ຈົດໝາຍສະບັບທີສອງຂອງໂຢຮັນ 1:1-13

  • ຄຳ​ທັກທາຍ (1-3)

  • ໃຊ້​ຊີວິດ​ຕາມ​ຄວາມ​ຈິງ​ຕໍ່⁠​ໆ​ໄປ (4-6)

  • ລະວັງ​ຄົນ​ຫຼອກລວງ (7-11)

    • ຢ່າ​ທັກທາຍ​ລາວ (10, 11)

  • ວາງ​ແຜນ​ຈະ​ໄປ​ຫາ​ພີ່ນ້ອງ​ແລະ​ຄຳ​ລົງ​ທ້າຍ (12, 13)

 ຂ້ອຍ​ທີ່​ເປັນ​ຄົນ​ສູງ​ອາຍຸ*​ຂຽນ​ຫາ​ຜູ້​ຍິງ​ທີ່​ຖືກ​ເລືອກ​ໄວ້*​ກັບ​ພວກ​ລູກ​ຂອງ​ລາວ. ຂ້ອຍ​ຮັກ​ພວກ​ເຈົ້າ​ແທ້​ໆ​ ແລະ​ບໍ່​ແມ່ນ​ແຕ່​ຂ້ອຍ​ຄົນ​ດຽວ​ເທົ່າ​ນັ້ນ ແຕ່​ທຸກ​ຄົນ​ທີ່​ຮູ້​ຈັກ​ຄວາມຈິງ​ກໍ​ຮັກ​ພວກ​ເຈົ້າ​ຄື​ກັນ.  ພວກ​ເຮົາ​ຮັກ​ພວກ​ເຈົ້າ​ກໍ​ຍ້ອນ​ຄວາມຈິງ​ທີ່​ຢູ່​ໃນ​ໃຈ​ພວກ​ເຮົາ​ທຸກ​ຄົນ ແລະ​ຄວາມຈິງ​ນີ້​ຈະ​ຢູ່​ກັບ​ພວກ​ເຮົາ​ຕະຫຼອດ​ໄປ.  ພະເຈົ້າ​ຜູ້​ເປັນ​ພໍ່​ແລະ​ພະ​ເຢຊູ​ຄລິດ​ລູກ​ຊາຍ​ຂອງ​ເພິ່ນ​ຈະ​ໃຫ້​ພວກ​ເຮົາ​ໄດ້​ຮັບ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່ ຄວາມ​ເມດຕາ ແລະ​ສັນຕິສຸກ ພ້ອມ​ກັບ​ຄວາມຈິງ​ແລະ​ຄວາມ​ຮັກ.  ຂ້ອຍ​ມີ​ຄວາມ​ສຸກ​ຫຼາຍ​ທີ່​ຮູ້​ວ່າ​ລູກ​ຂອງ​ເຈົ້າ​ບາງ​ຄົນ​ໃຊ້​ຊີວິດ​ຕາມ​ຄວາມຈິງ+​ຄື​ກັບ​ທີ່​ພະເຈົ້າ​ຜູ້​ເປັນ​ພໍ່​ສັ່ງ​ພວກ​ເຮົາ​ໄວ້.  ພີ່ນ້ອງ​ຍິງ​ເອີ້ຍ ຕອນນີ້​ຂ້ອຍ​ຂໍ​ໃຫ້​ພວກ​ເຮົາ​ທຸກ​ຄົນ​ຮັກ​ກັນ. (ຂ້ອຍ​ບໍ່​ໄດ້​ຂຽນ​ກ່ຽວ​ກັບ​ກົດໝາຍ​ໃໝ່ ແຕ່​ເປັນ​ກົດໝາຍ​ທີ່​ພວກ​ເຮົາ​ໄດ້​ຮັບ​ຕັ້ງແຕ່​ທຳອິດ.)+  ຄວາມ​ຮັກ​ໝາຍເຖິງ​ການ​ທີ່​ພວກ​ເຮົາ​ໃຊ້​ຊີວິດ​ຕາມ​ກົດໝາຍ​ຂອງ​ພະເຈົ້າ.+ ຄື​ກັບ​ທີ່​ພວກ​ເຈົ້າ​ໄດ້​ຍິນ​ຕັ້ງແຕ່​ທຳອິດ ພະເຈົ້າ​ສັ່ງ​ວ່າ​ພວກ​ເຈົ້າ​ຕ້ອງ​ສະແດງ​ຄວາມ​ຮັກ​ສະເໝີ.  ໃນ​ໂລກ​ນີ້​ມີ​ຄົນ​ຫຼອກລວງ​ຫຼາຍ​ຄົນ.+ ເຂົາ​ເຈົ້າ​ບໍ່​ຍອມຮັບ​ວ່າ​ພະ​ເຢຊູຄລິດ​ມາ​ເປັນ​ມະນຸດ.+ ຄົນ​ແບບ​ນີ້​ເປັນ​ຄົນ​ຫຼອກລວງ​ແລະ​ເປັນ​ຜູ້​ຕໍ່ຕ້ານ​ພະຄລິດ.+  ລະວັງ​ຢ່າ​ໃຫ້​ສິ່ງ​ທີ່​ພວກ​ເຮົາ​ທຸ່ມເທ​ເຮັດ​ເສຍ​ແຮງ​ໄປ​ລ້າ​ໆ​ ແລ້ວ​ພວກ​ເຈົ້າ​ຈະ​ໄດ້​ຮັບ​ລາງວັນ​ທັງໝົດ​ທີ່​ພະເຈົ້າ​ກຽມ​ໄວ້​ໃຫ້.+  ຄົນ​ທີ່​ບໍ່​ເຮັດ​ຕາມ​ຄຳສອນ​ຂອງ​ພະຄລິດ​ແລະ​ເຮັດ​ກາຍ​ຂອບເຂດ ພະເຈົ້າ​ຈະ​ບໍ່​ຍອມຮັບ​ລາວ.+ ແຕ່​ຄົນ​ທີ່​ເຮັດ​ຕາມ​ຄຳສອນ​ນັ້ນ ພະເຈົ້າ​ຜູ້​ເປັນ​ພໍ່​ແລະ​ລູກ​ຂອງ​ເພິ່ນ​ຈະ​ຍອມຮັບ​ລາວ.+ 10  ຖ້າ​ມີ​ຜູ້​ໃດ​ມາ​ຫາ​ພວກ​ເຈົ້າ ແຕ່​ລາວ​ສອນ​ສິ່ງ​ທີ່​ຂັດແຍ່ງ​ກັບ​ຄຳສອນ​ຂອງ​ພະຄລິດ ຢ່າ​ເຊີນ​ລາວ​ເຂົ້າ​ເຮືອນ+​ຫຼື​ຢ່າ​ທັກທາຍ​ລາວ. 11  ຄົນ​ທີ່​ທັກທາຍ​ລາວກໍ​ຖື​ວ່າ​ມີ​ສ່ວນ​ຮ່ວມ​ໃນ​ການ​ເຮັດ​ຊົ່ວ​ຂອງ​ລາວ. 12  ຍັງ​ມີ​ອີກ​ຫຼາຍ​ເລື່ອງ​ທີ່​ຂ້ອຍ​ຢາກ​ບອກ​ພວກ​ເຈົ້າ ເຊິ່ງ​ຂ້ອຍ​ບໍ່​ຢາກ​ຂຽນ​ເປັນ​ຈົດໝາຍ ແຕ່​ຂ້ອຍ​ຫວັງ​ວ່າ​ຈະ​ໄປ​ຫາ​ແລະ​ເວົ້າ​ກັບ​ພວກ​ເຈົ້າ​ໜ້າ​ຕໍ່​ໜ້າ ເພື່ອ​ພວກ​ເຈົ້າ​ຈະ​ມີ​ຄວາມ​ສຸກ​ແທ້​ໆ​. 13  ພວກ​ລູກ​ຂອງ​ເອື້ອຍ​ເຈົ້າ​ທີ່​ເປັນ​ຜູ້​ຖືກ​ເລືອກ​ກໍ​ຝາກ​ຄວາມ​ຄິດ​ຮອດ​ໄປ​ຫາ​ເຈົ້າ​ຄື​ກັນ.

ຂໍຄວາມໄຂເງື່ອນ

ຫຼື “ຜູ້​ເບິ່ງແຍງ”
ອາດ​ໝາຍເຖິງ​ຜູ້​ຍິງ​ຄົນ​ໜຶ່ງ​ຫຼື​ປະຊາຄົມ​ຄລິດສະຕຽນ​ໃນ​ສະຕະວັດ​ທຳອິດ