ຈົດໝາຍສະບັບທີສອງເຖິງຄລິດສະຕຽນໃນເມືອງໂກຣິນໂທ 3:1-18

  • ໜັງສື​ແນະນຳ​ໂຕ (1-3)

  • ຜູ້​ຮັບໃຊ້​ຕາມ​ຄຳ​ສັນຍາ​ໃໝ່ (4-6)

  • ສັນຍາ​ໃໝ່​ມີ​ລັດສະໝີ​ຍິ່ງໃຫຍ່​ກວ່າ (7-18)

3  ພວກ​ເຮົາ​ຍັງ​ຕ້ອງ​ແນະນຳ​ໂຕເອງ​ອີກ​ບໍ? ພວກ​ເຮົາ​ຕ້ອງ​ໃຫ້​ພວກ​ເຈົ້າ​ເບິ່ງ​ໜັງສື​ແນະນຳ​ໂຕ​ພວກ​ເຮົາ ຫຼື​ພວກ​ເຮົາ​ຕ້ອງ​ມີ​ໜັງສື​ແນະນຳ​ໂຕ​ຈາກ​ພວກ​ເຈົ້າ​ຄື​ກັບ​ທີ່​ຄົນ​ອື່ນ​ເຮັດ​ບໍ?  ພວກ​ເຈົ້າ​ຫັ້ນ​ແຫຼະ​ເປັນ​ໜັງສື​ແນະນຳ​ໂຕ+​ເຊິ່ງ​ຂຽນ​ໄວ້​ໃນ​ຫົວໃຈ​ພວກ​ເຮົາ​ເພື່ອ​ໃຫ້​ທຸກ​ຄົນ​ຮູ້​ຈັກ​ແລະ​ອ່ານ​ໄດ້.  ເຫັນ​ໄດ້​ແຈ້ງ​ວ່າ​ພວກ​ເຈົ້າ​ເປັນ​ໜັງສື​ຈາກ​ພະຄລິດ​ເຊິ່ງ​ພວກ​ເຮົາ​ທີ່​ເປັນ​ຜູ້​ຮັບໃຊ້​ຂອງ​ພະເຈົ້າ​ໄດ້​ຂຽນ.+ ບໍ່​ແມ່ນ​ຂຽນ​ດ້ວຍ​ນ້ຳ​ມຶກ ແຕ່​ຂຽນ​ດ້ວຍ​ພະລັງ​ຂອງ​ພະເຈົ້າ​ຜູ້​ມີ​ຊີວິດ​ຢູ່. ບໍ່​ແມ່ນ​ຂຽນ​ໃສ່​ແຜ່ນ​ຫີນ+ ແຕ່​ຂຽນ​ໃສ່​ເນື້ອ​ໜັງ​ເຊິ່ງ​ກໍ​ຄື​ໃສ່​ຫົວໃຈ.+  ພວກ​ເຮົາ​ເວົ້າ​ໄດ້​ແບບ​ນີ້​ຕໍ່​ໜ້າ​ພະເຈົ້າ​ດ້ວຍ​ຄວາມ​ໝັ້ນໃຈ​ກໍ​ຍ້ອນ​ພະຄລິດ.  ພວກ​ເຮົາ​ເຮັດ​ວຽກ​ນີ້​ດ້ວຍ​ໂຕເອງ​ບໍ່​ໄດ້ ແຕ່​ພະເຈົ້າ​ຊ່ວຍ​ພວກ​ເຮົາ​ໃຫ້​ເຮັດ​ວຽກ​ນີ້​ໄດ້.+  ເພິ່ນ​ຊ່ວຍ​ພວກ​ເຮົາ​ໃຫ້​ເປັນ​ຜູ້​ຮັບໃຊ້​ຕາມ​ຄຳ​ສັນຍາ​ໃໝ່.+ ບໍ່​ແມ່ນ​ຕາມ​ກົດໝາຍ​ທີ່​ຂຽນ​ໄວ້+ ແຕ່​ຕາມ​ທີ່​ພະລັງ​ຂອງ​ພະເຈົ້າ​ຊີ້ນຳ. ກົດໝາຍ​ທີ່​ຂຽນ​ເປັນ​ລາຍລັກ​ອັກສອນ​ເຮັດ​ໃຫ້​ມີ​ໂທດ​ເຖິງ​ຕາຍ+ ແຕ່​ພະລັງ​ຂອງ​ພະເຈົ້າ​ເຮັດ​ໃຫ້​ມີ​ຊີວິດ.+  ກົດໝາຍ​ທີ່​ເຮັດ​ໃຫ້​ມີ​ໂທດ​ເຖິງ​ຕາຍ​ແລະ​ທີ່​ຂຽນ​ໄວ້​ໃນ​ແຜ່ນ​ຫີນ​ນັ້ນ+​ເຮັດ​ໃຫ້​ໜ້າ​ຂອງ​ໂມເຊ​ມີ​ແສງ​ລັດສະໝີ​ອອກ​ມາ​ຈົນ​ຄົນ​ອິດສະຣາເອນ​ແນມ​ເບິ່ງ​ບໍ່​ໄດ້.+ ແຕ່​ໃນ​ທີ່​ສຸດ ແສງ​ລັດສະໝີ​ນັ້ນ​ກໍ​ໝົດ.  ຖ້າ​ກົດໝາຍ​ນັ້ນ​ມາ​ພ້ອມ​ກັບ​ແສງ​ລັດສະໝີ ສິ່ງ​ທີ່​ພະລັງ​ຂອງ​ພະເຈົ້າ​ເຮັດ​ໃຫ້​ສຳເລັດ+​ກໍ​ຄວນ​ຈະ​ມີ​ແສງ​ລັດສະໝີ​ທີ່​ຍິ່ງໃຫຍ່ກວ່າ​ນັ້ນ​ອີກ.+  ຖ້າ​ກົດໝາຍ​ທີ່​ເຮັດ​ໃຫ້​ມີ​ການ​ຕັດສິນ​ລົງໂທດ​ນັ້ນ+​ມີ​ແສງ​ລັດສະໝີ+ ວຽກ​ຮັບໃຊ້​ທີ່​ເຮັດ​ໃຫ້​ພະເຈົ້າ​ຍອມຮັບ​ຄົນ​ເຮົາ​ກໍ​ແຮ່ງ​ມີ​ແສງ​ລັດສະໝີ​ຫຼາຍ​ກວ່າ​ນັ້ນ​ອີກ.+ 10  ທີ່ຈິງ ກົດໝາຍ​ນັ້ນ​ໝົດ​ແສງ​ລັດສະໝີ​ໄປ​ເລີຍ​ເມື່ອ​ທຽບ​ກັບ​ແສງ​ລັດສະໝີ​ຂອງ​ສັນຍາ​ໃໝ່.+ 11  ຖ້າ​ກົດໝາຍ​ທີ່​ຖືກ​ຍົກເລີກ​ໄປ​ນັ້ນ​ມີ​ແສງ​ລັດສະໝີ​ໃນ​ຕອນ​ທຳອິດ+ ສັນຍາ​ໃໝ່​ທີ່​ຍັງ​ໃຊ້​ໄດ້​ຢູ່​ກໍ​ແຮ່ງ​ຕ້ອງ​ມີ​ແສງ​ລັດສະໝີ​ຫຼາຍ​ກວ່າ​ນັ້ນ​ອີກ.+ 12  ເມື່ອ​ພວກ​ເຮົາ​ມີ​ຄວາມ​ຫວັງ​ແບບ​ນັ້ນ+ ພວກ​ເຮົາ​ຈຶ່ງ​ກ້າ​ເວົ້າ​ດ້ວຍ​ຄວາມ​ໝັ້ນໃຈ 13  ແລະ​ບໍ່​ເຮັດ​ຄື​ກັບ​ໂມເຊ​ທີ່​ເອົາ​ຜ້າ​ປົກ​ໜ້າ​ໄວ້+​ເພື່ອ​ບໍ່​ໃຫ້​ຄົນ​ອິດສະຣາເອນ​ເຫັນ​ແສງ​ລັດສະໝີ*​ຂອງ​ກົດໝາຍ​ນັ້ນ​ເຊິ່ງ​ຈະ​ຕ້ອງ​ຖືກ​ຍົກເລີກ​ໄປ. 14  ແຕ່​ໃຈ​ເຂົາເຈົ້າ​ດື້​ດ້ານ+ ແລະ​ຈົນ​ຮອດ​ທຸກ​ມື້​ນີ້ ທຸກ​ເທື່ອ​ທີ່​ເຂົາເຈົ້າ​ອ່ານ​ສັນຍາ​ເກົ່າ ຜ້າ​ປົກ​ໜ້າ​ນັ້ນ​ກໍ​ຍັງ​ບໍ່​ໄດ້​ເອົາ​ອອກ+ ຍ້ອນ​ຜ້າ​ປົກ​ໜ້າ​ນັ້ນ​ຈະ​ເອົາ​ອອກ​ໄດ້ກໍ​ຕໍ່​ເມື່ອ​ເຂົາເຈົ້າ​ເຊື່ອ​ໃນ​ພະຄລິດ.+ 15  ທີ່ຈິງ ທຸກ​ມື້​ນີ້​ຫົວໃຈ​ຂອງ​ເຂົາເຈົ້າ​ຍັງ​ມີ​ຜ້າ​ປົກ​ຢູ່ ເຂົາເຈົ້າ​ຈຶ່ງ​ບໍ່​ເຂົ້າ​ໃຈ+​ເມື່ອ​ອ່ານ​ປຶ້ມ​ທີ່​ໂມເຊ​ຂຽນ.+ 16  ແຕ່​ຖ້າ​ຜູ້​ໃດ​ປ່ຽນ​ມາ​ຫາ​ພະ​ເຢໂຫວາ* ຜ້າ​ປົກ​ນັ້ນ​ກໍ​ຖືກ​ເອົາ​ອອກ.+ 17  ພະ​ເຢໂຫວາ*​ເປັນ​ຜູ້​ທີ່​ມະນຸດ​ເບິ່ງ​ບໍ່​ເຫັນ+ ແລະ​ຄົນ​ທີ່​ໄດ້​ຮັບ​ພະລັງ​ຂອງ​ພະ​ເຢໂຫວາ*​ກໍ​ມີ​ອິດສະຫຼະ.+ 18  ເມື່ອ​ພວກ​ເຮົາ​ທຸກ​ຄົນ​ບໍ່​ມີ​ຜ້າ​ປົກ​ໜ້າ ພວກ​ເຮົາ​ຈຶ່ງ​ສະທ້ອນ​ແສງ​ລັດສະໝີ​ຂອງ​ພະ​ເຢໂຫວາ*​ຄື​ກັບແວ່ນ ແລະ​ຖືກ​ປ່ຽນແປງ​ໃຫ້​ມີ​ລັກສະນະ​ຄື​ກັບ​ເພິ່ນ​ເຊິ່ງ​ເຮັດ​ໃຫ້​ພວກ​ເຮົາ​ສະທ້ອນ​ແສງ​ລັດສະໝີ​ຂອງ​ເພິ່ນ​ຫຼາຍ​ຂຶ້ນ​ເລື້ອຍ​ໆ​ ຈົນ​ພວກ​ເຮົາ​ເປັນ​ແບບ​ທີ່​ພະ​ເຢໂຫວາ*​ຕ້ອງການ​ໃຫ້​ພວກ​ເຮົາ​ເປັນ.*+

ຂໍຄວາມໄຂເງື່ອນ

ຫຼື “ຈຸດຈົບ”
ຫຼື “ພະ​ເຢໂຫວາ​ຜູ້​ທີ່​ມະນຸດ​ເບິ່ງ​ບໍ່​ເຫັນ​ຕ້ອງການ​ໃຫ້​ພວກ​ເຮົາ​ເປັນ”