ຊາມູເອນ​ສະບັບ​ທີ​ສອງ 1:1-27

  • ດາວິດ​ຮູ້​ຂ່າວ​ວ່າ​ຊາອູນ​ຕາຍ (1-​16)

  • ດາວິດ​ຮ້ອງ​ເພງ​ໄວ້​ອາໄລ​ໃຫ້​ຊາອູນ​ແລະ​ໂຢນາທານ (17-​27)

1  ຕອນ​ນີ້​ຊາອູນ​ຕາຍ​ແລ້ວ ດາວິດ​ໄດ້​ຕໍ່ສູ້​ຊະນະ​ພວກ​ອາມາເລັກ​ແລະ​ກັບ​ມາ​ເມືອງ​ຊິກລັກ+ ລາວ​ຢູ່​ຫັ້ນ​ໄດ້ 2 ມື້​ແລ້ວ.  ໃນ​ມື້​ທີ 3 ມີ​ຜູ້​ຊາຍ​ຄົນ​ໜຶ່ງ​ມາ​ຈາກ​ຄ້າຍ​ຂອງ​ຊາອູນ ເຄື່ອງ​ນຸ່ງ​ຂອງ​ລາວ​ຂາດ​ແລະ​ລາວ​ມີ​ຂີ້​ດິນ​ຢູ່​ຫົວ. ເມື່ອ​ເຈິ​ດາວິດ ລາວ​ກໍ​ໝູບ​ໜ້າ​ລົງ​ເພື່ອ​ສະແດງ​ຄວາມ​ນັບ​ຖື.  ດາວິດ​ຖາມ​ວ່າ: “ເຈົ້າ​ມາ​ແຕ່​ໃສ?” ລາວ​ຕອບ​ວ່າ: “ຂ້ອຍ​ໜີ​ມາ​ຈາກ​ຄ້າຍ​ຂອງ​ພວກ​ອິດສະຣາເອນ.”  ດາວິດ​ຖາມ​ວ່າ: “ຢູ່​ຫັ້ນ​ເປັນ​ແນວ​ໃດ? ເລົ່າ​ໃຫ້​ຂ້ອຍ​ຟັງ​ແດ່.” ລາວ​ຕອບ​ວ່າ: “ພວກ​ທະຫານ​ໜີ​ຈາກ​ການ​ຕໍ່ສູ້​ແລະ​ມີ​ຫຼາຍ​ຄົນ​ຕາຍ. ຊາອູນ​ກັບ​ໂຢນາທານ​ລູກ​ຊາຍ​ຂອງ​ລາວ​ກໍ​ຕາຍ​ຄື​ກັນ.”+  ດາວິດ​ຈຶ່ງ​ຖາມ​ວ່າ: “ເຈົ້າ​ຮູ້​ໄດ້​ແນວ​ໃດ​ວ່າ​ຊາອູນ​ກັບ​ໂຢນາທານ​ຕາຍ​ແລ້ວ?”  ລາວ​ຕອບ​ວ່າ: “ພໍ​ດີ​ຂ້ອຍ​ຢູ່​ພູ​ກິນໂບອາ+ ຂ້ອຍ​ເຫັນຊາອູນບາດເຈັບ​ໜັກ​ຫຼາຍແລະ​ເອົາ​ຫອກ​ຄ້ຳ​ໂຕເອງ​ໄວ້ ແລະ​ມີ​ລົດ​ມ້າ​ກັບ​ພວກ​ທະຫານ​ມ້າ​ນຳ​ມາ​ໃກ້​ຊິ​ຮອດ​ລາວ​ແລ້ວ.+  ເມື່ອ​ຊາອູນ​ເຫັນ​ຂ້ອຍ​ກໍ​ເອີ້ນ​ຂ້ອຍ​ແລະ​ຂ້ອຍ​ຕອບ​ວ່າ: ‘ມີ​ຫຍັງ​ບໍ່​ທ່ານ!’  ລາວ​ຖາມ​ຂ້ອຍ​ວ່າ: ‘ເຈົ້າ​ແມ່ນ​ໃຜ?’ ຂ້ອຍ​ຕອບ​ລາວ​ວ່າ: ‘ຂ້ອຍ​ແມ່ນ​ຄົນ​ອາມາເລັກ.’+  ແລ້ວ​ລາວ​ກໍ​ບອກ​ວ່າ: ‘ຂ້າ​ຂ້ອຍ​ສະ. ຂ້ອຍ​ບາດເຈັບ​ໜັກ​ຫຼາຍ.’ 10  ຂ້ອຍ​ກໍ​ເລີຍ​ຂ້າ​ລາວ+ ເພາະ​ຮູ້​ວ່າ​ຈັ່ງ​ໃດລາວ​ກະ​ບໍ່​ລອດ​ແລ້ວ​ຍ້ອນບາດເຈັບ​ໜັກ​ຫຼາຍ. ຈາກ​ນັ້ນ ຂ້ອຍ​ກໍ​ປົດ​ເອົາ​ມົງກຸດ​ກັບ​ປະ​ຫຼັກ​ແຂນຂອງ​ລາວ​ແລະ​ເອົາ​ມາ​ໃຫ້​ທ່ານ.” 11  ເມື່ອ​ໄດ້​ຍິນ​ແບບ​ນີ້ ດາວິດ​ກໍ​ຈີກ​ເສື້ອ​ຂອງໂຕເອງ​ແລະ​ທຸກ​ຄົນ​ທີ່​ຢູ່​ນຳ​ລາວ​ກໍ​ເຮັດ​ຄື​ກັນ. 12  ເຂົາ​ເຈົ້າ​ຮ້ອງ​ໄຫ້​ເສຍໃຈ​ຫຼາຍ​ແລະ​ອົດ​ເຂົ້າ​+ຈົນ​ຮອດ​ຕອນ​ແລງ ຍ້ອນ​ຊາອູນ ໂຢນາທານ ຄົນ​ຂອງ​ພະ​ເຢໂຫວາ​ຫຼາຍ​ຄົນ ແລະ​ພວກ​ອິດສະຣາເອນ+ຖືກ​ຂ້າ​ຕາຍແລ້ວ. 13  ດາວິດ​ຖາມ​ຜູ້​ຊາຍ​ທີ່​ມາ​ບອກ​ຂ່າວ​ນີ້​ວ່າ: “ເຈົ້າ​ແມ່ນ​ໃຜ​ແລະ​ມາແຕ່ໃສ?” ລາວ​ຕອບ​ວ່າ: “ຂ້ອຍ​ເປັນ​ຄົນ​ອາມາເລັກ​ທີ່​ຍ້າຍ​ມາ​ຢູ່​ອິດສະຣາເອນ.” 14  ດາວິດ​ເວົ້າ​ກັບ​ລາວ​ວ່າ: “ເຈົ້າ​ບໍ່​ຢ້ານ​ບໍ​ທີ່​ຂ້າ​ຜູ້​ທີ່​ພະ​ເຢໂຫວາ​ເລືອກ?”+ 15  ດາວິດ​ເອີ້ນ​ຄົນ​ຂອງ​ລາວ​ຜູ້​ໜຶ່ງ​ອອກ​ມາ​ແລະ​ບອກ​ວ່າ: “ຂ້າ​ລາວ​ດຽວ​ນີ້.” ແລ້ວ​ຄົນ​ຂອງ​ດາວິດ​ກໍ​ຂ້າ​ຜູ້​ຊາຍ​ຄົນ​ນັ້ນ​ທັນທີ.+ 16  ດາວິດ​ເວົ້າ​ໃຫ້​ຜູ້​ຊາຍ​ທີ່​ຖືກ​ຂ້າ​ວ່າ: “ເຈົ້າ​ຕາຍ​ຍ້ອນ​ສິ່ງ​ທີ່​ເຈົ້າ​ເຮັດ. ເຈົ້າ​ເອງ​ເປັນ​ຜູ້​ທີ່​ບອກ​ວ່າ ‘ຂ້ອຍ​ຂ້າ​ຜູ້​ທີ່​ພະ​ເຢໂຫວາ​ເລືອກ.’”+ 17  ດາວິດ​ໄດ້​ຮ້ອງ​ເພງ​ໄວ້​ອາໄລ​ໃຫ້​ຊາອູນ​ແລະ​ໂຢນາທານ.+ 18  ດາວິດ​ຕັ້ງ​ຊື່​ເພງ​ນີ້​ວ່າ “ທະນູ” ແລະ​ສັ່ງ​ໃຫ້​ພວກ​ຢູດາ​ຮຽນ​ຮ້ອງ​ເພງ​ນີ້. ເພງ​ນີ້​ຂຽນ​ໄວ້​ໃນ​ປຶ້ມ​ທີ່​ຊື່​ຢາຊາ.+ 19  “ໂອ້ ອິດສະຣາເອນ ພວກ​ຜູ້​ທີ່​ງົດງາມ​ຖືກ​ຂ້າ​ຢູ່​ເທິງ​ພູ​ຂອງ​ເຈົ້າ​ແລ້ວ.+ ພວກ​ຜູ້​ທີ່​ເກັ່ງ​ກ້າ​ຖືກ​ຂ້າ​ຕາຍ​ແລ້ວ. 20  ຢ່າ​ບອກ​ໃຜ​ໃນ​ເມືອງ​ກັດ+ແລະ​ຢ່າ​ເວົ້າ​ຕາມ​ຫົນ​ທາງ​ໃນ​ເມືອງ​ອາຊະກາໂລນເພາະ​ພວກ​ຜູ້​ຍິງ​ຟີລິດສະຕີນ​ຈະ​ດີ​ໃຈແລະ​ລູກສາວ​ຂອງ​ຄົນ​ທີ່​ບໍ່​ໄດ້​ຮັບ​ສິນຕັດ*​ຈະ​ໂຫ່​ຮ້ອງ​ຍິນດີ. 21  ພູ​ກິນໂບອາ​ເອີ້ຍ+ຂໍ​ໃຫ້​ບໍ່​ມີ​ນ້ຳ​ຄ້າງ​ຫຼື​ນ້ຳ​ຝົນ​ຕົກ​ລົງ​ມາ​ໃສ່​ເຈົ້າຂໍ​ໃຫ້​ໄຮ່​ນາ​ຂອງ​ເຈົ້າບໍ່​ເກີດ​ດອກ​ອອກ​ໝາກ​ທີ່​ຈະ​ເອົາ​ໄປ​ໃຫ້​ພະເຈົ້າ+ຍ້ອນ​ໂລ້​ຂອງ​ພວກ​ຜູ້​ກ້າຫານ​ຖືກ​ເຮັດ​ໃຫ້​ເສຍ​ກຽດ​ຢູ່​ຫັ້ນ.ໂລ້​ຂອງ​ຊາອູນ​ຈະ​ບໍ່​ໄດ້​ທາ​ດ້ວຍ​ນ້ຳມັນ​ແລ້ວ. 22  ລູກທະນູ​ຂອງ​ໂຢນາທານ​ຍິງ​ຖືກ​ສັດຕູ​ທຸກ​ຄັ້ງ+ແລະ​ດາບ​ຂອງ​ຊາອູນ​ຟັນ​ບໍ່​ພາດ​ຈັກເທື່ອ.+ມັນ​ແທງ​ສັດຕູ​ຈົນ​ຊອດ​ແລະເຮັດ​ໃຫ້​ເລືອດ​ໄຫຼ​ອອກ. 23  ຕອນ​ທີ່​ຊາອູນ​ກັບ​ໂຢນາທານ​+ຍັງ​ມີ​ຊີວິດ​ຢູ່ ຄົນ​ຮັກ​ແລະ​ຍົກຍ້ອງ​ເຂົາ​ເຈົ້າ.ເຂົາ​ເຈົ້າ​ພັກດີ​ຕໍ່​ກັນ​ຈົນ​ຮອດ​ມື້​ຕາຍ.+ ທັງ​ສອງ​ໄວ​ກວ່າ​ນົກ​ອິນຊີ+ແລະ​ກ້າຫານ​ຫຼາຍ​ກວ່າ​ໂຕ​ສິງ.+ 24  ລູກສາວ​ຂອງ​ອິດສະຣາເອນ​ເອີ້ຍ ຮ້ອງ​ໄຫ້​ເພື່ອ​ຊາອູນ​ໂລດຍ້ອນ​ລາວ​ເຄີຍ​ໃຫ້​ພວກ​ເຈົ້າ​ໃສ່​ເຄື່ອງນຸ່ງສີ​ແດງ​ສົດທີ່ເຮັດ​ຈາກ​ຜ້າ​ເນື້ອ​ດີແລະ​ໃຫ້​ພວກ​ເຈົ້າ​ມີເຄື່ອງ​ປະດັບ​ທີ່​ເປັນ​ຄຳຢູ່​ນຳ​ເຄື່ອງນຸ່ງ​ນັ້ນ. 25  ອິດສະຣາເອນເອີ້ຍ ຜູ້​ກ້າຫານ​ຕາຍ​ໃນ​ສະ​ໜາມ​ຮົບ​ແລ້ວ! ໂຢນາທານ​ນອນ​ຕາຍ​ຢູ່​ເທິງ​ໂນນພູ​ຂອງ​ເຈົ້າ​ແລ້ວ!+ 26  ອ້າຍ​ໂຢນາທານ​ເອີ້ຍ ນ້ອງ​ເສົ້າໃຈ​ຫຼາຍ​ທີ່​ອ້າຍ​ບໍ່​ຢູ່​ນຳ​ແລ້ວ.ນ້ອງ​ຮັກ​ອ້າຍ​ຫຼາຍ​ແທ້​ໆ​.+ ຄວາມ​ຮັກ​ທີ່​ອ້າຍ​ມີ​ຕໍ່​ນ້ອງ​ມີ​ຄ່າຫຼາຍກວ່າ​ຄວາມ​ຮັກ​ທີ່​ຜູ້​ຍິງ​ມີ​ຕໍ່​ນ້ອງ.+ 27  ພວກ​ຜູ້​ກ້າຫານ​ຖືກ​ຂ້າ​ແລ້ວແລະ​ອາວຸດ​ຂອງ​ເຂົາ​ເຈົ້າບໍ່​ມີ​ປະໂຫຍດແລ້ວ.”

ຂໍຄວາມໄຂເງື່ອນ

ຕັດ​ໜັງ​ຫຸ້ມ​ປາຍ​ອະໄວຍະວະ​ເພດ​ຊາຍ