ຈົດໝາຍສະບັບທີສອງເຖິງຄລິດສະຕຽນໃນເມືອງເທຊະໂລນິກ 2:1-17

  • ຜູ້​ຝ່າຝືນ​ກົດໝາຍ​ຂອງ​ພະເຈົ້າ (1-12)

  • ຄຳ​ແນະນຳ​ໃຫ້​ຢືນຢັດ​ໃນ​ຄວາມ​ເຊື່ອ (13-17)

2  ພີ່ນ້ອງ​ເອີ້ຍ ໃນ​ເລື່ອງ​ການມາ*​ຂອງ​ພະ​ເຢຊູ​ຄລິດ​ຜູ້​ເປັນ​ນາຍ​ຂອງ​ພວກ​ເຮົາ+​ແລະ​ເລື່ອງ​ການ​ລວບລວມ​ພວກ​ເຮົາ​ໃຫ້​ໄປ​ຢູ່​ກັບ​ເພິ່ນ​ນັ້ນ+ ພວກ​ເຮົາ​ຂໍ​ພວກ​ເຈົ້າ  ຢ່າ​ໃຫ້​ຜູ້​ໃດ​ປ່ຽນ​ຄວາມ​ຄິດ​ຂອງ​ພວກ​ເຈົ້າ​ທີ່​ມັນ​ຖືກ​ຢູ່​ແລ້ວ ແລະ​ຢ່າ​ສັບສົນ​ຖ້າ​ມີ​ຄົນ​ບອກ​ວ່າ​ວັນ​ຂອງ​ພະ​ເຢໂຫວາ*+​ມາ​ຮອດ​ແລ້ວ. ບໍ່​ຕ້ອງ​ອຸກໃຈ ເຖິງ​ເຂົາເຈົ້າ​ຈະ​ເວົ້າ​ວ່າ​ຂ່າວສານ​ນັ້ນ​ມາ​ຈາກ​ພະເຈົ້າ+ ຫຼື​ອ່ານ​ຈາກ​ຈົດໝາຍ​ທີ່​ເຂົາເຈົ້າ​ອ້າງ​ວ່າ​ມາ​ຈາກ​ພວກ​ເຮົາ.  ຢ່າ​ໃຫ້​ຜູ້​ໃດ​ຫຼອກລວງ​ພວກ​ເຈົ້າ​ໄດ້ ຍ້ອນ​ວ່າ​ກ່ອນ​ຈະ​ຮອດ​ມື້​ນັ້ນ ຕ້ອງ​ມີ​ການ​ທໍລະຍົດ*+​ເກີດ​ຂຶ້ນ ແລະ​ຜູ້​ທີ່​ຝ່າຝືນ​ກົດໝາຍ​ຂອງ​ພະເຈົ້າ+​ຈະ​ຕ້ອງ​ຖືກ​ເປີດເຜີຍ​ໂຕ. ລາວ​ຖືກ​ຕັດສິນ​ແລ້ວ​ວ່າ​ຈະ​ຕ້ອງ​ຖືກ​ທຳລາຍ.+  ລາວ​ເປັນ​ຜູ້​ຕໍ່ຕ້ານ. ລາວ​ຍົກ​ໂຕເອງ​ໃຫ້​ເໜືອ​ກວ່າ​ທຸກ​ຄົນ​ທີ່​ຄົນ​ມັກ​ເອີ້ນ​ວ່າ “ພະເຈົ້າ” ແລະ​ເໜືອ​ກວ່າ​ສິ່ງ​ທີ່​ຄົນ​ຂາບ​ໄຫວ້​ບູຊາ. ລາວ​ນັ່ງ​ຢູ່​ວິຫານ​ຂອງ​ພະເຈົ້າ​ແລະ​ສະແດງ​ໂຕ​ວ່າ​ເປັນ​ພະເຈົ້າ​ອົງ​ໜຶ່ງ.  ຈື່​ບໍ່​ໄດ້​ບໍ​ວ່າຂ້ອຍ​ເຄີຍ​ບອກ​ພວກ​ເຈົ້າ​ເລື່ອງ​ນີ້​ແລ້ວ​ຕອນ​ທີ່​ຂ້ອຍ​ຢູ່​ນຳ​ພວກ​ເຈົ້າ?  ພວກ​ເຈົ້າ​ກໍ​ຮູ້​ແລ້ວ​ວ່າ​ຜູ້​ໃດ​ຂັດຂວາງ​ລາວ​ໄວ້ ເພື່ອ​ລາວ​ຈະ​ບໍ່​ຖືກ​ເປີດເຜີຍ​ໂຕ​ກ່ອນ​ເວລາ.  ທີ່ຈິງ ລາວ​ຝ່າຝືນ​ກົດໝາຍ​ຂອງ​ພະເຈົ້າ​ຢູ່​ແລ້ວ+ ແຕ່​ເຮັດ​ແບບ​ລັບ​ໆ​ຈົນ​ກວ່າ​ຜູ້​ທີ່​ຂັດຂວາງ​ນັ້ນ​ຈະ​ໄປ.  ແລ້ວ​ຜູ້​ຝ່າຝືນ​ກົດໝາຍ​ກໍ​ຈະ​ຖືກ​ເປີດເຜີຍ​ໂຕ. ພະ​ເຢຊູ​ຜູ້​ເປັນ​ນາຍ​ຈະ​ທຳລາຍ​ລາວ​ດ້ວຍ​ພະລັງ​ທີ່​ອອກ​ມາ​ຈາກ​ປາກ​ຂອງ​ເພິ່ນ+​ຕອນ​ທີ່​ເພິ່ນ​ສະແດງ​ໃຫ້​ເຫັນ+​ວ່າ​ເພິ່ນ​ໄດ້​ກັບ​ມາ*​ແລ້ວ.  ຍ້ອນ​ຊາຕານ ຈຶ່ງ​ມີ​ຜູ້​ຝ່າຝືນ​ກົດໝາຍ​ຂອງ​ພະເຈົ້າ.+ ລາວ​ເຮັດ​ສິ່ງ​ທີ່​ເປັນ​ຕາ​ງຶດຫຼາຍ​ຢ່າງ ລວມ​ທັງ​ການ​ອັດສະຈັນ​ແລະ​ປາຕິຫານ​ແບບ​ຂີ້​ຕົວະ.+ 10  ລາວ​ໃຊ້​ຊີວິດ​ແບບ​ບໍ່​ຖືກຕ້ອງ​ໃນ​ທຸກ​ທາງ​ເພື່ອ​ຫຼອກລວງ+​ຄົນ​ທີ່​ບໍ່​ຮັກ​ຄວາມ​ຈິງ​ເຊິ່ງ​ກຳລັງ​ຈະ​ຖືກ​ທຳລາຍ. ຄົນ​ເຫຼົ່າ​ນີ້​ຄື​ຊິ​ລອດ​ຖ້າ​ເຂົາເຈົ້າ​ຮັກ​ຄວາມ​ຈິງ. 11  ເມື່ອ​ເຂົາເຈົ້າ​ບໍ່​ຮັກ​ຄວາມ​ຈິງ ພະເຈົ້າ​ຈຶ່ງ​ປ່ອຍ​ໃຫ້​ເຂົາເຈົ້າ​ຖືກ​ຊັກ​ຈູງ​ໃຫ້​ເຊື່ອ​ເລື່ອງ​ຂີ້​ຕົວະ​ຫຼອກລວງ.+ 12  ເພິ່ນ​ເຮັດ​ແບບ​ນີ້​ເພື່ອ​ເຂົາເຈົ້າ​ຈະ​ໄດ້​ຖືກ​ຕັດສິນ​ລົງໂທດ ຍ້ອນເຂົາເຈົ້າ​ບໍ່​ເຊື່ອ​ຄວາມ​ຈິງ​ແລະ​ມັກ​ແນວ​ບໍ່​ຖືກຕ້ອງ. 13  ພີ່ນ້ອງ​ເອີ້ຍ ພະ​ເຢໂຫວາ*​ຮັກ​ພວກ​ເຈົ້າ ແລະ​ພວກ​ເຮົາ​ຕ້ອງ​ຂອບໃຈ​ພະເຈົ້າ​ເລື່ອງ​ພວກ​ເຈົ້າ​ສະເໝີ. ເພິ່ນ​ເລືອກ​ພວກ​ເຈົ້າ​ຕັ້ງແຕ່​ທຳອິດ+​ເພື່ອ​ໃຫ້​ໄດ້​ຮັບ​ຄວາມ​ລອດ. ເພິ່ນ​ໃຊ້​ພະລັງ​ຂອງ​ເພິ່ນ​ເຮັດ​ໃຫ້​ພວກ​ເຈົ້າ​ບໍລິສຸດ*+​ຍ້ອນ​ພວກ​ເຈົ້າ​ເຊື່ອ​ໃນ​ຄວາມ​ຈິງ. 14  ພະເຈົ້າ​ເລືອກ​ພວກ​ເຈົ້າ​ໃຫ້​ໄດ້​ຮັບ​ຄວາມ​ລອດ​ໂດຍ​ທາງ​ຂ່າວດີ​ທີ່​ພວກ​ເຮົາ​ປະກາດ ເພື່ອ​ພວກ​ເຈົ້າ​ຈະ​ໄດ້​ຮັບ​ກຽດ​ຄື​ກັບ​ພະ​ເຢຊູ​ຄລິດ​ຜູ້​ເປັນ​ນາຍ​ຂອງ​ພວກ​ເຮົາ.+ 15  ພີ່ນ້ອງ​ເອີ້ຍ ໃຫ້​ຢືນຢັດ​ໃນ​ຄວາມ​ເຊື່ອ+​ແລະ​ຍຶດໝັ້ນ​ກັບ​ທຳນຽມ​ທີ່​ຮຽນ​ຈາກ​ພວກ​ເຮົາ+ ບໍ່​ວ່າ​ໂດຍ​ທາງ​ຄຳເວົ້າ​ຫຼື​ທາງ​ຈົດໝາຍ. 16  ພະເຈົ້າ​ຜູ້​ເປັນ​ພໍ່​ຂອງ​ພວກ​ເຮົາ​ຮັກ​ທຸກ​ຄົນ.+ ເພິ່ນ​ໃຫ້​ກຳລັງ​ໃຈ​ທີ່​ບໍ່​ມີ​ມື້​ໝົດ​ແລະ​ຄວາມ​ຫວັງ​ທີ່​ດີ​ແທ້​ໆ​+​ກັບ​ພວກ​ເຮົາ​ຍ້ອນ​ເພິ່ນ​ມີ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່. ຂໍ​ໃຫ້​ເພິ່ນ​ກັບ​ພະ​ເຢຊູ​ຄລິດ​ຜູ້​ເປັນ​ນາຍ​ຂອງ​ພວກ​ເຮົາ 17  ໃຫ້​ກຳລັງ​ໃຈ​ແລະ​ຊ່ວຍ​ພວກ​ເຈົ້າ​ໃຫ້​ຢືນຢັດ​ໃນ​ການ​ເວົ້າ​ດີ​ແລະ​ເຮັດ​ດີ​ສະເໝີ.

ຂໍຄວາມໄຂເງື່ອນ

ໝາຍເຖິງ​ການ​ທໍລະຍົດ​ພະເຈົ້າ
ເບິ່ງ​ຄຳ​ວ່າ “ການ​ມາ” ໃນ​ສ່ວນ​ອະທິບາຍ​ຄຳສັບ
ຫຼື “ເຮັດ​ໃຫ້​ພວກ​ເຈົ້າ​ຖືກ​ແຍກ​ໄວ້​ໃຫ້​ເປັນ​ຄົນ​ຂອງ​ພະເຈົ້າ”