ຊາມູເອນ​ສະບັບ​ທີ​ສອງ 2:1-32

  • ດາວິດ​ເປັນ​ກະສັດ​ປົກຄອງ​ຢູດາ (1-​7)

  • ອິດໂບເຊດ​ເປັນ​ກະສັດ​ປົກຄອງ​ອິດສະຣາເອນ (8-​11)

  • ຄອບຄົວ​ຂອງ​ດາວິດ​ເຮັດ​ສົງຄາມ​ກັບ​ຄອບຄົວ​ຂອງ​ຊາອູນ (12-​32)

2  ຫຼັງ​ຈາກ​ນັ້ນ ດາວິດ​ຖາມ​ພະ​ເຢໂຫວາ+ວ່າ: “ລູກ​ຄວນ​ໄປຢູ່ເມືອງ​ໜຶ່ງ​ຂອງ​ຢູດາ​ບໍ?” ພະ​ເຢໂຫວາ​ຕອບ​ວ່າ: “ໄປ​ໂລດ.” ແລ້ວ​ດາວິດ​ຖາມ​ວ່າ: “ລູກ​ຄວນ​ໄປ​ຢູ່​ເມືອງ​ໃດ?” ພະເຈົ້າ​ຕອບ​ວ່າ: “ໄປ​ຢູ່​ເມືອງ​ເຮັບໂຣນ.”+  ດາວິດ​ຈຶ່ງ​ໄປ​ເມືອງ​ເຮັບໂຣນ​ພ້ອມ​ກັບ​ເມຍ 2 ຄົນ​ຄື ອາຮີໂນອາມ+ຄົນ​ເຢດຊະເຣເອນ​ແລະ​ອາບີກາຍ+ຄົນ​ກາເມນ​ທີ່​ເຄີຍ​ເປັນ​ເມຍ​ຂອງ​ນາບານ.  ດາວິດ​ເອົາ​ຄົນ​ຂອງ​ລາວ​ແລະ​ຄອບຄົວ​ຂອງ​ເຂົາ​ເຈົ້າ​ໄປ​ນຳ.+ ເຂົາ​ເຈົ້າ​ຢູ່​ໃນ​ເມືອງ​ຕ່າງ​ໆ​ອ້ອມແອ້ມ​ເຮັບໂຣນ.  ຕໍ່ມາ ພວກ​ຢູດາ​ບາງຄົນ​ກໍ​ມາຫາດາວິດ​ແລະ​ແຕ່ງຕັ້ງ​ລາວ​ໃຫ້​ເປັນ​ກະສັດ​ປົກຄອງ​ຢູດາ.+ ເຂົາ​ເຈົ້າ​ບອກ​ດາວິດ​ວ່າ: “ຄົນ​ໃນ​ເມືອງ​ຢາເບັດກິລຽດ​ເປັນ​ຜູ້​ຝັງ​ສົບ​ຊາອູນ.”  ດາວິດ​ຈຶ່ງ​ສົ່ງ​ຄົນ​ໄປ​ບອກ​ຄົນ​ໃນ​ເມືອງ​ຢາເບັດກິລຽດ​ວ່າ: “ຂໍ​ໃຫ້​ພະ​ເຢໂຫວາ​ອວຍພອນ​ພວກ​ເຈົ້າ​ທີ່​ໄດ້​ຝັງ​ສົບ+ຊາອູນ​ນາຍ​ຂອງ​ພວກ​ເຈົ້າ ເພາະ​ການ​ເຮັດ​ແບບ​ນີ້​ສະແດງ​ວ່າ​ພວກ​ເຈົ້າ​ມີ​ຄວາມ​ຮັກ​ພັກດີ​ຕໍ່​ລາວ.  ຂໍ​ໃຫ້​ພະ​ເຢໂຫວາ​ຮັກ​ແລະ​ສັດຊື່​ຕໍ່​ພວກ​ເຈົ້າ​ສະເໝີ. ຂ້ອຍ​ກໍ​ຈະ​ເຮັດ​ດີ​ຕໍ່​ພວກ​ເຈົ້າ​ຄື​ກັນ​ຍ້ອນ​ສິ່ງ​ທີ່​ພວກ​ເຈົ້າ​ໄດ້​ເຮັດ.+  ຂໍ​ໃຫ້​ພວກ​ເຈົ້າ​ເຂັ້ມແຂງ​ແລະ​ກ້າຫານ ເພາະ​ຕອນ​ນີ້​ຊາອູນ​ນາຍ​ຂອງ​ພວກ​ເຈົ້າ​ໄດ້​ຕາຍ​ແລ້ວ ແລະ​ພວກ​ຢູດາ​ໄດ້​ແຕ່ງຕັ້ງ​ຂ້ອຍ​ໃຫ້​ເປັນ​ກະສັດ​ປົກຄອງ​ເຂົາ​ເຈົ້າ​ແລ້ວ.”  ຊາອູນ​ຍັງ​ມີ​ລູກ​ຊາຍ​ອີກ​ຜູ້​ໜຶ່ງ​ຊື່​ອິດໂບເຊດ.+ ອັບເນ*+ທີ່​ເປັນ​ຫົວ​ໜ້າ​ກອງ​ທັບ​ຂອງ​ຊາອູນ​ໄດ້​ພາ​ລາວ​ຂ້າມ​ແມ່​ນ້ຳຈໍແດນໄປ​ເມືອງ​ມາຮານາຢິມ+  ແລະ​ໄດ້​ແຕ່ງຕັ້ງ​ລາວ​ໃຫ້​ເປັນ​ກະສັດ​ປົກຄອງ​ກິລຽດ+ ພວກ​ອາຊູ ເມືອງ​ເຢດຊະເຣເອນ+ ເຂດ​ເອຟຣາຢິມ+ ເຂດ​ເບັນຢາມິນ ແລະ​ອິດສະຣາເອນ​ທັງ​ໝົດ. 10  ອິດໂບເຊດ​ເປັນ​ກະສັດ​ປົກຄອງ​ອິດສະຣາເອນ​ຕອນ​ອາຍຸ 40 ປີ ແລະ​ລາວ​ປົກຄອງ 2 ປີ. ແຕ່​ພວກ​ຢູດາ​ຢູ່ຝ່າຍດາວິດ.+ 11  ດາວິດ​ເປັນ​ກະສັດ​ປົກຄອງ​ພວກ​ຢູດາ​ຢູ່​ເມືອງ​ເຮັບໂຣນ 7 ປີ​ກັບ 6 ເດືອນ.+ 12  ຕໍ່ມາ ອັບເນ​ລູກ​ຊາຍ​ຂອງ​ເນ​ກັບພວກ​ທະຫານຂອງ​ອິດໂບເຊດ​ໄດ້​ອອກ​ຈາກ​ເມືອງ​ມາຮານາຢິມ+ໄປ​ເມືອງ​ກິເບໂອນ.+ 13  ໂຢອາບ+ລູກ​ຊາຍ​ຂອງ​ເຊຣູຢາ​+ກັບ​ພວກ​ທະຫານ​ຂອງ​ດາວິດ​ກໍ​ອອກ​ໄປ​ຕໍ່ສູ້​ກັບ​ເຂົາ​ເຈົ້າ​ຢູ່​ສະ​ນ້ຳ​ໃນ​ເມືອງ​ກິເບໂອນ. ແຕ່​ລະ​ຝ່າຍ​ນັ່ງ​ຢູ່​ຄົນ​ລະ​ເບື້ອງ​ຂອງ​ສະ. 14  ແລ້ວອັບເນ​ກໍ​ບອກ​ໂຢອາບ​ວ່າ: “ໃຫ້​ພວກ​ທະຫານ​ອອກ​ມາ​ຕໍ່ສູ້​ກັນ​ຕໍ່​ໜ້າ​ພວກ​ເຮົາ.” ໂຢອາບ​ເວົ້າ​ວ່າ: “ກະ​ໄດ້.” 15  ທັງ​ສອງ​ຝ່າຍ​ຈຶ່ງ​ສົ່ງ​ທະຫານ​ອອກ​ມາ. ຝ່າຍ​ອິດໂບເຊດ​ໄດ້​ເລືອກ​ເອົາ 12 ຄົນ​ຈາກ​ຕະກູນ​ເບັນຢາມິນ ແລະ​ຝ່າຍ​ທະຫານ​ຂອງ​ດາວິດ​ໄດ້​ເລືອກ​ເອົາ 12 ຄົນ​ຄື​ກັນ. 16  ເຂົາ​ເຈົ້າ​ຈັບ​ຫົວ​ຂອງ​ຄູ່​ຕໍ່ສູ້​ແລະ​ເອົາ​ດາບ​ແທງ​ຂ້າງ​ກັນ ແລ້ວ​ທຸກ​ຄົນ​ກໍ​ຕາຍ. ບ່ອນ​ນັ້ນ​ຂອງ​ເມືອງ​ກິເບໂອນ​ຈຶ່ງ​ຖືກ​ເອີ້ນ​ວ່າ​ເຮັນກາດຮັກຊູຣີມ. 17  ການ​ຕໍ່ສູ້​ຫຼັງ​ຈາກ​ນັ້ນ​ຂອງ​ທັງ​ສອງ​ຝ່າຍ​ເປັນ​ຕາ​ຢ້ານ​ຫຼາຍ. ໃນ​ທີ່​ສຸດ ທະຫານ​ຂອງ​ດາວິດ​ກໍ​ຊະນະ​ອັບເນ​ແລະ​ພວກ​ທະຫານ​ອິດສະຣາເອນ. 18  ລູກ​ຊາຍ 3 ຄົນ​ຂອງ​ເຊຣູຢາ​+ທີ່​ຊື່​ໂຢອາບ+ ອາບີຊາຍ+ ແລະ​ອາສາເຮນ+ກໍ​ຢູ່​ຫັ້ນ​ຄື​ກັນ. ອາສາເຮນ​ແລ່ນ​ໄວ​ຫຼາຍ​ຄື​ກັບ​ກວາງ​ທີ່​ແລ່ນ​ຢູ່​ໃນ​ທົ່ງ​ຫຍ້າ. 19  ອາສາເຮນ​ແລ່ນ​ໄລ່​ອັບເນ​ຕະຫຼອດ. ອັບເນ​ແລ່ນ​ໄປ​ທາງ​ໃດ ອາສາເຮນ​ກໍ​ແລ່ນ​ໄປ​ທາງ​ນັ້ນ. 20  ຕອນ​ທີ່​ແລ່ນ​ຢູ່​ນັ້ນ ອັບເນ​ຫຼຽວ​ຫຼັງ​ມາ​ເບິ່ງ​ແລະ​ຖາມ​ວ່າ: “ເຈົ້າ​ແມ່ນ​ອາສາເຮນ​ຫວາ?” ລາວ​ຕອບ​ວ່າ: “ແມ່ນ​ແລ້ວ.” 21  ອັບເນ​ບອກ​ລາວ​ວ່າ: “ເຊົາ​ແລ່ນໄລ່ຂ້ອຍ. ໃຫ້​ເຈົ້າ​ໄປ​ໄລ່​ຈັບ​ທະຫານ​ຜູ້​ໜຶ່ງ​ຂອງ​ຂ້ອຍ ຖ້າ​ເຈົ້າ​ໄລ່​ທັນ​ແລະ​ຢາກ​ໄດ້​ຫຍັງ​ຂອງ​ລາວ​ກໍ​ເອົາ​ໄປ​ໂລດ.” ແຕ່​ອາສາເຮນ​ກໍ​ຍັງ​ບໍ່​ເຊົາ​ແລ່ນ​ໄລ່​ອັບເນ. 22  ອັບເນ​ຈຶ່ງ​ບອກ​ອາສາເຮນ​ອີກ​ເທື່ອ​ໜຶ່ງ​ວ່າ: “ເຊົາ​ແລ່ນ​ໄລ່​ຂ້ອຍ​ແມ້. ຂ້ອຍ​ບໍ່​ຢາກ​ຂ້າເຈົ້າ. ຖ້າຂ້ອຍ​ຂ້າເຈົ້າ ຂ້ອຍ​ຈະ​ກ້າ​ສູ້​ໜ້າ​ໂຢອາບ​ອ້າຍ​ຂອງ​ເຈົ້າ​ໄດ້​ແນວ​ໃດ?” 23  ແຕ່​ອາສາເຮນ​ກໍ​ຍັງ​ບໍ່​ເຊົາ​ແລ່ນ​ໄລ່ ອັບເນ​ຈຶ່ງເອົາ​ປາຍ​ຫອກແທງ​ກັບ​ຫຼັງແລະ​ສຽບ​ທ້ອງ​ຂອງ​ອາສາເຮນ​+ຈົນ​ຊອດ​ຮອດ​ຫຼັງ. ລາວ​ລົ້ມ​ຟຸບ​ລົງ​ຫັ້ນ​ແລ້ວ​ກໍ​ຕາຍ. ເມື່ອ​ພວກ​ທະຫານ​ມາ​ຮອດ​ບ່ອນ​ທີ່​ອາສາເຮນ​ນອນ​ຕາຍ​ຢູ່ ເຂົາ​ເຈົ້າ​ກໍ​ຢຸດ​ຢູ່​ຫັ້ນ​ບຶດ​ໜຶ່ງ. 24  ໂຢອາບ​ກັບ​ອາບີຊາຍ​ໄດ້ໄລ່ນຳ​ອັບເນ​ຕໍ່. ຕອນ​ທີ່​ຕາເວັນໃກ້​ຈະ​ຕົກ​ດິນ ເຂົາ​ເຈົ້າ​ມາ​ຮອດ​ໂນນ​ພູ​ອຳມາ​ທີ່​ຢູ່​ກົງ​ກັນ​ຂ້າມ​ກັບ​ກີອາ ຕາມ​ທາງ​ໄປ​ບ່ອນ​ກັນດານ​ກິເບໂອນ. 25  ແລ້ວ​ພວກ​ທະຫານ​ເບັນຢາມິນ​ກໍ​ມາ​ຢືນ​ລວມ​ກັນ​ຢູ່​ທາງ​ຫຼັງ​ອັບເນ. ເຂົາ​ເຈົ້າ​ມາ​ລວມ​ກັນ​ເປັນ​ກອງ​ທັບ​ດຽວ​ແລ້ວ​ໄປ​ຢືນ​ຢູ່​ເທິງ​ໂນນ​ພູ​ໜຶ່ງ. 26  ອັບເນ​ຮ້ອງ​ຖາມ​ໂຢອາບ​ວ່າ: “ພວກ​ເຮົາຊິຂ້າ​ຟັນກັນອີກ​ດົນ​ປານ​ໃດ? ຖ້າ​ເຮັດ​ແບບ​ນີ້​ຕໍ່​ໄປ ພວກ​ເຮົາ​ກໍ​ມີ​ແຕ່​ຄວາມ​ຄຽດ​ແຄ້ນ​ໃຫ້​ກັນ. ປານ​ໃດ​ເຈົ້າ​ຊິ​ບອກ​ໃຫ້​ພວກ​ລູກ​ນ້ອງ​ຂອງ​ເຈົ້າ​ເຊົາ​ນຳ​ຂ້າ​ພີ່ນ້ອງ​ຂອງ​ເຂົາ​ເຈົ້າ?” 27  ໂຢອາບ​ບອກ​ວ່າ: “ຂ້ອຍ​ຂໍ​ສາບານ​ຕໍ່​ໜ້າ​ພະເຈົ້າ​ຜູ້​ມີ​ຊີວິດຢູ່ວ່າ ຖ້າ​ເຈົ້າ​ບໍ່​ໄດ້​ເວົ້າ​ເຖິງ​ເລື່ອງ​ນີ້ ພວກ​ລູກ​ນ້ອງ​ຂອງ​ຂ້ອຍ​ກໍຈະ​ນຳ​ຂ້າ​ພວກ​ພີ່ນ້ອງຂອງ​ເຂົາ​ເຈົ້າ​ຈົນ​ຮອດ​ມື້​ອື່ນ​ເຊົ້າ.” 28  ແລ້ວ​ໂຢອາບ​ກໍ​ເປົ່າ​ແກ​ເຂົາ​ສັດ ພວກ​ລູກ​ນ້ອງ​ຂອງ​ລາວ​ຈຶ່ງ​ເຊົາ​ນຳ​ຂ້າ​ພວກ​ອິດສະຣາເອນ ແລະ​ເຂົາ​ເຈົ້າ​ກໍ​ເຊົາ​ຕໍ່ສູ້​ກັນ. 29  ໃນ​ຄືນ​ນັ້ນ ອັບເນ​ກັບ​ພວກ​ລູກ​ນ້ອງ​ໄດ້​ເດີນ​ທາງ​ໝົດ​ຄືນ. ເຂົາ​ເຈົ້າ​ເດີນ​ທາງເຂົ້າ​ໄປ​ໃນ​ເຂດ​ອາຣາບາ+ແລະ​ຂ້າມ​ແມ່​ນ້ຳ​ຈໍແດນ ແລ້ວ​ຍ່າງ​ຜ່ານ​ຮ່ອມພູ* ແລະ​ໃນ​ທີ່​ສຸດ​ກໍ​ໄປ​ຮອດ​ເມືອງ​ມາຮານາຢິມ.+ 30  ຫຼັງ​ຈາກ​ທີ່​ໂຢອາບ​ເຊົາ​ນຳ​ຂ້າ​ອັບເນ​ແລ້ວ ລາວ​ໄດ້​ເອີ້ນ​ທະຫານ​ທຸກ​ຄົນ​ໃຫ້​ມາ​ລວມ​ກັນ. ອາສາເຮນ​ກັບ​ທະຫານ​ຂອງ​ດາວິດ 19 ຄົນ​ຖືກ​ຂ້າ. 31  ແຕ່​ທະຫານ​ຂອງ​ດາວິດ​ຊະນະ​ທະຫານ​ຂອງ​ອັບເນ​ກັບ​ພວກ​ເບັນຢາມິນ ແລະ​ຂ້າ​ທະຫານ​ຂອງ​ເຂົາ​ເຈົ້າ​ຕາຍ 360 ຄົນ. 32  ໂຢອາບ​ກັບ​ພວກ​ທະຫານ​ເອົາ​ສົບ​ຂອງ​ອາສາເຮນ​+ໄປ​ຝັງ​ຢູ່​ບ່ອນ​ຝັງ​ສົບ​ຂອງ​ພໍ່​ລາວ​ໃນ​ເມືອງ​ເບັດເລເຮັມ.+ ແລ້ວ​ເຂົາ​ເຈົ້າ​ກໍ​ເດີນ​ທາງ​ໝົດ​ຄືນ​ແລະ​ໄປ​ຮອດ​ເມືອງ​ເຮັບໂຣນ+ຕອນ​ສວາຍ.

ຂໍຄວາມໄຂເງື່ອນ

ລູກ​ຊາຍ​ຂອງ​ເນ
ຫຼື​ອາດ​ແປ​ວ່າ “ຜ່ານ​ບິດ​ໂຣນ”