ຊາມູເອນ​ສະບັບ​ທີ​ສອງ 9:1-13

  • ດາວິດ​ເຮັດ​ດີ​ຕໍ່​ເມຟີໂບເຊັດ (1-​13)

9  ດາວິດ​ຖາມ​ວ່າ: “ໃນ​ຄອບຄົວ​ຂອງ​ຊາອູນ​ຍັງ​ມີ​ໃຜ​ເຫຼືອ​ຢູ່​ບໍທີ່​ຂ້ອຍ​ຈະເຮັດດີ*​ຕໍ່​ລາວ​ໄດ້​ຕາມ​ທີ່​ຂ້ອຍ​ເຄີຍ​ສັນຍາ​ໄວ້​ກັບ​ໂຢນາທານ?”+  ຕອນ​ນັ້ນ​ມີ​ຜູ້​ຊາຍ​ຄົນ​ໜຶ່ງ​ຊື່​ຊີບາ+ທີ່​ເຄີຍ​ເປັນ​ຄົນ​ຮັບ​ໃຊ້​ຂອງ​ຄອບຄົວ​ຊາອູນ. ເຂົາ​ເຈົ້າ​ໄດ້​ເອີ້ນ​ຊີບາ​ມາ​ຫາ​ກະສັດ​ດາວິດ ແລະ​ກະສັດ​ຖາມ​ລາວ​ວ່າ: “ເຈົ້າ​ແມ່ນ​ຊີບາ​ບໍ?” ລາວ​ຕອບ​ວ່າ: “ແມ່ນ​ແລ້ວ. ຂ້ອຍ​ແມ່ນ​ຄົນ​ຮັບ​ໃຊ້​ຂອງ​ທ່ານ.”  ກະສັດ​ຖາມ​ລາວ​ຕໍ່​ອີກ​ວ່າ: “ໃນຄອບຄົວຂອງ​ຊາອູນ​ຍັງ​ມີ​ໃຜເຫຼືອ​ຢູ່​ບໍທີ່​ຂ້ອຍ​ຈະ​ເຮັດ​ດີ​ຕໍ່​ລາວ​ຄື​ກັບ​ທີ່​ພະເຈົ້າ​ໄດ້ເຮັດ?” ຊີບາ​ຕອບ​ກະສັດ​ວ່າ: “ຍັງ​ເຫຼືອ​ລູກ​ຊາຍ​ຄົນ​ໜຶ່ງ​ຂອງ​ໂຢນາທານ​ທີ່​ຕີນເປັນ​ລ່ອຍທັງ​ສອງ​ເບື້ອງ.”+  ກະສັດ​ຈຶ່ງ​ຖາມ​ວ່າ: “ລາວ​ຢູ່​ໃສ?” ຊີບາ​ຕອບ​ວ່າ: “ລາວ​ຢູ່​ເຮືອນ​ຂອງ​ມາກີ​+ລູກ​ຊາຍ​ຂອງ​ອຳມີເອນ​ໃນ​ເມືອງ​ໂລເດບາ.”  ກະສັດ​ດາວິດ​ຈຶ່ງ​ຟ້າວ​ສົ່ງ​ຄົນໃຫ້​ໄປ​ພາ​ລາວ​ມາທັນທີຈາກເຮືອນ​ຂອງ​ມາກີ​ລູກ​ຊາຍ​ຂອງ​ອຳມີເອນ​ໃນ​ເມືອງ​ໂລເດບາ.  ເມື່ອ​ເມຟີໂບເຊັດ​ລູກ​ຊາຍ​ຂອງ​ໂຢນາທານ​ຫຼານ​ຂອງ​ຊາອູນ​ມາ​ຮອດ ລາວ​ກໍ​ຟ້າວ​ໝູບ​ໜ້າ​ລົງ​ເພື່ອ​ສະແດງ​ຄວາມ​ນັບ​ຖື​ຕໍ່​ດາວິດ. ດາວິດ​ເວົ້າ​ວ່າ: “ເມຟີໂບເຊັດ.” ລາວ​ຕອບ​ວ່າ: “ຄົນ​ຮັບ​ໃຊ້​ຂອງ​ທ່ານ​ຢູ່​ນີ້.”  ດາວິດ​ບອກ​ລາວ​ວ່າ: “ບໍ່​ຕ້ອງ​ຢ້ານ. ຂ້ອຍ​ຈະ​ເຮັດ​ດີ+ຕໍ່​ເຈົ້າ​ຍ້ອນ​ໂຢນາທານ​ພໍ່​ຂອງ​ເຈົ້າ. ດິນທັງ​ໝົດ​ທີ່​ເປັນ​ຂອງ​ຊາອູນ​ປູ່​ຂອງ​ເຈົ້າ ຂ້ອຍ​ຈະ​ສົ່ງ​ຄືນ​ໃຫ້​ເຈົ້າ ແລະ​ເຈົ້າ​ຈະ​ນັ່ງ​ກິນ​ເຂົ້າ​ນຳ​ຂ້ອຍທຸກ​ໆ​ມື້.”+  ເມຟີໂບເຊັດ​ຈຶ່ງ​ໝູບ​ໜ້າ​ລົງ​ເພື່ອ​ສະແດງ​ຄວາມ​ນັບ​ຖື​ແລະ​ເວົ້າ​ວ່າ: “ຂ້ອຍ​ເປັນ​ຄື​ກັບ​ໝາ​ໂຕ​ໜຶ່ງ​ທີ່​ຕາຍ​ແລ້ວ.+ ເປັນ​ຫຍັງ​ທ່ານ​ຈຶ່ງ​ຢາກ​ສະແດງ​ຄວາມ​ຮັກ​ຕໍ່​ຂ້ອຍ​ຫຼາຍ​ປານ​ນີ້?”  ແລ້ວ​ກະສັດ​ດາວິດ​ກໍ​ໃຫ້​ຄົນ​ໄປ​ເອີ້ນ​ຊີບາ​ຄົນ​ຮັບ​ໃຊ້​ຂອງ​ຊາອູນ​ມາ​ຫາ ແລະ​ບອກ​ຊີບາ​ວ່າ: “ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ເຄີຍ​ເປັນ​ຂອງ​ຊາອູນ​ແລະ​ຄອບຄົວ​ຂອງ​ລາວ ຂ້ອຍ​ຈະ​ຍົກ​ໃຫ້​ເມຟີໂບເຊັດ​ທັງ​ໝົດ​ເພາະ​ລາວ​ເປັນ​ຫຼານ​ຊາຍ​ຂອງ​ນາຍ​ເຈົ້າ.+ 10  ເຈົ້າ​ກັບ​ພວກ​ລູກ​ຊາຍ​ແລະ​ຄົນ​ຮັບ​ໃຊ້​ຂອງ​ເຈົ້າ​ຈະ​ເຮັດ​ໄຮ່​ເຮັດ​ນາ​ແລະ​ປູກ​ພືດ​ຜັກ​ຢູ່​ໃນ​ດິນ​ຂອງ​ເມຟີໂບເຊັດເພື່ອ​ໃຫ້​ຄົນ​ໃນ​ຄອບຄົວ​ຂອງ​ລາວ​ກິນ. ແຕ່​ເມຟີໂບເຊັດ​ຫຼານ​ຊາຍ​ຂອງ​ນາຍ​ເຈົ້າ​ຈະ​ນັ່ງ​ກິນ​ເຂົ້ານຳ​ຂ້ອຍທຸກ​ໆ​ມື້.”+ ຊີບາ​ມີ​ລູກ​ຊາຍ 15 ຄົນ​ແລະ​ຄົນ​ຮັບ​ໃຊ້ 20 ຄົນ.+ 11  ຊີບາ​ເວົ້າ​ກັບ​ກະສັດ​ວ່າ: “ຂ້ອຍ​ຈະ​ເຮັດ​ທຸກ​ສິ່ງ​ຕາມ​ທີ່​ກະສັດ​ສັ່ງ.” ນັບ​ຕັ້ງ​ແຕ່​ມື້​ນັ້ນ ເມຟີໂບເຊັດ​ຈຶ່ງ​ນັ່ງ​ກິນ​ເຂົ້າ​ນຳ​ກະສັດ​ດາວິດ​ທຸກ​ໆ​ມື້​ຄື​ກັບ​ເປັນ​ລູກ​ຊາຍ​ຜູ້​ໜຶ່ງ​ຂອງ​ລາວ. 12  ເມຟີໂບເຊັດ​ມີ​ລູກ​ຊາຍ​ທີ່​ຍັງ​ນ້ອຍ​ຜູ້​ໜຶ່ງ​ຊື່​ມິກາ+ ແລະ​ທຸກ​ຄົນ​ໃນ​ຄອບຄົວ​ຂອງ​ຊີບາ​ໄດ້​ມາ​ເປັນ​ຄົນ​ຮັບ​ໃຊ້​ຂອງ​ເມຟີໂບເຊັດ. 13  ເມຟີໂບເຊັດ​ໄດ້​ຍ້າຍ​ມາ​ຢູ່​ເມືອງ​ເຢຣູຊາເລັມ​ແລະ​ນັ່ງ​ກິນ​ເຂົ້າ​ນຳ​ກະສັດ​ທຸກ​ໆ​ມື້.+ ເມຟີໂບເຊັດ​ຕີນເປັນ​ລ່ອຍທັງ​ສອງ​ເບື້ອງ.+

ຂໍຄວາມໄຂເງື່ອນ

ຫຼື “ສະແດງ​ຄວາມ​ຮັກ​ທີ່​ໝັ້ນຄົງ”