ເພງທີ 76
ເຈົ້າຮູ້ສຶກແນວໃດ?
-
1. ເຈົ້ານັ້ນຮູ້ສຶກແນວໃດ?
ທີ່ປະກາດແລະສອນຄວາມຈິງ
ທີ່ເຈົ້ານັ້ນດຸໝັ່ນຫ້າວຫັນ
ໃນການປະກາດຂ່າວດີ
ທີ່ເຈົ້າເຮັດສຸດກຳລັງ
ພະເຈົ້າເຮັດສ່ວນຂອງພະອົງ
ຜູ້ທີ່ມີໃຈທີ່ຊອບທຳ
ພະເຈົ້າເທົ່ານັ້ນຮູ້ດີ
(ທ່ອນຊ້ຳ)
ເຮົາມີຄວາມສຸກ ມີຄວາມຍິນດີ
ທີ່ໄດ້ເທໃຈ ສັນເສີນພະເຈົ້າ
ສະລະຕົວເອງ ຮັບໃຊ້ພະອົງ
ຕະຫຼອດຊີວິດ ຂອງເຮົາ
-
2. ເຈົ້ານັ້ນຮູ້ສຶກແນວໃດ?
ໃນເລື່ອງທີ່ເຈົ້າໄດ້ເວົ້າໄປ
ໄດ້ເຮັດໃຫ້ມີຄົນຕອບຮັບ
ປັບປ່ຽນຕົວເອງເຂົ້າມາ
ເມື່ອມີບາງຄົນບໍ່ຟັງ
ແລະບາງຄົນກໍໄດ້ເລີກລາ
ແຕ່ເຮົາຍັງຮັບໃຊ້ເລື້ອຍໄປ
ບອກເລື່ອງພະເຈົ້າທຸກວັນ
(ທ່ອນຊ້ຳ)
ເຮົາມີຄວາມສຸກ ມີຄວາມຍິນດີ
ທີ່ໄດ້ເທໃຈ ສັນເສີນພະເຈົ້າ
ສະລະຕົວເອງ ຮັບໃຊ້ພະອົງ
ຕະຫຼອດຊີວິດ ຂອງເຮົາ
-
3. ເຈົ້ານັ້ນຮູ້ສຶກແນວໃດ?
ທີ່ຮູ້ວ່າພະເຈົ້າຊ່ວຍເຫຼືອ
ແລະພະອົງຍັງໄດ້ໄວ້ໃຈ
ໃຫ້ເຮັດວຽກກັບພະອົງ
ທີ່ໄດ້ປະກາດແລະສອນ
ດ້ວຍກ້າຫານແລະກະລຸນາ
ເພື່ອຫາຄົນຜູ້ທີ່ຄູ່ຄວນ
ວຽກເຮົາໃກ້ສຳເລັດແລ້ວ
(ທ່ອນຊ້ຳ)
ເຮົາມີຄວາມສຸກ ມີຄວາມຍິນດີ
ທີ່ໄດ້ເທໃຈ ສັນເສີນພະເຈົ້າ
ສະລະຕົວເອງ ຮັບໃຊ້ພະອົງ
ຕະຫຼອດຊີວິດ ຂອງເຮົາ
(ເບິ່ງຕື່ມ ກິດ. 13:48; 1 ເທ. 2:4; 1 ຕີໂມ. 1:11)