ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເພງ​ທີ 143

ອົດ​ທົນ​ເຝົ້າ​ລະວັງ​ແລະ​ເຮັດ​ວຽກ​ຕໍ່​ໄປ

ອົດ​ທົນ​ເຝົ້າ​ລະວັງ​ແລະ​ເຮັດ​ວຽກ​ຕໍ່​ໄປ

(ໂລມ 8:20-25)

  1. 1. ພະເຈົ້າ​ຜູ້​ກຳນົດ​ລະດູ​ການ

    ຜູ້​ດຽວ​ກໍ​ຄື​ພະ​ເຢໂຫວາ

    ເວລາ​ກຳນົດ​ພະອົງ​ໃກ້​ມາ

    ພວກ​ເຮົາ​ໄດ້​ເຫັນ​ຫຼັກ​ຖານ​ແລ້ວ

    (ທ່ອນ​ຊ້ຳ)

    ອົດ​ທົນ​ເຝົ້າ​ລະວັງ​ແລະ​ເຮັດ​ວຽກ​ຕໍ່​ໄປ

    ລໍ​ຄອຍ​ຄວາມ​ຫວັງ​ດ້ວຍ​ຄວາມ​ຍິນດີ

    ໃຊ້​ຊີວິດ​ຕາມ​ພະເຈົ້າ​ສອນ

  2. 2. ເວລາ​ຖືກ​ກຳນົດ​ໄວ້​ດົນ​ນານ

    ລູກ​ຊາຍ​ພະອົງ​ພ້ອມ​ຈະ​ຊະນະ

    ທຸກ​ຄົນ​ທີ່​ໄດ້​ຕໍ່​ຕ້ານ​ພະອົງ

    ດ້ວຍ​ດາບ​ທ່ານ​ຈະ​ໄດ້​ຊະນະ

    (ທ່ອນ​ຊ້ຳ)

    ອົດ​ທົນ​ເຝົ້າ​ລະວັງ​ແລະ​ເຮັດ​ວຽກ​ຕໍ່​ໄປ

    ລໍ​ຄອຍ​ຄວາມ​ຫວັງ​ດ້ວຍ​ຄວາມ​ຍິນດີ

    ໃຊ້​ຊີວິດ​ຕາມ​ພະເຈົ້າ​ສອນ

  3. 3. ເຖິງ​ວ່າ​ເຮົາ​ຈະ​ເປັນ​ທຸກ​ເຈັບ​ປວດ

    ເຮົາ​ຍັງ​ຕັ້ງ​ໃຈ​ລໍ​ດ້ວຍ​ຄວາມ​ເຊື່ອ

    ວັນ​ໃຫຍ່​ຂອງ​ເຢໂຫວາ​ໃກ້​ມາ

    ເຮົາ​ຈະ​ໄດ້​ຮັບ​ອິດ​ສະຫຼະ

    (ທ່ອນ​ຊ້ຳ)

    ອົດ​ທົນ​ເຝົ້າ​ລະວັງ​ແລະ​ເຮັດ​ວຽກ​ຕໍ່​ໄປ

    ລໍ​ຄອຍ​ຄວາມ​ຫວັງ​ດ້ວຍ​ຄວາມ​ຍິນດີ

    ໃຊ້​ຊີວິດ​ຕາມ​ພະເຈົ້າ​ສອນ

(ເບິ່ງ​ຕື່ມ ມັດ. 25:13; ລືກາ 12:36)