ຊາມູເອນສະບັບທີສອງ 19:1-43
19 ມີຄົນມາບອກໂຢອາບວ່າ: “ດາວິດຮ້ອງໄຫ້ແລະເສຍໃຈຫຼາຍທີ່ອັບຊາໂລມຕາຍ.”+
2 ໄຊຊະນະ*ໃນມື້ນັ້ນຈຶ່ງກາຍເປັນເລື່ອງໂສກເສົ້າສຳລັບທະຫານທຸກຄົນ ຍ້ອນເຂົາເຈົ້າໄດ້ຍິນວ່າກະສັດໂສກເສົ້າຫຼາຍທີ່ລູກຊາຍຕາຍ.
3 ມື້ນັ້ນພວກທະຫານກັບເຂົ້າໄປໃນເມືອງແບບມິດໆ+ ຄືກັບທະຫານທີ່ຮູ້ສຶກອາຍຍ້ອນໜີມາຈາກການຕໍ່ສູ້.
4 ກະສັດເອົາຜ້າປົກໜ້າ ທັງໄຫ້ທັງເວົ້າວ່າ: “ອັບຊາໂລມລູກເອີ້ຍ! ອັບຊາໂລມລູກຂອງພໍ່!”+
5 ໂຢອາບຈຶ່ງເຂົ້າໄປຫາກະສັດໃນວັງແລະເວົ້າວ່າ: “ມື້ນີ້ພວກທະຫານໄດ້ຊ່ວຍຊີວິດຂອງທ່ານ ພວກລູກຊາຍ+ລູກສາວ+ ພ້ອມທັງພວກເມຍແລະພວກເມຍນ້ອຍ*ຂອງທ່ານ+ ແຕ່ທ່ານພັດເຮັດໃຫ້ເຂົາເຈົ້າຮູ້ສຶກເສຍໜ້າ.
6 ທ່ານຮັກຄົນທີ່ຊັງທ່ານ ແຕ່ພັດຊັງຄົນທີ່ຮັກທ່ານ. ມື້ນີ້ທ່ານເຮັດໃຫ້ເຫັນແຈ້ງແລ້ວວ່າພວກຫົວໜ້າກອງທະຫານແລະພວກທະຫານບໍ່ມີຄ່າຫຍັງເລີຍສຳລັບທ່ານ. ຂ້ອຍໝັ້ນໃຈວ່າມື້ນີ້ຖ້າອັບຊາໂລມບໍ່ຕາຍ ແຕ່ເປັນພວກເຮົາທີ່ຕາຍ ທ່ານຄືຊິບໍ່ເສຍໃຈດອກ.
7 ໃຫ້ທ່ານລຸກຂຶ້ນດຽວນີ້ແລະອອກໄປໃຫ້ກຳລັງໃຈພວກທະຫານ. ຂ້ອຍຂໍສາບານຕໍ່ໜ້າພະເຢໂຫວາວ່າ ຖ້າທ່ານບໍ່ອອກໄປ ນັບຕັ້ງແຕ່ຄືນມື້ນີ້ຈະບໍ່ມີທະຫານຈັກຄົນເຫຼືອຢູ່ນຳທ່ານ ແລະມັນຈະຮ້າຍແຮງກວ່າຄວາມລຳບາກທຸກຢ່າງທີ່ທ່ານເຄີຍເຈິຕັ້ງແຕ່ຍັງໜຸ່ມຈົນຮອດຕອນນີ້.”
8 ກະສັດຈຶ່ງໄປປະຕູເມືອງແລະນັ່ງຢູ່ຫັ້ນ. ມີຄົນໄປບອກພວກທະຫານວ່າ: “ຕອນນີ້ກະສັດກຳລັງນັ່ງຢູ່ປະຕູເມືອງ.” ຈາກນັ້ນ ພວກທະຫານກໍໄປຫາກະສັດ.
ສ່ວນພວກອິດສະຣາເອນທຸກຄົນທີ່ຢູ່ຝ່າຍອັບຊາໂລມໄດ້ໜີກັບເມືອເຮືອນຂອງໂຕເອງ.+
9 ພວກອິດສະຣາເອນທຸກຕະກູນພາກັນເວົ້າວ່າ: “ກະສັດໄດ້ຊ່ວຍພວກເຮົາໃຫ້ລອດຈາກພວກສັດຕູ+ ແລະໄດ້ຊ່ວຍພວກເຮົາໃຫ້ລອດຈາກພວກຟີລິດສະຕີນ. ແຕ່ຕອນນີ້ລາວໜີໄປຍ້ອນອັບຊາໂລມ+
10 ແລະອັບຊາໂລມຜູ້ທີ່ພວກເຮົາແຕ່ງຕັ້ງໃຫ້ເປັນກະສັດຂອງພວກເຮົາ+ໄດ້ຕາຍໃນການສູ້ຮົບແລ້ວ.+ ຕອນນີ້ ເປັນຫຍັງພວກເຮົາຈຶ່ງບໍ່ໄປເຊີນກະສັດໃຫ້ກັບມາ?”
11 ກະສັດດາວິດສົ່ງຂ່າວໄປຫາຊາໂດກ+ແລະອາບີອາທາ+ທີ່ເປັນປະໂລຫິດວ່າ: “ໃຫ້ບອກພວກຜູ້ນຳຂອງຢູດາ+ວ່າ ‘ພວກເຈົ້າຈະເປັນຄົນກຸ່ມສຸດທ້າຍທີ່ເຊີນຂ້ອຍໃຫ້ກັບໄປເປັນກະສັດໃນວັງບໍ? ເພາະພວກອິດສະຣາເອນໄດ້ເຊີນຂ້ອຍໃຫ້ໄປເປັນກະສັດແລ້ວ.
12 ພວກເຈົ້າເປັນພີ່ນ້ອງສາຍເລືອດດຽວກັນກັບຂ້ອຍ* ພວກເຈົ້າຈະເປັນຄົນກຸ່ມສຸດທ້າຍທີ່ເຊີນຂ້ອຍໃຫ້ກັບໄປເປັນກະສັດບໍ?’
13 ໃຫ້ພວກເຈົ້າບອກອາມາສາ+ວ່າ ‘ເຈົ້າເປັນພີ່ນ້ອງສາຍເລືອດດຽວກັນກັບຂ້ອຍແມ່ນບໍ? ຂໍໃຫ້ພະເຈົ້າລົງໂທດຂ້ອຍໜັກໆ ຖ້ານັບຕັ້ງແຕ່ມື້ນີ້ຂ້ອຍບໍ່ໃຫ້ເຈົ້າເປັນຫົວໜ້າກອງທັບແທນໂຢອາບ.’”+
14 ພວກຢູດາທຸກຄົນກໍປ່ຽນມາຢູ່ຝ່າຍກະສັດດາວິດແລະໃຫ້ຄົນໄປບອກດາວິດວ່າ: “ຂໍໃຫ້ທ່ານແລະຄົນຂອງທ່ານທັງໝົດກັບມາ.”
15 ກະສັດຈຶ່ງເດີນທາງກັບມາ. ເມື່ອມາຮອດແມ່ນ້ຳຈໍແດນ ພວກຢູດາກໍມາຫາກະສັດດາວິດຢູ່ເມືອງກິນການ+ເພື່ອຈະພາກະສັດຂ້າມແມ່ນ້ຳຈໍແດນ.
16 ຊິເມອີ+ລູກຊາຍຂອງເກຣາຄົນເບັນຢາມິນທີ່ມາຈາກບາຮູຣີມກໍຟ້າວມາຫາກະສັດດາວິດພ້ອມກັບພວກຢູດາ
17 ແລະມີພວກເບັນຢາມິນ 1.000 ຄົນມານຳລາວ. ຊີບາ+ຄົນຮັບໃຊ້ໃນຄອບຄົວຂອງຊາອູນກໍມາກັບລູກຊາຍ 15 ຄົນແລະຄົນຮັບໃຊ້ 20 ຄົນ. ເຂົາເຈົ້າມາຮອດແມ່ນ້ຳຈໍແດນກ່ອນກະສັດດາວິດ.
18 ຊີບາ*ຂ້າມແມ່ນ້ຳໄປກ່ອນຢູ່ບ່ອນທາງຂ້າມເພື່ອຈະພາຄອບຄົວຂອງກະສັດຂ້າມໄປແລະເຮັດທຸກຢ່າງຕາມທີ່ກະສັດບອກ. ຕອນທີ່ກະສັດກຳລັງຈະຂ້າມແມ່ນ້ຳຈໍແດນ ຊິເມອີລູກຊາຍຂອງເກຣາໄດ້ມາໝູບລົງຕໍ່ໜ້າກະສັດ.
19 ລາວເວົ້າກັບກະສັດວ່າ: “ຂໍກະສັດຜູ້ເປັນນາຍຂອງຂ້ອຍຍົກໂທດໃຫ້ຂ້ອຍ. ຂໍໃຫ້ທ່ານລືມຄວາມຜິດທີ່ຂ້ອຍເຄີຍເຮັດ+ຕໍ່ທ່ານຕອນທີ່ທ່ານອອກຈາກເມືອງເຢຣູຊາເລັມ. ຂໍທ່ານຢ່າຊາເລື່ອງທີ່ຂ້ອຍໄດ້ເຮັດ
20 ເພາະຂ້ອຍທີ່ເປັນຜູ້ຮັບໃຊ້ຂອງທ່ານຮູ້ດີວ່າຂ້ອຍໄດ້ເຮັດຜິດແລ້ວ. ມື້ນີ້ຂ້ອຍຈຶ່ງເປັນຄົນທຳອິດໃນພວກພີ່ນ້ອງຂອງໂຢເຊັບ*ທີ່ມາຫາກະສັດຜູ້ເປັນນາຍຂອງຂ້ອຍ.”
21 ອາບີຊາຍ+ລູກຊາຍຂອງເຊຣູຢາ+ຈຶ່ງເວົ້າຂຶ້ນມາທັນທີວ່າ: “ຊິເມອີຄວນຖືກຂ້າ ຍ້ອນລາວໄດ້ດ່າຜູ້ທີ່ພະເຢໂຫວາເລືອກ.”+
22 ແຕ່ດາວິດເວົ້າວ່າ: “ລູກເຊຣູຢາ+ເອີ້ຍ ເລື່ອງນີ້ບໍ່ກ່ຽວກັບເຈົ້າ. ມື້ນີ້ເຈົ້າຈະຂັດໃຈຂ້ອຍບໍ? ມື້ນີ້ບໍ່ຄວນມີຜູ້ໃດໃນອິດສະຣາເອນຖືກຂ້າ ຍ້ອນຂ້ອຍໄດ້ກັບມາເປັນກະສັດຂອງອິດສະຣາເອນແລ້ວ.”
23 ກະສັດຈຶ່ງບອກຊິເມອີວ່າ: “ເຈົ້າຈະບໍ່ຕາຍດອກ.” ກະສັດໄດ້ສາບານກັບລາວໃນເລື່ອງນີ້.+
24 ເມຟີໂບເຊັດ+ຫຼານຊາຍຂອງຊາອູນກໍມາຫາກະສັດຄືກັນ. ຕັ້ງແຕ່ມື້ທີ່ກະສັດໜີໄປຈົນຮອດມື້ທີ່ກະສັດກັບມາຢ່າງປອດໄພ ເມຟີໂບເຊັດບໍ່ລ້າງຕີນ ບໍ່ຕັດເລັບ ບໍ່ຕັດໜວດ ແລະບໍ່ຊັກເຄື່ອງນຸ່ງ.
25 ເມື່ອລາວມາຫາກະສັດຢູ່ເມືອງເຢຣູຊາເລັມ* ກະສັດຖາມລາວວ່າ: “ເມຟີໂບເຊັດ ເປັນຫຍັງເຈົ້າບໍ່ໄປນຳຂ້ອຍ?”
26 ເມຟີໂບເຊັດຕອບວ່າ: “ກະສັດຜູ້ເປັນນາຍຂອງຂ້ອຍ ຂ້ອຍຖືກຄົນຮັບໃຊ້+ຕົວະ. ຂ້ອຍບອກລາວແລ້ວວ່າ ‘ເອົາອານໃສ່ຫຼັງລາໃຫ້ຂ້ອຍແດ່ ຂ້ອຍຈະໄປນຳກະສັດ’ ເພາະຂ້ອຍເປັນລ່ອຍ.+
27 ແຕ່ລາວກໍໄປເວົ້າໃສ່ຮ້າຍຂ້ອຍໃຫ້ກະສັດຟັງ.+ ແຕ່ກະສັດຜູ້ເປັນນາຍຂອງຂ້ອຍເປັນຄືກັບທູດສະຫວັນຂອງພະເຈົ້າທ່ຽງແທ້. ດັ່ງນັ້ນ ທ່ານຄິດວ່າສົມຄວນເຮັດແນວໃດກໍເຮັດໂລດ.
28 ທີ່ຈິງ ກະສັດຜູ້ເປັນນາຍຂອງຂ້ອຍຈະຂ້າທຸກຄົນໃນຄອບຄົວຂອງພໍ່ຂ້ອຍກໍໄດ້ ແຕ່ທ່ານຍັງໃຫ້ຂ້ອຍກິນເຂົ້າໂຕະດຽວກັບທ່ານ.+ ຂ້ອຍຈະມີສິດຮຽກຮ້ອງເອົາຫຍັງຈາກກະສັດອີກ?”
29 ແຕ່ກະສັດບອກລາວວ່າ: “ບໍ່ຕ້ອງເວົ້າຫຍັງອີກໃນເລື່ອງນີ້. ຂ້ອຍຕັດສິນໃຈແລ້ວວ່າເຈົ້າກັບຊີບາຄວນແບ່ງດິນກັນ.”+
30 ເມຟີໂບເຊັດບອກກະສັດວ່າ: “ໃຫ້ລາວເອົາທັງໝົດໂລດ ເພາະຕອນນີ້ກະສັດຜູ້ເປັນນາຍຂອງຂ້ອຍກັບມາຢ່າງປອດໄພແລ້ວ.”
31 ບາຊິລາຍ+ຄົນກິລຽດຈາກເມືອງໂຣເກລີມກໍມາຫາກະສັດ ເພື່ອຈະມາສົ່ງກະສັດຢູ່ແມ່ນ້ຳຈໍແດນ.
32 ບາຊິລາຍເຖົ້າຫຼາຍແລ້ວ. ລາວອາຍຸ 80 ປີ. ລາວເຄີຍສົ່ງຂອງກິນໄປໃຫ້ກະສັດຕອນທີ່ກະສັດຢູ່ເມືອງມາຮານາຢິມ.+ ບາຊິລາຍເປັນຄົນຮັ່ງຫຼາຍ.
33 ກະສັດບອກບາຊິລາຍວ່າ: “ຂ້າມໄປນຳຂ້ອຍ. ຂ້ອຍຈະເບິ່ງແຍງເຈົ້າຢູ່ເມືອງເຢຣູຊາເລັມ.”+
34 ແຕ່ບາຊິລາຍບອກກະສັດວ່າ: “ຂ້ອຍຈະຢູ່ໄດ້ອີກດົນປານໃດ ຂ້ອຍບໍ່ຄວນໄປເມືອງເຢຣູຊາເລັມກັບກະສັດ.
35 ຕອນນີ້ຂ້ອຍອາຍຸ 80 ປີແລ້ວ.+ ຂ້ອຍຍັງຊິເບິ່ງອອກບໍວ່າອັນໃດດີອັນໃດຊົ່ວ? ຂ້ອຍຍັງຊິຮູ້ລົດຊາດສິ່ງທີ່ຂ້ອຍກິນແລະດື່ມບໍ? ຂ້ອຍຍັງຊິໄດ້ຍິນສຽງຮ້ອງເພງຂອງຜູ້ຊາຍຜູ້ຍິງຢູ່ບໍ?+ ຂ້ອຍຈະເປັນພາລະໃຫ້ກະສັດຜູ້ເປັນນາຍຂອງຂ້ອຍລ້າໆ.
36 ຂ້ອຍໄດ້ມາສົ່ງກະສັດຂ້າມແມ່ນ້ຳຈໍແດນ ຂ້ອຍກໍດີໃຈແລ້ວ. ທ່ານບໍ່ຕ້ອງຕອບແທນຂ້ອຍແບບນີ້ດອກ.
37 ຂໍໃຫ້ຂ້ອຍກັບເມືອແລະຕາຍຢູ່ບ້ານເກີດໃກ້ກັບບ່ອນຝັງສົບຂອງພໍ່ແມ່ຂ້ອຍ+ ແຕ່ຂໍໃຫ້ກິມຮາມ+ຂ້າມໄປນຳຜູ້ເປັນນາຍຂອງຂ້ອຍ. ທ່ານຢາກໃຊ້ລາວເຮັດຫຍັງກໍແລ້ວແຕ່ທ່ານ.”
38 ກະສັດຈຶ່ງເວົ້າວ່າ: “ກິມຮາມຈະຂ້າມໄປນຳຂ້ອຍ. ຂ້ອຍຈະໃຊ້ລາວໃຫ້ເຮັດໃນສິ່ງທີ່ເຈົ້າເຫັນວ່າເໝາະສົມ. ບໍ່ວ່າເຈົ້າຈະຂໍຫຍັງ ຂ້ອຍກໍຈະເຮັດຕາມນັ້ນ.”
39 ແລ້ວທຸກຄົນກໍຂ້າມແມ່ນ້ຳຈໍແດນ. ຕອນທີ່ກະສັດຈະຂ້າມ ກະສັດໄດ້ຈູບບາຊິລາຍ+ແລະອວຍພອນໃຫ້ລາວ. ແລ້ວບາຊິລາຍກໍກັບເມືອເຮືອນ.
40 ເມື່ອກະສັດຂ້າມແມ່ນ້ຳໄປເມືອງກິນການ+ ກິມຮາມກໍຂ້າມໄປນຳລາວ. ພວກຢູດາທັງໝົດແລະພວກອິດສະຣາເອນເຄິ່ງໜຶ່ງກໍຂ້າມໄປນຳກະສັດ.+
41 ພວກອິດສະຣາເອນທີ່ຍັງເຫຼືອມາເວົ້າກັບກະສັດວ່າ: “ເປັນຫຍັງພວກຢູດາພີ່ນ້ອງຂອງພວກເຮົາຈຶ່ງມາລັກເອົາທ່ານໄປ ແລະພາທ່ານກັບທຸກຄົນໃນຄອບຄົວຂອງທ່ານ ລວມທັງພວກທະຫານທັງໝົດຂອງທ່ານຂ້າມແມ່ນ້ຳຈໍແດນ?”+
42 ພວກຢູດາຕອບພວກອິດສະຣາເອນວ່າ: “ຍ້ອນວ່າກະສັດເປັນພີ່ນ້ອງກັບພວກເຮົາ.+ ພວກເຈົ້າຊິໃຈຮ້າຍເຮັດຫຍັງ? ກະສັດຕ້ອງຈ່າຍເງິນຄ່າຢູ່ຄ່າກິນໃຫ້ພວກເຮົາ ຫຼືເອົາຂອງຂວັນໃຫ້ພວກເຮົາບໍ?”
43 ແຕ່ພວກອິດສະຣາເອນຕອບພວກຢູດາວ່າ: “ພວກເຮົາມີ 10 ຕະກູນ. ດັ່ງນັ້ນ ດາວິດຕ້ອງເປັນກະສັດຂອງພວກເຮົາຫຼາຍກວ່າເປັນກະສັດຂອງພວກເຈົ້າ. ເປັນຫຍັງພວກເຈົ້າບໍ່ໃຫ້ກຽດພວກເຮົາ? ພວກເຮົາມີສິດທີ່ຈະເຊີນດາວິດໃຫ້ກັບໄປເປັນກະສັດຫຼາຍກວ່າພວກເຈົ້າ.” ແຕ່ພວກຢູດາຖຽງຊະນະ*ພວກອິດສະຣາເອນ.
ຂໍ ຄວາມ ໄຂ ເງື່ອນ
^ ຫຼື “ຄວາມລອດ”
^ ເບິ່ງສ່ວນອະທິບາຍຄຳສັບ
^ ແປຕາມໂຕວ່າ “ເປັນກະດູກແລະເນື້ອໜັງຂອງຂ້ອຍ”
^ ຫຼືອາດແປວ່າ “ເຂົາເຈົ້າ”
^ ແປຕາມໂຕວ່າ “ຕະກູນຂອງໂຢເຊັບ”
^ ຫຼືອາດແປວ່າ “ມາຈາກເມືອງເຢຣູຊາເລັມເພື່ອມາເຈິກະສັດ”
^ ຫຼື “ຮຸນແຮງກວ່າ”