ຊາມູເອນ​ສະບັບ​ທີ​ສອງ 4:1-12

  • ອິດໂບເຊດ​ຖືກ​ຂ້າ (1-​8)

  • ດາວິດ​ຂ້າ​ຄົນ​ທີ່​ຂ້າ​ອິດໂບເຊດ (9-​12)

4  ເມື່ອ​ອິດໂບເຊດ+ລູກ​ຊາຍ​ຂອງ​ຊາອູນ​ໄດ້​ຍິນ​ວ່າ​ອັບເນ​ຖືກ​ຂ້າ​ຕາຍ​ຢູ່​ເມືອງ​ເຮັບໂຣນ+ ລາວ​ກໍ​ເສຍ​ໃຈ​ຫຼາຍ ແລະ​ພວກ​ອິດສະຣາເອນ​ທຸກ​ຄົນ​ກໍ​ເສຍໃຈ​ຄື​ກັນ.  ອິດໂບເຊດ​ລູກ​ຊາຍ​ຂອງ​ຊາອູນ​ມີ​ຫົວ​ໜ້າ​ກຸ່ມ​ໂຈນ 2 ຄົນ. ຜູ້​ໜຶ່ງ​ຊື່​ບາອານ້າ​ແລະ​ອີກ​ຜູ້​ໜຶ່ງ​ຊື່​ເຣກາບ. ເຂົາ​ເຈົ້າ​ເປັນ​ລູກ​ຂອງ​ຣິມໂມນ​ຄົນ​ເບເອໂຣດ​ໃນ​ຕະກູນ​ເບັນຢາມິນ. (ເມືອງ​ເບເອໂຣດ​+ເຄີຍ​ເປັນ​ສ່ວນ​ໜຶ່ງ​ຂອງ​ຕະກູນ​ເບັນຢາມິນ.  ແຕ່​ຄົນ​ເບເອໂຣດ​ໜີ​ໄປ​ກິດຕາຢິມ​+ແລະ​ຢູ່​ຫັ້ນ​ຈົນ​ຮອດ​ທຸກ​ມື້​ນີ້.)  ໂຢນາທານ+ລູກ​ຊາຍ​ຂອງ​ຊາອູນ​ມີ​ລູກ​ຊາຍ​ຜູ້​ໜຶ່ງ​ຊື່​ເມຟີໂບເຊັດ.+ ຕີນ​ລາວເປັນ​ລ່ອຍ.+ ຕອນເມຟີໂບເຊັດ​ອາຍຸ 5 ປີ ມີ​ຂ່າວ​ຈາກ​ເມືອງ​ເຢດຊະເຣເອນ+ວ່າ​ຊາອູນ​ກັບ​ໂຢນາທານ​ຕາຍ​ແລ້ວ. ເອື້ອຍ​ລ້ຽງ​ຂອງ​ເມຟີໂບເຊັດ​ຕົກ​ໃຈ​ຫຼາຍ​ຈຶ່ງ​ຟ້າວ​ອູ້ມ​ລາວ​ແລ່ນ​ໜີ​ແລະ​ເຮັດ​ລາວ​ຫຼຸດ​ມື ເມຟີໂບເຊັດ​ກໍ​ເລີຍເປັນ​ລ່ອຍ.  ເຣກາບ​ແລະ​ບາອານ້າ​ລູກຊາຍ​ຂອງ​ຣິມໂມນ​ຄົນ​ເບເອໂຣດ​ໄດ້​ໄປ​ວັງ​ຂອງ​ອິດໂບເຊດ​ຕອນ​ທີ່​ອາກາດ​ຮ້ອນ​ຫຼາຍ ແລະ​ອິດໂບເຊດ​ກຳລັງ​ນອນ​ສວາຍ​ຢູ່.  ເຣກາບ​ແລະ​ບາອາ​ນ້າ+ເຂົ້າ​ໄປ​ໃນ​ວັງ ເຮັດ​ທຳ​ທ່າ​ວ່າ​ຈະ​ໄປ​ເອົາ​ເຂົ້າ​ວີດ* ແຕ່​ເຂົາ​ເຈົ້າ​ພັດ​ໄປ​ແທງ​ທ້ອງ​ຂອງ​ອິດໂບເຊດ ແລ້ວ​ກໍ​ໜີ​ໄປ.  ຕອນ​ທີ່​ເຂົາ​ເຈົ້າ​ເຂົ້າ​ໄປ​ໃນ​ວັງ ອິດໂບເຊດ​ກຳລັງ​ນອນ​ຢູ່​ເທິງ​ຕຽງ​ໃນ​ຫ້ອງ​ນອນ​ຂອງ​ລາວ. ເຂົາ​ເຈົ້າ​ຂ້າ​ອິດໂບເຊດ​ແລ້ວ​ຕັດ​ເອົາ​ຫົວ​ລາວ​ໄປ. ເຂົາ​ເຈົ້າ​ຍ່າງ​ໝົດ​ຄືນ​ຕາມ​ທາງ​ໄປ​ອາຣາບາ.  ເຂົາ​ເຈົ້າ​ເອົາ​ຫົວ​ຂອງ​ອິດໂບເຊດ+ໄປ​ໃຫ້​ກະສັດ​ດາວິດ​ຢູ່​ເມືອງ​ເຮັບໂຣນ​ແລະ​ເວົ້າ​ວ່າ: “ນີ້​ແມ່ນ​ຫົວ​ຂອງ​ອິດໂບເຊດ​ລູກຊາຍ​ຂອງ​ຊາອູນ​ທີ່​ເຄີຍ​ເປັນ​ສັດຕູ+ໄລ່ລ່າ​ຂ້າ​ທ່ານ.+ ມື້​ນີ້​ພະ​ເຢໂຫວາ​ໄດ້​ແກ້ແຄ້ນ​ຊາອູນ​ແລະ​ລູກ​ຫຼານ​ຂອງ​ລາວໃຫ້​ກະສັດຜູ້​ເປັນ​ນາຍ​ຂອງ​ຂ້ອຍ​ແລ້ວ.”  ແຕ່​ດາວິດ​ຕອບ​ເຣກາບ​ແລະ​ບາອານ້າ​ລູກ​ຊາຍ​ຂອງ​ຣິມໂມນ​ຄົນ​ເບເອໂຣດ​ວ່າ: “ຂ້ອຍ​ຂໍ​ສາບານ​ຕໍ່​ໜ້າ​ພະ​ເຢໂຫວາ​ພະເຈົ້າ​ຜູ້​ມີ​ຊີວິດ​ຢູ່ ຜູ້​ທີ່​ໄດ້ຊ່ວຍ*​ຂ້ອຍ​ໃຫ້​ພົ້ນ​ຈາກ​ຄວາມ​ລຳບາກ​ທັງ​ໝົດ+ວ່າ 10  ຕອນ​ທີ່​ມີ​ຄົນ​ມາ​ບອກ​ຂ້ອຍ​ວ່າ ‘ຊາອູນ​ຕາຍ​ແລ້ວ’+ ລາວ​ຄິດ​ວ່າ​ກຳລັງ​ເອົາ​ຂ່າວ​ດີ​ມາ​ບອກ​ຂ້ອຍ ແຕ່​ຂ້ອຍ​ໄດ້​ຈັບ​ລາວ​ແລະ​ຂ້າ​ລາວ​+ຢູ່​ເມືອງ​ຊິກລັກ. ນີ້​ແມ່ນ​ລາງວັນ​ທີ່​ຂ້ອຍ​ໃຫ້​ຜູ້​ສົ່ງ​ຂ່າວ​ຄົນ​ນັ້ນ! 11  ພວກ​ຄົນ​ຊົ່ວ​ທີ່​ເຂົ້າ​ໄປ​ຂ້າ​ຄົນ​ດີ​ຢູ່​ເທິງ​ຕຽງ​ນອນ​ໃນ​ເຮືອນ​ຂອງ​ລາວ​ກໍ​ແຮ່ງ​ຕ້ອງ​ຖືກ​ໂທດ​ໜັກ​ກວ່າ​ນັ້ນ​ອີກ. ຂ້ອຍ​ຄວນ​ລົງໂທດ​ພວກ​ເຈົ້າ​ທີ່​ຂ້າ​ອິດໂບເຊດ.+ ພວກ​ເຈົ້າ​ສົມ​ຄວນ​ຕາຍ.” 12  ແລ້ວ​ດາວິດ​ກໍ​ສັ່ງ​ໃຫ້​ຄົນ​ຂອງ​ລາວ​ຂ້າ​ເຣກາບ​ແລະ​ບາອານ້າ.+ ເຂົາ​ເຈົ້າ​ຕັດ​ມື​ຕັດ​ຕີນ​ຂອງ 2 ຄົນ​ນັ້ນ​ແລ້ວ​ເອົາ​ໄປ​ຫ້ອຍ​ໄວ້+ຢູ່​ທາງ​ຂ້າງ​ສະ​ນ້ຳ​ໃນ​ເມືອງ​ເຮັບໂຣນ. ແຕ່​ເຂົາ​ເຈົ້າ​ເອົາ​ຫົວ​ຂອງ​ອິດໂບເຊດ​ໄປ​ຝັງ​ຢູ່​ໃນ​ບ່ອນ​ຝັງ​ສົບ​ຂອງ​ອັບເນ​ໃນ​ເມືອງ​ເຮັບໂຣນ.

ຂໍຄວາມໄຂເງື່ອນ

ເຂົ້າ​ຊະນິດໜຶ່ງ​ທີ່​ໃຊ້​ເຮັດ​ເຂົ້າຈີ່​ໄດ້
ຫຼື “ໄຖ່”