາເລັມ​ໄປ​ຜິດ​ທາງ ແລະ​ພາ​ເຂົາ​ເຈົ້າ​ເຮັດ​ຊົ່ວ​ຫຼາຍ​ກວ່າ​ຊາດ​ຕ່າງ​ໆ​ທີ່​ພະ​ເຢໂຫວາ​ໄດ້​ກວາດ​ລ້າງ​ຕອນ​ທີ່​ພວກ​ອິດສະຣາເອນ​ເຂົ້າ​ມາ​ຢູ່​ແຜ່ນດິນ​ນັ້ນ.+ 10  ພະ​ເຢໂຫວາ​ເຕືອນ​ມານາເຊ​ກັບ​ປະຊາຊົນ​ຫຼາຍ​ເທື່ອ ແຕ່​ເຂົາ​ເຈົ້າ​ກໍ​ບໍ່​ຟັງ.+ 11  ພະ​ເຢໂຫວາ​ຈຶ່ງ​ໃຫ້​ພວກ​ຫົວ​ໜ້າ​ກອງ​ທັບ​ຂອງ​ກະສັດ​ອັດຊີເຣຍ​ມາ​ໂຈມຕີ​ມານາເຊ. ເຂົາ​ເຈົ້າ​ຈັບ​ລາວແລະເອົາ​ຂໍ​ເກາະເກາະ​ລາວ* ເອົາ​ໂສ້​ທອງແດງ 2 ເສັ້ນ​ລ່າມ​ລາວ ແລ້ວ​ພາ​ໄປ​ເມືອງ​ບາບີໂລນ. 12  ຕອນ​ທີ່​ມານາເຊ​ລຳບາກ ລາວ​ໄດ້​ອ້ອນວອນ​ຂໍ​ໃຫ້​ພະ​ເຢໂຫວາ​ພະເຈົ້າ​ຂອງ​ລາວ​ຊ່ວຍ. ລາວຮູ້ສຶກ​ເສຍໃຈ​ແລະ​ຖ່ອມ​ໂຕຕໍ່​ພະເຈົ້າ​ຂອງ​ປູ່ຍ່າຕານາຍ​ຂອງ​ລາວ. 13  ມານາເຊອະທິດຖານ​ຫາ​ພະເຈົ້າຫຼາຍ​ເທື່ອ ເພິ່ນ​ຈຶ່ງ​ອີ່ຕົນ​ແລະ​ຟັງ​ຄຳ​ອ້ອນວອນ​ຂອງ​ລາວ ແລະ​ໃຫ້​ລາວ​ກັບ​ມາ​ເປັນ​ກະສັດ​ປົກຄອງ​ເມືອງ​ເຢຣູຊາເລັມ​ຄື​ເກົ່າ.+ ຈາກ​ເຫດການ​ນີ້​ມານາເຊ​ຈຶ່ງ​ຮູ້​ວ່າ​ພະ​ເຢໂຫວາ​ເປັນ​ພະເຈົ້າ​ທ່ຽງແທ້.+ 14  ຕໍ່ມາ ມານາເຊ​ໄດ້​ສ້າງ​ກຳແພງ​ຊັ້ນ​ນອກ​ທີ່​ສູງ​ໆ​ສຳລັບ​ເມືອງ​ຂອງ​ດາວິດ+​ເຊິ່ງ​ຢູ່​ທາງ​ທິດຕາເວັນຕົກ​ຂອງຫ້ວຍ​ກີໂຮນ+​ທີ່​ຢູ່​ຮ່ອມພູ.* ລາວ​ສ້າງ​ກຳແພງ​ນັ້ນ​ໄປ​ຈົນ​ຮອດ​ປະຕູ​ປາ+ ແລ້ວ​ສ້າງ​ອ້ອມ​ມາ​ຈົນ​ຮອດ​ໂອເຟນ.+ ລາວ​ຍັງ​ໄດ້​ແຕ່ງຕັ້ງ​ພວກ​ຫົວ​ໜ້າ​ກອງ​ທັບ​ໃຫ້​ຢູ່​ຕາມ​ເມືອງ​ຕ່າງ​ໆ​ທີ່​ມີ​ກຳແພງ​ອ້ອມ​ໃນ​ເຂດ​ຢູດາ. 15  ມານາເຊ​ເອົາ​ຮູບ​ບູຊາທີ່​ລາວ​ເຮັດກັບ​ຮູບ​ພະ​ຂອງ​ພວກ​ຕ່າງ​ຊາດ​ທີ່​ຢູ່​ໃນ​ວິຫານ​ຂອງ​ພະ​ເຢໂຫວາ+ ແລະ​ແທ່ນ​ບູຊາ​ທັງ​ໝົດ​ທີ່​ລາວ​ໄດ້​ສ້າງ​ຢູ່​ເທິງ​ພູບ່ອນ​ທີ່​ວິຫານ​ຂອງ​ພະ​ເຢໂຫວາ+​ຕັ້ງ​ຢູ່ແລະ​ໃນ​ບ່ອນ​ຕ່າງ​ໆ​ຢູ່​ເມືອງ​ເຢຣູຊາເລັມ​ອອກ​ໄປ​ຖິ້ມ​ຢູ່​ນອກ​ເມືອງ. 16  ມານາເຊ​ຍັງ​ໄດ້ແປງແທ່ນ​ບູຊາ​ຂອງ​ພະ​ເຢໂຫວາ+​ແລະ​ເຜົາ​ເຄື່ອງ​ບູຊາ​ສ້າງ​ຄວາມ​ສະຫງົບ​ສຸກ+​ກັບ​ເຜົາ​ເຄື່ອງ​ບູຊາ​ສະແດງ​ຄວາມ​ຂອບໃຈ+​ໃຫ້​ເພິ່ນ. ຈາກ​ນັ້ນ ລາວ​ກໍ​ສັ່ງ​ໃຫ້​ພວກ​ຢູດາ​ນະມັດສະການ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ອິດສະຣາເອນ. 17  ເຖິງ​ວ່າ​ປະຊາຊົນເຜົາ​ເຄື່ອງ​ບູຊາ​ໃຫ້​ພະ​ເຢໂຫວາພະເຈົ້າ​ຂອງ​ເຂົາ​ເຈົ້າ​ຜູ້​ດຽວ​ເທົ່າ​ນັ້ນ ແຕ່​ເຂົາ​ເຈົ້າ​ກໍ​ຍັງ​ໃຊ້​ແທ່ນ​ບູຊາ​ຢູ່​ບ່ອນ​ນະມັດສະການ​ຕ່າງ​ໆ​ຂອງ​ພະເຈົ້າ​ປອມ​ເຜົາ​ໃຫ້​ເພິ່ນ. 18  ເລື່ອງ​ຕ່າງ​ໆ​ຂອງ​ມານາເຊ ຄຳ​ອະທິດຖານ​ຂອງ​ລາວ ແລະ​ສິ່ງ​ທີ່​ພະ​ເຢໂຫວາ​ພະເຈົ້າ​ຂອງ​ອິດສະຣາເອນ​ເວົ້າ​ກັບ​ລາວ​ຜ່ານ​ທາງ​ຜູ້ພະຍາກອນ​ກໍ​ຂຽນ​ໄວ້​ໃນ​ປຶ້ມ​ປະຫວັດ​ຂອງ​ພວກ​ກະສັດ​ອິດສະຣາເອນ. 19  ນອກ​ຈາກ​ນັ້ນ ຄຳ​ອະທິດຖານ​ຂອງ​ລາວ+ ວິທີ​ທີ່​ພະເຈົ້າ​ຕອບ​ຄຳ​ອະທິດຖານ​ນັ້ນ ຄວາມ​ບໍ່​ສັດຊື່​ແລະ​ຄວາມ​ຜິດ​ທີ່​ລາວ​ໄດ້​ເຮັດ+ ລວມ​ທັງ​ບ່ອນ​ທີ່​ລາວ​ຕັ້ງ​ເສົາ​ໄມ້​ສັກສິດ+ ຕັ້ງ​ຮູບ​ບູຊາ​ຕ່າງ​ໆ​ ແລະ​ບ່ອນ​ນະມັດສະການ​ພະເຈົ້າ​ປອມ​ກ່ອນ​ທີ່​ລາວ​ຈະຮູ້ສຶກ​ເສຍໃຈ​ແລະ​ຖ່ອມ​ໂຕກໍ​ຂຽນ​ໄວ້​ໃນ​ບັນທຶກ​ຂອງ​ຜູ້ພະຍາກອນ. 20  ເມື່ອ​ມານາເຊ​ຕາຍ ເຂົາ​ເຈົ້າ​ໄດ້​ຝັງ​ລາວ​ໄວ້​ກັບ​ປູ່ຍ່າຕານາຍ​ຢູ່​ວັງ​ຂອງ​ລາວ. ອາໂມນ​ລູກ​ຊາຍ​ຂອງ​ລາວ​ກໍ​ເປັນ​ກະສັດ​ແທນ.+ 21  ອາໂມນ+​ເປັນ​ກະສັດ​ຕອນ​ອາຍຸ 22 ປີ ແລະ​ລາວ​ປົກຄອງ​ຢູ່​ເມືອງ​ເຢຣູຊາເລັມ 2 ປີ.+ 22  ລາວ​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ເບິ່ງ​ວ່າ​ຊົ່ວ​ຄື​ກັບ​ມານາເຊ​ພໍ່​ຂອງ​ລາວ.+ ລາວ​ໄດ້​ນະມັດສະການ​ແລະ​ເຜົາ​ເຄື່ອງ​ບູຊາ​ໃຫ້​ຮູບ​ພະ​ຕ່າງ​ໆ​ທີ່​ພໍ່​ຂອງ​ລາວ​ໄດ້​ເຮັດ.+ 23  ແທນ​ທີ່​ອາໂມນ​ຈະ​ຮູ້ສຶກ​ເສຍໃຈ​ແລະ​ຖ່ອມ​ໂຕ​ຕໍ່​ພະ​ເຢໂຫວາ+​ຄື​ກັບ​ມານາເຊ+ ແຕ່​ລາວ​ແຮ່ງ​ເຮັດ​ຊົ່ວ​ຫຼາຍ​ຂຶ້ນ​ກວ່າ​ເກົ່າ. 24  ໃນ​ທີ່​ສຸດ ຄົນ​ຮັບ​ໃຊ້​ຂອງ​ອາໂມນ​ໄດ້​ວາງ​ແຜນ+​ແລະ​ຂ້າ​ລາວ​ຕາຍ​ຢູ່​ວັງ​ຂອງ​ລາວ. 25  ແຕ່​ປະຊາຊົນ​ໄດ້​ຂ້າ​ທຸກ​ຄົນ​ທີ່​ວາງ​ແຜນ​ຂ້າ​ກະສັດ​ອາໂມນ+ ແລະ​ແຕ່ງຕັ້ງ​ໂຢສີຢາ+​ລູກ​ຊາຍ​ຂອງ​ລາວ​ໃຫ້​ເປັນ​ກະສັດ​ແທນ.

ຂໍຄວາມໄຂເງື່ອນ

ແປ​ຕາມ​ໂຕ​ວ່າ “ຮ່ອມພູ​ຂອງ​ລູກ​ຊາຍ​ຮິນໂນມ.” ເບິ່ງ​ຄຳ​ວ່າ “ເກເຮັນນາ” ໃນ​ສ່ວນ​ອະທິບາຍ​ຄຳສັບ.
ແປ​ຕາມ​ໂຕ​ວ່າ “ລາວ​ໃຫ້​ພວກ​ລູກ​ຊາຍ​ຂອງ​ໂຕເອງ​ຜ່ານ​ໄຟ”
ຫຼື “ເສົາ​ໄມ້​ສັກສິດ.” ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ.
ຫຼື​ອາດ​ແປ​ວ່າ “ຈັບ​ລາວ​ຈາກ​ຂຸມ”
ຫຼື “ວາດີ.” ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ.