ຊາມູເອນສະບັບທີສອງ 18:1-33
18 ຕໍ່ມາ ດາວິດໄດ້ນັບຈຳນວນທະຫານທີ່ຢູ່ນຳລາວ ແລະຕັ້ງຫົວໜ້າກອງພັນແລະກອງຮ້ອຍເພື່ອຊີ້ນຳເຂົາເຈົ້າ.+
2 ດາວິດໃຫ້ທະຫານ 1 ສ່ວນ 3 ຢູ່ພາຍໃຕ້ການຊີ້ນຳຂອງໂຢອາບ+ 1 ສ່ວນ 3 ຢູ່ພາຍໃຕ້ການຊີ້ນຳຂອງອາບີຊາຍ+ລູກຊາຍຂອງເຊຣູຢາ+ທີ່ເປັນອ້າຍຂອງໂຢອາບ ແລະອີກ 1 ສ່ວນ 3 ໃຫ້ຢູ່ພາຍໃຕ້ການຊີ້ນຳຂອງອິດຕາຍ+ຄົນເມືອງກັດ. ແລ້ວກະສັດດາວິດກໍບອກເຂົາເຈົ້າວ່າ: “ຂ້ອຍຈະອອກໄປຕໍ່ສູ້ນຳກັນກັບພວກເຈົ້າ.”
3 ແຕ່ເຂົາເຈົ້າເວົ້າວ່າ: “ທ່ານບໍ່ຕ້ອງໄປ.+ ຖ້າພວກເຮົາບໍ່ຊະນະແລ້ວໜີໄປ ເຂົາເຈົ້າກໍບໍ່ສົນໃຈດອກ ເພາະເຂົາເຈົ້າຕ້ອງການແຕ່ທ່ານເທົ່ານັ້ນ ແລະເຖິງວ່າພວກເຮົາຕາຍເຄິ່ງໜຶ່ງ ເຂົາເຈົ້າກໍບໍ່ສົນໃຈຄືກັນ ຍ້ອນວ່າທ່ານຜູ້ດຽວມີຄ່າສ່ຳກັບພວກເຮົາ 10.000 ຄົນ.+ ໃຫ້ທ່ານຖ້າຢູ່ໃນເມືອງແລະສົ່ງຄົນໄປຊ່ວຍພວກເຮົາດີກວ່າ.”
4 ກະສັດດາວິດຈຶ່ງເວົ້າກັບເຂົາເຈົ້າວ່າ: “ຂ້ອຍຈະເຮັດຕາມສິ່ງທີ່ພວກເຈົ້າເຫັນວ່າດີ.” ແລ້ວກະສັດກໍໄປຢືນຢູ່ທາງຂ້າງປະຕູເມືອງ. ທະຫານທຸກຄົນໄດ້ອອກໄປເປັນກອງຮ້ອຍແລະກອງພັນເພື່ອໄປຕໍ່ສູ້.
5 ກະສັດສັ່ງໂຢອາບ ອາບີຊາຍ ແລະອິດຕາຍວ່າ: “ເພື່ອເຫັນແກ່ຂ້ອຍ ພວກເຈົ້າຢ່າຂ້າອັບຊາໂລມເດີ້ ເພາະລາວເປັນລູກຊາຍທີ່ຂ້ອຍຮັກຫຼາຍ.”+ ພວກທະຫານທຸກຄົນກໍໄດ້ຍິນຕອນທີ່ກະສັດສັ່ງພວກຫົວໜ້າເລື່ອງອັບຊາໂລມ.
6 ພວກທະຫານຂອງດາວິດອອກໄປນອກເມືອງເພື່ອຕໍ່ສູ້ກັບພວກອິດສະຣາເອນທີ່ຢູ່ຝ່າຍອັບຊາໂລມ. ເຂົາເຈົ້າຕໍ່ສູ້ກັນໃນປ່າເອຟຣາຢິມ.+
7 ພວກທະຫານຂອງດາວິດ+ຊະນະພວກທີ່ຢູ່ຝ່າຍອັບຊາໂລມ+ ແລະໃນມື້ນັ້ນທະຫານທີ່ຢູ່ຝ່າຍອັບຊາໂລມຖືກຂ້າຕາຍ 20.000 ຄົນ.
8 ການຕໍ່ສູ້ໄດ້ແພ່ລາມໄປທົ່ວເຂດນັ້ນ. ໃນມື້ນັ້ນ ຄົນທີ່ຕາຍຍ້ອນອັນຕະລາຍໃນປ່າມີຫຼາຍກວ່າຄົນທີ່ຕາຍຍ້ອນການຕໍ່ສູ້.
9 ໃນທີ່ສຸດ ອັບຊາໂລມກໍເຈິກັບພວກທະຫານຂອງດາວິດ. ແລ້ວອັບຊາໂລມກໍຂີ່ໂຕລໍ*ໜີໄປ. ແຕ່ໂຕລໍນັ້ນແລ່ນເຂົ້າໄປກ້ອງຕົ້ນໄມ້ໃຫຍ່ທີ່ມີງ່າຫຼາຍໆ ຜົມຂອງອັບຊາໂລມຈຶ່ງໄປຄາຢູ່ຕົ້ນໄມ້ແລະໂຕຂອງລາວກໍຫ້ອຍຢູ່ເທິງຕົ້ນໄມ້ນັ້ນ ສ່ວນໂຕລໍຍັງແລ່ນໄປຕໍ່.
10 ມີຜູ້ໜຶ່ງເຫັນແລະໄປບອກໂຢອາບ+ວ່າ: “ຂ້ອຍເຫັນອັບຊາໂລມຫ້ອຍຢູ່ເທິງຕົ້ນໄມ້ໃຫຍ່.”
11 ໂຢອາບເວົ້າກັບລາວວ່າ: “ເຈົ້າເຫັນລາວແລ້ວເປັນຫຍັງຈຶ່ງບໍ່ຂ້າລາວໃຫ້ຕາຍຢູ່ຫັ້ນເລີຍ? ຂ້ອຍຈະເອົາຫຼຽນເງິນ 10 ຫຼຽນກັບສາຍແອວເສັ້ນໜຶ່ງໃຫ້ເຈົ້າ.”
12 ແຕ່ຜູ້ຊາຍຄົນນັ້ນຕອບໂຢອາບວ່າ: “ເຈົ້າຈະເອົາຫຼຽນເງິນໃຫ້ຂ້ອຍ 1.000 ຫຼຽນ ຂ້ອຍກໍບໍ່ເອົາ. ຂ້ອຍຈະບໍ່ຂ້າລູກຊາຍຂອງກະສັດເດັດຂາດ ເພາະພວກເຮົາໄດ້ຍິນກະສັດສັ່ງເຈົ້າ ອາບີຊາຍ ແລະອິດຕາຍວ່າ ‘ຢ່າໃຫ້ໃຜຂ້າອັບຊາໂລມ.’+
13 ຖ້າຂ້ອຍບໍ່ເຊື່ອຟັງຄຳສັ່ງຂອງກະສັດແລະຂ້າລາວ ຈັ່ງໃດກະສັດກໍຕ້ອງຮູ້ ແລະເຈົ້າຄືຊິບໍ່ປົກປ້ອງຂ້ອຍດອກ.”
14 ໂຢອາບເວົ້າວ່າ: “ຂ້ອຍຈະບໍ່ເສຍເວລາລົມກັບເຈົ້າແລ້ວ!” ຈາກນັ້ນ ໂຢອາບກໍເອົາມີດສັ້ນ* 3 ອັນໄປແທງຫົວໃຈຂອງອັບຊາໂລມຈົນຊອດ ເຊິ່ງຕອນນັ້ນລາວຍັງບໍ່ທັນຕາຍແລະຫ້ອຍຢູ່ເທິງຕົ້ນໄມ້ໃຫຍ່.
15 ແລ້ວຜູ້ຖືອາວຸດຂອງໂຢອາບ 10 ຄົນກໍເຂົ້າມາແທງອັບຊາໂລມຈົນລາວຕາຍ.+
16 ຈາກນັ້ນ ໂຢອາບກໍເປົ່າແກເຂົາສັດ. ພວກທະຫານຈຶ່ງເຊົາໄລ່ລ່າພວກອິດສະຣາເອນຕາມທີ່ໂຢອາບສັ່ງ.
17 ເຂົາເຈົ້າເອົາສົບຂອງອັບຊາໂລມໂຍນລົງໃນຂຸມໃຫຍ່ທີ່ຢູ່ໃນປ່າ ແລ້ວເອົາກ້ອນຫີນໄປຖົມຈົນເປັນກອງສູງໆ.+ ແລ້ວພວກອິດສະຣາເອນທຸກຄົນກໍໜີກັບເມືອເຮືອນຂອງໂຕເອງ.
18 ຕອນທີ່ອັບຊາໂລມຍັງມີຊີວິດຢູ່ ລາວໄດ້ຕັ້ງເສົາອັນໜຶ່ງໃຫ້ໂຕເອງຢູ່ຮ່ອມພູຂອງກະສັດ.+ ລາວເວົ້າວ່າ: “ເພາະຂ້ອຍບໍ່ມີລູກຊາຍທີ່ຈະໃຫ້ລະນຶກເຖິງຊື່ຂອງຂ້ອຍອີກຕໍ່ໄປ.”+ ລາວຕັ້ງຊື່ເສົານັ້ນຕາມຊື່ຂອງລາວ. ເສົານັ້ນຊື່ວ່າອະນຸສາວະລີຂອງອັບຊາໂລມຈົນຮອດທຸກມື້ນີ້.
19 ອາຮີມາອາດ+ລູກຊາຍຂອງຊາໂດກເວົ້າວ່າ: “ຂໍໃຫ້ຂ້ອຍແລ່ນໄປບອກກະສັດໃຫ້ຮູ້ເລື່ອງນີ້ ຍ້ອນພະເຢໂຫວາໄດ້ໃຫ້ຄວາມຍຸຕິທຳກັບກະສັດໂດຍຊ່ວຍລາວໃຫ້ລອດຈາກພວກສັດຕູ.”+
20 ແຕ່ໂຢອາບບອກລາວວ່າ: “ມື້ນີ້ເຈົ້າບໍ່ຕ້ອງໄປບອກກະສັດ ມື້ໜ້າຈຶ່ງໄປບອກ ເພາະລູກຊາຍຂອງກະສັດຫາກໍຕາຍ.”+
21 ແລ້ວໂຢອາບບອກຄົນກູເຊ+ຜູ້ໜຶ່ງວ່າ: “ໃຫ້ໄປບອກກະສັດຕາມທີ່ເຈົ້າເຫັນ.” ຄົນກູເຊຜູ້ນັ້ນກົ້ມຫົວລົງເພື່ອສະແດງຄວາມນັບຖືຕໍ່ໂຢອາບ ແລ້ວລາວກໍແລ່ນໄປ.
22 ອາຮີມາອາດລູກຊາຍຂອງຊາໂດກຈຶ່ງເວົ້າກັບໂຢອາບອີກເທື່ອໜຶ່ງວ່າ: “ຈັ່ງໃດກະຢ່າ ຂ້ອຍຂໍແລ່ນໄປນຳຫຼັງຄົນກູເຊເດີ້.” ແຕ່ໂຢອາບບອກວ່າ: “ເຈົ້າຊິແລ່ນໄປເຮັດຫຍັງ? ເພາະເຈົ້າບໍ່ມີຂ່າວຫຍັງຊິໄປບອກ.”
23 ແຕ່ອາຮີມາອາດກໍຍັງເວົ້າວ່າ: “ຈັ່ງໃດກະຢ່າ ຂ້ອຍຂໍແລ່ນໄປເດີ້.” ໂຢອາບຈຶ່ງບອກລາວວ່າ: “ກະໄດ້.” ອາຮີມາອາດຈຶ່ງແລ່ນໄປຕາມທາງທີ່ຜ່ານເຂດແມ່ນ້ຳຈໍແດນ ແລະໃນທີ່ສຸດລາວກໍແລ່ນແຊງໜ້າຄົນກູເຊ.
24 ຕອນນັ້ນ ດາວິດນັ່ງຢູ່ລະຫວ່າງປະຕູເມືອງຊັ້ນນອກແລະຊັ້ນໃນ.+ ທະຫານຍາມ+ໄດ້ຂຶ້ນໄປເທິງຫຼັງຄາປະຕູເມືອງທີ່ຢູ່ຕິດກັບກຳແພງ ແລ້ວລາວກໍເຫັນຜູ້ຊາຍຄົນໜຶ່ງກຳລັງແລ່ນມາ.
25 ທະຫານຍາມຈຶ່ງຮ້ອງບອກກະສັດດາວິດ. ກະສັດເວົ້າວ່າ: “ຖ້າລາວມາຄົນດຽວ ລາວຕ້ອງມີຂ່າວມາບອກ.”
26 ເມື່ອລາວແລ່ນມາໃກ້ໆ ທະຫານຍາມກໍເຫັນຜູ້ຊາຍອີກຄົນໜຶ່ງກຳລັງແລ່ນມາ. ທະຫານຍາມຈຶ່ງຮ້ອງບອກຄົນເຝົ້າປະຕູວ່າ: “ມີຜູ້ຊາຍອີກຄົນໜຶ່ງກຳລັງແລ່ນມາ.” ກະສັດເວົ້າວ່າ: “ຜູ້ນີ້ກໍມີຂ່າວມາບອກຄືກັນ.”
27 ທະຫານຍາມເວົ້າວ່າ: “ຜູ້ທຳອິດທີ່ຂ້ອຍເຫັນແລ່ນມາ ຄືກັບອາຮີມາອາດ+ລູກຊາຍຂອງຊາໂດກ.” ກະສັດຈຶ່ງເວົ້າວ່າ: “ລາວເປັນຄົນດີ ລາວຕ້ອງເອົາຂ່າວດີມາບອກ.”
28 ອາຮີມາອາດຮ້ອງບອກກະສັດວ່າ: “ຂ້ອຍມີຂ່າວດີມາບອກ.” ແລ້ວລາວກໍເຂົ້າມາໝູບໜ້າລົງເພື່ອສະແດງຄວາມນັບຖືຕໍ່ກະສັດແລະເວົ້າວ່າ: “ຂໍໃຫ້ພະເຢໂຫວາພະເຈົ້າຂອງທ່ານໄດ້ຮັບການສັນລະເສີນ. ເພິ່ນເຮັດໃຫ້ຜູ້ທີ່ຕໍ່ຕ້ານທ່ານຍອມແພ້ແລ້ວ!”+
29 ແຕ່ກະສັດຖາມວ່າ: “ອັບຊາໂລມລູກຂອງຂ້ອຍບໍ່ເປັນຫຍັງແມ່ນບໍ?” ອາຮີມາອາດຕອບວ່າ: “ຕອນທີ່ໂຢອາບສົ່ງຂ້ອຍກັບຄົນຮັບໃຊ້ອີກຜູ້ໜຶ່ງຂອງທ່ານມານີ້ ຂ້ອຍເຫັນມີຄວາມວຸ່ນວາຍຫຼາຍ ແຕ່ຂ້ອຍບໍ່ຮູ້ວ່າແມ່ນເລື່ອງຫຍັງ.”+
30 ກະສັດຈຶ່ງບອກວ່າ: “ຫຍັບມາຢືນຢູ່ທາງຂ້າງພີ້.” ອາຮີມາອາດກໍໄປຢືນຢູ່ທາງຂ້າງ.
31 ແລ້ວຄົນກູເຊກໍມາຮອດ+ແລະເວົ້າວ່າ: “ຂໍໃຫ້ກະສັດຜູ້ເປັນນາຍຂອງຂ້ອຍຟັງຂ່າວນີ້. ມື້ນີ້ພະເຢໂຫວາໄດ້ໃຫ້ຄວາມຍຸຕິທຳກັບທ່ານ ໂດຍຊ່ວຍທ່ານໃຫ້ລອດຈາກພວກທີ່ຕໍ່ຕ້ານທ່ານ.”+
32 ແຕ່ກະສັດຖາມຄົນກູເຊວ່າ: “ອັບຊາໂລມລູກຂອງຂ້ອຍບໍ່ເປັນຫຍັງແມ່ນບໍ?” ຄົນກູເຊຕອບວ່າ: “ຂໍໃຫ້ສັດຕູທັງໝົດຂອງກະສັດຜູ້ເປັນນາຍຂອງຂ້ອຍ ລວມທັງທຸກຄົນທີ່ຕໍ່ຕ້ານທ່ານຕາຍຄືກັບອັບຊາໂລມ!”+
33 ກະສັດດາວິດໂສກເສົ້າເສຍໃຈຫຼາຍ. ລາວຂຶ້ນໄປຫ້ອງທີ່ຢູ່ເທິງປະຕູເມືອງ. ຕອນທີ່ຍ່າງໄປນັ້ນ ລາວທັງໄຫ້ທັງເວົ້າວ່າ: “ອັບຊາໂລມລູກເອີ້ຍ ອັບຊາໂລມລູກຂອງພໍ່! ຖ້າເຮັດໄດ້ພໍ່ຢາກຕາຍແທນລູກ. ອັບຊາໂລມເອີ້ຍ ລູກຂອງພໍ່!”+