ຂ່າວຄາວ​ສະບັບ​ທີ​ສອງ 35:1-27

  • ໂຢສີຢາ​ຈັດ​ການ​ສະຫຼອງ​ປັດສະຄາ​ຢ່າງ​ຍິ່ງ​ໃຫຍ່ (1-​19)

  • ເນໂກ​ກະສັດ​ຂອງ​ເອຢິບ​ຂ້າ​ໂຢສີຢາ (20-​27)

35  ໃນ​ວັນ​ທີ 14 ຂອງ​ເດືອນ​ທີ 1+ ໂຢສີຢາ​ໄດ້​ຈັດ​ການ​ສະຫຼອງ​ປັດສະຄາ+​ໃຫ້​ພະ​ເຢໂຫວາ​ໃນ​ເມືອງ​ເຢຣູຊາເລັມ. ເຂົາ​ເຈົ້າ​ໄດ້​ຂ້າ​ສັດ​ສຳລັບ​ປັດສະຄາ.+  ໂຢສີຢາ​ໃຫ້​ພວກ​ປະໂລຫິດ​ກັບ​ມາ​ເຮັດ​ໜ້າ​ທີ່​ຂອງ​ໂຕເອງ​ແລະ​ກະຕຸ້ນ​ເຂົາ​ເຈົ້າ​ໃຫ້​ເຮັດ​ວຽກ​ຮັບ​ໃຊ້​ຢູ່​ວິຫານ​ຂອງ​ພະ​ເຢໂຫວາ.+  ຈາກ​ນັ້ນ ໂຢສີຢາ​ບອກ​ພວກ​ເລວີ​ທີ່​ເປັນ​ຄົນ​ບໍລິສຸດ​ສຳລັບ​ພະ​ເຢໂຫວາ​ແລະ​ເປັນ​ຜູ້​ສອນ​ພວກ​ອິດສະຣາເອນ+​ວ່າ: “ເອົາ​ຫີບ​ສັນຍາ​ທີ່​ບໍລິສຸດ​ໄປ​ໄວ້​ໃນ​ວິຫານ​ທີ່​ໂຊໂລໂມນ​ລູກ​ຊາຍ​ຂອງ​ດາວິດ​ກະສັດ​ຂອງ​ອິດສະຣາເອນ​ໄດ້​ສ້າງ.+ ພວກ​ເຈົ້າ​ບໍ່​ຕ້ອງ​ຫາມ​ຫີບ​ນັ້ນ​ອີກ​ແລ້ວ.+ ຕອນ​ນີ້​ໃຫ້​ພວກ​ເຈົ້າ​ຮັບ​ໃຊ້​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ແລະ​ຮັບ​ໃຊ້​ພວກ​ອິດສະຣາເອນ​ປະຊາຊົນ​ຂອງ​ເພິ່ນ.  ໃຫ້​ພວກ​ເຈົ້າ​ກຽມ​ໂຕ​ເພື່ອ​ເຮັດ​ໜ້າ​ທີ່​ຕາມ​ຈຸ້ມເຈື້ອ​ຂອງ​ໂຕເອງ​ຄື​ກັບ​ທີ່​ດາວິດ+​ກະສັດ​ຂອງ​ອິດສະຣາເອນ​ແລະ​ໂຊໂລໂມນ+​ລູກ​ຊາຍ​ຂອງ​ລາວ​ໄດ້​ຂຽນ​ໄວ້.  ໃຫ້​ພວກ​ເຈົ້າ​ໄປ​ຢືນ​ຢູ່​ບ່ອນ​ບໍລິສຸດ​ຕາມ​ຈຸ້ມເຈື້ອ​ຂອງ​ໂຕເອງ ແລະ​ໃນ​ແຕ່​ລະ​ກຸ່ມ​ໃຫ້​ມີຄອບຄົວ​ຄົນ​ເລວີຊ່ວຍ​ເຂົາ​ເຈົ້າ.  ໃຫ້​ພວກ​ເຈົ້າ​ຂ້າ​ສັດ​ເພື່ອ​ໃຊ້​ເປັນ​ເຄື່ອງ​ບູຊາ​ສຳລັບ​ປັດສະຄາ+ ເຮັດ​ໃຫ້​ໂຕເອງ​ສະອາດ* ແລະ​ໃຫ້​ພວກ​ເຈົ້າ​ກຽມ​ພ້ອມ​ເພື່ອ​ຊ່ວຍ​ພີ່ນ້ອງ​ຂອງ​ພວກ​ເຈົ້າ​ໃຫ້​ເຮັດ​ຕາມ​ທີ່​ພະ​ເຢໂຫວາ​ສັ່ງ​ໄວ້​ຜ່ານ​ທາງ​ໂມເຊ.”  ໂຢສີຢາ​ໄດ້​ເອົາ​ແກະ​ນ້ອຍ​ໂຕ​ຜູ້​ກັບ​ແບ້​ນ້ອຍ​ໂຕ​ຜູ້ 30.000 ໂຕ​ໃຫ້​ປະຊາຊົນ​ທີ່​ຢູ່​ຫັ້ນ​ເພື່ອ​ໃຊ້​ເປັນ​ເຄື່ອງ​ບູຊາ​ສຳລັບ​ປັດສະຄາ ແລະ​ລາວ​ຍັງ​ໄດ້​ເອົາ​ງົວ​ໃຫ້​ເຂົາ​ເຈົ້າ​ອີກ 3.000 ໂຕ. ທັງ​ໝົດ​ນີ້​ມາ​ຈາກ​ຝູງ​ສັດ​ຂອງ​ກະສັດ.+  ພວກ​ເຈົ້າ​ນາຍ​ຍັງ​ໄດ້​ບໍລິຈາກ​ສິ່ງ​ທີ່​ຈະໃຊ້​ເປັນເຄື່ອງ​ບູຊາ​ທີ່​ໃຫ້​ດ້ວຍ​ຄວາມ​ສະໝັກ​ໃຈ​ໃຫ້​ປະຊາຊົນ ພວກ​ປະໂລຫິດ ແລະ​ພວກເລວີ. ຮິນກີຢາ+ ເຊຄາຣີຢາ ແລະ​ເຢຮີເອນ​ທີ່​ເປັນ​ຜູ້​ເບິ່ງ​ແຍງ​ວິຫານ​ຂອງ​ພະເຈົ້າ​ທ່ຽງແທ້​ໄດ້​ເອົາ​ສັດ 2.600 ໂຕ​ໃຫ້​ພວກ​ປະໂລຫິດ​ເພື່ອ​ໃຊ້​ເປັນ​ເຄື່ອງ​ບູຊາ​ສຳລັບ​ປັດສະຄາ​ແລະ​ຍັງ​ໄດ້​ເອົາ​ງົວ​ໃຫ້​ເຂົາ​ເຈົ້າ​ອີກ 300 ໂຕ.  ໂກນານີຢາ​ກັບ​ພວກນ້ອງຊາຍຂອງ​ລາວ​ທີ່​ຊື່​ເຊມາຢາ ເນທາເນນ ລວມ​ທັງ​ຮາຊາບີຢາ ເຢອີເອນ ແລະ​ໂຢຊາບັດ​ທີ່​ເປັນ​ຫົວ​ໜ້າ​ຂອງ​ຄົນ​ເລວີ​ໄດ້​ເອົາ​ສັດ 5.000 ໂຕ​ເພື່ອ​ໃຊ້​ເປັນ​ເຄື່ອງ​ບູຊາ​ສຳລັບ​ປັດສະຄາ​ໃຫ້​ພວກເລວີ​ແລະ​ຍັງ​ໄດ້​ເອົາ​ງົວ​ໃຫ້​ເຂົາ​ເຈົ້າ​ອີກ 500 ໂຕ. 10  ເມື່ອ​ກຽມ​ທຸກ​ຢ່າງ​ແລ້ວ​ໆ​ ພວກ​ປະໂລຫິດ​ກໍ​ຢືນ​ຢູ່​ບ່ອນ​ຂອງ​ເຂົາ​ເຈົ້າ​ແລະ​ພວກເລວີ​ກໍ​ຢືນ​ຢູ່​ກຸ່ມ​ຂອງ​ໂຕເອງ+​ຕາມ​ທີ່​ກະສັດ​ສັ່ງ. 11  ເຂົາ​ເຈົ້າ​ຂ້າ​ສັດ​ເພື່ອ​ໃຊ້​ເປັນ​ເຄື່ອງ​ບູຊາ​ສຳລັບ​ປັດສະຄາ+ ແລ້ວ​ພວກ​ປະໂລຫິດ​ໄດ້​ເອົາ​ເລືອດ​ຂອງ​ສັດ​ຈາກ​ເຂົາ​ເຈົ້າ​ໄປ​ຊິດ​ໃສ່​ແທ່ນ​ບູຊາ+ ສ່ວນ​ພວກເລວີ​ກໍລອກ​ໜັງ​ສັດ.+ 12  ຈາກ​ນັ້ນ ພວກເລວີ​ໄດ້​ກຽມ​ເຄື່ອງ​ບູຊາ​ເຜົາ​ເພື່ອ​ຢາຍ​ໃຫ້​ປະຊາຊົນ​ຕາມ​ຈຸ້ມເຈື້ອ​ຂອງ​ເຂົາ​ເຈົ້າ. ແລ້ວ​ປະຊາຊົນ​ກໍ​ເອົາ​ເຄື່ອງ​ບູຊາ​ນັ້ນ​ໄປໃຫ້​ປະໂລຫິດເພື່ອ​ເຜົາ​ໃຫ້​ພະ​ເຢໂຫວາ​ຕາມ​ທີ່​ຂຽນ​ໄວ້​ໃນ​ກົດ​ໝາຍ​ຂອງ​ໂມເຊ. ເຂົາ​ເຈົ້າ​ເຮັດ​ແບບ​ດຽວ​ກັນ​ກັບ​ງົວ​ທັງ​ໝົດ. 13  ເຂົາ​ເຈົ້າ​ເອົາ​ເຄື່ອງ​ບູຊາ​ສຳລັບ​ປັດສະຄາ​ໄປ​ປີ້ງ​ຕາມ​ທີ່ຂຽນ​ໄວ້​ໃນ​ກົດ​ໝາຍ+ ແລະ​ເອົາ​ເຄື່ອງ​ບູຊາ​ທີ່​ບໍລິສຸດ​ໄປ​ຕົ້ມ​ໃນ​ໝໍ້​ແລະໝໍ້​ຂາງ. ຈາກ​ນັ້ນ ເຂົາ​ເຈົ້າ​ກໍ​ຟ້າວ​ເອົາ​ໄປ​ຢາຍ​ໃຫ້​ປະຊາຊົນ. 14  ສຸດທ້າຍ ພວກເລວີ​ກໍ​ກຽມ​ສັດ​ສຳລັບ​ໂຕເອງ​ແລະ​ສຳລັບ​ພວກ​ປະໂລຫິດ​ເພື່ອ​ເຜົາ​ເປັນ​ເຄື່ອງ​ບູຊາ​ແລະເພື່ອ​ກິນ. ພວກເລວີ​ເຮັດ​ແບບ​ນີ້​ກໍ​ຍ້ອນ​ວ່າ​ພວກ​ປະໂລຫິດ​ທີ່​ເປັນ​ລູກ​ຫຼານ​ຂອງ​ອາໂຣນ​ຕ້ອງ​ເຜົາ​ເຄື່ອງ​ບູຊາ​ກັບ​ນ້ຳມັນ​ຈົນ​ຮອດ​ຄ່ຳ. 15  ພວກ​ນັກຮ້ອງ​ທີ່​ເປັນ​ລູກ​ຫຼານ​ຂອງ​ອາສັບ+​ກໍ​ຢືນ​ຢູ່​ບ່ອນ​ຂອງ​ໂຕເອງ​ຕາມ​ທີ່​ດາວິດ+ ອາສັບ+ ເຮມານ ແລະ​ເຢດູທູນ+​ທີ່​ເປັນ​ຜູ້ພະຍາກອນ​ໃຫ້​ກະສັດ*​ໄດ້​ສັ່ງ​ໄວ້. ຄົນ​ຍາມ​ປະຕູ​ກໍ​ຢືນ​ຢູ່​ຕາມ​ປະຕູ​ຕ່າງ​ໆ​.+ ເຂົາ​ເຈົ້າ​ບໍ່​ຕ້ອງ​ປະ​ວຽກ​ຂອງ​ໂຕເອງ ເພາະ​ວ່າ​ພວກເລວີ​ທີ່​ເປັນ​ພີ່ນ້ອງ​ຂອງ​ເຂົາ​ເຈົ້າ​ໄດ້​ກຽມ​ສຳລັບ​ເຂົາ​ເຈົ້າ​ແລ້ວ. 16  ໃນ​ມື້​ນັ້ນ ເຂົາ​ເຈົ້າ​ໄດ້ສະຫຼອງປັດສະຄາ​ໃຫ້​ພະ​ເຢໂຫວາ+ ແລະ​ເຜົາ​ເຄື່ອງ​ບູຊາ​ເຜົາ​ຢູ່​ແທ່ນ​ບູຊາ​ຂອງ​ພະ​ເຢໂຫວາ​ຕາມ​ທີ່​ກະສັດ​ໂຢສີຢາ​ສັ່ງ.+ 17  ໃນ​ຕອນ​ນັ້ນ ພວກ​ອິດສະຣາເອນທີ່​ລວມ​ກັນ​ຢູ່​ເມືອງ​ເຢຣູຊາເລັມໄດ້​ສະຫຼອງ​ປັດສະຄາ. ຫຼັງ​ຈາກ​ນັ້ນ ເຂົາ​ເຈົ້າ​ກໍ​ສະຫຼອງ​ເທດສະການ​ກິນ​ເຂົ້າຈີ່​ບໍ່​ມີ​ເຊື້ອ​ອີກ 7 ມື້.+ 18  ນັບ​ຕັ້ງ​ແຕ່​ສະໄໝ​ຂອງ​ຜູ້ພະຍາກອນ​ຊາມູເອນ​ກໍ​ບໍ່​ເຄີຍ​ມີການ​ສະຫຼອງ​ການ​ປັດສະຄາ​ແບບ​ນີ້​ໃນ​ອິດສະຣາເອນ​ເລີຍ. ບໍ່​ມີ​ກະສັດ​ອິດສະຣາເອນ​ອົງ​ໃດ​ທີ່​ຈັດ​ການ​ສະຫຼອງ​ປັດສະຄາ​ນຳ​ກັນ​ກັບ​ພວກ​ປະໂລຫິດ ພວກເລວີ ພວກ​ຢູດາ ພວກ​ອິດສະຣາເອນ​ທີ່​ມາ​ເມືອງ​ເຢຣູຊາເລັມ​ແລະ​ຄົນ​ໃນ​ເມືອງ​ເຢຣູຊາເລັມ​ຄື​ກັບ​ທີ່​ໂຢສີຢາ​ໄດ້​ເຮັດ.+ 19  ການ​ສະຫຼອງ​ປັດສະຄາ​ເທື່ອ​ນີ້​ຈັດ​ໃນ​ປີ​ທີ 18 ທີ່​ໂຢສີຢາ​ປົກຄອງ. 20  ຫຼັງ​ຈາກ​ສະຫຼອງ​ປັດສະຄາ​ແລ້ວ​ໆ​ ໂຢສີຢາ​ກໍ​ແປງ​ວິຫານ. ເມື່ອແປງວິຫານ​ແລ້ວ​ໆ​ ເນໂກ+​ກະສັດ​ຂອງ​ເອຢິບ​ໄດ້​ມາ​ຕໍ່ສູ້​ຢູ່​ເມືອງ​ກາເກມິດ​ໃກ້​ກັບ​ແມ່​ນ້ຳ​ເອິຟາຣາດ. ໂຢສີຢາ​ຈຶ່ງ​ອອກ​ໄປ​ຕໍ່ສູ້​ກັບ​ລາວ.+ 21  ກະສັດ​ເນໂກ​ຈຶ່ງ​ໃຫ້​ຄົນ​ໄປ​ບອກ​ໂຢສີຢາ​ວ່າ: “ກະສັດ​ຢູດາ ເປັນ​ຫຍັງ​ເຈົ້າ​ຈຶ່ງ​ມາ​ຕໍ່ສູ້​ຂ້ອຍ? ຂ້ອຍ​ບໍ່​ໄດ້​ມາ​ຕໍ່ສູ້​ເຈົ້າ ແຕ່​ຂ້ອຍ​ກຳລັງ​ຈະ​ໄປ​ຕໍ່ສູ້​ກັບປະເທດອື່ນ. ພະເຈົ້າ​ບອກ​ໃຫ້​ຂ້ອຍ​ຟ້າວ​ໄປ. ເຈົ້າ​ຢ່າ​ມາ​ຂັດ​ຂວາງ​ພະເຈົ້າ ຍ້ອນ​ວ່າ​ເພິ່ນ​ຢູ່​ນຳ​ຂ້ອຍ. ຄັນ​ບໍ່​ຊັ້ນ ເພິ່ນ​ຈະ​ທຳລາຍ​ເຈົ້າ.” 22  ໂຢສີຢາ​ບໍ່​ຍອມ​ກັບ​ເມືອ ແຕ່​ລາວ​ປອມ​ໂຕ​ໄປ+​ຕໍ່ສູ້​ກັບ​ເນໂກ. ລາວ​ບໍ່​ຟັງ​ສິ່ງ​ທີ່​ເນໂກ​ເວົ້າ​ເຊິ່ງມາ​ຈາກ​ພະເຈົ້າ. ໂຢສີຢາ​ໄປ​ຕໍ່ສູ້​ຢູ່​ທົ່ງພຽງ​ເມກິດໂດ.+ 23  ພວກ​ທະຫານ​ຍິງ​ທະນູ​ຖືກ​ກະສັດ​ໂຢສີຢາ. ລາວ​ຈຶ່ງ​ບອກ​ພວກ​ທະຫານ​ຂອງ​ລາວ​ວ່າ: “ຂ້ອຍ​ບາດເຈັບ​ໜັກ​ຫຼາຍ ພາ​ຂ້ອຍ​ອອກ​ໄປ​ຈາກ​ບ່ອນ​ນີ້.” 24  ພວກ​ທະຫານ​ຈຶ່ງ​ພາ​ໂຢສີຢາ​ລົງ​ຈາກ​ລົດ​ຮົບ​ຄັນ​ທີ່​ລາວ​ຢູ່ ແລ້ວ​ພາ​ໄປ​ຂຶ້ນ​ລົດ​ຮົບ​ອີກ​ຄັນ​ໜຶ່ງ​ເພື່ອ​ພາ​ລາວ​ກັບ​ເມືອ​ເມືອງ​ເຢຣູຊາເລັມ. ຕໍ່ມາ​ໂຢສີຢາ​ກໍ​ຕາຍ ແລະ​ເຂົາ​ເຈົ້າ​ຝັງ​ລາວ​ໄວ້​ກັບ​ປູ່ຍ່າຕານາຍ​ຂອງ​ລາວ.+ ຄົນ​ຢູດາ​ແລະ​ຄົນ​ໃນ​ເມືອງ​ເຢຣູຊາເລັມ​ໄດ້​ໄວ້ທຸກ​ໃຫ້​ລາວ. 25  ເຢເຣມີຢາ+​ຮ້ອງ​ເພງ​ໄວ້ທຸກ​ໃຫ້​ໂຢສີຢາ ແລະ​ພວກ​ນັກຮ້ອງທຸກ​ຄົນ​ທັງ​ຜູ້​ຊາຍ​ຜູ້​ຍິງ+​ກໍຮ້ອງ​ເພງ​ໄວ້ທຸກ​ໃຫ້​ໂຢສີຢາ​ຈົນ​ຮອດ​ທຸກ​ມື້​ນີ້. ມີ​ຄຳ​ສັ່ງ​ໃຫ້​ຮ້ອງ​ເພງ​ເຫຼົ່ານີ້​ໃນ​ອິດສະຣາເອນ ແລະ​ເພງ​ເຫຼົ່ານີ້​ກໍ​ຖືກ​ເອົາ​ມາ​ໃສ່​ໄວ້​ໃນ​ປຶ້ມ​ເພງ​ໄວ້ທຸກ. 26  ເລື່ອງ​ຕ່າງ​ໆ​ຂອງ​ໂຢສີຢາ ສິ່ງ​ທີ່​ລາວ​ເຮັດ​ດ້ວຍ​ຄວາມ​ຮັກ​ທີ່​ໝັ້ນຄົງ ສິ່ງ​ທີ່​ລາວ​ເຮັດ​ຕາມ​ທີ່​ຂຽນ​ໄວ້​ໃນ​ກົດ​ໝາຍ​ຂອງ​ພະ​ເຢໂຫວາ 27  ແລະ​ສິ່ງ​ອື່ນ​ໆ​ທັງ​ໝົດ​ທີ່​ລາວ​ເຮັດ​ຕັ້ງ​ແຕ່​ຕົ້ນ​ຈົນ​ຈົບ​ກໍ​ຂຽນ​ໄວ້​ໃນ​ປຶ້ມ​ຂອງ​ພວກ​ກະສັດ​ອິດສະຣາເອນ​ແລະ​ພວກ​ກະສັດ​ຢູດາ.+

ຂໍຄວາມໄຂເງື່ອນ

ໝາຍເຖິງ​ເຮັດ​ໃຫ້​ພະເຈົ້າ​ຍອມຮັບ ແລະ​ບໍ່​ໄດ້​ໝາຍເຖິງ​ສະອາດ​ໂດຍ​ການ​ອາບ​ນ້ຳ
ແປ​ຕາມ​ໂຕ​ວ່າ “ຜູ້​ອະທິບາຍ​ນິມິດ​ໃຫ້​ກະສັດ”