ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເພງ​ທີ 1

ຄຸນ​ລັກສະນະ​ຂອງ​ພະ​ເຢໂຫວາ

ຄຸນ​ລັກສະນະ​ຂອງ​ພະ​ເຢໂຫວາ

(ຄຳປາກົດ 4:11)

  1. 1. ພະເຈົ້າ​ເຢໂຫວາ ມີ​ອຳນາດ​ຍິ່ງໃຫຍ່

    ພະອົງ​ເປັນ​ຜູ້​ໃຫ້ ຊີວິດ​ແລະ​ແສງ​ສະຫວ່າງ

    ສິ່ງ​ທີ່​ໄດ້​ສ້າງ ບອກ​ໃຫ້​ຮູ້​ເຖິງ​ພະລັງ

    ທັງ​ໂລກ​ແລະ​ສະຫວັນ ຕັ້ງ​ຢູ່​ໝັ້ນ​ຄົງ

  2. 2. ພະເຈົ້າ​ເຢໂຫວາ ປົກຄອງ​ດ້ວຍ​ຊອບທຳ

    ກົດ​ໝາຍ​ຄຳ​ແນະນຳ ຂອງ​ພະອົງ​ລ້ວນ​ຊອບທຳ

    ເມື່ອ​ເຮົາ​ໄຄ່​ຄວນ ໃນ​ພະ​ຄຳ​ຍິ່ງ​ເຂົ້າ​ໃຈ

    ປັນຍາ​ຂອງ​ພະອົງ ເລີດ​ລ້ຳ​ພຽງ​ໃດ

  3. 3. ຄວາມ​ຮັກ​ຂອງ​ພະອົງ ຍິ່ງໃຫຍ່​ເໜືອ​ທຸກ​ສິ່ງ

    ຂອງ​ຂວັນ​ທີ່​ລ້ຳ​ຄ່າ ຈາກ​ພະອົງ​ເທິງ​ສະຫວັນ

    ຄຸນ​ງາມ​ຄວາມ​ດີ ນາມ​ຊື່​ນີ້​ທີ່​ຍິ່ງໃຫຍ່

    ເຮົາ​ຈະ​ບອກ​ອອກ​ໄປ ດ້ວຍ​ໃຈ​ຍິນດີ