ຊາມູເອນສະບັບທີສອງ 5:1-25
5 ຕໍ່ມາ ພວກອິດສະຣາເອນທຸກຕະກູນໄດ້ມາຫາດາວິດຢູ່ເມືອງເຮັບໂຣນ+ແລະເວົ້າວ່າ: “ພວກເຮົາເປັນພີ່ນ້ອງສາຍເລືອດດຽວກັນກັບທ່ານ.*+
2 ຕອນທີ່ຊາອູນເປັນກະສັດຂອງພວກເຮົາ ທ່ານເປັນຜູ້ນຳກອງທັບອິດສະຣາເອນອອກໄປຕໍ່ສູ້+ ແລະພະເຢໂຫວາໄດ້ບອກທ່ານວ່າ ‘ເຈົ້າຈະເບິ່ງແຍງພວກອິດສະຣາເອນປະຊາຊົນຂອງເຮົາ ແລະເຈົ້າຈະເປັນຜູ້ນຳຂອງອິດສະຣາເອນ.’”+
3 ພວກຜູ້ນຳທຸກຄົນຂອງອິດສະຣາເອນໄດ້ມາຫາກະສັດດາວິດຢູ່ເມືອງເຮັບໂຣນ ແລະກະສັດດາວິດກໍເຮັດສັນຍາກັບເຂົາເຈົ້າ+ຢູ່ເມືອງເຮັບໂຣນຕໍ່ໜ້າພະເຢໂຫວາ. ຈາກນັ້ນ ເຂົາເຈົ້າໄດ້ແຕ່ງຕັ້ງດາວິດໃຫ້ເປັນກະສັດຂອງອິດສະຣາເອນ.+
4 ດາວິດເປັນກະສັດຕອນອາຍຸ 30 ປີ ແລະປົກຄອງ 40 ປີ.+
5 ລາວປົກຄອງຢູດາຢູ່ເມືອງເຮັບໂຣນ 7 ປີກັບ 6 ເດືອນ ແລະປົກຄອງອິດສະຣາເອນທັງໝົດກັບຢູດາຈາກວັງໃນເມືອງເຢຣູຊາເລັມ+ 33 ປີ.
6 ແລ້ວດາວິດກັບຄົນຂອງລາວກໍໄປເມືອງເຢຣູຊາເລັມເພື່ອຕໍ່ສູ້ກັບພວກເຢບຸດ+ທີ່ຢູ່ຫັ້ນ. ພວກເຢບຸດເວົ້າໃຫ້ດາວິດວ່າ: “ເຈົ້າບໍ່ມີທາງເຂົ້າມາໃນເມືອງນີ້ໄດ້ດອກ! ຄົນຕາບອດກັບຄົນເປັນລ່ອຍຈະໄລ່ເຈົ້າໜີ.” ເຂົາເຈົ້າຄິດວ່າດາວິດບໍ່ມີທາງເຂົ້າມາໃນເມືອງນີ້ໄດ້.+
7 ແຕ່ດາວິດຍຶດປ້ອມຊີໂອນໄດ້. ຕອນນີ້ປ້ອມນັ້ນຖືກເອີ້ນວ່າເມືອງຂອງດາວິດ.+
8 ມື້ນັ້ນ ດາວິດເວົ້າວ່າ: “ໃຫ້ທະຫານທີ່ໄປຕໍ່ສູ້ພວກເຢບຸດເຂົ້າໄປທາງທໍ່ນ້ຳໃຕ້ດິນ ແລະໃຫ້ຂ້າທັງ ‘ຄົນເປັນລ່ອຍກັບຄົນຕາບອດ’ ທີ່ຂ້ອຍຊັງຫຼາຍ.” ຍ້ອນແນວນີ້ຈຶ່ງມີຄຳເວົ້າທີ່ວ່າ “ຄົນຕາບອດກັບຄົນເປັນລ່ອຍຈະເຂົ້າມານີ້ບໍ່ໄດ້.”
9 ແລ້ວດາວິດກໍຍ້າຍເຂົ້າໄປຢູ່ໃນປ້ອມນັ້ນ. ບ່ອນນັ້ນຈຶ່ງຖືກເອີ້ນວ່າ*ເມືອງຂອງດາວິດ. ຈາກນັ້ນ ດາວິດກໍເລີ່ມສ້າງກຳແພງເມືອງ ແລະສ້າງສິ່ງຕ່າງໆຢູ່ເທິງໂນນ*+ແລະຢູ່ບ່ອນອື່ນໆໃນເມືອງ.+
10 ດາວິດມີອຳນາດຫຼາຍຂຶ້ນເລື້ອຍໆ+ແລະພະເຢໂຫວາພະເຈົ້າຜູ້ບັນຊາການກອງທັບກໍຢູ່ນຳລາວ.+
11 ຮີຣາມ+ກະສັດຂອງຕີເຣສົ່ງຄົນໄປຫາດາວິດ ແລະຍັງໄດ້ສົ່ງໄມ້ຊີດ້າ*+ ລວມທັງຊ່າງໄມ້ກັບຊ່າງກໍ່ຫີນເພື່ອຈະສ້າງກຳແພງ. ແລ້ວເຂົາເຈົ້າກໍເລີ່ມສ້າງວັງໃຫ້ດາວິດ.+
12 ດາວິດຮູ້ວ່າພະເຢໂຫວາເປັນຜູ້ຊ່ວຍລາວໃຫ້ເປັນກະສັດປົກຄອງອິດສະຣາເອນຢ່າງໝັ້ນຄົງ+ ແລະເພິ່ນເຮັດໃຫ້ການປົກຄອງຂອງລາວຍິ່ງໃຫຍ່+ຍ້ອນເຫັນແກ່ພວກອິດສະຣາເອນປະຊາຊົນຂອງເພິ່ນ.+
13 ເມື່ອຍ້າຍມາຈາກເມືອງເຮັບໂຣນແລ້ວ ດາວິດໄດ້ເອົາເມຍຕື່ມອີກແລະມີເມຍນ້ອຍ*+ອີກຫຼາຍຄົນຢູ່ເມືອງເຢຣູຊາເລັມ ແລະລາວກໍໄດ້ລູກຊາຍລູກສາວອີກຫຼາຍຄົນ.+
14 ພວກລູກຂອງດາວິດທີ່ເກີດຢູ່ເມືອງເຢຣູຊາເລັມມີ: ຊາມມູອາ ໂຊບາບ ນາທານ+ ໂຊໂລໂມນ+
15 ອິບຮາ ເອລີຊຸອາ ເນເຟັກ ຢາເຟຍ
16 ເອລີຊາມາ ເອລີອາດາ ແລະເອລີເຟເລັດ.
17 ເມື່ອພວກຟີລິດສະຕີນໄດ້ຍິນວ່າດາວິດຖືກແຕ່ງຕັ້ງເປັນກະສັດປົກຄອງອິດສະຣາເອນແລ້ວ+ ເຂົາເຈົ້າກໍແຫ່ກັນມາຈັບດາວິດ.+ ເມື່ອດາວິດຮູ້ ລາວກໍໄປລີ້ຢູ່ບ່ອນທີ່ປອດໄພ.+
18 ພວກຟີລິດສະຕີນມາບຸກໂຈມຕີຢູ່ທົ່ວຮ່ອມພູເຣຟາຢິມ.+
19 ດາວິດຖາມພະເຢໂຫວາ+ວ່າ: “ລູກຄວນອອກໄປຕໍ່ສູ້ພວກຟີລິດສະຕີນບໍ? ພະອົງຈະຊ່ວຍລູກໃຫ້ຊະນະບໍ່?” ພະເຢໂຫວາຕອບດາວິດວ່າ: “ໄປໂລດ. ເຮົາຈະຊ່ວຍເຈົ້າໃຫ້ຊະນະພວກຟີລິດສະຕີນແນ່ນອນ.”+
20 ດາວິດຈຶ່ງໄປບາອານເປຣາຊີມແລະຂ້າພວກຟີລິດສະຕີນຢູ່ຫັ້ນ. ດາວິດເວົ້າວ່າ: “ພະເຢໂຫວາໄດ້ທຳລາຍພວກສັດຕູ+ທີ່ຢູ່ຕໍ່ໜ້າຂ້ອຍຄືກັບກຳແພງທີ່ຖືກນ້ຳທັ່ງໃສ່ຈົນເຈື່ອນລົງມາ.” ດາວິດຈຶ່ງເອີ້ນບ່ອນນັ້ນວ່າບາອານເປຣາຊີມ.*+
21 ພວກຟີລິດສະຕີນຖິ້ມຮູບບູຊາຂອງເຂົາເຈົ້າໄວ້ຢູ່ຫັ້ນ ແລ້ວດາວິດກັບຄົນຂອງລາວກໍເອົາຮູບບູຊາເຫຼົ່ານັ້ນໄປ.*
22 ຕໍ່ມາ ພວກຟີລິດສະຕີນມາບຸກໂຈມຕີຢູ່ທົ່ວຮ່ອມພູເຣຟາຢິມອີກ.+
23 ດາວິດຈຶ່ງຖາມພະເຢໂຫວາ ແຕ່ເພິ່ນບອກວ່າ: “ຢ່າໄປໂຈມຕີໜ້າຕໍ່ໜ້າ ແຕ່ໃຫ້ອ້ອມໄປທາງຫຼັງແລະລີ້ຢູ່ຫຼັງຟຸ່ມໄມ້ບາຄາ ແລ້ວຈຶ່ງອອກມາໂຈມຕີເຂົາເຈົ້າ.
24 ເມື່ອເຈົ້າໄດ້ຍິນສຽງຄືກັບສຽງຄົນຍ່າງດັງມາຈາກປາຍຟຸ່ມໄມ້ບາຄາກໍໃຫ້ໂຈມຕີໂລດ ຍ້ອນພະເຢໂຫວາໄດ້ອອກໄປທຳລາຍກອງທັບຟີລິດສະຕີນກ່ອນເຈົ້າແລ້ວ.”
25 ດາວິດເຮັດຕາມທີ່ພະເຢໂຫວາບອກທຸກຢ່າງ. ລາວໄລ່ນຳພວກຟີລິດສະຕີນຕັ້ງແຕ່ເມືອງເຄບາ+ຈົນຮອດເມືອງເກເຊ.+
ຂໍ ຄວາມ ໄຂ ເງື່ອນ
^ ແປຕາມໂຕວ່າ “ເປັນກະດູກແລະເນື້ອໜັງຂອງທ່ານ”
^ ຫຼືອາດແປວ່າ “ລາວເອີ້ນບ່ອນນັ້ນວ່າ”
^ ພາສາເຮັບເຣີແມ່ນມິໂລ. ອາດສ້າງໂນນນີ້ເພື່ອປົກປ້ອງເມືອງ.
^ ໄມ້ແປກຊະນິດໜຶ່ງ
^ ເບິ່ງສ່ວນອະທິບາຍຄຳສັບ
^ ແປວ່າ “ເຈົ້ານາຍຂອງການໂຈມຕີ”