ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເພງ​ທີ 146

“ທຸກ​ສິ່ງ​ຖືກ​ສ້າງ​ຂຶ້ນ​ໃໝ່”

“ທຸກ​ສິ່ງ​ຖືກ​ສ້າງ​ຂຶ້ນ​ໃໝ່”

(ຄຳ​ປາ​ກົດ 21:1-5)

  1. 1. ສິ່ງ​ທີ່​ເກີດ​ຕອນ​ນີ້​ພິສູດ​ພະເຈົ້າ​ປົກຄອງ

    ເຢໂຫວາ​ໄດ້​ມອບ​ບັນລັງ​ແກ່​ລູກ​ຊາຍ

    ສະຫວັນ​ສະຫງົບ​ສຸກ​ຊາຕານ​ຖືກ​ຖິ້ມ​ລົງ

    ບໍ່​ດົນ​ພະເຈົ້າ​ກໍ​ຈະ​ປົກຄອງ​ໂລກ​ເຮົາ

    (ທ່ອນ​ຊ້ຳ)

    ຍິນດີ ພະເຈົ້າ​ໄດ້​ຢູ່​ກັບ​ເຮົາ

    ພະອົງ ເບິ່ງ​ແຍງ​ມະນຸດ​ທຸກ​ຄົນ

    ເຈັບ​ປ່ວຍ​ແລະ​ຄວາມ​ກັງວົນ​ໃຈ​ໝົດ​ສິ້ນ​ໄປ

    ຄວາມ​ຕາຍ​ແລະ​ໂສກ​ເສົ້າ​ບໍ່​ມີ​ອີກ​ຕໍ່​ໄປ

    ພະເຈົ້າ​ກ່າວ​ວ່າ ‘ເຮົາ​ສ້າງ​ທຸກ​ສິ່ງ​ຂຶ້ນ​ໃໝ່’

    ຄຳ​ຂອງ​ພະອົງ​ຈະ​ສຳເລັດ

  2. 2. ມະນຸດ​ໄດ້​ເຫັນ​ເມືອງ​ເຢຣຶຊາເລມ​ໃໝ່​ແລ້ວ

    ເຈົ້າ​ສາວ​ຂອງ​ພະ​ຄລິດ​ງາມ​ເໝືອນ​ດັ່ງ​ມະນີ

    ແຕ່ງ​ຕົວ​ເພື່ອ​ເຈົ້າ​ບ່າວ​ດ້ວຍ​ເພັດນິນ​ຈິນດາ

    ພະ​ເຢໂຫວາ​ຜູ້​ດຽວ​ເປັນ​ແສງ​ຂອງ​ນາງ

    (ທ່ອນ​ຊ້ຳ)

    ຍິນດີ ພະເຈົ້າ​ໄດ້​ຢູ່​ກັບ​ເຮົາ

    ພະອົງ ເບິ່ງ​ແຍງ​ມະນຸດ​ທຸກ​ຄົນ

    ເຈັບ​ປ່ວຍ​ແລະ​ຄວາມ​ກັງວົນ​ໃຈ​ໝົດ​ສິ້ນ​ໄປ

    ຄວາມ​ຕາຍ​ແລະ​ໂສກ​ເສົ້າ​ບໍ່​ມີ​ອີກ​ຕໍ່​ໄປ

    ພະເຈົ້າ​ກ່າວ​ວ່າ ‘ເຮົາ​ສ້າງ​ທຸກ​ສິ່ງ​ຂຶ້ນ​ໃໝ່’

    ຄຳ​ຂອງ​ພະອົງ​ຈະ​ສຳເລັດ

  3. 3. ເປັນ​ເມືອງ​ທີ່​ຍິ່ງໃຫຍ່​ເຊິ່ງ​ໃຫ້​ເຮົາ​ມີ​ຄວາມ​ສຸກ

    ກາງຄືນ​ຫຼື​ກາງເວັນ​ເຮົາ​ບໍ່​ຢ້ານ​ຕໍ່​ໄປ

    ທຸກ​ຊາດ​ຈະ​ຍ່າງ​ຕາມ​ແສງ​ສະຫວ່າງ​ຂອງ​ນາງ

    ຜູ້​ຮັບໃຊ້​ພະເຈົ້າ​ທຸກ​ວັນ​ນີ້​ເຊັ່ນ​ກັນ

    (ທ່ອນ​ຊ້ຳ)

    ຍິນດີ ພະເຈົ້າ​ໄດ້​ຢູ່​ກັບ​ເຮົາ

    ພະອົງ ເບິ່ງ​ແຍງ​ມະນຸດ​ທຸກ​ຄົນ

    ເຈັບ​ປ່ວຍ​ແລະ​ຄວາມ​ກັງວົນ​ໃຈ​ໝົດ​ສິ້ນ​ໄປ

    ຄວາມ​ຕາຍ​ແລະ​ໂສກ​ເສົ້າ​ບໍ່​ມີ​ອີກ​ຕໍ່​ໄປ

    ພະເຈົ້າ​ກ່າວ​ວ່າ ‘ເຮົາ​ສ້າງ​ທຸກ​ສິ່ງ​ຂຶ້ນ​ໃໝ່’

    ຄຳ​ຂອງ​ພະອົງ​ຈະ​ສຳເລັດ

(ເບິ່ງ​ຕື່ມ ມັດ. 16:3; ຄຳປ. 12:7-9; 21:23-25)