ຊາມູເອນ​ສະບັບ​ທີ​ສອງ 22:1-51

  • ດາວິດ​ສັນລະເສີນ​ພະເຈົ້າ​ທີ່​ຊ່ວຍ​ໃຫ້​ລອດ (1-​51)

    • “ພະ​ເຢໂຫວາ​ເປັນ​ຫີນ​ຜາ” (2)

    • ພະ​ເຢໂຫວາ​ສັດຊື່​ຕໍ່​ຜູ້​ທີ່​ສັດຊື່ (26)

22  ດາວິດ​ຮ້ອງ​ເພງ​ນີ້​ໃຫ້​ພະ​ເຢໂຫວາ+ ຕອນ​ທີ່​ພະ​ເຢໂຫວາ​ຊ່ວຍ​ລາວ​ໃຫ້​ລອດ​ຈາກ​ພວກ​ສັດຕູ​ທັງ​ໝົດ​+ແລະ​ຈາກ​ຊາອູນ.+  ລາວ​ຮ້ອງ​ວ່າ: “ພະ​ເຢໂຫວາ​ເປັນ​ຫີນ​ຜາ ເປັນ​ປ້ອມ​ທີ່​ແຂງແຮງ​ຂອງ​ລູກ+ ແລະ​ເປັນ​ຜູ້​ຊ່ວຍ​ລູກ​ໃຫ້​ລອດ.+   ພະເຈົ້າ​ຂອງ​ລູກ​ເປັນ​ຫີນ​ຜາ​+ທີ່​ບັງ​ລູກ​ໄດ້.ພະອົງ​ເປັນ​ໂລ້+ ເປັນ​ຜູ້​ຊ່ວຍ​ຊີວິດທີ່​ມີ​ລິດ​ເດດ* ແລະ​ເປັນ​ບ່ອນ​ລີ້​ທີ່​ປອດໄພ.*+ພະອົງ​ເປັນ​ບ່ອນ​ທີ່​ລູກ​ໜີ​ເຂົ້າ​ໄປ​ລີ້​ໄດ້​+ແລະ​ເປັນ​ຜູ້​ຊ່ວຍ​ຊີວິດ​ລູກ.+ ພະອົງ​ຊ່ວຍ​ລູກ​ຈາກ​ພວກ​ສັດຕູ​ທີ່​ໂຫດ​ຫ້ຽມ.   ລູກ​ຮ້ອງ​ຫາ​ພະ​ເຢໂຫວາ​ຜູ້​ທີ່​ສົມຄວນ​ໄດ້​ຮັບ​ການ​ສັນລະເສີນແລະ​ພະອົງ​ຈະ​ປົກ​ປ້ອງ​ລູກ​ຈາກ​ພວກ​ສັດຕູ.   ຄວາມ​ຕາຍ​ຢູ່​ອ້ອມ​ຮອບ​ລູກ​ຄື​ກັບ​ຄື້ນ​ໃນ​ທະເລ.+ຄົນ​ຊົ່ວ​ເຮັດ​ໃຫ້​ລູກ​ຢ້ານ​ຄື​ກັບ​ນ້ຳ​ໄຫຼ​ຊັດ​ມາ​ຖ້ວມ.+   ບ່ອນ​ຝັງ​ສົບ*​ມັດ​ລູກ​ໄວ້​ຄື​ກັບ​ເຊືອກ.+ຄວາມ​ຕາຍ​ເປັນ​ກັບດັກ​ຢູ່​ຕໍ່​ໜ້າ​ລູກ.+   ເມື່ອ​ລູກ​ທຸກໃຈ ລູກ​ເອີ້ນ​ຫາ​ພະ​ເຢໂຫວາ+ລູກ​ເອີ້ນ​ຫາ​ພະເຈົ້າ​ຂອງ​ລູກ​ຕະຫຼອດ. ພະອົງ​ໄດ້​ຍິນ​ສຽງ​ລູກ​ຈາກ​ວິຫານ​ຂອງ​ພະອົງແລະ​ສຽງ​ຮ້ອງ​ຂໍ​ຄວາມ​ຊ່ວຍເຫຼືອ​ຂອງ​ລູກ​ໄປ​ຮອດ​ພະອົງ.+   ແຜ່ນດິນ​ເລີ່ມ​ສັ່ນ​ໄປ​ສັ່ນ​ມາ+ຮາກ​ຖານ​ຂອງ​ສະຫວັນ​ສັ່ນ​ສະເທືອນ+ແລະໄກວ​ໄປ​ໄກວ​ມາ​ຍ້ອນ​ວ່າ​ພະອົງ​ໃຈ​ຮ້າຍ.+   ຄວັນ​ອອກ​ມາ​ຈາກ​ຮູ​ດັງ​ຂອງ​ພະອົງແປວ​ໄຟ​ອອກ​ມາ​ຈາກ​ປາກ​ຂອງ​ພະອົງ+ແລະ​ຖ່ານ​ໄຟ​ລຸກ​ຍ້ອນ​ພະອົງ. 10  ຕອນ​ທີ່​ພະອົງ​ລົງ​ມາ ພະອົງ​ຢຽບ​ຂີ້ເຝື້ອ​ໃຫ້​ຕ່ຳ​ລົງ+ແລະ​ກ້ອນ​ຂີ້ເຝື້ອ​ທີ່​ໜາ​ໆ​ຢູ່​ກ້ອງ​ຕີນ​ຂອງ​ພະອົງ.+ 11  ພະອົງ​ຂີ່​ທູດສະຫວັນ*+​ແລະບິນມາ. ພະອົງ​ຢູ່​ເທິງປີກຂອງ​ທູດສະຫວັນ.+ 12  ພະອົງ​ເອົາ​ຄວາມ​ມືດ​ມາ​ບັງ​ອ້ອມ​ພະອົງ​ໄວ້+ແລະ​ໄດ້​ເອົາ​ນ້ຳ​ກັບ​ກ້ອນ​ຂີ້ເຝື້ອ​ດຳ​ໆ​ອ້ອມ​ພະອົງ​ອີກ. 13  ແສງ​ສະຫວ່າງ​ທີ່ມາ​ຈາກພະອົງ​ເຮັດ​ໃຫ້​ຖ່ານ​ໄຟ​ລຸກ​ແຮງ. 14  ແລ້ວ​ພະ​ເຢໂຫວາ​ກໍ​ໃຫ້​ມີ​ຟ້າຜ່າ​ຈາກ​ສະຫວັນ.+ພະເຈົ້າ​ສູງ​ສຸດ​ຮ້ອງສຽງ​ດັງອອກ​ມາ.+ 15  ພະອົງ​ຍິງ​ທະນູ​+ແລະ​ເຮັດ​ໃຫ້​ພວກ​ສັດຕູ​ແຕກ​ໜີ​ໄປ.ເມື່ອ​ພະອົງ​ເຮັດ​ໃຫ້​ຟ້າ​ແມບ ພວກ​ສັດຕູ​ກໍ​ຢ້ານ​ແລະ​ບໍ່​ຮູ້​ວ່າ​ຈະ​ເຮັດ​ແນວ​ໃດ.+ 16  ເມື່ອ​ພະ​ເຢໂຫວາ​ຮ້າຍ​ແລະ​ມີ​ລົມ​ອອກ​ມາ​ຈາກ​ຮູ​ດັງ​ຂອງ​ພະອົງ+ລົມ​ນັ້ນ​ແຮງ​ຫຼາຍ​ຈົນ​ນ້ຳ​ທະເລ​ແຫ້ງ​ແລະ​ເຫັນ​ພື້ນ+ແລະ​ກວາດ​ເອົາ​ທຸກ​ສິ່ງ​ທີ່​ຢູ່​ພື້ນ​ດິນ​ຈົນ​ເຫັນ​ຮາກ​ຖານ​ຂອງ​ໂລກ. 17  ພະອົງ​ເດ່​ມື​ລົງ​ມາ​ຈາກ​ບ່ອນ​ທີ່​ສູງ​ໆ​ແລະ​ດຶງ​ລູກ​ຂຶ້ນ​ມາ​ຈາກ​ນ້ຳເລິກ.+ 18  ພະອົງ​ຊ່ວຍ​ລູກ​ໃຫ້​ລອດ​ຈາກ​ສັດຕູ​ທີ່​ແຂງແຮງ+ຈາກ​ຄົນ​ທີ່​ຊັງ​ລູກ​ທີ່​ແຂງແຮງ​ກວ່າ​ລູກ. 19  ເຂົາ​ເຈົ້າ​ມາ​ໂຈມຕີ​ລູກ​ຕອນ​ທີ່​ລູກ​ລຳບາກ​ຫຼາຍ+ແຕ່​ພະ​ເຢໂຫວາ​ຊ່ວຍ​ລູກ​ຕະຫຼອດ. 20  ພະອົງ​ເອົາ​ລູກ​ອອກ​ມາ​ແລະ​ພາ​ລູກ​ໄປ​ຢູ່​ໃນ​ບ່ອນ​ທີ່​ປອດໄພ.*+ພະອົງ​ຊ່ວຍ​ຊີວິດ​ລູກ ຍ້ອນ​ພະອົງ​ພໍ​ໃຈ​ລູກ​ຫຼາຍ.+ 21  ພະ​ເຢໂຫວາ​ໃຫ້​ລາງວັນ​ລູກ ຍ້ອນ​ລູກ​ເຮັດ​ດີ.+ພະອົງ​ຕອບ​ແທນ​ລູກ ຍ້ອນ​ມື​ຂອງ​ລູກ​ບໍ່​ໄດ້​ເຮັດ​ຜິດ.+ 22  ລູກ​ເຮັດ​ຕາມ​ສິ່ງ​ທີ່​ພະ​ເຢໂຫວາ​ຕ້ອງການ​ສະເໝີແລະ​ລູກ​ບໍ່​ໄດ້​ເຮັດ​ຊົ່ວ​ໂດຍ​ຖິ້ມ​ພະເຈົ້າ​ຂອງ​ລູກ. 23  ລູກ​ຈື່​ຄຳ​ສັ່ງ​ທຸກ​ຂໍ້​ຂອງ​ພະອົງ.+ລູກ​ຈະ​ເຮັດ​ຕາມ​ກົດ​ໝາຍ​ຂອງ​ພະອົງ​ຕະຫຼອດໄປ.+ 24  ລູກ​ຈະ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ສະເໝີ+ຕໍ່​ໜ້າ​ພະອົງແລະ​ລູກ​ຈະ​ບໍ່​ເຮັດ​ຜິດ​ເລີຍ.+ 25  ຂໍ​ພະ​ເຢໂຫວາ​ໃຫ້​ລາງວັນ​ລູກ ຍ້ອນ​ລູກ​ເຮັດ​ດີ+ແລະ​ຍ້ອນ​ພະອົງ​ເຫັນ​ວ່າ​ລູກ​ເຮັດ​ສິ່ງ​ທີ່​ຖືກຕ້ອງ.+ 26  ພະອົງ​ສັດຊື່​ຕໍ່​ຜູ້​ທີ່​ສັດຊື່.+ພະອົງ​ຍຸຕິທຳ​ຕໍ່​ຜູ້​ທີ່​ບໍ່​ມີ​ຄວາມ​ຜິດ.+ 27  ພະອົງ​ຈິງໃຈ​ຕໍ່​ຜູ້​ທີ່​ຈິງໃຈ+ແລະ​ຜູ້​ທີ່​ມີ​ເລ່ລ່ຽມ​ຕົວະ​ພະອົງ​ບໍ່​ໄດ້.+ 28  ພະອົງ​ຊ່ວຍ​ຊີວິດ​ຄົນ​ທີ່​ຖ່ອມ+ແຕ່​ພະອົງ​ບໍ່​ມັກ​ຄົນ​ຍິ່ງ​ແລະ​ເຮັດ​ໃຫ້​ເຂົາ​ເຈົ້າ​ຕົກຕ່ຳ.+ 29  ພະ​ເຢໂຫວາ​ເອີ້ຍ ພະອົງ​ເປັນ​ຕະກຽງ​ຂອງ​ລູກ.+ລູກ​ຢູ່​ໃນ​ບ່ອນ​ມືດ ແຕ່​ພະ​ເຢໂຫວາ​ເຮັດ​ໃຫ້​ມີ​ແສງ​ສະຫວ່າງ.+ 30  ຍ້ອນ​ພະອົງ​ຊ່ວຍ ລູກ​ຈຶ່ງ​ຕໍ່ສູ້​ກັບ​ພວກ​ກຸ່ມ​ໂຈນ​ໄດ້.ຍ້ອນ​ພະເຈົ້າ​ໃຫ້​ກຳລັງ ລູກ​ຈຶ່ງ​ປີນ​ຂ້າມ​ກຳແພງ​ໄດ້.+ 31  ທຸກ​ຢ່າງ​ທີ່​ພະເຈົ້າ​ທ່ຽງແທ້​ເຮັດ​ແມ່ນດີ​ທີ່​ສຸດ.+ທຸກ​ສິ່ງ​ທີ່​ພະ​ເຢໂຫວາ​ເວົ້າ​ແມ່ນບໍລິສຸດ.*+ ພະອົງ​ເປັນ​ໂລ້​ສຳລັບ​ທຸກ​ຄົນ​ທີ່​ໄປ​ລີ້ໄພ​ຢູ່​ນຳ​ເພິ່ນ.+ 32  ​ບໍ່​ມີ​ພະເຈົ້າ​ອື່ນ​ນອກ​ຈາກ​ພະ​ເຢໂຫວາ+ ແລະ​ພະເຈົ້າ​ຂອງ​ພວກ​ເຮົາ​ເປັນ​ຄື​ກັບ​ຫີນຜາ.+ 33  ພະເຈົ້າ​ທ່ຽງແທ້​ຂອງ​ລູກ​ເປັນ​ປ້ອມ​ທີ່​ແຂງແຮງ+ແລະ​ພະອົງ​ຈະ​ເຮັດ​ໃຫ້​ທາງ​ຂອງ​ລູກ​ກ້ຽງ.+ 34  ພະອົງ​ເຮັດ​ໃຫ້​ລູກ​ໂດດ​ໄດ້​ຄື​ກວາງ.ພະອົງ​ເຮັດ​ໃຫ້​ລູກ​ຢືນ​ຢູ່​ບ່ອນ​ທີ່​ສູງ​ຊັນ​ໄດ້.+ 35  ພະອົງ​ຝຶກ​ລູກ​ໃຫ້​ເຮັດ​ສົງຄາມລູກ​ຈຶ່ງກົ່ງຄັນ​ທະນູ​ທອງແດງ​ໄດ້. 36  ພະອົງ​ເອົາ​ໂລ້​ໃຫ້​ລູກ​ເພື່ອ​ຊ່ວຍ​ຊີວິດ​ລູກແລະ​ຄວາມ​ຖ່ອມ​ຂອງ​ພະອົງ​ເຮັດ​ໃຫ້​ລູກ​ຍິ່ງ​ໃຫຍ່.+ 37  ພະອົງ​ເຮັດ​ໃຫ້​ທາງ​ຍ່າງ​ຂອງ​ລູກ​ກວ້າງ​ອອກລູກ​ຈຶ່ງ​ບໍ່​ມື່ນ.+ 38  ລູກ​ຈະ​ໄລ່ລ່າ​ແລະ​ກຳຈັດ​ພວກ​ສັດຕູ.ລູກ​ຈະ​ບໍ່​ກັບ​ມາ​ຈົນ​ກວ່າ​ຈະ​ຂ້າ​ເຂົາ​ເຈົ້າ​ໄດ້​ໝົດ. 39  ລູກ​ຈະ​ກວາດ​ລ້າງ​ເຂົາ​ເຈົ້າ​ໃຫ້​ໝົດ​ຈົນ​ລຸກ​ຂຶ້ນ​ມາ​ບໍ່​ໄດ້.+ເຂົາ​ເຈົ້າ​ຈະ​ລົ້ມ​ລົງ​ແລະ​ລູກ​ຈະ​ເອົາຕີນ​ຢຽບ. 40  ພະອົງ​ຈະ​ຊ່ວຍ​ລູກ​ໃຫ້​ມີ​ແຮງ​ຕໍ່ສູ້.+ພະອົງ​ຈະ​ເຮັດ​ໃຫ້​ພວກ​ສັດຕູ​ລົ້ມ​ລົງ​ຕໍ່​ໜ້າ​ລູກ.+ 41  ພະອົງ​ຈະ​ເຮັດ​ໃຫ້​ພວກ​ສັດຕູ​ຖອຍ​ໜີ​ໄປ​ຈາກ​ລູກ.*+ລູກ​ຈະ​ທຳລາຍຄົນ​ທີ່​ຊັງ​ລູກ.*+ 42  ເຂົາ​ເຈົ້າ​ຮ້ອງ​ຂໍ​ຄວາມ​ຊ່ວຍເຫຼືອ ແຕ່​ຈະ​ບໍ່​ມີ​ໃຜ​ຊ່ວຍ.ເຖິງ​ວ່າ​ເຂົາ​ເຈົ້າ​ຂໍ​ໃຫ້​ພະ​ເຢໂຫວາ​ຊ່ວຍ ແຕ່​ພະອົງ​ກໍ​ຈະ​ບໍ່​ຟັງ.+ 43  ລູກ​ຈະ​ຕຳ​ເຂົາ​ເຈົ້າ​ຈົນ​ມຸ່ນ​ຄື​ກັບ​ຂີ້ຝຸ່ນ.ລູກ​ຈະ​ຢຽບ​ເຂົາ​ເຈົ້າ​ຈົນ​ແປ​ຄື​ກັບ​ຂີ້​ຕົມ​ຢູ່​ຫົນ​ທາງ. 44  ເຖິງ​ວ່າ​ຄົນ​ຂອງ​ລູກ​ຈະ​ຈັບ​ຜິດ​ລູກ ພະອົງ​ກໍ​ຈະ​ຊ່ວຍ​ຊີວິດ​ລູກ.+ ພະອົງ​ຈະ​ປົກ​ປ້ອງ​ລູກ​ເພື່ອ​ໃຫ້​ລູກ​ເປັນ​ຜູ້​ນຳ​ຂອງ​ຊາດ​ຕ່າງ​ໆ​.+ຊາດ​ອື່ນ​ທີ່​ລູກບໍ່​ຮູ້ຈັກ​ກໍ​ຈະ​ມາ​ຮັບໃຊ້​ລູກ.+ 45  ຄົນ​ຕ່າງ​ຊາດ​ຈະ​ຢ້ານ​ລູກ​ຈົນ​ໝູບ​ຢູ່.+ເຂົາ​ເຈົ້າ​ຈະ​ເຊື່ອ​ຟັງ​ລູກ ຍ້ອນ​ໄດ້​ຍິນ​ເລື່ອງ​ຂອງ​ລູກ. 46  ຄົນ​ຕ່າງ​ຊາດ​ຈະ​ບໍ່​ກ້າຫານ​ແລ້ວ.ເຂົາ​ເຈົ້າ​ຈະ​ຍ່າງ​ແບບ​ສັ່ນ​ໆ​ອອກ​ມາ​ຈາກ​ປ້ອມ​ຂອງ​ເຂົາ​ເຈົ້າ. 47  ພະ​ເຢໂຫວາ​ຜູ້​ມີ​ຊີວິດ​ຢູ່ ພະອົງ​ເປັນ​ຫີນ​ຜາ​ຂອງລູກ.+ ລູກ​ຂໍ​ສັນລະເສີນ​ພະອົງ. ພະເຈົ້າ​ທີ່​ເປັນ​ຫີນ​ຜາ​ທີ່​ຊ່ວຍ​ຊີວິດລູກ​ໃຫ້​ລອດ ຂໍ​ໃຫ້​ພະອົງ​ໄດ້​ຮັບ​ການ​ຍົກຍ້ອງ.+ 48  ພະເຈົ້າ​ທ່ຽງແທ້​ແກ້ແຄ້ນ​ແທນລູກ.+ພະອົງ​ໃຫ້​ພວກ​ສັດຕູ​ຢູ່​ພາຍ​ໃຕ້​ອຳນາດ​ລູກ.+ 49  ພະອົງ​ຊ່ວຍ​ລູກ​ໃຫ້​ລອດ​ຈາກ​ພວກ​ສັດຕູ. ພະອົງ​ຍົກ​ລູກ​ໃຫ້​ສູງ​ຂຶ້ນ​+ຈົນ​ຜູ້​ທີ່​ມາ​ໂຈມຕີ​ລູກ​ຢື້​ບໍ່​ເຖິງ.ພະອົງ​ປົກ​ປ້ອງ​ລູກ​ຈາກ​ຄົນ​ທີ່​ຮຸນແຮງ.+ 50  ພະ​ເຢໂຫວາ ຍ້ອນ​ແນວ​ນີ້​ລູກຈະ​ຍົກຍ້ອງ​ພະອົງ​ຕໍ່​ໜ້າຊາດ​ຕ່າງ​ໆ​+ແລະລູກ​ຈະ​ຮ້ອງ​ເພງ*​ສັນລະເສີນຊື່​ຂອງ​ພະອົງ.+ 51  ພະອົງ​ເຮັດ​ໃຫ້​ກະສັດ​ຂອງ​ພະອົງ​ໄດ້​ຮັບ​ໄຊຊະນະ​ທີ່​ຍິ່ງໃຫຍ່​ຫຼາຍເທື່ອ.+ພະອົງ​ສະແດງ​ຄວາມ​ຮັກ​ທີ່​ໝັ້ນຄົງ​ຕະຫຼອດໄປຕໍ່​ດາວິດ​ແລະ​ລູກ​ຫຼານ​ຂອງ​ລາວ​ທີ່​ພະອົງ​ໄດ້​ເລືອກ.”+

ຂໍຄວາມໄຂເງື່ອນ

ແປ​ຕາມ​ໂຕ​ວ່າ “ເຂົາ​ສັດ​ແຫ່ງ​ຄວາມ​ລອດ.” ເບິ່ງ​ຄຳ​ວ່າ “ເຂົາ​ສັດ” ໃນ​ສ່ວນ​ອະທິບາຍ​ຄຳສັບ.
ຫຼື “ບ່ອນ​ສູງ​ທີ່​ປອດໄພ”
ແປ​ຕາມ​ໂຕ​ວ່າ “ເຄຣູບ”
ຫຼື “ບ່ອນ​ກວ້າງ​ໆ​”
ຄຳ​ພາສາ​ເຮັບເຣີ​ທີ່​ແປ​ຕາມ​ໂຕ​ໝາຍເຖິງ​ການ​ຫຼອມ​ເຫຼັກ​ໃຫ້​ບໍລິສຸດ
ຫຼື “ພະອົງ​ຈະ​ໃຫ້​ພວກ​ສັດຕູ​ປິ່ນ​ຫຼັງ​ໃສ່​ລູກ”
ແປ​ຕາມ​ໂຕ​ວ່າ “ລູກ​ຈະ​ເຮັດ​ໃຫ້​ຄົນ​ທີ່​ຊັງ​ລູກ​ມິດ​ງຽບ”
ຫຼື “ຫຼິ້ນ​ດົນຕີ”