ຂ່າວຄາວ​ສະບັບ​ທີ​ສອງ 34:1-33

  • ໂຢສີຢາ​ເປັນ​ກະສັດ​ປົກຄອງ​ຢູດາ (1, 2)

  • ໂຢສີຢາ​ຈັດ​ລະບຽບ​ຄືນ​ໃໝ່ (3-​13)

  • ເຫັນ​ປຶ້ມ​ກົດ​ໝາຍ (14-​21)

  • ຮຸນດາ​ພະຍາກອນ​ວ່າ​ຈະ​ມີ​ຄວາມ​ຈິບຫາຍ (22-​28)

  • ໂຢສີຢາ​ອ່ານ​ປຶ້ມ​ກົດ​ໝາຍ​ໃຫ້​ປະຊາຊົນ​ຟັງ (29-​33)

34  ໂຢສີຢາ+​ເປັນ​ກະສັດ​ຕອນ​ອາຍຸ 8 ປີ ແລະ​ລາວ​ປົກຄອງ​ຢູ່​ເມືອງ​ເຢຣູຊາເລັມ 31 ປີ.+  ລາວ​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ເບິ່ງ​ວ່າ​ຖືກຕ້ອງ​ແລະ​ໃຊ້​ຊີວິດ​ຄື​ກັບ​ດາວິດ​ປູ່ຍ່າຕານາຍ​ຂອງ​ລາວ​ທຸກ​ຢ່າງ. ລາວ​ຢູ່​ໃນ​ແນວ​ທາງ​ທີ່​ຖືກຕ້ອງ​ສະເໝີ.  ໃນ​ປີ​ທີ 8 ທີ່​ໂຢສີຢາ​ປົກຄອງ ເຖິງ​ວ່າ​ລາວ​ຈະ​ຍັງ​ໜຸ່ມ ແຕ່​ລາວ​ໄດ້​ເລີ່ມຮັບ​ໃຊ້ພະເຈົ້າ​ຂອງ​ດາວິດ​ປູ່ຍ່າຕານາຍ​ຂອງ​ລາວ.+ ໃນ​ປີ​ທີ 12 ທີ່​ລາວ​ປົກຄອງ ລາວ​ໄດ້​ເລີ່ມ​ທຳລາຍ​ບ່ອນ​ນະມັດສະການ​ພະເຈົ້າ​ປອມ+ ເສົາ​ໄມ້​ສັກສິດ* ຮູບ​ພະ​ຕ່າງ​ໆ​+ ແລະ​ຮູບ​ຫຼໍ່​ທີ່​ເປັນ​ເຫຼັກ​ໃຫ້​ໝົດ​ໄປ​ຈາກ​ຢູດາ​ແລະ​ເຢຣູຊາເລັມ.+  ລາວ​ໄດ້​ສັ່ງ​ໃຫ້​ທຳລາຍ​ແທ່ນ​ບູຊາ​ແລະ​ແທ່ນ​ເຜົາ​ເຄື່ອງຫອມ​ຂອງ​ພະ​ບາອານ. ລາວ​ຍັງ​ໄດ້​ທຸບ​ເສົາ​ໄມ້​ສັກສິດ ຮູບ​ພະ​ຕ່າງ​ໆ​ ແລະ​ຮູບ​ຫຼໍ່​ທີ່​ເປັນ​ເຫຼັກ​ຈົນ​ມຸ່ນ ແລ້ວ​ເອົາ​ໄປ​ຫວ່ານ​ໃສ່​ບ່ອນ​ຝັງ​ສົບ​ຂອງ​ພວກ​ທີ່​ນະມັດສະການ​ສິ່ງ​ເຫຼົ່ານີ້. +  ລາວ​ເອົາ​ກະດູກ​ຂອງ​ພວກ​ປະໂລຫິດ​ໄປ​ເຜົາ​ຢູ່​ເທິງ​ແທ່ນ​ບູຊາ​ທີ່​ເຂົາ​ເຈົ້າ​ໃຊ້​ນະມັດສະການ.+ ສິ່ງ​ທີ່​ລາວ​ເຮັດ​ນີ້​ໄດ້​ເຮັດ​ໃຫ້​ຢູດາ​ແລະ​ເຢຣູຊາເລັມ​ສະອາດ.  ຈາກ​ນັ້ນ ໂຢສີຢາ​ໄດ້​ໄປ​ຕາມ​ເມືອງ​ຕ່າງ​ໆ​ໃນ​ເຂດ​ຂອງ​ຕະກູນ​ມານາເຊ ເອຟຣາຢິມ+ ຊີເມໂອນ​ຈົນ​ຮອດ​ນັບທາລີ ແລະໄປ​ຕາມເມືອງ​ຕ່າງ​ໆ​ທີ່​ຮ້າງ​ແລ້ວ​ເພື່ອ​ເຮັດ​ແບບ​ດຽວ​ກັນ​ນີ້.  ລາວ​ໄດ້​ທຳລາຍ​ແທ່ນ​ບູຊາ ທຸບ​ເສົາ​ໄມ້​ສັກສິດ​ກັບ​ຮູບ​ພະ​ຕ່າງ​ໆ​ຈົນ​ມຸ່ນ+ ແລະ​ທຳລາຍ​ແທ່ນ​ເຜົາ​ເຄື່ອງຫອມ​ຢູ່​ທົ່ວ​ອິດສະຣາເອນ.+ ຫຼັງ​ຈາກ​ນັ້ນ ລາວ​ກໍ​ກັບ​ເມືອ​ເມືອງ​ເຢຣູຊາເລັມ.  ຫຼັງ​ຈາກ​ໂຢສີຢາ​ກຳຈັດ​ສິ່ງ​ເຫຼົ່ານີ້​ໃຫ້​ໝົດ​ໄປ​ຈາກ​ແຜ່ນດິນ​ອິດສະຣາເອນ​ແລະ​ວິຫານ​ແລ້ວ ໃນ​ປີ​ທີ 18 ທີ່​ລາວ​ປົກຄອງ ລາວ​ໄດ້​ໃຫ້​ຊາຟານ+​ລູກ​ຊາຍ​ຂອງ​ອາຊາລີຢາ ມາອາເສຢາ​ທີ່​ເປັນ​ເຈົ້າ​ເມືອງ ແລະ​ໂຢອາ​ລູກ​ຊາຍ​ຂອງ​ໂຢອາຮັດ​ທີ່​ເປັນ​ຜູ້​ຈົດ​ບັນທຶກ​ໃຫ້​ກະສັດ​ໄປ​ແປງ​ວິຫານ​ຂອງ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ລາວ.+  ເຂົາ​ເຈົ້າ​ໄປ​ຫາ​ປະໂລຫິດ​ໃຫຍ່​ຮິນກີຢາ​ເພື່ອ​ເອົາ​ເງິນ​ບໍລິຈາກ​ທີ່​ຢູ່​ວິຫານ​ຂອງ​ພະເຈົ້າ​ໄປ​ໃຫ້​ລາວ. ພວກເລວີ​ທີ່​ເຮັດ​ວຽກ​ຍາມ​ປະຕູ​ໄດ້​ລວບລວມ​ເງິນ​ເຫຼົ່ານີ້​ຈາກ​ພວກ​ມານາເຊ ພວກ​ເອຟຣາຢິມ ແລະ​ພວກ​ອິດສະຣາເອນ​ທຸກ​ຄົນ+ ລວມ​ທັງ​ຈາກ​ພວກ​ຢູດາ ພວກ​ເບັນຢາມິນ ແລະ​ຄົນ​ໃນ​ເມືອງ​ເຢຣູຊາເລັມ. 10  ເຂົາ​ເຈົ້າ​ເອົາ​ເງິນ​ນັ້ນ​ໄປ​ໃຫ້​ພວກ​ທີ່​ຮັບຜິດຊອບ​ເບິ່ງ​ແຍງ​ວຽກ​ແປງ​ວິຫານ​ຂອງ​ພະ​ເຢໂຫວາ. ພວກ​ທີ່​ເບິ່ງ​ແຍງ​ວຽກ​ກໍ​ເອົາ​ເງິນ​ໄປ​ຈ່າຍ​ໃຫ້​ພວກ​ຊ່າງ​ທີ່​ແປງ​ວິຫານ​ຂອງ​ພະ​ເຢໂຫວາ​ບ່ອນ​ທີ່​ເພ. 11  ພວກ​ທີ່​ຮັບຜິດຊອບ​ວຽກ​ໄດ້​ເອົາ​ເງິນ​ໄປ​ໃຫ້​ພວກ​ຊ່າງ​ໄມ້​ກັບ​ຊ່າງ​ກໍ່​ເພື່ອ​ໄປ​ຊື້​ຫີນ​ທີ່​ຕັດ​ເປັນ​ກ້ອນ​ແລ້ວ​ກັບ​ໄມ້​ຄ້ຳ ແລ້ວ​ໃຫ້​ພວກ​ຊ່າງ​ເອົາ​ໄປ​ແປງ​ຄານ​ຂອງ​ຕຶກ​ຕ່າງ​ໆ​ທີ່​ພວກ​ກະສັດ​ຂອງ​ຢູດາ​ປ່ອຍ​ໃຫ້​ເປ່ເພ.+ 12  ເຂົາ​ເຈົ້າ​ເຮັດ​ວຽກ​ຢ່າງ​ສັດຊື່.+ ພວກເລວີ​ທີ່​ເບິ່ງ​ແຍງ​ເຂົາ​ເຈົ້າ​ແມ່ນ​ຢາຮາດ​ກັບ​ໂອບາດີຢາ​ທີ່​ເປັນ​ລູກ​ຫຼານ​ຂອງ​ເມຣາຣີ+ ແລະ​ເຊຄາຣີຢາ​ກັບ​ເມຊຸນລຳ​ທີ່​ເປັນ​ລູກ​ຫຼານ​ຂອງ​ໂກຮາດ.+ ພວກເລວີ​ທີ່​ຫຼິ້ນ​ດົນຕີ​ເກັ່ງ+ 13  ເບິ່ງ​ແຍງ​ພວກ​ກຳມະກອນ​ແລະ​ເບິ່ງ​ແຍງ​ຜູ້​ທີ່​ເຮັດ​ວຽກ​ແນວ​ອື່ນ. ພວກເລວີ​ບາງຄົນ​ເປັນ​ເລຂາ ເປັນ​ຄົນຍາມ​ປະຕູ+ ແລະເປັນ​ຜູ້​ເບິ່ງ​ແຍງ​ວຽກ​ອື່ນ​ໆ​. 14  ຕອນ​ທີ່​ເຂົາ​ເຈົ້າ​ເອົາ​ເງິນ​ບໍລິຈາກ​ອອກ​ມາ​ຈາກ​ວິຫານ​ຂອງ​ພະ​ເຢໂຫວາ+ ປະໂລຫິດ​ຮິນກີຢາ​ໄດ້​ເຫັນ​ປຶ້ມ​ກົດ​ໝາຍ​ຂອງ​ພະ​ເຢໂຫວາ+​ທີ່​ເພິ່ນ​ໃຫ້​ຜ່ານ​ທາງ​ໂມເຊ.+ 15  ຮິນກີຢາ​ຈຶ່ງ​ບອກ​ຊາຟານ​ທີ່​ເປັນ​ເລຂາ​ວ່າ: “ຂ້ອຍ​ເຫັນ​ປຶ້ມ​ກົດ​ໝາຍ​ນີ້​ຢູ່​ໃນ​ວິຫານ​ຂອງ​ພະ​ເຢໂຫວາ.” ແລ້ວ​ຮິນກີຢາ​ກໍ​ເອົາ​ປຶ້ມ​ກົດ​ໝາຍ​ນັ້ນ​ໃຫ້​ຊາຟານ. 16  ຈາກ​ນັ້ນ ຊາຟານ​ກໍ​ເອົາ​ປຶ້ມ​ກົດ​ໝາຍ​ນັ້ນ​ໄປ​ໃຫ້​ກະສັດ​ແລະ​ບອກ​ວ່າ: “ພວກ​ຄົນ​ຮັບ​ໃຊ້​ຂອງ​ທ່ານ​ໄດ້​ເຮັດ​ທຸກ​ຢ່າງ​ຕາມ​ທີ່​ທ່ານ​ບອກ​ແລ້ວ. 17  ເຂົາ​ເຈົ້າ​ໄດ້​ຖອກ​ເງິນ​ອອກ​ຈາກ​ກ່ອງ​ທີ່​ຢູ່​ວິຫານ​ຂອງ​ພະ​ເຢໂຫວາ​ແລະ​ເອົາ​ໄປ​ໃຫ້​ພວກ​ທີ່​ຮັບຜິດຊອບ​ເບິ່ງ​ແຍງ​ວຽກ​ກັບ​ພວກ​ທີ່​ແປງ​ວິຫານ​ແລ້ວ.” 18  ຊາຟານ​ທີ່​ເປັນ​ເລຂາ​ຍັງ​ບອກ​ກະສັດ​ອີກ​ວ່າ: “ປະໂລຫິດ​ຮິນກີຢາ​ໄດ້​ເອົາ​ປຶ້ມ​ນີ້​ໃຫ້​ຂ້ອຍ.”+ ແລ້ວ​ຊາຟານ​ກໍ​ອ່ານ​ໃຫ້​ກະສັດ​ຟັງ.+ 19  ເມື່ອ​ກະສັດ​ໄດ້​ຍິນ​ສິ່ງ​ທີ່​ຂຽນ​ຢູ່​ໃນ​ປຶ້ມ​ກົດ​ໝາຍ​ນັ້ນ ລາວ​ກໍ​ຈີກ​ເສື້ອ​ຂອງ​ໂຕເອງ.+ 20  ຈາກ​ນັ້ນ ກະສັດ​ສັ່ງ​ຮິນກີຢາ ອາຮີ​ກາມ+​ລູກ​ຊາຍ​ຂອງ​ຊາຟານ ອັບໂດນ*​ລູກ​ຊາຍ​ຂອງ​ມີກາ* ຊາຟານ​ທີ່​ເປັນ​ເລຂາ ແລະ​ອາສາຢາ​ທີ່​ເປັນ​ຄົນ​ຮັບ​ໃຊ້​ຂອງ​ກະສັດ​ວ່າ: 21  “ໃຫ້​ພວກ​ເຈົ້າ​ໄປ​ຖາມ​ພະ​ເຢໂຫວາ​ແທນ​ຂ້ອຍ ແລະ​ແທນ​ປະຊາຊົນ​ທີ່​ຍັງ​ເຫຼືອ​ຢູ່​ໃນ​ອິດສະຣາເອນ​ກັບ​ຢູດາ​ກ່ຽວ​ກັບ​ສິ່ງ​ທີ່​ຂຽນ​ໄວ້​ໃນ​ປຶ້ມ​ນີ້. ພະ​ເຢໂຫວາ​ໃຈ​ຮ້າຍ​ໃຫ້​ພວກ​ເຮົາ​ຫຼາຍ ຍ້ອນ​ປູ່ຍ່າຕານາຍ​ຂອງ​ພວກ​ເຮົາ​ບໍ່​ເຊື່ອ​ຟັງ​ພະ​ເຢໂຫວາ​ແລະ​ບໍ່​ໄດ້​ເຮັດ​ຕາມ​ທຸກ​ຢ່າງ​ທີ່​ຂຽນ​ໄວ້​ໃນ​ປຶ້ມ​ນີ້.”+ 22  ຮິນກີຢາ​ກັບ​ຄົນ​ອື່ນ​ໆ​ທີ່​ກະສັດ​ສົ່ງ​ໄປ​ຈຶ່ງ​ໄປ​ຫາ​ຜູ້ພະຍາກອນ​ຍິງທີ່ຊື່ຮຸນດາ.+ ຮຸນດາ​ເປັນ​ເມຍ​ຂອງ​ຊາລຶມ​ທີ່​ເປັນ​ຄົນ​ເບິ່ງ​ແຍງ​ເຄື່ອງນຸ່ງ. ຊາລຶມ​ເປັນ​ລູກ​ຊາຍ​ຂອງ​ຕິກວາ​ແລະ​ເປັນ​ຫຼານ​ຂອງ​ຮາຮັດ. ຮຸນດາ​ຢູ່​ເຂດ​ເມືອງ​ໃໝ່​ຂອງ​ເຢຣູຊາເລັມ ເຂົາ​ເຈົ້າ​ຈຶ່ງ​ໄປ​ຫາ​ລາວ​ຢູ່​ຫັ້ນ.+ 23  ຮຸນດາ​ບອກ​ເຂົາ​ເຈົ້າ​ວ່າ: “ພະ​ເຢໂຫວາ​ພະເຈົ້າ​ຂອງ​ອິດສະຣາເອນ​ເວົ້າ​ຈັ່ງ​ຊີ້ ‘ໄປ​ບອກ​ຜູ້​ທີ່​ສົ່ງ​ພວກ​ເຈົ້າ​ມາ​ຫາ​ເຮົາ​ວ່າ 24  “ພະ​ເຢໂຫວາ​ບອກ​ວ່າ ‘ເຮົາ​ຈະ​ເຮັດ​ໃຫ້​ປະເທດ​ນີ້​ເຈິ​ຄວາມ​ຈິບຫາຍ​ແລະ​ຈະລົງໂທດປະຊາຊົນ.+ ຄຳ​ສາບແຊ່ງ​ທຸກ​ຢ່າງ​ທີ່​ຂຽນ​ໄວ້​ໃນ​ປຶ້ມ+​ທີ່​ກະສັດ​ຢູດາ​ອ່ານ​ຈະເກີດ​ຂຶ້ນ​ແທ້. 25  ເຂົາ​ເຈົ້າ​ໄດ້​ປະຖິ້ມ​ເຮົາ+ ໄປ​ເຜົາ​ເຄື່ອງ​ບູຊາ​ໃຫ້​ພະເຈົ້າ​ອື່ນ ແລະ​ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ​ເພື່ອ​ໃຫ້​ເຮົາ​ໃຈ​ຮ້າຍ.+ ຍ້ອນ​ແນວ​ນີ້ ເຮົາ​ຈະ​ລົງໂທດ​ປະເທດ​ນີ້​ແລະ​ຈະ​ບໍ່​ມີ​ຫຍັງ​ທີ່​ເຮັດ​ໃຫ້​ເຮົາ​ເຊົາ​ໃຈ​ຮ້າຍ​ໄດ້.’”+ 26  ແຕ່​ສຳລັບ​ກະສັດ​ຢູດາ​ທີ່​ສົ່ງ​ພວກ​ເຈົ້າ​ມາ​ຖາມ​ພະ​ເຢໂຫວາ ໃຫ້​ໄປ​ບອກ​ລາວ​ວ່າ “ພະ​ເຢໂຫວາ​ພະເຈົ້າ​ຂອງ​ອິດສະຣາເອນ​ເວົ້າ​ກ່ຽວ​ກັບ​ສິ່ງ​ທີ່​ເຈົ້າ​ໄດ້​ຍິນ​ນັ້ນ+​ວ່າ 27  ‘ເມື່ອ​ເຈົ້າ​ຮູ້​ວ່າ​ເຮົາ​ຈະ​ເຮັດ​ຫຍັງ​ກັບ​ປະເທດ​ນີ້​ແລະ​ປະຊາຊົນ​ທີ່​ຢູ່​ນີ້ ເຈົ້າ​ໄດ້​ຕັ້ງ​ໃຈ​ຟັງ ຈີກ​ເສື້ອ​ຂອງ​ໂຕເອງ ຖ່ອມ​ໂຕ ແລະ​ຮ້ອງ​ໄຫ້​ຕໍ່​ໜ້າເຮົາ​ທີ່​ເປັນ​ພະເຈົ້າ​ຂອງ​ເຈົ້າ. ດັ່ງນັ້ນ ພະ​ເຢໂຫວາ​ຈຶ່ງ​ບອກ​ວ່າ ເຮົາ​ໄດ້​ຍິນ​ຄຳ​ອະທິດຖານ​ຂອງ​ເຈົ້າ​ແລ້ວ.+ 28  ເຮົາ​ຈະ​ໃຫ້​ເຈົ້າ​ໄດ້​ຢູ່​ກັບ​ປູ່ຍ່າຕານາຍ​ຂອງ​ເຈົ້າ*​ແລະ​ຖືກ​ຝັງ​ຢ່າງ​ສະຫງົບ​ສຸກ. ເຈົ້າ​ຈະ​ບໍ່​ເຫັນ​ຄວາມ​ຈິບຫາຍ​ທີ່​ເຮົາ​ຈະ​ເຮັດ​ກັບ​ປະເທດ​ນີ້​ແລະ​ປະຊາຊົນ​ທີ່​ຢູ່​ນີ້.’”’”+ ເຂົາ​ເຈົ້າ​ຈຶ່ງ​ໄປ​ບອກ​ກະສັດ​ຕາມ​ນັ້ນ. 29  ກະສັດ​ໂຢສີຢາ​ຈຶ່ງ​ໃຫ້​ຄົນ​ໄປ​ເອີ້ນ​ພວກ​ຜູ້​ນຳ​ທຸກ​ຄົນ​ໃນ​ຢູດາ​ແລະ​ໃນ​ເຢຣູຊາເລັມ​ໃຫ້​ມາ​ລວມ​ກັນ.+ 30  ແລ້ວ​ກະສັດ​ກໍ​ໄປ​ວິຫານ​ຂອງ​ພະ​ເຢໂຫວາ​ພ້ອມ​ກັບ​ປະຊາຊົນ​ທຸກ​ຄົນ​ຕັ້ງ​ແຕ່​ເດັກ​ນ້ອຍ​ຈົນ​ຮອດ​ຜູ້​ໃຫຍ່​ທີ່​ມາ​ຈາກ​ຢູດາ​ແລະ​ເຢຣູຊາເລັມ ລວມ​ທັງ​ພວກ​ປະໂລຫິດ​ແລະ​ພວກເລວີ. ລາວ​ອ່ານ​ທຸກ​ສິ່ງ​ທີ່​ຢູ່​ໃນ​ປຶ້ມ​ບັນທຶກ​ຂໍ້​ສັນຍາ​ທີ່​ເຫັນ​ໃນ​ວິຫານ​ຂອງ​ພະ​ເຢໂຫວາ​ໃຫ້​ທຸກ​ຄົນ​ຟັງ.+ 31  ກະສັດ​ໄປ​ຢືນ​ຢູ່​ບ່ອນ​ຂອງ​ໂຕເອງ​ແລະ​ສັນຍາ*+​ກັບ​ພະ​ເຢໂຫວາ​ວ່າ​ລາວ​ຈະ​ເຊື່ອ​ຟັງ​ພະ​ເຢໂຫວາ​ແລະ​ເຮັດ​ຕາມ​ຄຳ​ສັ່ງ ຂໍ້​ເຕືອນ​ໃຈ ແລະ​ກົດ​ໝາຍ​ຂອງ​ເພິ່ນ​ດ້ວຍ​ສຸດ​ຫົວໃຈ​ສຸດ​ຊີວິດ+​ໂດຍ​ເຮັດ​ຕາມ​ທຸກ​ສິ່ງ​ທີ່​ຂຽນ​ໄວ້​ໃນ​ປຶ້ມ​ບັນທຶກ​ຂໍ້​ສັນຍາ​ນັ້ນ.+ 32  ກະສັດ​ຍັງ​ໄດ້​ໃຫ້​ທຸກ​ຄົນ​ທີ່​ຢູ່​ເມືອງ​ເຢຣູຊາເລັມ​ແລະ​ເຂດ​ເບັນຢາມິນ​ສັນຍາ​ແບບ​ດຽວ​ກັນ. ແລ້ວທຸກ​ຄົນ​ທີ່​ຢູ່​ຫັ້ນກໍ​ເຮັດ​ຕາມ​ທີ່​ສັນຍາ​ໄວ້​ກັບ​ພະເຈົ້າ​ຂອງ​ປູ່ຍ່າຕານາຍ​ຂອງ​ເຂົາ​ເຈົ້າ.+ 33  ໂຢສີຢາ​ໄດ້​ທຳລາຍຮູບ​ບູຊາ*​ທັງ​ໝົດ​ໃຫ້​ໝົດ​ໄປ​ຈາກ​ອິດສະຣາເອນ.+ ລາວ​ໄດ້ຊ່ວຍພວກ​ອິດສະຣາເອນ​ທຸກ​ຄົນ​ໃຫ້​ຮັບ​ໃຊ້​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຂົາ​ເຈົ້າ. ຕະຫຼອດ​ໄລຍະ​ທີ່​ໂຢສີຢາ​ມີ​ຊີວິດ​ຢູ່ ພວກ​ອິດສະຣາເອນ​ໄດ້​ເຊື່ອ​ຟັງ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ປູ່ຍ່າຕານາຍ​ຂອງ​ເຂົາ​ເຈົ້າ​ສະເໝີ.

ຂໍຄວາມໄຂເງື່ອນ

ລາວ​ມີ​ອີກ​ຊື່​ໜຶ່ງ​ວ່າ​ອັກໂບ​ໃນ 2ກສ 22:12
ລາວ​ມີ​ອີກ​ຊື່​ໜຶ່ງ​ວ່າ​ມີກາຢາ​ໃນ 2ກສ 22:12
ເປັນ​ສຳນວນ​ບົດ​ກອນ​ທີ່​ໝາຍເຖິງ​ຕາຍ
ຫຼື “ສັນຍາ​ສິ່ງ​ທີ່​ຄົນອື່ນ​ເຄີຍ​ສັນຍາ​ແລ້ວ​ໃຫ້​ກັບ​ມາ​ມີ​ຜົນ​ບັງຄັບ​ໃຊ້​ອີກ”
ຫຼື “ສິ່ງ​ທີ່​ພະເຈົ້າ​ຂີ້ດຽດ”