ຈົດໝາຍສະບັບທີສອງເຖິງຄລິດສະຕຽນໃນເມືອງໂກຣິນໂທ 9:1-15

  • ນ້ຳໃຈ​ຂອງ​ການ​ໃຫ້ (1-15)

    • ພະເຈົ້າ​ຮັກ​ຄົນ​ທີ່​ມີ​ຄວາມ​ສຸກ​ໃນ​ການ​ໃຫ້ (7)

9  ຂ້ອຍ​ບໍ່​ຈຳເປັນ​ຕ້ອງ​ຂຽນ​ຫາ​ພວກເຈົ້າ​ເລື່ອງ​ການ​ຊ່ວຍເຫຼືອ*​ພວກ​ຜູ້​ບໍລິສຸດ+  ຍ້ອນ​ຂ້ອຍ​ຮູ້​ວ່າ​ພວກ​ເຈົ້າ​ຢາກ​ຊ່ວຍ​ຢູ່​ແລ້ວ ແລະ​ຂ້ອຍ​ອວດ​ເລື່ອງ​ນີ້​ກັບ​ພີ່ນ້ອງ​ຄົນ​ມາເກໂດເນຍ​ວ່າ ພວກເຈົ້າ​ທີ່​ຢູ່​ແຂວງ​ອະຂາຢາ​ພ້ອມ​ຈະ​ຊ່ວຍເຫຼືອມາ​ໄດ້​ປີ​ໜຶ່ງ​ແລ້ວ ແລະ​ຄວາມ​ກະຕືລືລົ້ນ​ຂອງ​ພວກເຈົ້າ​ກໍ​ກະຕຸ້ນ​ເຂົາເຈົ້າ​ສ່ວນ​ຫຼາຍ​ໃຫ້​ເຮັດ​ແບບ​ດຽວ​ກັນ.  ຂ້ອຍ​ໃຫ້​ພີ່ນ້ອງ​ເຫຼົ່ານີ້​ໄປ​ຫາ​ພວກ​ເຈົ້າ​ເພື່ອ​ເຮັດ​ໃຫ້​ເລື່ອງ​ທີ່​ຂ້ອຍ​ອວດ​ກ່ຽວກັບ​ພວກ​ເຈົ້າ​ນັ້ນ​ເປັນ​ຄວາມຈິງ ແລະ​ເພື່ອ​ໃຫ້​ພວກ​ເຈົ້າ​ພ້ອມ​ທີ່​ຈະ​ຊ່ວຍເຫຼືອ​ຄື​ກັບ​ທີ່​ຂ້ອຍ​ເຄີຍ​ເວົ້າ​ແລ້ວ.  ແຕ່​ຖ້າ​ພີ່ນ້ອງ​ຄົນ​ມາເກໂດເນຍ​ໄປ​ກັບ​ຂ້ອຍ​ແລະ​ເຫັນ​ວ່າ​ພວກ​ເຈົ້າ​ບໍ່​ພ້ອມ ບໍ່​ແມ່ນ​ແຕ່​ພວກ​ເຈົ້າ​ເທົ່າ​ນັ້ນ​ທີ່​ຈະ​ຂາຍ​ໜ້າ ພວກ​ເຮົາ​ກໍ​ຄື​ຊິ​ຂາຍ​ໜ້າ​ຄື​ກັນ​ທີ່​ເຄີຍ​ໝັ້ນໃຈ​ໃນ​ໂຕ​ພວກ​ເຈົ້າ.  ດັ່ງນັ້ນ ຂ້ອຍ​ເຫັນ​ວ່າ​ຄວນ​ຈະ​ໃຫ້​ພີ່ນ້ອງ​ເຫຼົ່ານີ້​ໄປ​ຫາ​ພວກເຈົ້າ​ກ່ອນ​ເພື່ອ​ຊ່ວຍ​ກຽມເຄື່ອງ​ບໍລິຈາກ​ທີ່​ພວກ​ເຈົ້າ​ສັນຍາ​ໄວ້​ໃຫ້​ພ້ອມ. ເຄື່ອງ​ບໍລິຈາກ​ນັ້ນ​ຈະ​ໄດ້​ມາ​ຈາກ​ການ​ໃຫ້​ຢ່າງ​ໃຈກວ້າງ ບໍ່​ແມ່ນຝືນ​ໃຈ​ໃຫ້.  ຄື​ກັບ​ທີ່​ພວກ​ເຈົ້າ​ຮູ້ ຄົນ​ທີ່​ຫວ່ານ​ໜ້ອຍ​ຈະ​ເກັບກ່ຽວ​ໄດ້​ໜ້ອຍ ສ່ວນ​ຄົນ​ທີ່​ຫວ່ານ​ຫຼາຍ​ກໍ​ຈະ​ເກັບກ່ຽວ​ໄດ້​ຫຼາຍ.+  ໃຫ້​ແຕ່​ລະ​ຄົນ​ເຮັດ​ຕາມ​ທີ່​ຕັ້ງໃຈ​ໄວ້ ບໍ່​ແມ່ນ​ເຮັດ​ແບບ​ບໍ່​ເຕັມໃຈ​ຫຼືຝືນ​ໃຈ+ ຍ້ອນ​ພະເຈົ້າ​ຮັກ​ຄົນ​ທີ່​ມີ​ຄວາມສຸກ​ໃນ​ການ​ໃຫ້.+  ພະເຈົ້າ​ສະແດງ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຕໍ່​ພວກ​ເຈົ້າ​ໄດ້​ສະເໝີ. ພວກ​ເຈົ້າ​ຈະ​ບໍ່​ຂາດເຂີນ​ຫຍັງ​ເລີຍ ແລະ​ຈະ​ມີ​ຢ່າງ​ເຫຼືອເຟືອ​ເພື່ອ​ພວກເຈົ້າ​ຈະ​ເຮັດ​ວຽກ​ທີ່​ດີ​ທຸກ​ຢ່າງ​ໄດ້.+  (ຄື​ກັບ​ທີ່​ຂຽນ​ໄວ້​ໃນ​ພະຄຳພີ​ວ່າ: “ລາວ​ແຈກ​ຢາຍ​ສິ່ງ​ທີ່​ລາວ​ມີ​ຢ່າງ​ເອື້ອເຟື້ອ. ລາວ​ເອົາ​ສິ່ງ​ຕ່າງ​ໆ​ໃຫ້​ຄົນ​ທຸກ. ສິ່ງ​ທີ່​ຖືກຕ້ອງ​ທີ່​ລາວ​ເຮັດ​ຈະ​ບໍ່​ມີ​ວັນ​ຖືກ​ລືມ.”+ 10  ພະເຈົ້າ​ທີ່​ໃຫ້​ເມັດ​ພືດ​ກັບ​ຄົນ​ຫວ່ານ​ແລະ​ໃຫ້​ອາຫານ​ກັບ​ຄົນ​ກິນ​ຢ່າງ​ເຫຼືອເຟືອ​ນັ້ນ​ຈະ​ໃຫ້​ເມັດ​ພືດ​ກັບ​ພວກ​ເຈົ້າ​ໄປ​ຫວ່ານ. ເພິ່ນ​ຈະ​ໃຫ້​ຢ່າງ​ເຫຼືອເຟືອ​ແລະ​ຈະ​ເຮັດ​ໃຫ້​ພວກ​ເຈົ້າ​ເກັບກ່ຽວ​ຜົນ​ຂອງ​ຄວາມ​ດີ​ຫຼາຍ​ຂຶ້ນ​ເລື້ອຍ​ໆ​.) 11  ພະເຈົ້າ​ອວຍພອນ​ພວກ​ເຈົ້າ​ໃຫ້​ມີ​ທຸກ​ຢ່າງ​ເພື່ອ​ພວກ​ເຈົ້າ​ຈະ​ໃຫ້​ຄົນ​ອື່ນ​ຢ່າງ​ໃຈກວ້າງ ແລ້ວ​ຄົນ​ຈະ​ຂອບໃຈ​ພະເຈົ້າ​ຍ້ອນ​ສິ່ງ​ຂອງ​ທີ່​ພວກ​ເຈົ້າ​ໃຫ້​ຜ່ານ​ທາງ​ພວກ​ເຮົາ. 12  ວຽກ​ຮັບໃຊ້​ເພື່ອ​ຊ່ວຍເຫຼືອ​ຄົນ​ອື່ນ​ແບບ​ນີ້ ບໍ່​ແມ່ນ​ເພື່ອ​ຈັດ​ຫາ​ສິ່ງ​ຂອງ​ໃຫ້​ພວກ​ຜູ້​ບໍລິສຸດ​ທີ່​ຂາດເຂີນ​ເທົ່າ​ນັ້ນ+ ແຕ່​ວຽກ​ນີ້​ຈະ​ເຮັດ​ໃຫ້​ຫຼາຍ​ຄົນ​ຂອບໃຈ​ພະເຈົ້າ​ຫຼາຍ​ຂຶ້ນ. 13  ການ​ຊ່ວຍເຫຼືອ​ບັນເທົາ​ທຸກ​ໃນ​ເທື່ອ​ນີ້​ສະແດງ​ໃຫ້​ເຫັນ​ນ້ຳໃຈ​ຂອງ​ພວກ​ເຈົ້າ​ແລະ​ເຮັດ​ໃຫ້​ພວກ​ຜູ້​ບໍລິສຸດ​ຍ້ອງຍໍ​ສັນລະເສີນ​ພະເຈົ້າ ຍ້ອນ​ເຂົາເຈົ້າ​ເຫັນ​ວ່າ​ພວກ​ເຈົ້າ​ເຮັດ​ຕາມ​ຂ່າວ​ດີ​ເລື່ອງ​ພະຄລິດ​ທີ່​ພວກ​ເຈົ້າ​ສອນ ແລະ​ພວກ​ເຈົ້າ​ບໍລິຈາກ​ສິ່ງ​ຂອງ​ໃຫ້​ເຂົາເຈົ້າ​ແລະ​ຄົນ​ອື່ນ​ໆ​ຢ່າງ​ໃຈກວ້າງ.+ 14  ເຂົາເຈົ້າ​ຈະ​ອະທິດຖານ​ອ້ອນວອນ​ເພື່ອ​ພວກເຈົ້າ​ດ້ວຍ​ຄວາມ​ຮັກ​ແລະ​ຄວາມຄິດ​ຮອດ ຍ້ອນ​ພະເຈົ້າ​ສະແດງ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຕໍ່​ພວກ​ເຈົ້າ​ຢ່າງ​ລົ້ນ​ເຫຼືອ. 15  ຂໍ​ໃຫ້​ພວກ​ເຮົາ​ຂອບໃຈ​ພະເຈົ້າ​ສຳລັບ​ຂອງຂວັນ​ທີ່​ດີ​ເລີດ​ເກີນ​ຈະ​ພັນລະນາ​ໄດ້.

ຂໍຄວາມໄຂເງື່ອນ

ຫຼື “ການ​ຮັບໃຊ້”