ຈົດໝາຍສະບັບທີສອງເຖິງຄລິດສະຕຽນໃນເມືອງໂກຣິນໂທ 11:1-33
11 ຖ້າເບິ່ງຄືວ່າຂ້ອຍເຮັດຫຍັງທີ່ບໍ່ມີເຫດຜົນກໍຂໍໃຫ້ອົດທົນກັບຂ້ອຍແດ່. ແຕ່ທີ່ຈິງ ພວກເຈົ້າກໍກຳລັງອົດທົນຢູ່ແລ້ວ.
2 ຂ້ອຍໄດ້ໝັ້ນພວກເຈົ້າໄວ້ໃຫ້ແຕ່ງດອງກັບເຈົ້າບ່າວພຽງຄົນດຽວ ຜູ້ນັ້ນແມ່ນພະຄລິດ. ຂ້ອຍຈຶ່ງຫວງພວກເຈົ້າຄືກັບທີ່ພະເຈົ້າຫວງ ຍ້ອນຂ້ອຍຢາກຈະສົ່ງພວກເຈົ້າທີ່ເປັນສາວບໍລິສຸດໃຫ້ເພິ່ນ.+
3 ແຕ່ຂ້ອຍຢ້ານວ່າພວກເຈົ້າຈະເປັນຄືເອວາທີ່ຖືກງູຫຼອກລວງດ້ວຍເລ່ລ່ຽມຂອງມັນ.+ ຂ້ອຍບໍ່ຢາກໃຫ້ພວກເຈົ້າຖືກຕົວະແລະຄິດໃນທາງທີ່ຊົ່ວຈົນກາຍເປັນຄົນບໍ່ສັດຊື່ແລະບໍ່ບໍລິສຸດ ແລ້ວພວກເຈົ້າຈະບໍ່ສົມກັບພະຄລິດ.+
4 ຂ້ອຍສັງເກດວ່າ ຖ້າມີບາງຄົນມາສອນເລື່ອງພະເຢຊູຕ່າງຈາກທີ່ພວກເຮົາເຄີຍສອນ ຫຼືຖ້າເຂົາເຈົ້າເຮັດໃຫ້ພວກເຈົ້າຮັບເອົານ້ຳໃຈ*ທີ່ຕ່າງຈາກນ້ຳໃຈ*ທີ່ພວກເຈົ້າເຄີຍໄດ້ຮັບ ຫຼືຖ້າເຂົາເຈົ້າມາປະກາດຂ່າວດີທີ່ຕ່າງຈາກທີ່ພວກເຈົ້າເຄີຍຮັບເອົາ+ ພວກເຈົ້າກໍຍັງຍອມທົນກັບສິ່ງເຫຼົ່ານີ້.
5 ຂ້ອຍໝັ້ນໃຈວ່າຂ້ອຍບໍ່ມີຫຍັງດ້ອຍກວ່າພວກອັກຄະສາວົກຂອງພວກເຈົ້າທີ່ເຮັດຄືກັບວ່າໂຕເອງດີເລີດ.+
6 ແມ່ນຢູ່ ຂ້ອຍອາດຈະເວົ້າບໍ່ເກັ່ງ+ ແຕ່ຂ້ອຍກໍມີຄວາມຮູ້. ພວກເຈົ້າກໍເຫັນແລ້ວຈາກທຸກສິ່ງທຸກຢ່າງທີ່ພວກເຮົາໄດ້ເຮັດຜ່ານມາ.
7 ຂ້ອຍເຮັດຜິດບໍທີ່ຖ່ອມໂຕລົງເພື່ອໃຫ້ກຽດພວກເຈົ້າດ້ວຍການເຕັມໃຈປະກາດຂ່າວດີຂອງພະເຈົ້າກັບພວກເຈົ້າໂດຍບໍ່ເອົາຄ່າຕອບແທນ?+
8 ຂ້ອຍຍອມຮັບຄວາມຊ່ວຍເຫຼືອຈາກປະຊາຄົມອື່ນເພື່ອຮັບໃຊ້ພວກເຈົ້າ ເຊິ່ງກໍສ່ຳກັບວ່າຂ້ອຍປຸ້ນເຂົາເຈົ້າ.+
9 ຕອນທີ່ຢູ່ນຳພວກເຈົ້າ ເມື່ອຂາດເຂີນສິ່ງທີ່ຈຳເປັນ ຂ້ອຍກໍບໍ່ໄດ້ເປັນພາລະຂອງຜູ້ໃດ ຍ້ອນພີ່ນ້ອງທີ່ມາຈາກແຂວງມາເກໂດເນຍໄດ້ເອົາສິ່ງທີ່ຂ້ອຍຂາດເຂີນມາໃຫ້ຢ່າງເຫຼືອເຟືອ.+ ຂ້ອຍພະຍາຍາມເຮັດທຸກຢ່າງເພື່ອຈະບໍ່ເປັນພາລະຂອງພວກເຈົ້າແລະຈະພະຍາຍາມຕໍ່ໄປ.+
10 ຕາບໃດທີ່ຂ້ອຍຍັງຕິດຕາມພະຄລິດຢູ່ ຂ້ອຍກໍມີເຫດຜົນທີ່ຈະພູມໃຈກັບເລື່ອງນີ້ສະເໝີ+ໃນແຂວງອະຂາຢາ.
11 ເປັນຫຍັງຂ້ອຍຈຶ່ງເຮັດແນວນີ້? ບໍ່ແມ່ນຍ້ອນຂ້ອຍຮັກພວກເຈົ້າບໍ? ພະເຈົ້າຮູ້ດີວ່າຂ້ອຍຮັກພວກເຈົ້າ.
12 ມີບາງຄົນອວດວ່າໂຕເອງເປັນອັກຄະສາວົກຄືກັບພວກເຮົາ. ດັ່ງນັ້ນ ຂ້ອຍຈະເຮັດຄືກັບທີ່ເຮັດຢູ່ນີ້ຕໍ່ໄປ+ເພື່ອບໍ່ໃຫ້ຄົນອື່ນເຫັນວ່າການອວດອ້າງຂອງເຂົາເຈົ້າມີເຫດຜົນ.
13 ເຂົາເຈົ້າເປັນອັກຄະສາວົກປອມ ມັກຫຼອກລວງຄົນອື່ນ ແລະປອມໂຕເປັນອັກຄະສາວົກຂອງພະຄລິດ.+
14 ແຕ່ມັນກໍບໍ່ແປກ ຍ້ອນຊາຕານເອງກໍຍັງປອມໂຕເປັນທູດຂອງຄວາມສະຫວ່າງ.+
15 ດັ່ງນັ້ນ ຄືຊິບໍ່ແປກທີ່ຜູ້ຮັບໃຊ້ຂອງມັນຈະເຮັດທຳທ່າຄືກັບວ່າເປັນຜູ້ຮັບໃຊ້ຂອງພະເຈົ້າ. ແຕ່ໃນທີ່ສຸດ ຄົນເຫຼົ່ານັ້ນຈະຕ້ອງຮັບຜົນຈາກສິ່ງທີ່ໂຕເອງເຮັດ.+
16 ຂ້ອຍຂໍເວົ້າຊ້ຳອີກເທື່ອໜຶ່ງວ່າ ຢ່າຄິດວ່າຂ້ອຍເປັນຄົນບໍ່ມີເຫດຜົນ. ແຕ່ຖ້າພວກເຈົ້າຄິດແບບນັ້ນ ກໍຂໍໃຫ້ອົດທົນກັບຂ້ອຍ ຍ້ອນຂ້ອຍຈະອວດຄືກັບຄົນພວກນັ້ນແດ່.
17 ຂ້ອຍເວົ້າໂອ້ອວດແລະຖືໂຕແບບນີ້ ບໍ່ໄດ້ເປັນຕາມແບບຢ່າງຂອງຜູ້ເປັນນາຍ ແຕ່ຂ້ອຍກຳລັງເວົ້າຄືກັບຄົນບໍ່ມີເຫດຜົນ.
18 ໃນເມື່ອຫຼາຍຄົນອວດສິ່ງທີ່ຄົນທົ່ວໄປໃນໂລກອວດກັນ ຂ້ອຍກໍຈະອວດຄືກັນ.
19 ຖ້າພວກເຈົ້າຄິດວ່າໂຕເອງມີເຫດຜົນຫຼາຍ ຄັນຊັ້ນເປັນຫຍັງພວກເຈົ້າຈຶ່ງຍອມອົດທົນກັບຄົນທີ່ບໍ່ມີເຫດຜົນ?
20 ທີ່ຈິງ ພວກເຈົ້າຍອມອົດທົນກັບຄົນທີ່ເຮັດກັບພວກເຈົ້າຄືທາດ ຍົວະກິນຍົວະໃຊ້ພວກເຈົ້າ ເອົາປຽບພວກເຈົ້າ ຍົກໂຕເອງໃຫ້ເໜືອກວ່າພວກເຈົ້າ ແລະຕົບໜ້າພວກເຈົ້ານຳອີກ.
21 ຂ້ອຍເວົ້າແບບນີ້ກໍເປັນຕາໜ້າອາຍ ເພາະເບິ່ງຄືວ່າພວກເຮົາບໍ່ເດັດຂາດ.
ຖ້າບາງຄົນບໍ່ອາຍທີ່ຈະອວດ ຂ້ອຍກໍບໍ່ອາຍທີ່ຈະອວດຄືກັນ ເຖິງບາງຄົນຈະຖືວ່າຂ້ອຍບໍ່ມີເຫດຜົນ.
22 ເຂົາເຈົ້າເປັນຄົນເຮັບເຣີບໍ? ຂ້ອຍກໍເປັນ.+ ເຂົາເຈົ້າເປັນຄົນອິດສະຣາເອນບໍ? ຂ້ອຍກໍເປັນຄືກັນ. ເຂົາເຈົ້າເປັນລູກຫຼານຂອງອັບຣາຮາມບໍ? ຂ້ອຍກໍເປັນຄືກັນ.+
23 ເຂົາເຈົ້າເປັນຜູ້ຮັບໃຊ້ຂອງພະຄລິດບໍ? ຂ້ອຍຂໍເວົ້າແບບຄົນເສຍສະຕິວ່າ ຂ້ອຍເປັນຜູ້ຮັບໃຊ້ທີ່ເດັ່ນກວ່າເຂົາເຈົ້າອີກ ຍ້ອນຂ້ອຍເຮັດວຽກຫຼາຍກວ່າເຂົາເຈົ້າ+ ຕິດຄຸກເລື້ອຍກວ່າເຂົາເຈົ້າ+ ຖືກເອົາແສ້ຟາດນັບເທື່ອບໍ່ໄດ້ ແລະເກືອບຕາຍຫຼາຍເທື່ອ.+
24 ຂ້ອຍຖືກພວກຢິວເອົາແສ້ຟາດ 5 ເທື່ອ ເທື່ອລະ 39 ບາດ.+
25 ຂ້ອຍຖືກເອົາໄມ້ແສ້ຟາດ 3 ເທື່ອ+ ຖືກດຶກກ້ອນຫີນໃສ່ 1 ເທື່ອ+ ເຮືອແຕກ 3 ເທື່ອ+ ແລະຕ້ອງຢູ່ໃນທະເລ 1 ມື້ 1 ຄືນ.
26 ຂ້ອຍເດີນທາງຫຼາຍເທື່ອແລະຕ້ອງເຈິອັນຕະລາຍໃນແມ່ນ້ຳ ອັນຕະລາຍຈາກໂຈນປຸ້ນ ຈາກຄົນຊາດດຽວກັນ+ ຈາກຄົນຕ່າງຊາດ+ ອັນຕະລາຍໃນເມືອງ+ ໃນບ່ອນກັນດານ ໃນທະເລ ອັນຕະລາຍຈາກພວກພີ່ນ້ອງປອມ
27 ຕ້ອງເຮັດວຽກໜັກແລະເມື່ອຍຫຼາຍ ອົດຫຼັບອົດນອນເລື້ອຍໆ+ ຫິວເຂົ້າຫິວນ້ຳ+ ອົດເຂົ້າອົດນ້ຳຫຼາຍເທື່ອ+ ທັງໜາວແລະບໍ່ມີເຄື່ອງນຸ່ງໃສ່.
28 ນອກຈາກບັນຫາເຫຼົ່ານັ້ນແລ້ວ ຍັງມີເລື່ອງທີ່ບີບຮັດຂ້ອຍຢູ່ທຸກມື້ ນັ້ນແມ່ນຄວາມກັງວົນກ່ຽວກັບທຸກໆປະຊາຄົມ.+
29 ມີຜູ້ໃດອ່ອນແອແລ້ວຂ້ອຍບໍ່ອ່ອນແອນຳບໍ? ມີຜູ້ໃດທີ່ຖືກຊັກຈູງໃຫ້ຖິ້ມຄວາມເຊື່ອແລ້ວຂ້ອຍບໍ່ໃຈຮ້າຍບໍ?
30 ຖ້າຕ້ອງອວດ ຂ້ອຍຈະອວດສິ່ງທີ່ສະແດງວ່າຂ້ອຍອ່ອນແອ.
31 ພະເຈົ້າຜູ້ເປັນພໍ່ຂອງພະເຢຊູຜູ້ເປັນນາຍຂອງພວກເຮົາ ເພິ່ນຈະໄດ້ຮັບການຍ້ອງຍໍສັນລະເສີນຕະຫຼອດໄປ. ເພິ່ນຮູ້ວ່າຂ້ອຍບໍ່ໄດ້ຕົວະ.
32 ຢູ່ເມືອງດາມາເຊ ເຈົ້າແຂວງທີ່ປົກຄອງໃນສະໄໝຂອງກະສັດອາເຣຕາໄດ້ໃຫ້ທະຫານເຝົ້າປະຕູເມືອງໄວ້ເພື່ອຖ້າຈັບຂ້ອຍ.
33 ແຕ່ມີຄົນໃຫ້ຂ້ອຍນັ່ງໃນກະຕ່າຫວາຍແລ້ວຢ່ອນລົງທາງປ່ອງຢ້ຽມຂອງກຳແພງເມືອງ+ ຂ້ອຍຈຶ່ງໜີລອດຈາກລາວມາໄດ້.