ຈົດໝາຍສະບັບທີສາມຂອງໂຢຮັນ 1:1-14

  • ຄຳ​ທັກທາຍ​ແລະ​ຄຳ​ອະທິດຖານ (1-4)

  • ຊົມເຊີຍ​ຄາໂຢ (5-8)

  • ດີໂອເທເຟ​ຢາກ​ເປັນ​ໃຫຍ່ (9, 10)

  • ເດເມທິໂອ​ໄດ້​ຮັບ​ຄຳ​ຊົມເຊີຍ (11, 12)

  • ວາງ​ແຜນ​ຈະ​ໄປ​ຫາ​ພີ່ນ້ອງ​ແລະ​ຄຳ​ລົງ​ທ້າຍ (13, 14)

 ຂ້ອຍ​ທີ່​ເປັນ​ຄົນ​ສູງ​ອາຍຸ*​ຂຽນ​ຫາ​ຄາໂຢ​ໝູ່​ທີ່​ຮັກ. ຂ້ອຍ​ຮັກ​ເຈົ້າ​ຫຼາຍ​ແທ້​ໆ​.  ໝູ່​ທີ່​ຮັກ ຂ້ອຍ​ອະທິດຖານ​ຂໍ​ໃຫ້​ເຈົ້າ​ຈະເລີນ​ກ້າວໜ້າ​ໃນ​ທຸກ​ດ້ານ​ແລະ​ມີ​ສຸຂະພາບ​ແຂງແຮງ​ສະເໝີ​ຄື​ກັບ​ທີ່​ເຈົ້າ​ເປັນ​ຢູ່​ຕອນນີ້.  ຂ້ອຍ​ດີໃຈ​ຫຼາຍ​ທີ່​ມີ​ພີ່ນ້ອງ​ບາງ​ຄົນ​ມາ​ເລົ່າ​ໃຫ້​ຟັງ​ວ່າ​ເຈົ້າ​ຍັງ​ຍຶດໝັ້ນ​ກັບ​ຄວາມ​ຈິງ​ແລະ​ໃຊ້​ຊີວິດ​ຕາມ​ຄວາມ​ຈິງ.+  ສິ່ງ​ທີ່​ເຮັດ​ໃຫ້​ຂ້ອຍ​ມີ​ຄວາມ​ສຸກ*​ຫຼາຍ​ທີ່​ສຸດ​ແມ່ນ​ໄດ້​ຍິນວ່າ​ພວກ​ລູກ​ຂອງ​ຂ້ອຍ​ຍັງ​ໃຊ້​ຊີວິດ​ຕາມ​ຄວາມ​ຈິງ.+  ໝູ່​ທີ່​ຮັກ ເຈົ້າ​ໄດ້​ສະແດງ​ຄວາມ​ສັດຊື່​ຕໍ່​ພະເຈົ້າ​ໂດຍ​ການ​ຊ່ວຍ​ເຫຼືອ​ພີ່ນ້ອງ ທັງ​ໆ​ທີ່​ເຈົ້າ​ບໍ່​ເຄີຍ​ຮູ້​ຈັກ​ເຂົາ​ເຈົ້າ​ຊ້ຳ.+  ເຂົາ​ເຈົ້າ​ເປັນ​ພະຍານ​ຢືນຢັນ​ເລື່ອງ​ຄວາມ​ຮັກ​ຂອງ​ເຈົ້າ​ຕໍ່​ໜ້າ​ປະຊາຄົມ. ຂ້ອຍ​ຂໍ​ໃຫ້​ເຈົ້າ​ຊ່ວຍ​ເຫຼືອ​ເຂົາ​ເຈົ້າ​ໃນ​ການ​ເດີນ​ທາງ​ຕາມ​ທີ່​ພະເຈົ້າ​ຢາກ​ໃຫ້​ເຮັດ.+  ຍ້ອນ​ເຂົາ​ເຈົ້າ​ເດີນ​ທາງ​ໄປ​ບອກ​ໃຫ້​ຄົນ​ຮູ້​ຈັກ​ຊື່​ຂອງ​ພະເຈົ້າ​ໂດຍ​ບໍ່​ຫວັງ​ຄວາມ​ຊ່ວຍ​ເຫຼືອ+​ຈາກ​ຄົນຕ່າງ​ຊາດ  ພວກ​ເຮົາ​ຈຶ່ງ​ຄວນ​ສະແດງ​ນ້ຳໃຈ​ຕ້ອນຮັບ​ຄົນ​ແບບ​ນີ້+ ເພື່ອ​ພວກ​ເຮົາ​ຈະ​ໄດ້​ສະໜັບ​ສະໜູນ​ຄວາມ​ຈິງ​ນຳ​ກັນ.+  ຂ້ອຍ​ເຄີຍ​ຂຽນ​ຈົດໝາຍ​ໄປ​ຫາ​ປະຊາຄົມ ແຕ່​ດີໂອເທເຟ​ທີ່​ຢາກ​ເປັນ​ໃຫຍ່​ໃນ​ພວກ​ພີ່ນ້ອງ+​ບໍ່​ນັບຖື​ແລະ​ບໍ່​ຍອມຮັບ​ສິ່ງ​ທີ່​ພວກ​ເຮົາ​ຂຽນ​ໄປ​ຫາ.+ 10  ຍ້ອນ​ແນວ​ນີ້ ຖ້າ​ຂ້ອຍ​ໄປ​ຮອດ ຂ້ອຍ​ຈະ​ຮື້ຟື້ນ​ເລື່ອງ​ທີ່​ລາວ​ເອົາ​ພວກ​ເຮົາ​ໄປ​ເວົ້າ​ແບບ​ເສຍຫາຍ.+ ສ່ຳ​ນັ້ນ​ຍັງ​ບໍ່​ພໍ ລາວ​ບໍ່​ຢາກ​ຕ້ອນຮັບ​ພີ່ນ້ອງ+ ສ່ວນ​ຄົນ​ທີ່​ຢາກ​ຕ້ອນຮັບ ລາວ​ກໍ​ຂັດຂວາງ​ແລະ​ພະຍາຍາມ​ໄລ່​ອອກ​ຈາກ​ປະຊາຄົມ. 11  ໝູ່​ທີ່​ຮັກ ຂໍ​ໃຫ້​ຮຽນ​ແບບ​ຕົວຢ່າງ​ທີ່​ດີ.+ ຢ່າ​ຮຽນ​ແບບ​ຕົວຢ່າງ​ທີ່​ບໍ່​ດີ. ຄົນ​ທີ່​ເຮັດ​ດີ​ກໍ​ຢູ່​ຝ່າຍ​ພະເຈົ້າ+ ສ່ວນ​ຄົນ​ທີ່​ເຮັດ​ຊົ່ວ​ກໍ​ບໍ່​ຮູ້​ຈັກ​ພະເຈົ້າ.+ 12  ທຸກ​ຄົນ​ຊົມເຊີຍ​ເດເມທີໂອ​ແລະ​ລາວ​ກໍ​ດີ​ແທ້​ໆ​. ພວກ​ເຮົາ​ຢືນຢັນ​ໄດ້​ວ່າ​ລາວ​ເປັນ​ແບບ​ນັ້ນ​ແທ້ ແລະ​ເຈົ້າ​ກໍ​ຮູ້​ວ່າ​ສິ່ງ​ທີ່​ພວກ​ເຮົາ​ເວົ້າ​ເປັນ​ຄວາມ​ຈິງ. 13  ຂ້ອຍ​ມີ​ອີກ​ຫຼາຍ​ເລື່ອງ​ທີ່​ຢາກ​ບອກ​ເຈົ້າ ແຕ່​ຂ້ອຍ​ບໍ່​ຢາກ​ຂຽນ​ເປັນ​ຈົດໝາຍ. 14  ຂ້ອຍ​ຫວັງ​ວ່າ​ຈະ​ໄດ້​ເຈິ​ແລະ​ເວົ້າ​ກັບ​ເຈົ້າ​ໜ້າ​ຕໍ່​ໜ້າ​ໃນ​ໄວ​ໆ​ນີ້. ຂໍ​ໃຫ້​ເຈົ້າ​ມີ​ສັນຕິສຸກ. ພວກ​ໝູ່​ຂໍ​ຝາກ​ຄວາມ​ຄິດ​ຮອດ​ໄປ​ຫາ​ເຈົ້າ ແລະ​ຂ້ອຍ​ກໍ​ຂໍ​ຝາກ​ຄວາມ​ຄິດ​ຮອດ​ໄປ​ຫາ​ພວກ​ໝູ່​ແຕ່​ລະ​ຄົນ​ນຳ.

ຂໍຄວາມໄຂເງື່ອນ

ຫຼື “ຜູ້​ເບິ່ງແຍງ”
ຫຼື​ອາດ​ແປ​ວ່າ “ຂ້ອຍ​ຮູ້ສຶກ​ຂອບໃຈ”