ຊາມູເອນສະບັບທີສອງ 14:1-33
14 ເມື່ອໂຢອາບລູກຊາຍຂອງເຊຣູຢາ+ຮູ້ວ່າກະສັດດາວິດຄິດຮອດແລະຢາກເຈິອັບຊາໂລມຫຼາຍ+
2 ໂຢອາບຈຶ່ງໃຫ້ຄົນໄປເມືອງເຕໂກອາ+ເພື່ອໄປເອີ້ນຜູ້ຍິງທີ່ສະຫຼາດຄົນໜຶ່ງໃຫ້ມາຫາ. ໂຢອາບບອກຜູ້ຍິງຄົນນັ້ນວ່າ: “ຂໍໃຫ້ເຈົ້າເຮັດຄືກັບຄົນໄວ້ທຸກ ນຸ່ງເຄື່ອງໄວ້ທຸກແລະບໍ່ເອົານ້ຳມັນທາໂຕ.+ ໃຫ້ເຮັດທຳທ່າຄືກັບວ່າເຈົ້າໄວ້ທຸກມາດົນແລ້ວ.
3 ຈາກນັ້ນໄປຫາກະສັດແລະເວົ້າແບບນີ້.” ໂຢອາບໄດ້ບອກລາວວ່າຕ້ອງເວົ້າແນວໃດ.
4 ເມື່ອຜູ້ຍິງຄົນເຕໂກອາເຂົ້າໄປຫາກະສັດດາວິດ ລາວໝູບໜ້າລົງເພື່ອສະແດງຄວາມນັບຖືແລະເວົ້າວ່າ: “ກະສັດ ຂໍໃຫ້ທ່ານຊ່ວຍຂ້ອຍແດ່!”
5 ກະສັດຖາມລາວວ່າ: “ເຈົ້າມີເລື່ອງຫຍັງ?” ລາວຕອບວ່າ: “ຂ້ອຍເປັນແມ່ໝ້າຍ.
6 ຂ້ອຍມີລູກຊາຍ 2 ຄົນ. ມີມື້ໜຶ່ງເຂົາເຈົ້າຕີກັນຢູ່ທົ່ງຫຍ້າແລະບໍ່ມີໃຜຢູ່ຫັ້ນເພື່ອຫ້າມເຂົາເຈົ້າ ແລ້ວຜູ້ເປັນອ້າຍໄດ້ຂ້ານ້ອງຊາຍ.
7 ພວກພີ່ນ້ອງທຸກຄົນໄດ້ມາຮ້າຍຂ້ອຍ. ເຂົາເຈົ້າບອກວ່າ ‘ເອົາຜູ້ທີ່ຂ້ານ້ອງຊາຍຂອງໂຕເອງມາໃຫ້ພວກເຮົາ. ພວກເຮົາຊິຂ້າລາວ ເພາະລາວຂ້ານ້ອງຂອງໂຕເອງ+ ເຖິງວ່າຈະບໍ່ມີຜູ້ສືບຕະກູນກະຢ່າ!’ ເຂົາເຈົ້າຈະຂ້າລູກຊາຍທີ່ຍັງເຫຼືອຢູ່ທີ່ເປັນຄວາມຫວັງດຽວຂອງຂ້ອຍ ແລະຈະບໍ່ໃຫ້ຜົວຂ້ອຍມີຊື່ຫຼືຜູ້ສືບຕະກູນຢູ່ໃນໂລກນີ້ອີກເລີຍ.”
8 ແລ້ວກະສັດກໍເວົ້າກັບຜູ້ຍິງຄົນນັ້ນວ່າ: “ໃຫ້ເຈົ້າກັບເມືອເຮືອນ ຂ້ອຍຈະຈັດການເລື່ອງນີ້ໃຫ້.”
9 ຜູ້ຍິງຄົນເຕໂກອາຈຶ່ງບອກກະສັດວ່າ: “ກະສັດຜູ້ເປັນນາຍຂອງຂ້ອຍ ຂໍໃຫ້ຄວາມຜິດຂອງລູກຂ້ອຍຕົກຢູ່ກັບຂ້ອຍແລະຄອບຄົວຂອງພໍ່ຂ້ອຍ ແຕ່ກະສັດແລະຄອບຄົວ*ຂອງທ່ານຈະບໍ່ມີຄວາມຜິດຫຍັງເລີຍ.”
10 ກະສັດເວົ້າວ່າ: “ຖ້າມີໃຜເວົ້າຫຍັງໃຫ້ເຈົ້າອີກ ໃຫ້ພາຜູ້ນັ້ນມາຫາຂ້ອຍ ຂ້ອຍຈະບໍ່ໃຫ້ລາວມາວຸ່ນວາຍກັບເຈົ້າອີກເລີຍ.”
11 ແຕ່ຜູ້ຍິງຄົນນັ້ນບອກວ່າ: “ຂໍໃຫ້ກະສັດຄິດເຖິງພະເຢໂຫວາພະເຈົ້າຂອງທ່ານ ແລະບໍ່ປ່ອຍໃຫ້ຜູ້ມີສິດແກ້ແຄ້ນ+ມາຂ້າລູກຊາຍຂອງຂ້ອຍ.” ກະສັດຈຶ່ງຕອບວ່າ: “ຂ້ອຍຂໍສາບານຕໍ່ໜ້າພະເຢໂຫວາພະເຈົ້າຜູ້ມີຊີວິດຢູ່+ວ່າ ແມ່ນແຕ່ຜົມເສັ້ນດຽວຂອງລູກຊາຍເຈົ້າກໍຈະບໍ່ຕົກລົງພື້ນ.”
12 ແລ້ວຜູ້ຍິງຄົນນັ້ນກໍບອກວ່າ: “ກະສັດ ຂ້ອຍຂໍເວົ້າບາງຢ່າງກັບທ່ານໄດ້ບໍ່?” ກະສັດຕອບວ່າ: “ເວົ້າໂລດ!”
13 ລາວຈຶ່ງເວົ້າວ່າ: “ເປັນຫຍັງທ່ານຄິດທີ່ຈະເຮັດແບບນີ້ກັບປະຊາຊົນຂອງພະເຈົ້າ?+ ເມື່ອທ່ານເວົ້າແບບນີ້ທ່ານກໍມີຄວາມຜິດ ເພາະທ່ານບໍ່ໄດ້ເອົາລູກຊາຍທີ່ໂຕເອງໄລ່ໜີກັບຄືນມາ.+
14 ພວກເຮົາທຸກຄົນຈະຕ້ອງຕາຍແນ່ນອນ ແລະເປັນຄືກັບນ້ຳທີ່ຖອກລົງດິນທີ່ເອົາກັບຄືນມາບໍ່ໄດ້. ພະເຈົ້າບໍ່ຢາກໄດ້ຊີວິດຂອງຜູ້ໃດ ແລະເພິ່ນຄິດເຖິງເຫດຜົນທີ່ຈະເອົາຄົນທີ່ຖືກໄລ່ໜີໄປແລ້ວໃຫ້ກັບຄືນມາ.
15 ຂ້ອຍມາເວົ້າເລື່ອງນີ້ກັບທ່ານຍ້ອນວ່າປະຊາຊົນເຮັດໃຫ້ຂ້ອຍຢ້ານ. ຂ້ອຍຈຶ່ງຄິດວ່າ ‘ຂໍໃຫ້ຂ້ອຍໄດ້ເວົ້າກັບກະສັດ. ບາງເທື່ອກະສັດຈະເຮັດຕາມທີ່ຂ້ອຍຂໍຮ້ອງ.
16 ກະສັດອາດຈະຟັງຂ້ອຍແລະຊ່ວຍຂ້ອຍໃຫ້ລອດຈາກຜູ້ທີ່ຢາກທຳລາຍຂ້ອຍກັບລູກຊາຍຂອງຂ້ອຍແລະບໍ່ຢາກໃຫ້ພວກເຮົາໄດ້ດິນມູນທີ່ພະເຈົ້າເອົາໃຫ້ເປັນມໍລະດົກ.’+
17 ຂ້ອຍຄິດວ່າ ‘ບາງເທື່ອກະສັດຈະເວົ້າບາງຢ່າງທີ່ເຮັດໃຫ້ຂ້ອຍສະບາຍໃຈຂຶ້ນ’ ເພາະກະສັດເປັນຄືກັບທູດສະຫວັນຂອງພະເຈົ້າທ່ຽງແທ້ທີ່ຮູ້ວ່າອັນໃດດີອັນໃດຊົ່ວ. ຂໍໃຫ້ພະເຢໂຫວາຢູ່ກັບທ່ານ.”
18 ກະສັດຈຶ່ງເວົ້າກັບຜູ້ຍິງຄົນນັ້ນວ່າ: “ຂ້ອຍມີເລື່ອງຢາກຖາມເຈົ້າ ຢ່າປິດບັງຂ້ອຍ.” ລາວຕອບວ່າ: “ເຊີນກະສັດຜູ້ເປັນນາຍຂອງຂ້ອຍຖາມໂລດ.”
19 ກະສັດຖາມວ່າ: “ໂຢອາບບອກໃຫ້ເຈົ້າເວົ້າແບບນີ້ແມ່ນບໍ່?”+ ລາວຕອບວ່າ: “ຂ້ອຍຂໍສາບານຕໍ່ກະສັດຜູ້ເປັນນາຍຂອງຂ້ອຍວ່າເປັນຄືກັບທີ່ທ່ານເວົ້າ. ໂຢອາບຜູ້ຮັບໃຊ້ຂອງທ່ານເປັນຜູ້ບອກໃຫ້ຂ້ອຍເວົ້າແບບນີ້.
20 ໂຢອາບຜູ້ຮັບໃຊ້ຂອງທ່ານເຮັດແບບນີ້ກໍຍ້ອນຢາກໃຫ້ທ່ານປ່ຽນຄວາມຄິດ ແຕ່ຜູ້ເປັນນາຍຂອງຂ້ອຍສະຫຼາດຄືກັບທູດສະຫວັນຂອງພະເຈົ້າທ່ຽງແທ້ແລະຮູ້ທຸກສິ່ງທີ່ເກີດຂຶ້ນໃນປະເທດນີ້.”
21 ຈາກນັ້ນ ກະສັດເວົ້າກັບໂຢອາບວ່າ: “ກະໄດ້ ຂ້ອຍຈະເຮັດຕາມນັ້ນ.+ ໄປພາອັບຊາໂລມກັບມາ.”+
22 ແລ້ວໂຢອາບກໍໝູບໜ້າລົງເພື່ອສະແດງຄວາມນັບຖືແລະຍົກຍ້ອງກະສັດ. ໂຢອາບເວົ້າວ່າ: “ກະສັດຜູ້ເປັນນາຍຂອງຂ້ອຍ ມື້ນີ້ຂ້ອຍໄດ້ຮູ້ແລ້ວວ່າຂ້ອຍເປັນຜູ້ທີ່ທ່ານພໍໃຈ ເພາະກະສັດໄດ້ເຮັດຕາມທີ່ຂ້ອຍຂໍຮ້ອງ.”
23 ແລ້ວໂຢອາບກໍໄປເກຊູ+ແລະພາອັບຊາໂລມກັບມາເມືອງເຢຣູຊາເລັມ.
24 ແຕ່ກະສັດບອກວ່າ: “ໃຫ້ລາວກັບເມືອຢູ່ເຮືອນຂອງໂຕເອງ ແລະບໍ່ຕ້ອງໃຫ້ລາວມາຫາຂ້ອຍ.” ອັບຊາໂລມກໍກັບເມືອຢູ່ເຮືອນຂອງໂຕເອງແລະບໍ່ໄດ້ເຈິກັບກະສັດ.
25 ທົ່ວແຜ່ນດິນອິດສະຣາເອນບໍ່ມີຜູ້ຊາຍຄົນໃດຖືກຍ້ອງວ່າຫຼໍ່ສ່ຳກັບອັບຊາໂລມ. ຕັ້ງແຕ່ຫົວຮອດຕີນ ລາວບໍ່ມີບ່ອນຕິເລີຍ.
26 ລາວຕ້ອງຕັດຜົມທຸກໆທ້າຍປີເພາະມັນໜັກໂພດ ແລະຜົມທີ່ຕັດອອກນັ້ນໜັກ 200 ເຊເກນ*ຕາມທີ່ຊັ່ງໂດຍໃຊ້ຕຸ້ມນ້ຳໜັກທີ່ໃຊ້ໃນວັງ.*
27 ອັບຊາໂລມມີລູກຊາຍ 3 ຄົນ+ແລະລູກສາວ 1 ຄົນ. ລູກສາວຂອງລາວຊື່ຕາມາເປັນຄົນງາມຫຼາຍ.
28 ອັບຊາໂລມຢູ່ເມືອງເຢຣູຊາເລັມ 2 ປີເຕັມໆ ແຕ່ບໍ່ໄດ້ເຈິກະສັດເລີຍ.+
29 ອັບຊາໂລມເອີ້ນໂຢອາບມາຫາເພື່ອໃຫ້ລາວໄປເວົ້າກັບກະສັດ ແຕ່ໂຢອາບກໍບໍ່ມາ. ອັບຊາໂລມຈຶ່ງໃຫ້ຄົນໄປເອີ້ນລາວອີກເປັນເທື່ອທີ 2 ແຕ່ລາວກໍຍັງບໍ່ຍອມມາ.
30 ໃນທີ່ສຸດ ອັບຊາໂລມເວົ້າກັບຄົນຂອງລາວວ່າ: “ໂຢອາບມີນາທົ່ງໜຶ່ງຢູ່ຕິດກັບນາຂ້ອຍແລະລາວປູກເຂົ້າບາເລຢູ່ຫັ້ນ. ໃຫ້ພວກເຈົ້າໄປຈູດນານັ້ນ.” ຄົນຂອງອັບຊາໂລມຈຶ່ງໄປຈູດນາຂອງໂຢອາບ.
31 ໂຢອາບຈຶ່ງມາຫາອັບຊາໂລມແລະເວົ້າວ່າ: “ເປັນຫຍັງຄົນຂອງເຈົ້າຈຶ່ງຈູດນາຂ້ອຍ?”
32 ອັບຊາໂລມຕອບໂຢອາບວ່າ: “ຂ້ອຍໃຫ້ຄົນໄປບອກເຈົ້າວ່າ ‘ມາຫາຂ້ອຍແລະຂ້ອຍຈະໃຫ້ເຈົ້າໄປເວົ້າກັບກະສັດວ່າ “ພາຂ້ອຍມາຈາກເກຊູເຮັດຫຍັງ?+ ໃຫ້ຂ້ອຍຢູ່ຫັ້ນກະຍັງດີກວ່າຢູ່ນີ້. ຂໍໃຫ້ຂ້ອຍໄດ້ພົບກະສັດ ແລະຖ້າຂ້ອຍມີຄວາມຜິດກໍໃຫ້ກະສັດຂ້າຂ້ອຍໂລດ.”’”
33 ໂຢອາບໄປບອກກະສັດດາວິດຕາມນັ້ນ. ດາວິດຈຶ່ງເອີ້ນອັບຊາໂລມມາຫາ. ອັບຊາໂລມກໍເຂົ້າໄປຫາແລະໝູບໜ້າລົງສະແດງຄວາມນັບຖືຕໍ່ດາວິດ ແລ້ວດາວິດກໍຈູບອັບຊາໂລມ.+
ຂໍ ຄວາມ ໄຂ ເງື່ອນ
^ ແປຕາມໂຕວ່າ “ບັນລັງ”
^ 2,3 ກິໂລກຣາມ. ເບິ່ງພາກຜະໜວກ ຂ14.
^ ອາດເປັນຕຸ້ມນ້ຳໜັກມາດຕະຖານທີ່ເອົາໄວ້ໃນວັງຫຼືອາດເປັນເຊເກນທີ່ໃຊ້ໃນ “ວັງ” ເຊິ່ງຕ່າງຈາກເຊເກນທົ່ວໄປ