ຈົດໝາຍສະບັບທີສອງເຖິງຄລິດສະຕຽນໃນເມືອງເທຊະໂລນິກ 1:1-12

  • ຄຳ​ທັກທາຍ (1, 2)

  • ພີ່ນ້ອງ​ຄົນ​ເທຊະໂລນິກ​ມີ​ຄວາມ​ເຊື່ອ​ຫຼາຍ​ຂຶ້ນ (3-5)

  • ພະເຈົ້າ​ຈະ​ລົງໂທດ​ຄົນ​ທີ່​ບໍ່​ເຊື່ອຟັງ (6-10)

  • ຄຳ​ອະທິດຖານ​ເພື່ອ​ປະຊາຄົມ (11, 12)

1  ຂ້ອຍ​ໂປໂລ​ກັບ​ຊີລາວານ*​ແລະ​ຕີໂມທຽວ+​ຂຽນ​ຫາ​ປະຊາຄົມ​ຢູ່​ເມືອງ​ເທຊະໂລນິກ​ທີ່​ເປັນອັນ​ໜຶ່ງ​ອັນ​ດຽວ​ກັບພະເຈົ້າ​ຜູ້​ເປັນ​ພໍ່​ຂອງ​ພວກ​ເຮົາ​ແລະ​ກັບ​ພະ​ເຢຊູ​ຄລິດ​ຜູ້​ເປັນ​ນາຍ.  ຂໍ​ໃຫ້​ພວກ​ເຈົ້າ​ໄດ້​ຮັບ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ແລະ​ສັນຕິສຸກ​ຈາກ​ພະເຈົ້າ​ຜູ້​ເປັນ​ພໍ່​ແລະ​ຈາກ​ພະ​ເຢຊູ​ຄລິດ​ຜູ້​ເປັນ​ນາຍ.  ພີ່ນ້ອງ​ເອີ້ຍ ພວກ​ເຮົາ​ຕ້ອງ​ຂອບໃຈ​ພະເຈົ້າ​ເລື່ອງ​ພວກ​ເຈົ້າ​ສະເໝີ ຍ້ອນ​ພວກ​ເຈົ້າ​ມີ​ຄວາມ​ເຊື່ອ​ຫຼາຍ​ຂຶ້ນ ແລະ​ພວກ​ເຈົ້າ​ທຸກ​ຄົນ​ຮັກ​ກັນ​ຫຼາຍ​ຂຶ້ນ.+  ພວກ​ເຮົາ​ອວດ​ເລື່ອງ​ຂອງ​ພວກ​ເຈົ້າ+​ກັບ​ປະຊາຄົມ​ຕ່າງ​ໆ​ຂອງ​ພະເຈົ້າ​ດ້ວຍ​ຄວາມ​ພູມໃຈ ຍ້ອນ​ພວກ​ເຈົ້າ​ສະແດງ​ຄວາມ​ອົດທົນ​ແລະ​ຄວາມ​ເຊື່ອ​ໃນ​ໄລຍະ​ທີ່​ຖືກ​ຂົ່ມເຫງ​ທຸກ​ຮູບແບບ. ພວກ​ເຈົ້າ​ຍັງ​ອົດທົນ​ກັບ​ຄວາມ​ຍາກ​ລຳບາກ​ທີ່​ພວກ​ເຈົ້າ​ເຈິ​ໃນ​ຕອນນີ້.+  ທັງໝົດ​ນີ້​ສະແດງ​ວ່າ​ພະເຈົ້າ​ຕັດສິນ​ຢ່າງ​ຍຸຕິທຳ. ເພິ່ນ​ຖື​ວ່າ​ພວກ​ເຈົ້າ​ເໝາະ​ສົມ​ກັບ​ການ​ປົກຄອງ​ຂອງ​ເພິ່ນ ແລະ​ພວກ​ເຈົ້າ​ຍອມ​ທົນທຸກ​ຢູ່​ກໍ​ຍ້ອນ​ເຫດຜົນ​ນີ້​ແຫຼະ.+  ທີ່ຈິງ ຖືກ​ແລ້ວທີ່​ພະເຈົ້າ​ຈະ​ເອົາ​ຄວາມ​ທຸກ​ລຳບາກ​ໄປ​ຕອບ​ແທນ​ຄົນ​ທີ່​ເຮັດ​ໃຫ້​ພວກ​ເຈົ້າ​ທຸກ​ລຳບາກ.+  ສ່ວນ​ພວກ​ເຈົ້າ​ທີ່​ທົນທຸກ​ລຳບາກ​ຢູ່​ຕອນນີ້​ຈະ​ບໍ່​ຕ້ອງ​ທຸກ​ລຳບາກ​ອີກ. ພວກ​ເຮົາ​ກັບ​ພວກ​ເຈົ້າ​ຈະ​ບໍ່​ຕ້ອງ​ເຈິ​ຄວາມ​ທຸກ​ແບບ​ນີ້​ຕອນ​ທີ່​ພະ​ເຢຊູ​ຜູ້​ເປັນ​ນາຍ+​ມາ​ຈາກ​ສະຫວັນ​ໃນ​ແປວ​ໄຟ​ພ້ອມ​ກັບ​ພວກ​ທູດສະຫວັນ​ທີ່​ມີ​ລິດເດດ.+ ເພິ່ນ​ຈະ​ສະແດງ​ລິດເດດ​ຂອງ​ເພິ່ນ  ແລະ​ຈະ​ລົງໂທດ​ຄົນ​ທີ່​ບໍ່​ຮູ້​ຈັກ​ພະເຈົ້າ​ແລະ​ຄົນ​ທີ່​ບໍ່​ເຊື່ອຟັງ​ຂ່າວ​ດີ​ເລື່ອງ​ພະ​ເຢຊູ​ຜູ້​ເປັນ​ນາຍ​ຂອງ​ພວກ​ເຮົາ.+  ຜູ້​ເປັນ​ນາຍ​ຂອງ​ພວກ​ເຮົາ​ຈະ​ຕັດສິນ​ລົງໂທດ​ຄົນ​ເຫຼົ່າ​ນັ້ນ​ໃຫ້​ຈິບຫາຍ​ຕະຫຼອດ​ໄປ+ ແລະ​ເຂົາເຈົ້າ​ຈະ​ບໍ່​ໄດ້​ເຫັນ​ລິດເດດ​ທີ່​ຍິ່ງໃຫຍ່​ຂອງ​ເພິ່ນ​ອີກ. 10  ຕອນ​ທີ່​ເພິ່ນ​ມາ​ຮັບ​ກຽດ​ຮ່ວມ​ກັບ​ພວກ​ຜູ້​ບໍລິສຸດ​ຂອງ​ເພິ່ນ ມື້​ນັ້ນ​ທຸກ​ຄົນ​ທີ່​ສະແດງ​ຄວາມ​ເຊື່ອ​ຈະ​ເບິ່ງ​ເພິ່ນ​ດ້ວຍ​ຄວາມ​ຮູ້ສຶກ​ງຶດງໍ້. ພວກ​ເຈົ້າ​ກໍ​ລວມ​ຢູ່​ໃນ​ກຸ່ມ​ນັ້ນ ຍ້ອນ​ພວກ​ເຈົ້າ​ເຊື່ອ​ສິ່ງ​ທີ່​ພວກ​ເຮົາ​ປະກາດ. 11  ຍ້ອນ​ແນວ​ນີ້ ພວກ​ເຮົາ​ຈຶ່ງ​ອະທິດຖານ​ເພື່ອ​ພວກ​ເຈົ້າ​ສະເໝີ. ຂໍ​ໃຫ້​ພະເຈົ້າ​ຂອງ​ພວກ​ເຮົາ​ຖື​ວ່າ​ພວກ​ເຈົ້າ​ເໝາະ​ສົມ​ກັບ​ທີ່​ເພິ່ນ​ໄດ້​ເລືອກ​ແລ້ວ.+ ຂໍ​ໃຫ້​ເພິ່ນ​ເຮັດ​ສິ່ງ​ດີ​ໆ​ທຸກ​ຢ່າງ​ທີ່​ເພິ່ນ​ພໍໃຈ​ໃຫ້​ສຳເລັດ​ດ້ວຍ​ລິດເດດ​ຂອງ​ເພິ່ນ ແລະ​ຂໍ​ໃຫ້​ເພິ່ນ​ຊ່ວຍ​ໃຫ້​ວຽກ​ທີ່​ພວກ​ເຈົ້າ​ເຮັດ​ດ້ວຍ​ຄວາມ​ເຊື່ອ​ນັ້ນ​ສຳເລັດ. 12  ພວກ​ເຮົາ​ອະທິດຖານ​ແບບ​ນີ້​ເພື່ອ​ຊື່​ຂອງ​ພະ​ເຢຊູ​ຜູ້​ເປັນ​ນາຍ​ຂອງ​ພວກ​ເຮົາ​ຈະ​ໄດ້​ຮັບ​ກຽດ​ຍ້ອນ​ພວກ​ເຈົ້າ ແລ້ວ​ພວກ​ເຈົ້າ​ກໍ​ຈະ​ໄດ້​ຮັບ​ກຽດ​ຍ້ອນ​ເພິ່ນ. ທັງໝົດ​ນີ້​ແມ່ນ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຂອງ​ພະເຈົ້າ​ຂອງ​ພວກ​ເຮົາ​ແລະ​ຂອງ​ພະ​ເຢຊູ​ຄລິດ​ຜູ້​ເປັນ​ນາຍ.

ຂໍຄວາມໄຂເງື່ອນ

ນີ້​ແມ່ນ​ອີກ​ຊື່​ໜຶ່ງ​ຂອງ​ຊີລາ