ຂ່າວຄາວ​ສະບັບ​ທີ​ສອງ 36:1-23

  • ເຢໂຮອາຮາດ​ເປັນ​ກະສັດ​ປົກຄອງ​ຢູດາ (1-​3)

  • ເຢໂຮຢາກີມ​ເປັນ​ກະສັດ​ປົກຄອງ​ຢູດາ (4-​8)

  • ເຢໂຮຢາກິນ​ເປັນ​ກະສັດ​ປົກຄອງ​ຢູດາ (9, 10)

  • ເຊເດກີຢາ​ເປັນ​ກະສັດ​ປົກຄອງ​ຢູດາ (11-​14)

  • ເມືອງ​ເຢຣູຊາເລັມ​ຖືກ​ທຳລາຍ (15-​21)

  • ໄຊຣັດ​ອອກ​ຄຳ​ສັ່ງ​ໃຫ້​ສ້າງ​ວິຫານ​ຄືນ​ໃໝ່ (22, 23)

36  ປະຊາຊົນ​ໄດ້​ແຕ່ງຕັ້ງ​ເຢໂຮອາຮາດ+​ລູກ​ຊາຍ​ຂອງ​ໂຢສີຢາ​ເປັນ​ກະສັດ​ປົກຄອງ​ຢູ່​ເມືອງ​ເຢຣູຊາເລັມ​ແທນ​ພໍ່​ຂອງ​ລາວ.+  ເຢໂຮອາຮາດ​ເປັນ​ກະສັດ​ຕອນ​ອາຍຸ 23 ປີ ແລະ​ລາວ​ປົກຄອງ​ຢູ່​ເມືອງ​ເຢຣູຊາເລັມ 3 ເດືອນ.  ແຕ່​ກະສັດ​ເອຢິບ​ປົດ​ລາວ​ບໍ່​ໃຫ້​ເປັນ​ກະສັດ​ຢູ່​ເມືອງ​ເຢຣູຊາເລັມ​ແລະ​ປັບ​ໄໝ​ຢູດາ​ເປັນ​ເງິນ​ໜັກ 100 ຕະລັນ*​ແລະ​ຄຳ​ໜັກ 1 ຕະລັນ.*+  ກະສັດ​ເອຢິບ​ໄດ້​ຕັ້ງ​ເອລີຢາກີມ​ອ້າຍ​ຂອງ​ເຢໂຮອາຮາດ​ເປັນ​ກະສັດ​ປົກຄອງ​ຢູດາ​ແລະ​ເຢຣູຊາເລັມ ແລະ​ປ່ຽນ​ຊື່​ລາວ​ເປັນ​ເຢໂຮຢາກີມ. ຈາກ​ນັ້ນ ເນໂກ+​ກະສັດ​ຂອງ​ເອຢິບ​ໄດ້ຈັບ​ເຢໂຮອາຮາດ​ໄປ​ເອຢິບ.+  ເຢໂຮຢາກີມ+​ເປັນ​ກະສັດ​ຕອນ​ອາຍຸ 25 ປີ ແລະ​ລາວ​ປົກຄອງ​ຢູ່​ເມືອງ​ເຢຣູຊາເລັມ 11 ປີ. ລາວ​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ພະເຈົ້າ​ຂອງ​ລາວ​ເບິ່ງ​ວ່າ​ຊົ່ວ.+  ເນບູກາດເນັດຊາ+​ກະສັດ​ຂອງ​ບາບີໂລນ​ໄດ້​ມາ​ໂຈມຕີ​ເຢໂຮຢາກີມ. ເນບູກາດເນັດຊາ​ໄດ້​ເອົາ​ໂສ້​ທອງແດງ 2 ເສັ້ນ​ລ່າມ​ລາວ ແລະ​ພາ​ລາວ​ໄປ​ບາບີໂລນ.+  ເນບູກາດເນັດຊາ​ເອົາ​ເຄື່ອງໃຊ້​ບາງ​ສ່ວນ​ຢູ່​ວິຫານ​ຂອງ​ພະ​ເຢໂຫວາ​ໄປ​ບາບີໂລນ ແລະ​ເອົາ​ໄປ​ໄວ້​ໃນ​ວັງ​ຂອງ​ລາວ​ຢູ່​ບາບີໂລນ.+  ເລື່ອງ​ຕ່າງ​ໆ​ຂອງ​ເຢໂຮຢາກີມ ສິ່ງ​ຕ່າງ​ໆ​ທີ່​ເປັນ​ຕາ​ຂີ້ດຽດ​ທີ່​ລາວ​ເຮັດ ແລະຄວາມ​ຊົ່ວ​ທຸກ​ຢ່າງ​ຂອງ​ລາວກໍ​ຂຽນ​ໄວ້​ໃນ​ປຶ້ມ​ຂອງ​ພວກ​ກະສັດ​ອິດສະຣາເອນ​ແລະ​ພວກ​ກະສັດ​ຢູດາ. ເຢໂຮຢາກິນ​ລູກ​ຊາຍ​ຂອງ​ລາວ​ກໍ​ເປັນ​ກະສັດ​ແທນ.+  ເຢໂຮຢາກິນ+​ເປັນ​ກະສັດ​ຕອນ​ອາຍຸ 18 ປີ ແລະ​ລາວ​ປົກຄອງ​ຢູ່​ເມືອງ​ເຢຣູຊາເລັມ 3 ເດືອນ​ກັບ 10 ມື້. ລາວ​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ເບິ່ງ​ວ່າ​ຊົ່ວ.+ 10  ໃນຕອນ​ຕົ້ນ​ປີ* ກະສັດ​ເນບູກາດເນັດຊາ​ໄດ້​ໃຫ້​ຄົນ​ມາ​ຈັບ​ເຢໂຮຢາກິນ​ໄປ​ບາບີໂລນ+​ແລະ​ເອົາເຄື່ອງ​ທີ່​ມີ​ຄ່າ​ຕ່າງ​ໆ​ທີ່​ຢູ່ໃນ​ວິຫານ​ຂອງ​ພະ​ເຢໂຫວາ​ໄປ​ນຳ.+ ເນບູກາດເນັດຊາ​ໄດ້​ແຕ່ງຕັ້ງ​ເຊເດກີຢາ​ອາວ​ຂອງ​ເຢໂຮຢາກິນ​ໃຫ້​ເປັນ​ກະສັດ​ປົກຄອງ​ຢູດາ​ແລະ​ເຢຣູຊາເລັມ.+ 11  ເຊເດກີຢາ+​ເປັນ​ກະສັດ​ຕອນ​ອາຍຸ 21 ປີ ແລະ​ລາວ​ປົກຄອງ​ຢູ່​ເມືອງ​ເຢຣູຊາເລັມ 11 ປີ.+ 12  ລາວ​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ພະເຈົ້າ​ຂອງ​ລາວ​ເບິ່ງ​ວ່າ​ຊົ່ວ. ລາວ​ບໍ່​ໄດ້​ຖ່ອມ​ໂຕ​ເມື່ອ​ຜູ້ພະຍາກອນ​ເຢເຣມີຢາ+​ເຕືອນລາວ​ຕາມ​ຄຳ​ສັ່ງ​ຂອງ​ພະ​ເຢໂຫວາ. 13  ກະສັດ​ເນບູກາດເນັດຊາ​ເຄີຍ​ບັງຄັບ​ໃຫ້​ເຊເດກີຢາ​ສາບານ​ຕໍ່​ໜ້າ​ພະເຈົ້າ​ວ່າ​ຈະເຊື່ອ​ຟັງລາວ ແຕ່​ຕໍ່ມາ​ເຊເດກີຢາ​ບໍ່​ໄດ້​ເຮັດ​ຕາມ​ຄຳ​ສາບານ​ແລະກະບົດຕໍ່​ເນບູກາດເນັດຊາ.+ ເຊເດກີຢາ​ເປັນຄົນຫົວ​ແຂງ ລາວ​ບໍ່​ຍອມ​ກັບ​ມາ​ຫາ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ອິດສະຣາເອນ. 14  ພວກ​ຫົວ​ໜ້າ​ປະໂລຫິດ​ກັບ​ປະຊາຊົນ​ກໍ​ພາກັນ​ບໍ່​ສັດຊື່ຫຼາຍ​ຂຶ້ນ​ເລື້ອຍ​ໆ​. ເຂົາ​ເຈົ້າ​ເຮັດ​ສິ່ງ​ທີ່ພະເຈົ້າ​ຂີ້ດຽດຄື​ກັບ​ຊາດ​ອື່ນ​ໆ​ກຳລັງ​ເຮັດ ແລະ​ເຂົາ​ເຈົ້າ​ເຮັດ​ໃຫ້​ວິຫານ​ຂອງ​ພະ​ເຢໂຫວາ+​ທີ່​ເພິ່ນ​ເຮັດ​ໃຫ້​ບໍລິສຸດ​ແລ້ວ​ໃນ​ເມືອງ​ເຢຣູຊາເລັມບໍ່​ເໝາະສົມ​ກັບ​ການ​ນະມັດສະການ. 15  ພະ​ເຢໂຫວາ​ພະເຈົ້າ​ຂອງ​ປູ່ຍ່າຕານາຍ​ຂອງ​ເຂົາ​ເຈົ້າ​ໄດ້​ໃຫ້​ຜູ້​ສົ່ງ​ຂ່າວ​ຂອງ​ເພິ່ນ​ມາ​ເຕືອນ​ເຂົາ​ເຈົ້າ​ຫຼາຍ​ເທື່ອ ຍ້ອນ​ເພິ່ນ​ອີ່ຕົນ​ປະຊາຊົນ​ຂອງ​ເພິ່ນ​ແລະ​ບໍ່​ຢາກ​ໃຫ້ວິຫານ​ຖືກ​ທຳລາຍ. 16  ແຕ່​ເຂົາ​ເຈົ້າ​ເຍາະເຍີ້ຍ​ຜູ້​ສົ່ງ​ຂ່າວ​ຂອງ​ພະເຈົ້າ​ທ່ຽງແທ້+ ດູຖູກ​ຄຳ​ເຕືອນ​ຂອງ​ເພິ່ນ+ ແລະ​ດູຖູກ​ຜູ້ພະຍາກອນ​ຂອງ​ເພິ່ນ+ ພະ​ເຢໂຫວາ​ຈຶ່ງ​ໃຈ​ຮ້າຍ​ໃຫ້​ເຂົາ​ເຈົ້າ​ຫຼາຍ+​ຈົນບໍ່​ມີ​ວິທີ​ທີ່​ຈະ​ຊ່ວຍ​ເຂົາ​ເຈົ້າ​ໄດ້. 17  ເພິ່ນ​ຈຶ່ງ​ໃຫ້​ກະສັດ​ຂອງ​ພວກ​ການເດອາ+​ມາ​ຂ້າຄົນ​ໜຸ່ມດ້ວຍ​ດາບ+​ໃນ​ວິຫານ​ຂອງ​ເຂົາ​ເຈົ້າ.+ ລາວ​ບໍ່​ອີ່ຕົນ​ຜູ້​ບ່າວຜູ້​ສາວ ຜູ້​ເຖົ້າ​ຫຼືຄົນ​ທີ່​ເຈັບ​ປ່ວຍ.+ ພະເຈົ້າ​ໄດ້​ມອບ​ທຸກ​ສິ່ງ​ທຸກ​ຢ່າງ​ໄວ້​ໃນ​ມື​ກະສັດ​ຂອງ​ພວກ​ການເດອາ.+ 18  ເຄື່ອງໃຊ້​ທຸກ​ຢ່າງ​ທັງ​ອັນ​ນ້ອຍ​ອັນ​ໃຫຍ່​ທີ່​ຢູ່​ໃນ​ວິຫານ​ຂອງ​ພະເຈົ້າ​ທ່ຽງແທ້​ກັບ​ຊັບ​ສົມບັດ​ທີ່​ຢູ່​ໃນ​ວິຫານ​ຂອງ​ພະ​ເຢໂຫວາ ແລະ​ຊັບ​ສົມບັດ​ຂອງ​ກະສັດ​ກັບ​ຂອງ​ພວກ​ເຈົ້າ​ນາຍ ລາວ​ໄດ້​ເອົາ​ໄປ​ບາບີໂລນ​ຈົນ​ໝົດ.+ 19  ລາວ​ຈູດ​ວິຫານ​ຂອງ​ພະເຈົ້າ​ທ່ຽງແທ້+ ທຳລາຍ​ກຳແພງ​ເມືອງ​ເຢຣູຊາເລັມ+ ຈູດ​ປ້ອມ​ທັງ​ໝົດ ແລະ​ທຳລາຍ​ທຸກ​ສິ່ງ​ທີ່​ມີ​ຄ່າ.+ 20  ຄົນ​ທີ່​ບໍ່​ຖືກ​ຂ້າ+ ລາວ​ກໍ​ຈັບ​ໄປ​ບາບີໂລນ​ເພື່ອ​ຮັບ​ໃຊ້​ລາວ+​ແລະ​ພວກ​ລູກ​ຫຼານ​ຂອງ​ລາວ​ຈົນ​ຮອດ​ຕອນ​ທີ່​ເປີເຊຍ​ເລີ່ມປົກຄອງ​ບາບີໂລນ.+ 21  ເລື່ອງ​ນີ້​ເກີດ​ຂຶ້ນ​ແທ້​ຕາມ​ທີ່​ພະ​ເຢໂຫວາ​ໄດ້​ເວົ້າ​ຜ່ານ​ທາງ​ເຢເຣມີຢາ.+ ແຜ່ນດິນ​ຖືກ​ປະ​ໄວ້​ໃຫ້​ຮ້າງ​ເປົ່າ​ຈົນ​ຄົບ​ຈຳນວນ​ປີ​ທີ່​ດິນ​ນັ້ນ​ຄວນ​ພັກ​ຕາມ​ກົດ​ໝາຍ​ເລື່ອງ​ປີ​ຊະບາໂຕ.+ ແຜ່ນດິນ​ນັ້ນ​ໄດ້​ພັກ​ຈົນ​ຄົບ 70 ປີ.+ 22  ໃນ​ປີ​ທຳອິດ*​ທີ່​ໄຊຣັດ+​ກະສັດ​ຂອງ​ເປີເຊຍປົກຄອງ ພະ​ເຢໂຫວາ​ໄດ້​ໃຫ້​ສິ່ງ​ທີ່​ເພິ່ນ​ເວົ້າ​ໄວ້​ຜ່ານ​ທາງ​ເຢເຣມີຢາ+​ເກີດ​ຂຶ້ນ​ແທ້. ພະ​ເຢໂຫວາ​ໄດ້ກະຕຸ້ນ​ໃຈໄຊຣັດ​ກະສັດ​ຂອງ​ເປີເຊຍ​ໃຫ້​ປະກາດ​ໄປ​ທົ່ວ​ປະເທດ​ແລະ​ໃຫ້​ຂຽນ​ຄຳ​ປະກາດ​ນັ້ນ​ໄວ້​ນຳ. ຄຳ​ປະກາດ​ນັ້ນ​ຂຽນ+​ວ່າ: 23  “ຂ້ອຍໄຊຣັດ​ກະສັດ​ຂອງ​ເປີເຊຍ​ບອກ​ວ່າ ‘ພະ​ເຢໂຫວາ​ພະເຈົ້າ​ທີ່​ຢູ່​ໃນ​ສະຫວັນ​ໄດ້​ມອບ​ທຸກ​ປະເທດ​ໃນ​ໂລກ​ນີ້​ໃຫ້​ຂ້ອຍ+ ແລະ​ເພິ່ນ​ສັ່ງ​ຂ້ອຍ​ໃຫ້​ສ້າງ​ວິຫານ​ໃຫ້​ເພິ່ນ​ໃນ​ເມືອງ​ເຢຣູຊາເລັມ​ທີ່​ຢູ່​ໃນ​ຢູດາ.+ ໃຜ​ກໍ​ຕາມ​ທີ່​ເປັນ​ປະຊາຊົນ​ຂອງ​ພະ​ເຢໂຫວາ ຂໍ​ໃຫ້​ເພິ່ນ​ຢູ່​ກັບ​ລາວ​ແລະ​ໃຫ້​ລາວກັບ​ເມືອ​ເມືອງ​ເຢຣູຊາເລັມ.’”+

ຂໍຄວາມໄຂເງື່ອນ

3.420 ກິໂລ​ກຣາມ. ເບິ່ງ​ພາກ​ຜະໜວກ ຂ14.
34,2 ກິໂລ​ກຣາມ
ອາດ​ໝາຍເຖິງ​ລະດູ​ໃບ​ໄມ້​ປົ່ງ​ໃນ​ອິດສະຣາເອນ (ເລີ່ມ​ຕົ້ນ​ໃນ​ເດືອນ​ມີນາ​ຫຼື​ເມສາ). ເບິ່ງ​ພາກ​ຜະໜວກ ຂ15.
ອາດ​ໝາຍເຖິງ​ປີ​ທຳອິດ​ທີ່​ໄຊຣັດ​ປົກຄອງ​ບາບີໂລນ