ຊາມູເອນ​ສະບັບ​ທີ​ສອງ 21:1-22

  • ພວກ​ກິເບໂອນ​ແກ້ແຄ້ນ​ຄອບຄົວ​ຂອງ​ຊາອູນ (1-​14)

  • ເຮັດ​ສົງຄາມ​ກັບ​ພວກ​ຟີລິດສະຕີນ (15-​22)

21  ຕອນ​ທີ່​ດາວິດ​ປົກຄອງ​ໄດ້​ມີ​ຄວາມ​ອຶດຢາກ​+ຕິດ​ຕໍ່​ກັນ 3 ປີ​ຊ້ອນ. ດາວິດ​ຈຶ່ງ​ຖາມ​ພະ​ເຢໂຫວາ ແລະ​ພະ​ເຢໂຫວາ​ຕອບ​ວ່າ: “ເປັນ​ຍ້ອນ​ຊາອູນ​ແລະ​ຄອບຄົວ​ຂອງ​ລາວ​ເຮັດ​ຜິດ. ລາວ​ໄດ້​ຂ້າ​ພວກ​ກິເບໂອນ.”+  ກະສັດ​ດາວິດ​ຈຶ່ງ​ໃຫ້​ຄົນ​ໄປ​ເອີ້ນ​ພວກ​ກິເບໂອນ​+ມາ​ລົມ​ກັບ​ລາວ. (ພວກ​ກິເບໂອນ​ບໍ່​ແມ່ນ​ຄົນ​ອິດສະຣາເອນ ແຕ່​ແມ່ນ​ຄົນ​ອາໂມ​+ທີ່​ຍັງ​ເຫຼືອ​ຢູ່ເຊິ່ງ​ພວກ​ອິດສະຣາເອນ​ສັນຍາ​ວ່າ​ຈະ​ບໍ່​ຂ້າ​ເຂົາ​ເຈົ້າ.+ ແຕ່​ຊາອູນ​ໄດ້​ພະຍາຍາມ​ໄລ່​ຂ້າ​ພວກ​ນີ້ ຍ້ອນ​ຊັງ​ທີ່​ເຂົາ​ເຈົ້າ​ມາ​ຢູ່​ຮ່ວມ​ກັບ​ພວກ​ອິດສະຣາເອນ​ແລະ​ພວກ​ຢູດາ.)  ດາວິດ​ຖາມ​ພວກ​ກິເບໂອນ​ວ່າ: “ຂ້ອຍ​ຄວນ​ເຮັດ​ຫຍັງ​ໃຫ້​ພວກ​ເຈົ້າ ແລະ​ຂ້ອຍ​ຄວນ​ເຮັດ​ແນວ​ໃດ​ເພື່ອ​ຊົດໄຊ້​ຄວາມ​ຜິດ​ທີ່​ພວກ​ເຮົາ​ໄດ້​ເຮັດ ເພື່ອ​ພວກ​ເຈົ້າ​ຈະ​ອວຍພອນ​ປະຊາຊົນ*​ຂອງ​ພະ​ເຢໂຫວາ?”  ພວກ​ກິເບໂອນ​ຕອບ​ວ່າ: “ສິ່ງ​ທີ່​ຊາອູນ​ກັບ​ຄອບຄົວ​ຂອງ​ລາວ​ເຮັດ​ຕໍ່​ພວກເຮົາ​ຊົດໄຊ້​ດ້ວຍ​ເງິນ​ແລະ​ຄຳ​ບໍ່​ໄດ້+ ແລະ​ພວກ​ເຮົາ​ກໍບໍ່​ມີ​ສິດຂ້າ​ຄົນ​ອິດສະຣາເອນ.” ດາວິດ​ເວົ້າ​ວ່າ: “ບໍ່​ວ່າ​ພວກ​ເຈົ້າ​ຈະ​ຂໍ​ຫຍັງ ຂ້ອຍ​ກໍ​ຈະ​ເຮັດ​ຕາມ.”  ເຂົາ​ເຈົ້າ​ຈຶ່ງ​ບອກ​ດາວິດ​ວ່າ: “ຍ້ອນ​ຊາອູນ​ຂ້າ​ພວກ​ເຮົາ​ແລະ​ວາງ​ແຜນ​ກຳຈັດ​ພວກ​ເຮົາ​ບໍ່​ໃຫ້​ເຫຼືອ​ໃນ​ເຂດ​ແດນ​ອິດສະຣາເອນ+  ໃຫ້​ເອົາ​ລູກ​ຫຼານ​ຂອງ​ລາວ​ມາ 7 ຄົນ. ພວກ​ເຮົາ​ຈະ​ເອົາ​ສົບ​ຂອງ​ເຂົາ​ເຈົ້າ​ໄປ​ແຂວນ​ໄວ້​+ຕໍ່​ໜ້າ​ພະ​ເຢໂຫວາ​ຢູ່​ເມືອງ​ກີເບອາ+ບ້ານ​ເກີດ​ຂອງ​ຊາອູນ​ຜູ້​ທີ່​ພະ​ເຢໂຫວາ​ເຄີຍ​ເລືອກ​ເປັນ​ກະສັດ.”+ ດາວິດ​ຕອບ​ວ່າ: “ຂ້ອຍ​ຈະ​ເຮັດ​ຕາມ​ທີ່​ພວກ​ເຈົ້າ​ຂໍ.”  ແຕ່​ກະສັດ​ດາວິດ​ຮູ້ສຶກ​ອີ່ຕົນ​ເມຟີໂບເຊັດ​+ລູກ​ຊາຍ​ຂອງ​ໂຢນາທານ​ຫຼານ​ຂອງ​ຊາອູນ ຍ້ອນ​ດາວິດ​ກັບ​ໂຢນາທານ​+ລູກ​ຊາຍ​ຂອງ​ຊາອູນ​ໄດ້​ສາບານ​ຕໍ່​ກັນຕໍ່​ໜ້າ​ພະ​ເຢໂຫວາ.  ດາວິດ​ຈຶ່ງ​ເລືອກ​ເອົາ​ອາໂມນີ​ແລະ​ເມຟີໂບເຊັດ​ທີ່​ເປັນ​ລູກ​ຊາຍ​ຂອງ​ຣິດຊະປາ+ທີ່​ເປັນ​ລູກສາວ​ຂອງ​ອາອີຢາ. ຣິດຊະປາ​ໄດ້​ລູກ​ຊາຍ 2 ຄົນ​ນີ້​ກັບ​ຊາອູນ. ດາວິດ​ຍັງ​ໄດ້​ເລືອກ​ເອົາ​ລູກ​ຊາຍ 5 ຄົນ​ຂອງ​ມີການ​+ລູກສາວ​ຂອງ​ຊາອູນ. ມີການ​ໄດ້​ລູກ​ຊາຍ 5 ຄົນ​ນີ້​ກັບ​ອັດຣີເອນ+ທີ່​ເປັນ​ລູກ​ຊາຍ​ຂອງ​ບາຊິລາຍ​ຄົນ​ເມໂຮລາ.  ດາວິດ​ສົ່ງ 7 ຄົນ​ນີ້​ໃຫ້​ພວກ​ກິເບໂອນ. ເຂົາ​ເຈົ້າ​ຂ້າ 7 ຄົນ​ນີ້​ແລ້ວ​ເອົາ​ສົບ​ໄປ​ແຂວນ​ຢູ່​ເທິງ​ພູ​ຕໍ່​ໜ້າ​ພະ​ເຢໂຫວາ.+ ທັງ​ເຈັດ​ຄົນ​ນີ້​ຕາຍ​ພ້ອມ​ກັນ​ໃນ​ຕອນ​ເລີ່ມ​ຕົ້ນ​ຂອງ​ຍາມ​ກ່ຽວ​ເຂົ້າ​ບາເລ. 10  ຣິດຊະປາ+ລູກສາວ​ຂອງ​ອາອີຢາ​ໄດ້​ເອົາ​ຜ້າ​ເນື້ອຫຍາບ​ໄປ​ປູ​ຢູ່​ເທິງ​ກ້ອນ​ຫີນ​ແລະ​ຢູ່​ຫັ້ນ​ຕັ້ງ​ແຕ່​ຕອນ​ເລີ່ມ​ຕົ້ນ​ຂອງ​ຍາມ​ກ່ຽວ​ເຂົ້າ​ບາເລ​ຈົນ​ຮອດ​ມື້​ທີ່ຝົນ​ຕົກ. ຕອນ​ກາງເວັນ​ລາວ​ໄລ່​ນົກ​ບໍ່​ໃຫ້​ມາ​ສັບ​ກິນ​ສົບ​ເຫຼົ່າ​ນັ້ນ ແລະ​ຕອນ​ກາງຄືນ​ລາວ​ກໍ​ໄລ່​ສັດ​ປ່າ​ບໍ່​ໃຫ້​ມາ​ໃກ້​ສົບ​ເຫຼົ່າ​ນັ້ນ. 11  ມີ​ຄົນ​ໄປ​ບອກ​ດາວິດ​ເລື່ອງ​ທີ່​ຣິດຊະປາ​ລູກສາວ​ຂອງ​ອາອີຢາ​ເມຍ​ນ້ອຍ​ຂອງ​ຊາອູນ​ໄດ້​ເຮັດ. 12  ພວກ​ຟີລິດສະຕີນ​ໄດ້​ຂ້າ​ຊາອູນ​ຢູ່​ພູ​ກິນໂບອາ+ແລະ​ເອົາ​ສົບ​ຂອງ​ຊາອູນ​ກັບ​ໂຢນາທານ​ໄປ​ຫ້ອຍ​ໄວ້​ຢູ່​ເດີ່ນ​ຂອງ​ເມືອງ​ເບັດຊານ. ແຕ່​ໃນ​ມື້​ນັ້ນ ພວກ​ຜູ້​ນຳ​ຂອງ​ເມືອງ​ຢາເບັດກິລຽດ​ໄດ້​ໄປ​ລັກ​ເອົາ​ສົບ​ຢູ່​ຫັ້ນ. ດາວິດ​ຈຶ່ງ​ໄປ​ເອົາ​ກະດູກ​ຂອງ​ຊາອູນ​ແລະ​ກະດູກ​ຂອງ​ໂຢນາທານ​ຈາກ​ພວກ​ຜູ້​ນຳ​ຂອງ​ເມືອງ​ຢາເບັດກິລຽດ.+ 13  ດາວິດ​ໄດ້​ເອົາ​ກະດູກ​ຂອງ​ຊາອູນ​ແລະ​ກະດູກ​ຂອງ​ໂຢນາທານ​ກັບ​ມາ ແລະ​ເຂົາ​ເຈົ້າ​ຍັງ​ເອົາ​ກະດູກ​ຂອງ​ຜູ້​ຊາຍ 7 ຄົນ​ທີ່​ຖືກ​ຂ້າ​ມາ​ນຳ.+ 14  ເຂົາ​ເຈົ້າ​ເອົາ​ກະດູກ​ຂອງ​ຊາອູນ​ກັບ​ໂຢນາທານ​ໄປ​ຝັງ​ຢູ່​ບ່ອນ​ຝັງ​ສົບ​ຂອງ​ກີເຊ+ທີ່​ເປັນ​ພໍ່​ຂອງ​ຊາອູນ​ຢູ່​ເມືອງ​ເຊລາ+ໃນ​ເຂດ​ຂອງ​ຕະກູນ​ເບັນຢາມິນ. ຫຼັງ​ຈາກ​ພວກ​ອິດສະຣາເອນ​ເຮັດ​ທຸກ​ຢ່າງ​ຕາມ​ທີ່​ກະສັດ​ດາວິດ​ສັ່ງ ພະເຈົ້າ​ກໍ​ຟັງ​ຄຳ​ຂໍ​ຂອງ​ເຂົາ​ເຈົ້າ​ເລື່ອງ​ແຜ່ນດິນ​ນັ້ນ.+ 15  ພວກ​ຟີລິດສະຕີນ​ໄດ້​ເຮັດ​ສົງຄາມ​ກັບ​ພວກ​ອິດສະຣາເອນ​ອີກ​ເທື່ອ​ໜຶ່ງ.+ ດາວິດ​ກັບ​ພວກ​ທະຫານ​ຂອງ​ລາວ​ຈຶ່ງ​ໄປ​ຕໍ່ສູ້​ພວກ​ຟີລິດສະຕີນ ແຕ່​ດາວິດ​ເມື່ອຍ​ຫຼາຍ. 16  ລູກ​ຫຼານ​ຄົນ​ໜຶ່ງ​ຂອງ​ພວກ​ເຣຟາຢິມ+ຊື່​ອິດບີເບໂນບ​ຢາກ​ຂ້າ​ດາວິດ. ລາວ​ມີ​ຫອກ​ທອງແດງ​ໜັກ 300 ເຊເກນ*+​ແລະ​ມີ​ດາບ​ໃໝ່​ດວງ​ໜຶ່ງ. 17  ອາບີຊາຍ+ລູກ​ຊາຍ​ຂອງ​ເຊຣູຢາ​ກໍ​ມາ​ຊ່ວຍ​ດາວິດ​ທັນທີ+ ແລະ​ຂ້າ​ຄົນ​ຟີລິດສະຕີນ​ຜູ້​ນັ້ນ​ຕາຍ. ຈາກ​ນັ້ນ ພວກ​ທະຫານ​ຂອງ​ດາວິດ​ສາບານ​ກັບ​ລາວ​ວ່າ: “ພວກ​ເຮົາ​ບໍ່​ຢາກ​ໃຫ້​ແສງ​ຕະກຽງ​ຂອງ​ອິດສະຣາເອນມອດ.*+ ດັ່ງນັ້ນ ນັບ​ຕັ້ງ​ແຕ່​ນີ້​ໄປ ພວກ​ເຮົາ​ຈະ​ບໍ່​ໃຫ້​ທ່ານ​ອອກ​ໄປ​ຕໍ່ສູ້​ນຳ​ກັນ​ກັບ​ພວກ​ເຮົາອີກ.”+ 18  ຕໍ່ມາ ພວກ​ຟີລິດສະຕີນ+ຕໍ່ສູ້​ກັບ​ພວກ​ອິດສະຣາເອນ​ອີກ​ຢູ່​ໂກບ. ຕອນ​ນັ້ນ ສິບເບກາຍ+ຄົນ​ຮູຊາ​ໄດ້​ຂ້າ​ສາເຟ*​ທີ່​ເປັນ​ລູກ​ຫຼານ​ຂອງ​ພວກ​ເຣຟາຢິມ.+ 19  ຫຼັງ​ຈາກ​ນັ້ນ ພວກ​ຟີລິດສະຕີນ​+ໄດ້​ຕໍ່ສູ້​ກັບ​ພວກ​ອິດສະຣາເອນ​ອີກ​ເທື່ອ​ໜຶ່ງ​ຢູ່​ໂກບ. ເອນຮະນັນ​ລູກ​ຊາຍ​ຂອງ​ຢາອາເຣໂອເຣກີມ​ຄົນ​ເບັດເລເຮັມ​ໄດ້​ຂ້າ​ໂກລີອາດ​ຄົນ​ເມືອງ​ກັດ​ເຊິ່ງ​ຖື​ຫອກ​ທີ່​ມີ​ດ້າມ​ເປັນ​ໄມ້​ທີ່​ໃຫຍ່​ສ່ຳ​ກັບ​ໄມ້ຄານ​ກີ່ຕ່ຳຫູກ.+ 20  ແລ້ວ​ກໍ​ມີ​ການ​ຕໍ່ສູ້​ອີກ​ຢູ່​ເມືອງ​ກັດ. ຢູ່​ຫັ້ນ​ມີ​ລູກ​ຫຼານ​ຂອງ​ຄົນ​ເຣຟາຢິມ​ອີກ​ຜູ້​ໜຶ່ງ​ທີ່​ໂຕ​ໃຫຍ່​ຫຼາຍ. ລາວ​ມີ​ນິ້ວ​ມື​ເບື້ອງ​ລະ 6 ນິ້ວ​ແລະ​ນິ້ວ​ຕີນ​ເບື້ອງ​ລະ 6 ນິ້ວ ລວມ​ທັງ​ໝົດ​ເປັນ 24 ນິ້ວ.+ 21  ລາວ​ເວົ້າ​ເຍາະເຍີ້ຍ​ພວກ​ອິດສະຣາເອນ​ຕະຫຼອດ.+ ໂຢນາທານ​ລູກ​ຊາຍ​ຂອງ​ຊິເມອີ​+ທີ່​ເປັນ​ອ້າຍ​ຂອງ​ດາວິດ​ຈຶ່ງ​ຂ້າ​ລາວ. 22  ພວກ​ຟີລິດສະຕີນ 4 ຄົນ​ນີ້​ເປັນ​ລູກ​ຫຼານ​ຂອງ​ພວກ​ເຣຟາຢິມ​ໃນ​ເມືອງ​ກັດ. ດາວິດ​ແລະ​ພວກ​ທະຫານ​ຂອງ​ລາວ​ໄດ້​ຂ້າ​ເຂົາ​ເຈົ້າ​ຕາຍ.+

ຂໍຄວາມໄຂເງື່ອນ

ແປ​ຕາມ​ໂຕ​ວ່າ “ມໍລະດົກ”
34,2 ກິໂລ​ກຣາມ. ເບິ່ງ​ພາກ​ຜະໜວກ ຂ14.
ໝາຍເຖິງ​ຜູ້​ນຳ​ຂອງ​ອິດສະຣາເອນ​ຕ້ອງ​ບໍ່​ສູນ​ຫາຍ​ໄປ
ລາວ​ມີ​ອີກ​ຊື່​ໜຶ່ງ​ວ່າ​ສິບປາຍ​ໃນ 1ຂຄ 20:4