ຂ່າວຄາວສະບັບທີສອງ 7:1-22
7 ຫຼັງຈາກໂຊໂລໂມນອະທິດຖານແລ້ວໆ+ກໍມີໄຟຕົກລົງມາຈາກຟ້າ+ມາເຜົາເຄື່ອງບູຊາເຜົາແລະເຄື່ອງບູຊາອື່ນໆ ແລະແສງລັດສະໝີຂອງພະເຢໂຫວາກໍແຜ່ກະຈາຍຢູ່ທົ່ວວິຫານ.+
2 ພວກປະໂລຫິດເຂົ້າໄປໃນວິຫານຂອງພະເຢໂຫວາບໍ່ໄດ້ຍ້ອນວ່າແສງລັດສະໝີຂອງພະເຢໂຫວາແຜ່ກະຈາຍຢູ່ທົ່ວວິຫານຂອງພະເຢໂຫວາ.+
3 ເມື່ອພວກອິດສະຣາເອນເຫັນໄຟຕົກລົງມາຈາກຟ້າແລະແສງລັດສະໝີຂອງພະເຢໂຫວາແຜ່ກະຈາຍຢູ່ທົ່ວວິຫານ ເຂົາເຈົ້າກໍໝູບໜ້າລົງພື້ນແລະເວົ້າຂອບໃຈພະເຢໂຫວາວ່າ: “ພະອົງດີແທ້ໆ ພະອົງມີຄວາມຮັກທີ່ໝັ້ນຄົງຕະຫຼອດໄປ.”
4 ຈາກນັ້ນ ກະສັດໂຊໂລໂມນກັບພວກອິດສະຣາເອນທຸກຄົນກໍເຜົາເຄື່ອງບູຊາໃຫ້ພະເຢໂຫວາ.+
5 ກະສັດໂຊໂລໂມນເຜົາງົວ 22.000 ໂຕແລະແກະ 120.000 ໂຕ. ແລ້ວກະສັດກັບພວກອິດສະຣາເອນກໍພາກັນສະຫຼອງຍ້ອນວິຫານຂອງພະເຈົ້າທ່ຽງແທ້ສ້າງແລ້ວໆ.+
6 ພວກປະໂລຫິດແລະພວກເລວີຢືນຢູ່ບ່ອນຂອງໂຕເອງ. ພວກເລວີຖືເຄື່ອງດົນຕີຕ່າງໆທີ່ໃຊ້ໃນການຮ້ອງເພງສັນລະເສີນພະເຢໂຫວາ.+ (ກະສັດດາວິດເຮັດເຄື່ອງດົນຕີເຫຼົ່ານີ້ໄວ້ເພື່ອຈະຂອບໃຈແລະສັນລະເສີນພະເຢໂຫວານຳເຂົາເຈົ້າ*ແລະຮ້ອງເພງວ່າ “ເພິ່ນມີຄວາມຮັກທີ່ໝັ້ນຄົງຕະຫຼອດໄປ.”) ພວກປະໂລຫິດເປົ່າແກ+ຢູ່ກົງກັນຂ້າມກັບພວກເລວີ ແລະພວກອິດສະຣາເອນກໍຢູ່ຫັ້ນຄືກັນ.
7 ໂຊໂລໂມນໄດ້ເຮັດໃຫ້ທາງກາງຂອງເດີ່ນທີ່ຢູ່ຕໍ່ໜ້າວິຫານຂອງພະເຢໂຫວາບໍລິສຸດເພື່ອຈະເຜົາເຄື່ອງບູຊາເຜົາ+ແລະນ້ຳມັນຂອງສັດຈາກເຄື່ອງບູຊາສ້າງຄວາມສະຫງົບສຸກ ຍ້ອນວ່າແທ່ນບູຊາທອງແດງ+ທີ່ໂຊໂລໂມນເຮັດນ້ອຍໂພດທີ່ຈະເອົາເຄື່ອງບູຊາເຜົາ ເຄື່ອງບູຊາທີ່ເຮັດຈາກເມັດເຂົ້າ+ ແລະນ້ຳມັນຂອງສັດມາເຜົານຳກັນ.+
8 ໃນຕອນນັ້ນ ໂຊໂລໂມນໄດ້ຈັດການສະຫຼອງທີ່ຍິ່ງໃຫຍ່ໃຫ້ພວກອິດສະຣາເອນ 7 ມື້.+ ຄົນຈຳນວນຫຼາຍຕັ້ງແຕ່ເລໂບຮາມັດ*ຈົນຮອດຮ່ອມພູ*ຂອງເອຢິບກໍພາກັນມາຮ່ວມການສະຫຼອງນີ້.+
9 ເຂົາເຈົ້າສະຫຼອງການອຸທິດແທ່ນບູຊາ 7 ມື້. ຫຼັງຈາກນັ້ນກໍສະຫຼອງເທດສະການ*ອີກ 7 ມື້ ແລະໃນມື້ທີ 8* ເຂົາເຈົ້າໄດ້ຈັດການປະຊຸມພິເສດ.+
10 ໃນວັນທີ 23 ຂອງເດືອນທີ 7 ໂຊໂລໂມນໄດ້ໃຫ້ປະຊາຊົນກັບເມືອເຮືອນ. ເຂົາເຈົ້າກໍກັບເມືອຢ່າງມີຄວາມສຸກ+ແລະດ້ວຍຄວາມດີໃຈ ຍ້ອນພະເຢໂຫວາໄດ້ເຮັດສິ່ງດີໆຕໍ່ດາວິດ ຕໍ່ໂຊໂລໂມນ ແລະຕໍ່ພວກອິດສະຣາເອນປະຊາຊົນຂອງເພິ່ນ.+
11 ໃນທີ່ສຸດ ໂຊໂລໂມນກໍໄດ້ເຮັດທຸກສິ່ງສຳເລັດຕາມທີ່ວາງແຜນໄວ້.+ ລາວໄດ້ສ້າງວິຫານຂອງພະເຢໂຫວາ ວັງຂອງໂຕເອງ+ ແລະທຸກສິ່ງທຸກຢ່າງທີ່ລາວຢາກເຮັດສຳລັບວິຫານຂອງພະເຢໂຫວາແລະວັງຂອງໂຕເອງ.
12 ໃນຕອນກາງຄືນ ພະເຢໂຫວາມາຫາໂຊໂລໂມນ+ທາງຄວາມຝັນແລະເວົ້າກັບລາວວ່າ: “ເຮົາໄດ້ຍິນຄຳອະທິດຖານຂອງເຈົ້າແລ້ວ ແລະເຮົາໄດ້ເລືອກວິຫານນີ້ເປັນບ່ອນເຜົາເຄື່ອງບູຊາໃຫ້ເຮົາ.+
13 ເມື່ອເຮົາປິດທ້ອງຟ້າໄວ້ບໍ່ໃຫ້ຝົນຕົກ ຫຼືໃຫ້ຕັກກະແຕນມາກິນຜົນລະປູກຢູ່ແຜ່ນດິນນີ້ ຫຼືໃຫ້ມີໂລກລະບາດເກີດຂຶ້ນກັບປະຊາຊົນຂອງເຮົາ
14 ຖ້າປະຊາຊົນທີ່ຖືກເອີ້ນຕາມຊື່ຂອງເຮົາ+ຖ່ອມໂຕ+ ຊອກຫາເຮົາ ແລະເຊົາເຮັດສິ່ງທີ່ຊົ່ວ+ ເຮົາກໍຈະຟັງແລະຍົກໂທດຄວາມຜິດທີ່ເຂົາເຈົ້າໄດ້ເຮັດ ແລະເຮັດໃຫ້ແຜ່ນດິນນີ້ກັບມາອຸດົມສົມບູນອີກເທື່ອໜຶ່ງ.+
15 ເຮົາຈະສົນໃຈ*ແລະຟັງຄຳອະທິດຖານຂອງຄົນທີ່ມາອະທິດຖານຢູ່ນີ້.+
16 ເຮົາໄດ້ເລືອກວິຫານຫຼັງນີ້ແລະເຮັດໃຫ້ບໍລິສຸດແລ້ວເພື່ອຊື່ຂອງເຮົາຈະຢູ່ນີ້ຕະຫຼອດໄປ.+ ເຮົາຈະປົກປ້ອງແລະເບິ່ງແຍງວິຫານນີ້ສະເໝີ.+
17 ຖ້າເຈົ້າໃຊ້ຊີວິດຕາມແນວທາງຂອງເຮົາຄືກັບດາວິດພໍ່ຂອງເຈົ້າ ເຮັດທຸກສິ່ງຕາມທີ່ເຮົາສັ່ງເຈົ້າ ເຊື່ອຟັງກົດໝາຍຂອງເຮົາ ແລະເຮັດຕາມການຕັດສິນຂອງເຮົາ+
18 ເຮົາກໍຈະໃຫ້ການປົກຄອງຂອງເຈົ້າໝັ້ນຄົງ+ຄືກັບທີ່ເຮົາໄດ້ສັນຍາໄວ້ກັບດາວິດພໍ່ຂອງເຈົ້າ+ທີ່ວ່າ ‘ຈະມີແຕ່ລູກຫຼານຂອງເຈົ້າປົກຄອງອິດສະຣາເອນຕະຫຼອດໄປ.’+
19 ແຕ່ຖ້າເຈົ້າບໍ່ໃຊ້ຊີວິດຕາມແນວທາງຂອງເຮົາ ບໍ່ເຮັດຕາມຄຳສັ່ງແລະກົດໝາຍທີ່ເຮົາໃຫ້ເຈົ້າ ແລ້ວໄປຂາບໄຫວ້ແລະຮັບໃຊ້ພະເຈົ້າອື່ນ+
20 ເຮົາຈະຫຼົກພວກອິດສະຣາເອນໝົດຮາກໝົດເຫງົ້າອອກຈາກແຜ່ນດິນທີ່ເຮົາເອົາໃຫ້ເຂົາເຈົ້າ+ ແລະເຮົາກໍຈະປະຖິ້ມວິຫານທີ່ເຮົາເຮັດໃຫ້ບໍລິສຸດສຳລັບຊື່ຂອງເຮົາ ແລ້ວຊາດຕ່າງໆທີ່ຢູ່ອ້ອມຂ້າງຈະເວົ້າດູຖູກແລະເຍາະເຍີ້ຍພວກອິດສະຣາເອນ.+
21 ວິຫານຫຼັງນີ້ຈະເຫຼືອແຕ່ຊາກຫັກພັງ. ທຸກຄົນທີ່ຍ່າງກາຍໄປກາຍມາຈະຕົກໃຈ+ແລະເວົ້າວ່າ ‘ເປັນຫຍັງພະເຢໂຫວາຈຶ່ງເຮັດຈັ່ງຊີ້ກັບແຜ່ນດິນນີ້ແລະວິຫານຫຼັງນີ້?’+
22 ແລ້ວຄົນເຫຼົ່ານີ້ຈະເວົ້າວ່າ ‘ກະຍ້ອນເຂົາເຈົ້າປະຖິ້ມພະເຢໂຫວາ+ພະເຈົ້າຂອງເຂົາເຈົ້າຜູ້ທີ່ພາປູ່ຍ່າຕານາຍຂອງເຂົາເຈົ້າອອກມາຈາກເອຢິບ+ ແລ້ວໄປຂາບໄຫວ້ແລະຮັບໃຊ້ພະເຈົ້າອື່ນ.+ ຍ້ອນແນວນີ້ແຫຼະ ເພິ່ນຈຶ່ງໃຫ້ເຂົາເຈົ້າເຈິເລື່ອງທີ່ໂຫດຮ້າຍແບບນີ້.’”+
ຂໍ ຄວາມ ໄຂ ເງື່ອນ
^ ອາດໝາຍເຖິງພວກເລວີ
^ ຫຼື “ເຂດແດນຮາມັດ”
^ ຫຼື “ວາດີ.” ເບິ່ງສ່ວນອະທິບາຍຄຳສັບ.
^ ໝາຍເຖິງເທດສະການປຸກຕູບ
^ ມື້ຕໍ່ມາຫຼັງຈາກເທດສະການປຸກຕູບຫຼືວັນທີ 15
^ ແປຕາມໂຕວ່າ “ແນມເບິ່ງ”