ຊາມູເອນສະບັບທີສອງ 24:1-25
24 ພະເຢໂຫວາໃຈຮ້າຍໃຫ້ພວກອິດສະຣາເອນອີກ+ ຍ້ອນມີຜູ້ໜຶ່ງກະຕຸ້ນດາວິດໃຫ້ເຮັດຕາມລາວໂດຍເວົ້າວ່າ: “ໃຫ້ໄປນັບຈຳນວນ+ພວກອິດສະຣາເອນແລະພວກຢູດາ.”+
2 ກະສັດດາວິດຈຶ່ງບອກໂຢອາບ+ຫົວໜ້າກອງທັບຂອງລາວວ່າ: “ໃຫ້ເຈົ້າໄປນັບຈຳນວນຄົນ*ໃນທຸກຕະກູນຂອງອິດສະຣາເອນຕັ້ງແຕ່ເມືອງດານຈົນຮອດເມືອງເບເອເຊບາ+ ເພາະຂ້ອຍຢາກຮູ້ວ່າມີຈັກຄົນ.”
3 ແຕ່ໂຢອາບຕອບວ່າ: “ຂໍໃຫ້ພະເຢໂຫວາພະເຈົ້າຂອງທ່ານເພີ່ມຈຳນວນຄົນຂຶ້ນອີກ 100 ເທົ່າ. ຂໍໃຫ້ກະສັດຜູ້ເປັນນາຍຂອງຂ້ອຍເຫັນກັບຕາໂຕເອງ. ແຕ່ທ່ານຈະນັບຈຳນວນຄົນເຮັດຫຍັງ?”
4 ແຕ່ກະສັດດາວິດບໍ່ຍອມຟັງໂຢອາບແລະພວກຫົວໜ້າກອງທະຫານຄົນອື່ນໆ ໂຢອາບແລະພວກຫົວໜ້າກອງທະຫານຄົນອື່ນໆຈຶ່ງໄປນັບຈຳນວນພວກອິດສະຣາເອນ.+
5 ເຂົາເຈົ້າຂ້າມແມ່ນ້ຳຈໍແດນແລະເລີ່ມນັບຈຳນວນຄົນຢູ່ເມືອງອາໂຣເອ+ແລະໃນອີກເມືອງໜຶ່ງທີ່ຢູ່ກາງຮ່ອມພູໃກ້ໆ*ເມືອງອາໂຣເອ. ຫຼັງຈາກນັ້ນ ເຂົາເຈົ້າໄປນັບຢູ່ເຂດຂອງຕະກູນຄາດ ແລ້ວກໍໄປນັບຢູ່ເມືອງຢາເຊ.+
6 ຈາກນັ້ນ ເຂົາເຈົ້າໄປນັບຢູ່ກິລຽດ+ ທາທີມຫອດຊີ ດານຢາອານ ແລ້ວກໍອ້ອມໄປເມືອງຊີໂດນ.+
7 ຈາກນັ້ນ ເຂົາເຈົ້າກໍໄປນັບຢູ່ປ້ອມໃນເມືອງຕີເຣ+ ແລະທຸກເມືອງຂອງພວກຮີວີ+ແລະພວກການາອານ. ສຸດທ້າຍເຂົາເຈົ້າກໍໄປນັບຢູ່ເມືອງເບເອເຊບາ+ໃນເນເກັບ+ຂອງເຂດຕະກູນຢູດາ.
8 ເຂົາເຈົ້າໃຊ້ເວລາ 9 ເດືອນກັບ 20 ມື້ໃນການເດີນທາງນັບຈຳນວນຄົນຢູ່ທົ່ວອິດສະຣາເອນ. ຫຼັງຈາກນັ້ນ ເຂົາເຈົ້າກໍກັບມາເມືອງເຢຣູຊາເລັມ.
9 ໂຢອາບລາຍງານຈຳນວນຄົນທີ່ລາວນັບໃຫ້ກະສັດດາວິດຮູ້. ພວກອິດສະຣາເອນທີ່ເປັນທະຫານໄດ້ມີ 800.000 ຄົນແລະພວກຢູດາມີ 500.000 ຄົນ.+
10 ແຕ່ຫຼັງຈາກທີ່ດາວິດນັບຈຳນວນຄົນແລ້ວໆ ລາວກໍຮູ້ສຶກຜິດຫຼາຍ.+ ດາວິດຈຶ່ງເວົ້າກັບພະເຢໂຫວາວ່າ: “ລູກເຮັດຜິດຫຼາຍແທ້ໆ.+ ພະເຢໂຫວາ ຂໍຍົກໂທດໃຫ້ລູກທີ່ເປັນຜູ້ຮັບໃຊ້ຂອງພະອົງ.+ ລູກໄດ້ເຮັດສິ່ງທີ່ໂງ່ຫຼາຍ.”+
11 ເມື່ອດາວິດຕື່ນຂຶ້ນມາຕອນເຊົ້າ ພະເຢໂຫວາກໍບອກຜູ້ພະຍາກອນຄາດ+ທາງນິມິດວ່າ:
12 “ໃຫ້ໄປບອກດາວິດວ່າ ‘ພະເຢໂຫວາເວົ້າຈັ່ງຊີ້ “ຂ້ອຍຈະລົງໂທດເຈົ້າ. ແຕ່ຂ້ອຍມີ 3 ທາງໃຫ້ເຈົ້າເລືອກ. ໃຫ້ເຈົ້າເລືອກເອົາອັນໃດອັນໜຶ່ງ.”’”+
13 ແລ້ວຜູ້ພະຍາກອນຄາດກໍໄປຫາດາວິດແລະບອກລາວວ່າ: “ສາມຢ່າງນີ້ທ່ານຈະເລືອກອັນໃດ? ຈະໃຫ້ມີຄວາມອຶດຢາກ 7 ປີໃນແຜ່ນດິນຂອງທ່ານ+ ຫຼືຈະໃຫ້ມີສັດຕູມາໄລ່ລ່າທ່ານ 3 ເດືອນ+ ຫຼືຈະໃຫ້ມີໂລກລະບາດ 3 ມື້ໃນແຜ່ນດິນຂອງທ່ານ?+ ຕອນນີ້ ຂໍໃຫ້ຄິດດີໆວ່າທ່ານຢາກໃຫ້ຂ້ອຍຕອບພະເຈົ້າແນວໃດ.”
14 ດາວິດຕອບລາວວ່າ: “ຂ້ອຍຮູ້ສຶກເສຍໃຈຫຼາຍ. ຂໍໃຫ້ພະເຢໂຫວາລົງໂທດພວກເຮົາຕາມທີ່ເພິ່ນເລືອກ+ ເພາະເພິ່ນຈະອີ່ຕົນພວກເຮົາ.+ ແຕ່ຂໍຢ່າໃຫ້ມະນຸດລົງໂທດພວກເຮົາເລີຍ.”+
15 ພະເຢໂຫວາຈຶ່ງເຮັດໃຫ້ເກີດໂລກລະບາດ+ທົ່ວອິດສະຣາເອນຕັ້ງແຕ່ເຊົ້າມື້ນັ້ນຈົນຮອດເວລາທີ່ເພິ່ນກຳນົດໄວ້. ມີປະຊາຊົນຕາຍ+ 70.000 ຄົນຕັ້ງແຕ່ເມືອງດານຈົນຮອດເມືອງເບເອເຊບາ.+
16 ແຕ່ຕອນທີ່ທູດສະຫວັນກຳລັງຈະທຳລາຍເມືອງເຢຣູຊາເລັມ ພະເຢໂຫວາເຫັນສິ່ງທີ່ເກີດຂຶ້ນແລ້ວກໍຮູ້ສຶກເສຍໃຈ+ ເພິ່ນຈຶ່ງເວົ້າກັບທູດສະຫວັນອົງນັ້ນວ່າ: “ພໍແລ້ວ! ບໍ່ຕ້ອງເຮັດແລ້ວ.” ຕອນນັ້ນ ທູດສະຫວັນຂອງພະເຢໂຫວາຢູ່ໃກ້ລານຟາດເຂົ້າຂອງອະຣາວນາ*+ຄົນເຢບຸດ.+
17 ເມື່ອດາວິດເຫັນທູດສະຫວັນຂ້າປະຊາຊົນ ລາວກໍເວົ້າກັບພະເຢໂຫວາວ່າ: “ຄົນທີ່ເຮັດຜິດແມ່ນລູກ. ຄົນ*ເຫຼົ່ານີ້+ບໍ່ໄດ້ເຮັດຫຍັງຜິດ. ຂໍພະອົງລົງໂທດລູກແລະຄົນໃນຄອບຄົວຂອງພໍ່ລູກກໍພໍແລ້ວ.”+
18 ໃນມື້ນັ້ນຜູ້ພະຍາກອນຄາດຈຶ່ງມາຫາດາວິດແລະເວົ້າກັບລາວວ່າ: “ໃຫ້ທ່ານໄປລານຟາດເຂົ້າຂອງອະຣາວນາຄົນເຢບຸດ ແລະສ້າງແທ່ນບູຊາໃຫ້ພະເຢໂຫວາຢູ່ຫັ້ນ.”+
19 ດາວິດຈຶ່ງເຮັດຕາມທີ່ພະເຢໂຫວາສັ່ງລາວຜ່ານທາງຜູ້ພະຍາກອນຄາດ.
20 ເມື່ອອະຣາວນາເຫັນກະສັດດາວິດກັບຄົນຮັບໃຊ້ຂອງກະສັດມາຫາລາວ ລາວກໍຟ້າວແລ່ນອອກໄປຫາແລະໝູບໜ້າລົງເພື່ອສະແດງຄວາມນັບຖື.
21 ອະຣາວນາຖາມວ່າ: “ກະສັດ ທ່ານມາຫາຂ້ອຍເຮັດຫຍັງ?” ກະສັດດາວິດຕອບວ່າ: “ຂ້ອຍມາຊື້ລານຟາດເຂົ້າຂອງເຈົ້າ. ຂ້ອຍຈະສ້າງແທ່ນບູຊາໃຫ້ພະເຢໂຫວາຢູ່ນີ້ເພື່ອເພິ່ນຈະເຊົາລົງໂທດປະຊາຊົນ.”+
22 ແຕ່ອະຣາວນາບອກດາວິດວ່າ: “ກະສັດເອີ້ຍ ໃຫ້ທ່ານເອົາດິນຕອນນີ້ໄປໂລດ ແລະເຜົາເຄື່ອງບູຊາເພື່ອໃຫ້ພະເຈົ້າພໍໃຈ. ທ່ານເອົາງົວເຫຼົ່ານີ້ໄປເຜົາເປັນເຄື່ອງບູຊາໄດ້. ໄມ້ແປ້ນ*ກັບແອກເຫຼົ່ານີ້ທ່ານກໍເອົາໄປເຮັດຟືນໂລດ.
23 ທັງໝົດນີ້ຂ້ອຍເອົາໃຫ້ທ່ານ.” ແລ້ວອະຣາວນາກໍເວົ້າກັບກະສັດອີກວ່າ: “ຂໍໃຫ້ພະເຢໂຫວາພະເຈົ້າຂອງທ່ານອວຍພອນທ່ານ.”
24 ແຕ່ກະສັດດາວິດບອກອະຣາວນາວ່າ: “ບໍ່ໄດ້ ຂ້ອຍຈະຊື້ເອົາ. ຂ້ອຍຈະເອົາເຄື່ອງທີ່ໄດ້ມາລ້າໆໄປເຜົາເປັນເຄື່ອງບູຊາໃຫ້ພະເຢໂຫວາບໍ່ໄດ້ດອກ.” ດາວິດຈຶ່ງຊື້ລານຟາດເຂົ້າແລະງົວດ້ວຍເງິນໜັກ 50 ເຊເກນ.*+
25 ດາວິດໄດ້ສ້າງແທ່ນບູຊາ+ໃຫ້ພະເຢໂຫວາຢູ່ຫັ້ນ ແລະເຜົາເຄື່ອງບູຊາເຜົາກັບເຄື່ອງບູຊາສ້າງຄວາມສະຫງົບສຸກໃຫ້ເພິ່ນ. ພະເຢໂຫວາຕອບຄຳຮ້ອງຂໍຂອງພວກອິດສະຣາເອນ+ແລະໂລກລະບາດກໍເຊົາ.
ຂໍ ຄວາມ ໄຂ ເງື່ອນ
^ ອາດໝາຍເຖິງຜູ້ຊາຍທີ່ມີອາຍຸຈະເປັນທະຫານໄດ້
^ ຫຼື “ທາງໃຕ້ຂອງ”
^ ແປຕາມໂຕວ່າ “ແກະນ້ອຍ”
^ ໄມ້ແປ້ນທີ່ໃຊ້ງົວລາກເພື່ອໃຫ້ເມັດເຂົ້າຫຼົ່ນອອກຈາກຮວງ
^ 570 ກຣາມ. ເບິ່ງພາກຜະໜວກ ຂ14