ຊາມູເອນ​ສະບັບ​ທີ​ສອງ 8:1-18

  • ດາວິດ​ຕໍ່ສູ້​ຊະນະ (1-​14)

  • ວຽກ​ທີ່​ຄົນ​ຂອງ​ດາວິດ​ເຮັດ (15-​18)

8  ຕໍ່ມາ ດາວິດ​ຕໍ່ສູ້​ກັບ​ພວກ​ຟີລິດສະຕີນ+ແລະ​ເອົາ​ຊະນະ​ເຂົາ​ເຈົ້າ​ໄດ້.+ ດາວິດ​ຍຶດ​ເອົາ​ເມືອງ​ເມເທັກອຳມາ​ຈາກ​ພວກ​ຟີລິດສະຕີນ.  ດາວິດ​ຕໍ່ສູ້​ຊະນະ​ພວກ​ໂມອາບ+ແລະ​ລາວ​ໃຫ້​ເຂົາ​ເຈົ້າ​ນອນ​ລຽນ​ກັນ​ເປັນ​ແຖວ. ລາວ​ແທກ​ຄວາມ​ຍາວ​ຂອງ​ແຖວ​ນັ້ນ​ແລະ​ແບ່ງ​ອອກ​ເປັນ 3 ສ່ວນ. ຄົນ​ທີ່​ນອນ​ຢູ່ 2 ສ່ວນ​ທຳອິດ​ລາວ​ໄດ້​ຂ້າ​ຖິ້ມ ແຕ່​ຄົນ​ທີ່​ນອນ​ຢູ່​ສ່ວນ​ທີ 3 ລາວ​ບໍ່​ໄດ້​ຂ້າ.+ ພວກ​ໂມອາບ​ຍອມ​ເປັນ​ຫົວ​ເມືອງ​ຂຶ້ນ​ຂອງ​ດາວິດ​ແລະ​ເອົາ​ເຄື່ອງ​ເສຍສ່ວຍ​ໃຫ້​ລາວ.+  ດາວິດ​ຕໍ່ສູ້​ຊະນະ​ຮາດາເດເຊ​ກະສັດ​ຂອງ​ໂຊບາ​+ທີ່​ເປັນ​ລູກ​ຊາຍ​ຂອງ​ເຣໂຮບ. ຕອນ​ນັ້ນ ຮາດາເດເຊ​ໄປ​ຍຶດ​ເອົາ​ອຳນາດ​ຄືນ​ຢູ່​ແມ່​ນ້ຳ​ເອິຟາຣາດ.+  ດາວິດ​ໄດ້​ຈັບ​ທະຫານ​ມ້າ​ຂອງ​ຮາດາເດເຊ 1.700 ຄົນ​ກັບ​ທະຫານ 20.000 ຄົນ. ໃນ​ຈຳນວນ​ມ້າ​ທີ່​ແກ່​ລົດ​ຮົບ ດາວິດ​ຈົ່ງ​ໄວ້ 100 ໂຕ ແຕ່​ເຫຼືອ​ນັ້ນ​ລາວ​ໄດ້​ຕັດ​ເອັນຂາ​ຂອງ​ພວກມັນ.+  ເມື່ອ​ພວກ​ຊີເຣຍ​ຈາກ​ເມືອງ​ດາມາເຊ​+ມາ​ຊ່ວຍ​ຮາດາເດເຊ​ກະສັດ​ຂອງ​ໂຊບາ ດາວິດ​ໄດ້​ຂ້າ​ທະຫານ​ຊີເຣຍ​ຕາຍ 22.000 ຄົນ.+  ດາວິດ​ຕັ້ງ​ກອງ​ທະຫານ​ປ້ອງກັນ​ໄວ້​ໃນ​ເມືອງ​ດາມາເຊ​ຢູ່​ຊີເຣຍ ແລະ​ພວກ​ຊີເຣຍ​ໄດ້​ຍອມ​ເປັນ​ຫົວ​ເມືອງ​ຂຶ້ນ​ຂອງ​ດາວິດ​ແລະ​ເອົາ​ເຄື່ອງ​ເສຍສ່ວຍ​ໃຫ້​ລາວ. ພະ​ເຢໂຫວາ​ຊ່ວຍ​ໃຫ້​ດາວິດ​ຊະນະ*​ບໍ່​ວ່າ​ລາວ​ຈະ​ຕໍ່ສູ້​ຢູ່​ໃສ.+  ດາວິດ​ຍັງ​ເອົາ​ໂລ້​ວົງມົນ​ທີ່​ເປັນ​ຄຳ​ຂອງ​ທະຫານ​ຮາດາເດເຊ​ກັບ​ໄປ​ເມືອງ​ເຢຣູຊາເລັມ​ນຳ.+  ກະສັດ​ດາວິດ​ໄດ້​ເອົາ​ທອງແດງ​ຈຳນວນ​ຫຼາຍ​ຈາກ 2 ເມືອງ​ຂອງ​ຮາດາເດເຊ​ທີ່​ຊື່​ເບຕາ​ແລະ​ເບໂຣທາຍ.  ເມື່ອ​ໂຕອີ*​ກະສັດ​ຂອງ​ເມືອງ​ຮາມັດ​+ໄດ້​ຍິນ​ວ່າ​ດາວິດ​ຕໍ່ສູ້​ຊະນະ​ກອງ​ທັບ​ທັງ​ໝົດ​ຂອງ​ຮາດາເດເຊ+ 10  ໂຕອີ​ຈຶ່ງ​ສົ່ງ​ໂຢຣາມ*​ລູກ​ຊາຍ​ຂອງ​ລາວ​ໄປ​ຫາ​ກະສັດ​ດາວິດ​ເພື່ອ​ຖາມ​ສະບາຍ​ດີ​ແລະ​ຊົມເຊີຍ​ລາວ​ທີ່​ຕໍ່ສູ້​ຊະນະ​ຮາດາເດເຊ ຍ້ອນ​ຮາດາເດເຊ​ມັກ​ມາ​ຕໍ່ສູ້​ກັບ​ໂຕອີ​ເລື້ອຍ​ໆ​. ໂຢຣາມ​ເອົາ​ເຄື່ອງ​ຂອງ​ທີ່​ເຮັດ​ຈາກ​ເງິນ​ຈາກ​ຄຳ​ແລະ​ທອງແດງ​ມາ​ໃຫ້​ດາວິດ​ນຳ. 11  ກະສັດ​ດາວິດ​ມອບ​ສິ່ງ​ເຫຼົ່ານີ້​ໃຫ້​ພະ​ເຢໂຫວາ ພ້ອມ​ທັງ​ມອບ​ເງິນ​ແລະ​ຄຳ​ທີ່​ລາວ​ຍຶດ​ມາ​ຈາກ​ຊາດ​ຕ່າງ​ໆ​ທີ່​ລາວ​ເອົາ​ຊະນະ​ໄດ້.+ 12  ຊາດ​ເຫຼົ່າ​ນັ້ນ​ແມ່ນ​ພວກ​ຊີເຣຍ ພວກ​ໂມອາບ+ ພວກ​ອຳໂມນ ພວກ​ຟີລິດສະຕີນ+ ພວກ​ອາມາເລັກ+ ແລະ​ລາວ​ຍັງ​ໄດ້​ມອບ​ເຄື່ອງ​ຂອງ​ທີ່​ຍຶດ​ມາ​ຈາກ​ຮາດາເດເຊ​+ກະສັດ​ຂອງ​ໂຊບາ​ທີ່​ເປັນ​ລູກ​ຊາຍ​ຂອງ​ເຣໂຮບ​ໃຫ້​ນຳ. 13  ຫຼັງ​ຈາກ​ດາວິດ​ກັບ​ມາ​ຈາກ​ການ​ຂ້າ​ພວກ​ເອໂດມ 18.000 ຄົນ​ຢູ່​ຮ່ອມພູ​ເກືອ ລາວ​ກໍ​ມີ​ຊື່ສຽງ​ຫຼາຍ​ຂຶ້ນ​ອີກ.+ 14  ດາວິດ​ໄດ້​ຕັ້ງ​ກອງ​ທະຫານ​ປ້ອງກັນ​ໃນ​ເອໂດມ. ລາວ​ມີ​ທະຫານ​ປ້ອງກັນ​ຢູ່​ທົ່ວ​ເອໂດມ ແລະ​ພວກ​ເອໂດມ​ທັງ​ໝົດ​ກໍ​ຍອມ​ເປັນ​ຫົວ​ເມືອງ​ຂຶ້ນ​ຂອງ​ດາວິດ.+ ພະ​ເຢໂຫວາ​ຊ່ວຍ​ດາວິດ​ໃຫ້​ຊະນະ​ບໍ່​ວ່າ​ລາວ​ຈະ​ຕໍ່ສູ້​ຢູ່​ໃສ.+ 15  ດາວິດ​ປົກຄອງ​ທົ່ວ​ອິດສະຣາເອນ​ຕໍ່​ໄປ.+ ດາວິດ​ປົກຄອງ​ປະຊາຊົນ​ຢ່າງ​ຖືກຕ້ອງ​ແລະ​ຍຸຕິທຳ.+ 16  ໂຢອາບ​+ລູກ​ຊາຍ​ຂອງ​ເຊຣູຢາ​ເປັນ​ຫົວ​ໜ້າ​ກອງ​ທັບ ແລະ​ເຢໂຮຊາຟັດ+ລູກ​ຊາຍ​ຂອງ​ອາຮີລຸດ​ເປັນ​ຜູ້​ຈົດ​ບັນທຶກ​ໃຫ້​ກະສັດ. 17  ຊາໂດກ​+ລູກ​ຊາຍ​ຂອງ​ອາຮີຕຸບ​ແລະ​ອາຮີເມເລັກ​ລູກ​ຊາຍ​ຂອງ​ອາບີອາທາ​ເປັນ​ປະໂລຫິດ ແລະ​ເສຣາຢາ​ເປັນ​ເລຂາ​ຂອງ​ກະສັດ. 18  ເບນາຢາ+ລູກ​ຊາຍ​ຂອງ​ເຢໂຮຢາດາ​ເປັນ​ຫົວ​ໜ້າ​ພວກເກເຣັດ​ແລະ​ພວກ​ເປເລດ*+ ແລະ​ພວກ​ລູກ​ຊາຍ​ຂອງ​ດາວິດ​ເປັນຫົວ​ໜ້າ​ລະດັບ​ສູງ.

ຂໍຄວາມໄຂເງື່ອນ

ຫຼື “ລອດ”
ລາວ​ມີ​ອີກ​ຊື່​ໜຶ່ງ​ວ່າ​ໂຕອູ​ໃນ 1ຂຄ 18:9, 10
ລາວ​ມີ​ອີກ​ຊື່​ໜຶ່ງ​ວ່າ​ຮາໂດຣາມ​ໃນ 1ຂຄ 18:10
ໝາຍເຖິງ​ທະຫານ​ປ້ອງກັນ​ໂຕ​ດາວິດ