ຊາມູເອນ​ສະບັບ​ທີ​ສອງ 11:1-27

  • ດາວິດ​ເຮັດ​ຜິດ​ກັບ​ບັດເຊບາ (1-​13)

  • ດາວິດ​ວາງ​ແຜນ​ຂ້າ​ອູຣີຢາ (14-​25)

  • ດາວິດ​ເອົາ​ບັດເຊບາ​ມາ​ເປັນ​ເມຍ (26, 27)

11  ໃນ​ໄລຍະ​ຕົ້ນ​ປີ* ຕອນ​ທີ່​ກະສັດ​ຕ່າງ​ໆ​ກຳລັງ​ຕໍ່ສູ້​ກັນ ດາວິດ​ໄດ້​ສົ່ງ​ໂຢອາບ​ກັບ​ຄົນ​ຂອງ​ລາວ​ແລະ​ກອງ​ທັບ​ອິດສະຣາເອນ​ທັງ​ໝົດ​ໄປ​ຕໍ່ສູ້​ພວກ​ອຳໂມນ. ຕອນ​ທີ່​ດາວິດ​ຍັງ​ຢູ່​ເມືອງ​ເຢຣູຊາເລັມ+ ເຂົາ​ເຈົ້າ​ລ້ອມ​ເມືອງ​ຣັບບາ​ໄດ້.+  ແລງ​ມື້​ໜຶ່ງ ດາວິດ​ໄດ້ລຸກ​ອອກ​ຈາກ​ຕຽງ​ແລະ​ໄປ​ຍ່າງ​ຫຼິ້ນຢູ່ເທິງ​ດາດ​ຟ້າ​ໃນ​ວັງ​ຂອງ​ລາວ. ເມື່ອ​ແນມ​ລົງ​ມາ​ຈາກ​ດາດ​ຟ້າ ລາວເຫັນ​ຜູ້​ຍິງ​ຄົນ​ໜຶ່ງ​ກຳລັງ​ອາບ​ນ້ຳ​ຢູ່. ຜູ້​ຍິງ​ຄົນ​ນັ້ນ​ງາມ​ຫຼາຍ.  ດາວິດ​ຈຶ່ງ​ໃຫ້​ຄົນ​ໄປ​ສືບ​ວ່າ​ຜູ້​ຍິງ​ຄົນ​ນັ້ນ​ແມ່ນ​ໃຜ. ຄົນ​ຂອງ​ດາວິດ​ກັບ​ມາ​ບອກ​ວ່າ: “ລາວຊື່​ບັດເຊບາ​+ເປັນ​ລູກສາວ​ຂອງ​ເອລີອາມ+ ແລະ​ເປັນ​ເມຍ​ຂອງ​ອູຣີຢາ​+ຄົນ​ເຮດ.”+  ດາວິດ​ໃຫ້​ຄົນ​ໄປ​ພາ​ບັດເຊບາ​ມາ​ຫາ+ ແລ້ວ​ກໍ​ນອນ​ນຳ​ລາວ.+ (ເຫດການ​ນີ້​ເກີດ​ຂຶ້ນ​ໃນ​ໄລຍະ​ທີ່​ບັດເຊບາ​ກຳລັງ​ເຮັດ​ໃຫ້​ໂຕເອງ​ສະອາດ.)*+ ຈາກ​ນັ້ນ ບັດເຊບາ​ໄດ້​ກັບ​ເມືອ​ເຮືອນ.  ຕໍ່ມາ ບັດເຊບາ​ກໍ​ຖື​ພາ. ລາວ​ຈຶ່ງ​ໃຫ້​ຄົນ​ໄປ​ບອກ​ດາວິດ​ວ່າ: “ຂ້ອຍ​ຖື​ພາ.”  ດາວິດ​ໃຫ້​ຄົນ​ໄປ​ບອກ​ໂຢອາບ​ວ່າ: “ໃຫ້​ອູຣີຢາ​ຄົນ​ເຮດ​ກັບ​ມາ​ຫາ​ຂ້ອຍ.” ໂຢອາບ​ກໍ​ໃຫ້​ອູຣີຢາ​ໄປ​ຫາ​ດາວິດ.  ເມື່ອ​ອູຣີຢາ​ມາ​ຮອດ ດາວິດຖາມ​ລາວ​ວ່າ ໂຢອາບ​ກັບ​ພວກ​ທະຫານ​ແລະ​ການ​ຕໍ່ສູ້​ເປັນ​ແນວ​ໃດ.  ຫຼັງ​ຈາກ​ນັ້ນ ດາວິດ​ບອກ​ອູຣີຢາ​ວ່າ: “ກັບ​ເມືອ​ພັກຜ່ອນ*​ຢູ່​ເຮືອນ​ສະ.” ເມື່ອ​ອູຣີຢາ​ອອກ​ຈາກ​ວັງ ດາວິດ​ກໍ​ໃຫ້​ຄົນ​ເອົາ​ຂອງຂວັນ*​ໄປ​ໃຫ້​ລາວ.  ແຕ່​ອູຣີຢາ​ບໍ່​ໄດ້​ເມືອ​ນອນ​ຢູ່​ເຮືອນ​ຂອງ​ໂຕເອງ. ລາວ​ໄປ​ນອນ​ຢູ່​ປະຕູ​ທາງ​ເຂົ້າ​ວັງ​ຂອງ​ກະສັດ​ກັບ​ພວກ​ທະຫານ. 10  ມີ​ຄົນ​ມາ​ບອກ​ດາວິດ​ວ່າ: “ອູຣີຢາ​ບໍ່​ໄດ້​ເມືອ​ນອນ​ຢູ່​ເຮືອນ​ຂອງ​ລາວ.” ດາວິດ​ຈຶ່ງ​ຖາມ​ອູຣີຢາ​ວ່າ: “ເຈົ້າ​ຫາ​ກໍ​ກັບ​ມາ​ຈາກ​ສະ​ໜາມ​ຮົບ ເປັນ​ຫຍັງ​ຄື​ບໍ່​ເມືອ​ນອນ​ຢູ່​ເຮືອນ?” 11  ອູຣີຢາ​ຕອບ​ດາວິດ​ວ່າ: “ຫີບ​ສັນຍາ​+ຂອງ​ພະເຈົ້າແລະ​ພວກ​ອິດສະຣາເອນ​ກັບ​ພວກ​ຢູດາ​ຍັງ​ຢູ່​ໃນ​ເຕັ້ນ ໂຢອາບ​ຫົວ​ໜ້າ​ຂອງ​ຂ້ອຍ​ແລະ​ທະຫານ​ຄົນ​ອື່ນ​ໆ​ກໍ​ກາງ​ເຕັ້ນ​ນອນ​ຢູ່​ທົ່ງ​ຫຍ້າ ແລ້ວ​ຊິ​ໃຫ້​ຂ້ອຍ​ກັບ​ເມືອ​ເຮືອນ​ກິນ​ດື່ມ​ຢ່າງ​ມີ​ຄວາມ​ສຸກ​ແລະ​ນອນ​ນຳ​ເມຍ​ໄດ້​ແນວ​ໃດ?+ ຂ້ອຍ​ຂໍ​ສາບານ​ຕໍ່​ທ່ານ​ວ່າ ຂ້ອຍ​ຈະ​ບໍ່​ເຮັດ​ແບບ​ນັ້ນ​ເດັດຂາດ!” 12  ດາວິດ​ຈຶ່ງ​ເວົ້າ​ກັບ​ອູຣີຢາ​ວ່າ: “ຄັນຊັ້ນ ມື້​ນີ້​ເຈົ້າ​ຢູ່​ນີ້​ກ່ອນ ແລ້ວ​ມື້​ອື່ນ​ຂ້ອຍ​ຈະ​ໃຫ້​ເຈົ້າ​ເມືອ​ເຮືອນ.” ອູຣີຢາ​ຈຶ່ງ​ຢູ່​ເມືອງ​ເຢຣູຊາເລັມ​ໃນ​ມື້​ນັ້ນ​ແລະ​ມື້​ຕໍ່ມາ. 13  ແລ້ວ​ດາວິດ​ກໍ​ໃຫ້​ຄົນ​ໄປ​ເອີ້ນ​ອູຣີຢາ​ມາ​ກິນ​ດື່ມ​ນຳ​ກັນ ແລະ​ດາວິດ​ໃຫ້​ລາວ​ກິນ​ເຫຼົ້າ​ຈົນ​ເມົາ. ແຕ່​ຕອນ​ແລງ​ມື້​ນັ້ນ ອູຣີຢາບໍ່​ໄດ້​ເມືອ​ນອນ​ຢູ່​ເຮືອນ ລາວ​ໄປ​ນອນ​ຢູ່​ບ່ອນ​ພັກ​ຂອງ​ພວກ​ທະຫານ​ຄື​ເກົ່າ. 14  ຕອນ​ເຊົ້າ​ມື້​ຕໍ່ມາ ດາວິດໄດ້​ຂຽນຈົດໝາຍ​ໄປ​ຫາ​ໂຢອາບ ແລ້ວ​ໃຫ້​ອູຣີຢາ​ເປັນ​ຄົນ​ເອົາ​ໄປ​ໃຫ້. 15  ໃນ​ຈົດໝາຍ​ນັ້ນ​ດາວິດ​ຂຽນ​ວ່າ: “ໃຫ້​ສົ່ງ​ອູຣີຢາ​ໄປ​ເປັນ​ກອງ​ໜ້າ​ໃນ​ບ່ອນ​ທີ່​ມີການ​ຕໍ່ສູ້​ຮຸນແຮງ​ທີ່​ສຸດ ແລ້ວ​ພວກ​ເຈົ້າ​ກໍ​ຄ່ອຍ​ໆ​ຖອຍ​ອອກ​ມາ​ແລະ​ປະ​ລາວ​ໄວ້​ຫັ້ນ​ເພື່ອ​ໃຫ້​ລາວ​ຖືກ​ຂ້າ.”+ 16  ໂຢອາບ​ກັບ​ພວກ​ທະຫານໄດ້​ເຝົ້າ​ເບິ່ງ​ເມືອງ​ຣັບບາ​ໄລຍະ​ໜຶ່ງ​ແລ້ວ ລາວ​ຈຶ່ງ​ຮູ້​ວ່າ​ທະຫານ​ທີ່​ເກັ່ງ​ທີ່​ສຸດ​ຂອງ​ສັດຕູ​ຢູ່​ຈຸດ​ໃດ ແລ້ວ​ລາວ​ກໍ​ໃຫ້​ອູຣີຢາ​ໄປ​ຢູ່​ບ່ອນ​ນັ້ນ. 17  ເມື່ອ​ທະຫານ​ຂອງ​ເມືອງ​ນັ້ນ​ອອກ​ມາ​ຕໍ່ສູ້​ກັບ​ກອງ​ທະຫານ​ຂອງ​ໂຢອາບ ທະຫານ​ບາງຄົນ​ຂອງ​ດາວິດ​ຖືກ​ຂ້າ ແລະ​ອູຣີຢາ​ຄົນ​ເຮດ​ກໍ​ຖືກ​ຂ້າ​ຄື​ກັນ.+ 18  ໂຢອາບ​ຈຶ່ງ​ໃຫ້​ຄົນ​ໄປ​ບອກ​ດາວິດ​ກ່ຽວ​ກັບ​ເລື່ອງ​ທັງ​ໝົດ​ທີ່​ເກີດ​ຂຶ້ນ. 19  ໂຢອາບ​ສັ່ງ​ຜູ້​ສົ່ງ​ຂ່າວ​ວ່າ: “ຫຼັງ​ຈາກ​ບອກ​ກະສັດ​ເລື່ອງ​ການ​ຕໍ່ສູ້​ທັງ​ໝົດ​ແລ້ວ 20  ກະສັດ​ອາດ​ຈະ​ໃຈ​ຮ້າຍ​ແລະ​ຖາມ​ເຈົ້າ​ວ່າ: ‘ເປັນ​ຫຍັງ​ຈຶ່ງ​ໄປ​ຕໍ່ສູ້​ຢູ່​ໃກ້​ເມືອງ​ແທ້? ພວກ​ເຈົ້າ​ກໍ​ຮູ້​ຕົ໋ວ​ວ່າ​ເຂົາ​ເຈົ້າ​ຈະ​ຍິງ​ທະນູ​ລົງ​ມາ​ຈາກ​ກຳແພງ​ເມືອງ. 21  ຈື່​ໄດ້​ບໍ່​ວ່າ​ໃຜ​ເປັນ​ຄົນ​ຂ້າ​ອາບີເມເລັກ+ລູກ​ຊາຍ​ຂອງ​ເຢຣູເບເຊັດ?+ ຜູ້​ຍິງ​ຄົນ​ໜຶ່ງ​ທີ່​ຢູ່​ເທິງ​ກຳແພງ​ເມືອງ​ໂຍນ​ຫີນ​ໂມ້*​ລົງ​ມາ​ໃສ່​ລາວ ແລ້ວ​ລາວ​ກໍ​ຕາຍ​ຢູ່​ເມືອງ​ເທເບດແມ່ນ​ບໍ? ເປັນ​ຫຍັງ​ພວກ​ເຈົ້າ​ຄື​ເຂົ້າ​ໄປ​ໃກ້​ກຳແພງ​ແທ້?’ ຫຼັງ​ຈາກ​ນັ້ນ ໃຫ້​ເຈົ້າ​ບອກ​ກະສັດ​ວ່າ ‘ອູຣີຢາ​ຄົນ​ເຮດ​ທີ່​ເປັນ​ທະຫານ​ຂອງ​ທ່ານ​ກໍ​ຕາຍ​ຄື​ກັນ.’” 22  ຜູ້​ສົ່ງ​ຂ່າວ​ໄປ​ບອກ​ດາວິດ​ທຸກ​ຢ່າງ​ຕາມ​ທີ່​ໂຢອາບ​ບອກ. 23  ລາວ​ບອກ​ດາວິດ​ວ່າ: “ພວກ​ນັ້ນ​ມີ​ກຳລັງ​ຫຼາຍ​ກວ່າ​ພວກ​ເຮົາ ແລະ​ອອກ​ມາ​ຕໍ່ສູ້​ກັບ​ພວກ​ເຮົາ​ຢູ່​ທົ່ງ​ຫຍ້າ ແຕ່​ພວກ​ເຮົາສູ້​ຄືນ​ຈົນ​ເຂົາ​ເຈົ້າ​ຖອຍ​ກັບ​ໄປ​ຮອດ​ປະຕູ​ເມືອງ. 24  ແລ້ວ​ພວກ​ທະຫານ​ທີ່​ຢູ່​ເທິງ​ກຳແພງ​ເມືອງຍິງ​ທະນູ​ໃສ່​ຄົນ​ຂອງ​ທ່ານແລະ​ທະຫານ​ບາງຄົນ​ກໍ​ຕາຍ. ອູຣີຢາ​ຄົນ​ເຮດ​ກໍ​ຕາຍ​ຄື​ກັນ.”+ 25  ດາວິດ​ເວົ້າ​ກັບ​ຜູ້​ສົ່ງ​ຂ່າວ​ວ່າ: “ໃຫ້​ໄປ​ບອກ​ໂຢອາບ​ແບບ​ນີ້ ‘ບໍ່​ຕ້ອງ​ອຸກໃຈ​ຫຼາຍ​ໃນ​ເລື່ອງ​ນີ້. ການ​ເຮັດ​ສົງຄາມ​ກໍ​ເປັນ​ຈັ່ງ​ຊີ້​ແຫຼະ ຕ້ອງ​ມີ​ຄົນ​ຕາຍ​ຢູ່​ແລ້ວ. ໃຫ້​ພວກ​ເຈົ້າ​ຕໍ່ສູ້​ໃຫ້​ໜັກ​ຂຶ້ນ​ແລ້ວ​ຍຶດ​ເອົາ​ເມືອງ​ນັ້ນ​ໃຫ້​ໄດ້.’+ ເຈົ້າ​ຢ່າ​ລືມ​ໃຫ້​ກຳລັງໃຈ​ລາວ​ນຳ​ເດີ້.” 26  ເມື່ອ​ບັດເຊບາ​ໄດ້​ຍິນ​ວ່າ​ອູຣີຢາ​ຜົວ​ຂອງ​ລາວ​ຕາຍ​ແລ້ວ ລາວ​ກໍ​ໄວ້ທຸກ​ໃຫ້​ຜົວ. 27  ເມື່ອ​ຜ່ານ​ໄລຍະ​ໄວ້ທຸກ​ແລ້ວ ດາວິດກໍໃຫ້​ຄົນ​ໄປ​ພາ​ບັດເຊບາ​ມາ​ໃນ​ວັງ. ລາວ​ຈຶ່ງ​ເປັນ​ເມຍ​ຂອງ​ດາວິດ​+ແລະ​ເກີດ​ລູກ​ຊາຍ​ຜູ້​ໜຶ່ງ​ໃຫ້​ດາວິດ. ແຕ່​ພະ​ເຢໂຫວາ​ໃຈ​ຮ້າຍ​ໃຫ້​ດາວິດ​ຫຼາຍ​ຍ້ອນ​ສິ່ງ​ທີ່​ລາວເຮັດ.+

ຂໍຄວາມໄຂເງື່ອນ

ໝາຍເຖິງ​ລະດູ​ໃບ​ໄມ້​ປົ່ງ​ໃນ​ອິດສະຣາເອນ (ເລີ່ມ​ຕົ້ນ​ໃນ​ເດືອນ​ມີນາ​ຫຼື​ເມສາ). ເບິ່ງ​ພາກ​ຜະໜວກ ຂ15.
ອາດ​ໝາຍເຖິງ​ໄລຍະ​ຫຼັງ​ຈາກ​ເປັນ​ປະຈຳ​ເດືອນ
ແປ​ຕາມ​ໂຕ​ວ່າ “ລ້າງ​ຕີນ”
ຫຼື “ສ່ວນ​ຂອງ​ກະສັດ.” ໝາຍເຖິງ​ເຄື່ອງ​ຂອງ​ທີ່​ເຈົ້າ​ພາບ​ສົ່ງ​ໄປ​ໃຫ້​ແຂກ​ທີ່​ມີ​ກຽດ.
ໝາຍເຖິງ​ແຜ່ນ​ທາງ​ເທິງ​ຂອງ​ຫີນ​ໂມ້